ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໕ ຕຸລາ ໒໐໒໓

ອີຣ່ານກ່າວວ່າ ໄດ້ມີຄວາມກ້າວໜ້າ ໃນການເຈລະຈາເລື້ອງນິວເຄລຍ ແຕ່ບັນຫາຕ່າງໆ ຍັງຄົງມີຢູ່


ຕຳຫຼວດຢືນຍາມຢູ່ດ້ານນອກຂອງໂຮງແຮມ ບ່ອນທີ່ກອງປະຊຸມ ຂອງຄະນະກຳມາທິການ ກ່ຽວກັບ Commission of ແຜນການປະຕິບັດງານຮ່ວມຮອບດ້ານ (JCPOA), ຫຼື ຂໍ້ຕົກລົງນິວເຄລຍຂອງອີຣ່ານ, ແມ່ນໄດ້ຖືກຈັດຂຶ້ນຢູ່ນ ນະຄອນວຽນນາ ຂອງປະເທດອອສເຕຣຍ,

ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌ຈາກນະຄອນ ດູໄບ ກໍແມ່ນວ່າ ອີຣ່ານ ແລະ 6 ປະເທດມະຫາອຳນາດຂອງໂລກ ໄດ້ທຳຄວາມກ້າວໜ້າຢ່າງຫຼວງຫຼາຍໃນການເຈລະຈາເພື່ອຟື້ນຟູຂໍ້ຕົກລົງນິວເຄລຍ ປີ 2015 ຂອງພວກເຂົາເຈົ້າ ແຕ່ເລື້ອງທີ່ສຳຄັນຕ່າງໆຍັງຕ້ອງໄດ້ຮັບການແກ້ໄຂ ອີງຕາມໂຄສົກກະຊວງປ້ອງກັນປະເທດຂອງອີຣ່ານ ທີ່ໄດ້ກ່າວໄປໃນວັນຈັນມື້ນີ້.

ອີຣ່ານ ແລະບັນດາປະເທດມະຫາອຳນາດ ໄດ້ທຳການເຈລະຈາຕໍ່ລອງຢູ່ໃນນະຄອນເຈນີວາ ນັບຕັ້ງແຕ່ເດືອນເມສາເປັນຕົ້ນມາ ເພື່ອຫາຂັ້ນຕອນທີ່ເຕຫະຣ່ານແລະສະຫະລັດ ຕ້ອງເອົາກ່ຽວກັບມາດຕະການລົງໂທດ ແລະກິດຈະກຳຕ່າງໆດ້ານນິວເຄລຍ ທີ່ຈະນຳໄປສູ່ການກັບຄືນໄປປະຕິບັດຕາມສົນທິສັນຍານິວເຄລຍນັ້ນ.

“ໃນແຕ່ລະຮອບຂອງການເຈລະຈາຢູ່ໃນນະຄອນຫຼວງວຽນນາ ອາດຈະເປັນຮອບສຸດທ້າຍກໍເປັນໄດ້. ພວກເຮົາບໍ່ຄວນຟ້າວຟັ່ງ. ພວກເຮົາໄດ້ທຳຄວາມກ້າວໜ້າຫຼາຍສົມຄວນ ແຕ່ປະເດັນສຳຄັນຍັງຄົງມີຢູ່” ທ່ານຊາອີດ ຄາຕີບຊາເດ ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວທີ່ຖ່າຍທອດຜ່ານໂທລະພາບທຸກສັບປະດາ.

ທ່ານກ່າວອີກວ່າ “ການເຈລະຈາຢູ່ນະຄອນເຈນີວາ ບໍ່ໄດ້ມີຂໍ້ຂ້ອງຄາຫຍັງເລີຍ.”

ຫຼັງຈາກອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ລົ້ມເລີກຂໍ້ຕົກລົງດັ່ງກ່າວເມື່ອສາມປີກ່ອນ ແລະໄດ້ວາງມາດຕະການລົງໂທດຄືນຕໍ່ອີຣ່ານນັ້ນ, ລັດຖະບານ ເຕຫະຣ່ານ ກໍໄດ້ກັບຄືນໄປສະສົມທາດຢູເຣນຽມທີ່ມີສະມັດຖະພາບຕ່ຳ ໂດຍນຳເອົາໄປກັ່ນໃຫ້ໄດ້ລະດັບຄວາມບໍລິສຸດທີ່ສູງຂຶ້ນກວ່າເກົ່າ ແລະໄດ້ຕິດຕັ້ງເຄື່ອງໝຸນທີ່ທັນສະໄໝເພື່ອເລັ່ງການຜະລິດ.

ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າ ວໍຊິງຕັນ ຈະກັບຄືນໄປເຂົ້າຮ່ວມໃນສົນທິສັນຍາ ຖ້າຫາກເຕຫະຣ່ານ ກັບຄືນໄປປະຕິບັດຕາມຂໍ້ກຳນົດກ່ຽວກັບທາດຢູເຣນຽມທີ່ໄດ້ຜ່ານການກັ່ນຕອງ ອັນເປັນວິທີທາງທີ່ອາດເປັນໄປໄດ້ໃນການສ້າງອາວຸດນິວເຄລຍນັ້ນ ເສຍກ່ອນ.

ທ່ານ ຄາຕີບຊາເດ ໄດ້ກ່າວວ່າ “ມາດຕະການລົງໂທດທັງໝົດນັ້ນ ຄວນຖືກຍົກເລີກ ແລະຕໍ່ຈາກນັ້ນ ມັນຕ້ອງໄດ້ຖືກຢັ້ງຢືນໂດຍອີຣ່ານ….ຫຼັງຈາກນັ້ນພວກເຮົາຈະຕ່າວປີ້ນບາດກ້າວຕ່າງໆດ້ານນິວເຄລຍຂອງພວກເຮົາ.”

ນັກການທູດຢູ່ໃນພາກພື້ນທ່ານນຶ່ງ ຜູ້ທີ່ໄດ້ຮັບແຈ້ງການໂດຍບັນດາເຈົ້າໜ້າທີ່ຂອງປະເທດຕາເວັນຕົກ ທີ່ພົວພັນກັບການເຈລະຈານັ້ນ ໄດ້ກ່າວວ່າ “ການຕົກລົງທີ່ຈະອະທິບາຍພັນທະທັງຫຼາຍຂອງອີຣ່ານ ແລະ ວໍຊິງຕັນ ເພື່ອຈະກ້າວໄປໜ້ານັ້ນ” ແມ່ນຈະຖືກປະກາດຢູ່ນະຄອນເຈນີວາ ໃນອາທິດນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG