ອັງກິດ ຝຣັ່ງ ເຢຍຣະມັນແລະສະຫະລັດ ໄດ້ອອກຖະແຫລງການຮ່ວມ ປະນາມການ
ຍິງຈະຫຼວດຫວ່າງມໍ່ໆມານີ້ ຂອງອີຣ່ານ. ຖະແຫຼງການກ່າວວ່າ “ໂຄງການ ຂອງອີຣ່ານ
ທີ່ຈະພັດທະນາລູກສອນໄຟຂີປະນາວຍຸດ ໄດ້ສ້າງຄວາມບໍ່ຄວາມທຸ່ນທ່ຽງຢູ່ໃນຂົງເຂດ.
ພວກເຮົາຂໍຮຽກຮ້ອງໃຫ້ອີຣ່ານຢ່າໄດ້ທຳການຍິງທົດລອງລູກສອນໄຟໃດໆຕື່ມອີກແລະ
ກິດຈະການຕ່າງໆທີ່ພົວພັນກັບເລື່ອງນີ້.”
ທ່ານນາງ Nikki Haley ເອກອັກຄະລັດທະທູດສະຫະລັດ ປະຈຳສະຫະປະຊາຊາດ ກ່າວຢູ່ໃນຖະແຫລງການວ່າ “ພວກເຮົາຈະບໍ່ເຊື່ອຄຳເວົ້າຂອງອີຣ່ານແບບງ່າຍໆ ທີ່ວ່າ ເຂົາເຈົ້າຈະປະຕິບັດຕາມພັນທະສາກົນ. ພວກເຮົາຈະສືບຕໍ່ ວາງມາດຕະການຢ່າງຕໍ່
ເນື່ອງ ຈົນກວ່າອີຣ່ານຢຸດເຊົາການທ້າທາຍ ແລະປະຕິບັດຕາມຢ່າງເຕັມທີ່ ມະຕິຂອງສະພາຄວາມໝັ້ນຄົງ.
ອີຣ່ານກ່າວວ່າ ຕົນໄດ້ປະສົບຜົນສຳເລັດ ໃນການຍິງຈະຫລວດ ເພື່ອບັນທຸກດາວທຽມ ຂຶ້ນສູ່ອະວະກາດ ໃນວັນພະຫັດທີ່ຜ່ານມານີ້.
ໂທລະພາບລັດຖະບານອີຣ່ານ ກ່າວອ້າງວ່າ ຈະຫຼວດ “Simorgh” ທີ່ໝາຍເຖິງນົກ
phoenix ໃນພາສາຟາຊີ ມີຄວາມສາມາດບັນທຸກ ດາວທຽມໜັກ 250 ກິໂລກຣາມ ທີ່
ອາດຍິງສູງເຖິງ 500 ກິໂລແມັດຫ່າງຂຶ້ນໄປຈາກໂລກ ແຕ່ບໍ່ໄດ້ບັນ ລະຍາຍເຖິງຊະນິດ
ຂອງດາວທຽມ.
ໂທລະພາບທາງການລາຍງານວ່າ “ສູນກາງອະວະກາດ Imam Khomeini ໄດ້ເປີດ
ເປັນທາງການ ດ້ວຍການຍິງທົດລອງຢ່າງໄດ້ຜົນສຳເລັດຂອງຈະຫຼວດSimorgh.ການຍິງລູກຈະຫລວດນີ້ ມີຂຶ້ນຫລັງຈາກສະຫະລັດໄດ້ເຄື່ອນໄຫວໃນຕົ້ນເດືອນນີ້ ເພື່ອວາງການລົງໂທດທາງດ້ານເສດຖະກິດຕໍ່ອີຣ່ານ ກ່ຽວກັບໂຄງການລູກສອນ ໄຟຂີປະນາວຸດຂອງປະເທດດັ່ງກ່າວ.
ການຍິງດັ່ງກ່າວ ບໍ່ໄດ້ລະເມີດຂໍ້ຕົກລົງນິວເຄລຍປີ 2015 ທີ່ໄດ້ເຊັນໂດຍອີຣ່ານ ແລະ
ກຸ່ມຫ້າປະເທດບວກນຶ່ງ ຄືຫ້າປະເທດສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ
ສະຫະປະຊາຊາດ ບວກເຢຍຣະມັນ ເຖິງແມ່ນວ່າ ສະຫະລັດໄດ້ສະແດງ ຄວາມເປັນ
ຫ່ວງວ່າ ເທັກໂນໂລຈີລູກຈະຫລວດ ທີ່ກຳລັງພັດທະນາ ໂດຍອີຣ່ານ ອາດຈະຖືກດັດ
ແປງ ໃຫ້ເປັນລູກສອນໄຟຂີປະນາວຸດໄລຍະໄກ.
Britain, France, Germany, and the United States have issued a joint statement denouncing Iran's recent rocket launch. "Iran's program to develop ballistic missiles . . . has a destabilizing impact in the region," the statement said. "We call on Iran not to conduct any further ballistic missile launches and related activities."
Nikki Haley, the U.S. ambassador to the U.N., said in a statement, "We will not simply trust Iran's word that they are in compliance with international obligations. We will continue to impose consequences until Iran stops it provocations and complies fully with Security Council resolutions."
Iran said it had successfully launched a rocket carrying a satellite into space Thursday.
State television in Iran claimed the "Simorgh" rocket, which means phoenix in Farsi, is capable of carrying a 250 kilogram satellite as far as 500 kilometers above Earth, but did not elaborate on the kind of satellite.
"The Imam Khomeini Space Center was officially opened with the successful test of the Simorgh (Phoenix) space launch vehicle," state television reported.
The rocket launch comes after the United States moved earlier this month to increase economic sanctions placed on Iran over its ballistic missile program.
The launch did not violate the 2015 nuclear agreement, which was signed by Iran and the P5+1 group of world powers (the five permanent members of the U.N. Security Council, plus Germany), although the U.S. has expressed concern that the rocket technology being developed by Iran could potentially be adapted to long-range missiles.