ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ກ່າວວ່າ ຕົນຄັດຄ້ານຕໍ່ 'ການປ່ຽນແປງທາງດ້ານພູມສາດການເມືອງ' ຢູ່ໃນ​ເຂດ​ພູໂຄເຄຊັສ


ແຟ້ມພາບ - ທຸງຊາດອາເຈີບາຍຈານ ປິວໄປມາ ຢູ່ທາງຂ້າງຂົວສະໄໝກາງ Khudaferin ໃນເມືອງ Jebrayil ຢູ່ເຂດຊາຍແດນຂອງປະເທດ ກັບປະເທດອີຣ່ານ, ວັນທີ 9 ທັນວາ 2020.
ແຟ້ມພາບ - ທຸງຊາດອາເຈີບາຍຈານ ປິວໄປມາ ຢູ່ທາງຂ້າງຂົວສະໄໝກາງ Khudaferin ໃນເມືອງ Jebrayil ຢູ່ເຂດຊາຍແດນຂອງປະເທດ ກັບປະເທດອີຣ່ານ, ວັນທີ 9 ທັນວາ 2020.

ອີຣ່ານກ່າວໃນວັນຈັນວານນີ້ວ່າ ຕົນຄັດຄ້ານຕໍ່ “ການປ່ຽນແປງທາງດ້ານພູມສາດການເມືອງ” ອັນໃດກໍ່ຕາມ ຢູ່ໃນ​ເຂດ​ພູໂຄເຄຊັສ (Caucasus), ທີ່ຕົນມີຄວາມບໍ່ພໍໃຈມາດົນນານແລ້ວ ກ່ຽວກັບຄວາມປາຖະໜາຂອງ ອາເຈີບາຍຈານ (Azerbaijan) ທີ່ຈະສ້າງການເຊື່ອມຕໍ່ດ້ານການຄົມມະນາຄົມ ຕາມຊາຍແດນອາເມເນຍ-ອີຣ່ານ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານນັສເຊີ ການານີ (Nasser Kanani), ​ໃນ​ຂະນະ​ທີ່​ສະແດງການ​ສະໜັບສະ​ໜຸນຕໍ່​ການບຸກເບີກເຂດ​ແບ່ງ​ແຍກ​ດິນ​ແດນ ນາກໍໂນ-ກາຣາບັກ (Nagorno-Karabakh) ຂອງ ອາເຈີບາຍຈານ (Azerbaijan) ​ໃນ​ເດືອນ​ແລ້ວ​ນີ້, ກ່າວ​ວ່າ ​ເຕຫະຣ່ານ “ຕໍ່ຕ້ານ​ການ​ປ່ຽນ​ແປງ​ທາງ​ດ້ານ​ພູມ​ສາດການເມືອງ​ໃນ​ພາກ​ພື້ນ ​ແລະ ນີ້​ແມ່ນ​ຈຸດຢຶນ​ທີ່​ຈະ​ແຈ້ງ​ຂອງ​ພວກ​ເຮົາ.”

ທ່ານໄດ້ກ່າວເຖິງແລວທາງ ທາງພື້ນດິນ ຊັນເກເຊີ (Zangezur) ເຊິ່ງຈະເຊື່ອມຕໍ່ແຜ່ນດິ ນໃຫຍ່ອາເຈີບາຍຈານ (Azerbaijan) ກັບ ເຂດນັກຈິວານ (Nakhchivan) ຂອງຕົນ ແລະຫຼັງຈາກນັ້ນຕໍ່ໄປທີ່ເທີກີ.

ການພົວພັນລະຫວ່າງ ບາກູ (Baku) ແລະ ເຕຫະຣ່ານ (Tehran) ມີຄວາມເຄັ່ງຕຶງເປັນປະເພນີ, ເພາະວ່າ ອາເຈີບາຍຈານ (Azerbaijan) ທີ່ເວົ້າພາສາ ເທີກິກ (Turkic) ແມ່ນເປັນພັນທະມິດທີ່ໃກ້ຊິດກັບເທີກີ ເຊິ່ງເປັນຄູ່ແຂ່ງທາງປະຫວັດສາດຂອງອີຣ່ານ.

ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ທະຫານຢ່າງວ່ອງໄວ​ຂອງ​ອາເຈີບາຍຈານ ເຊິ່ງ​ໄດ້​ຍຶດ​ເອົາ​ເຂດ​ແບ່ງ​ແຍກດິນ​ແດນນາກໍໂນ-ກາຣາບັກ (Nagorno-Karabakh) ທາງຕາ​ເວັນ​ອອກ​ຂອງ ຊັນເກເຊີ (Zangezur) ​ໃນ​ເດືອນ​ແລ້ວ​ນີ້, ຜູ້​ຊ່ຽວຊານ​ບາງ​ຄົນ​ເຊື່ອ​ວ່າ ຜູ້​ນຳ​ຂອງ​ອາເຈີບາຍຈານ (Azerbaijan) ທ່ານອີລຮານ ອາລີເຢບ (Ilham Aliyev) ສາມາດຊອກຫາການ​ດຳເນີນການ​ເຄື່ອນ​ໄຫວ​ຢູ່​ພາກ​ໃຕ້​ຂອງອາເມເນຍ (Armenia) ​ເພື່ອ​ສ້າງ​ການເຊື່ອມຕໍ່​ກັບເຂດນັກຈິວານ (Nakhchivan).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG