ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານວ່າ ຕົນຈະບໍ່ຍຸຕິ ການກັ່ນ ທາດຢູເຣນຽມ (ວີດີໂອ)


Potentially Decisive Iran Nuclear Talks Open
please wait

No media source currently available

0:00 0:02:06 0:00
ລິງໂດຍກົງ

ກ່ຽວກັບການເຈລະຈາເລື່ອງນິວເຄລຍ ອີຣ່ານ

ຮອງ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ອີຣ່ານ ກ່າວວ່າ ການ​ເຈ
ລະຈາ​ຢ່າງ​ຈິງ​ຈັງກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງຕົນບໍ່​ສາມາດ
​ເກີດ​ຂຶ້ນ​ໄດ້ ຈົນ​ກວ່າວ່າ​ມີ​ການ​ຟື້ນຟູຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ລະ
ຫວ່າງ​ຄະນະ​ເຈລະຈາຂອງອີຣ່ານ ​ແລະນານາ​ຊາດ ຊຶ່ງ​ຈະພົບ
​ປະກັນ​ອີກ ໃນ​ວັນ​ພະຫັດ​ມື້​ນີ້ ທີ່ນະຄອນ​ເຈ​ນີວາ​.

ນອກ​ນັ້ນ ທ່ານ Abbas Araqchi ຍັງ​ກ່າວ​ອີກ​ວ່າ ອີຣ່ານ ຈະ​ບໍ່​ໂຈະ​ໂຄງການ​ກັ່ນ​ທາດ​
ຢູ​ເຣນຽມຂອງຕົນ ​ເພື່ອ​ໃຫ້​ເປັນສ່ວນ​ນຶ່ງ ​ຂອງ​ຂໍ້​ຕົກລົງ​ໃດໆທັງ​ສິ້ນ.

ທັງ 5 ປະ​ເທດສະມາຊິກຖາວອນ ​ຂອງສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ
ບວກ​ກັບ​ເຢຍຣະມັນ ຕ້ອງການ​ທີ່​ຈະ​ໃຫ້​ມີການ​ຕົກລົງຊົ່ວຄາວ ທີ່​ຮຽກຮ້ອງ​ໃຫ້​ອີຣ່ານຍຸຕິ
ການ​ກັ່ນ​ທາດ​ຢູ​ເຣນຽມສ່ວນ​ນຶ່ງ ​ແລະ​ຍອມຮັບເອົາການ​ກວດກາ​ຫຼາຍ​ຂຶ້ນ ​ເພື່ອ​ແລກປ່ຽນ
​ກັບ​ການ​ຜ່ອນຜັນ​ການ​ລົງ​ໂທ​ດ​ແບບ​ຈໍາກັດ​.

​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດຂອງຝຣັ່ງ ທ່ານ Lauren Fabius ​ໄດ້​ກ່າວ ​ໃນ​ການ
ໃຫ້ສໍາພາດທາງ​ໂທລະພາບ ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ທ່ານ​ຫັວງ​ວ່າ ການ​ຕົກລົງ​ດັ່ງກ່າວ​ນີ້
​ອາດ​ສາມາດ​ບັນລຸ​ເປົ້າກັນ​ໄດ້ ​ແຕ່ວ່າ ມັນ​ຕ້ອງ​ໜັກ​ແໜ້ນ​ແລະ​ແນ່ນອນ. ທ່ານ Fabius
ກ່າວ​ວ່າ:​ “ທ່າ​ທີ​ຂອງ​ພວກ​ເຮົາ​ ແມ່ນກ່ຽວ​ຂ້ອງ​ກັບຄວາມ​ປອດ​ໄພ​ຂອງ​ ຂົງ​ເຂດ ​
ແລະ​ຂອງ​ໂລກ ຖ້າ​ຫາກ​ວ່າ ຍັງ​ມີ​ການ​ແຜ່ຜາຍ​ເລື່ອງນິວ​ເຄລຍຢູ່ ຖ້າຫາກວ່າ​ມີ
ຫຼາຍໆ​ປະ​ເທດ​ເພີ້ມຂຶ້ນ​ນັບ​ມື້ມີ​ອາວຸດນິວ​ເຄລຍ​ແລ້ວ ຊຶ່ງ​ນັ້ນ​ ຈະ​ເປັນ​ອັນຕະ
ລາຍ​ຢ່າງ​ໃຫຍ່​ຫຼວງ ເພາະສະ​ນັ້ນ ພວກ​ເຮົາ​ ​ແລະ​ເມື່ອ​ຂ້າພະ​ເຈົ້າ​ກ່າວ​ເຖິງ
ພວກ​ເຮົາ ຂ້າພະ​ເຈົ້າ​ບໍ່​ໄດ້​ໝາຍຄວາມ​ວ່າ​ ພຽງ​ແຕ່​ປະ​ເທດ​ຝຣັ່ງ​ເທົ່າ​ນັ້ນ,
ມັນ​ຈະແມ່ນ​ທຸກ​ປະ​ເທດ​ທັງ​ໝົດ ໃນ​ປະຊາ​ຄົມນາໆ​ຊາດ ຊຶ່ງ​ວ່າ​ທຸກ​ປະ​ເທດ
ມີ​ສິດ​ທີ່​ຈະ​ນຳ​ໃຊ້ພະລັງງານ​ນິວ​ເຄລຍ ​ແຕ່​ບໍ່​ແມ່ນ​ເພື່ອ​ເຮັດ​ລະ​ເບີດ​ປະລະມານູ.”


ການພົບ​ປະກັນຮອບຫຼ້າ​ສຸດ​ ​ແມ່ນ​ເລີ່​ມ​ຂຶ້ນໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ສືບ​ຕໍ່​ຈາກການ​ເຈລະ
ຈາ​ຮອບ​ທໍາ​ອິດ ທີ່​ໄດ້​ຈົບ​ລົງ​ໃນ 2 ອາທິດ​ກ່ອນ ​ໂດຍປາ​ສະ​ຈາກ​ຮ່ອງຮອຍ​ຂອງ​ຄວາມ
ຄືບ​ໜ້າ​ໃດໆ. ພວກນັກວິ​ເຄາະ​ກ່າວ​ວ່າ ການ​ເຈລະ​ຈາ​ໄດ້​ປະສົບ​ກັບ​ຄວາ​ມລົ້ມ​ແຫຼວ ​
ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ເປັນ​ຍ້ອນຝຣັ່ງກ່າວ​ວ່າ ການ​ຕົກລົງ​ກັນ​ຂັ້ນຕົ້ນທີ່​ພວມ​ໄດ້​ຮັບ​ການ​
ພິຈາລະນານັ້ນ ບໍ່​ໄດ້​ຕັດ​ໂຄງ​ການ​ກັ່ນ​ທາດ​ຢູ​ເຣນຽມ​ຂອງ​ອີຣ່ານລົງຢ່າງພຽງພໍ​ເທື່ອ.
XS
SM
MD
LG