ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Rouhani ສາບານຕົວ ເຂົ້າດຳລົງ ຕຳແໜ່ງ ປະທານາທິບໍດີ ສະໄໝທີ 2


ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani, ຂວາ, ເຈລະຈາກັບຄູ່ຮ່ວມຕຳແໜ່ງຈາກ ອັຟການິສຖານ ທ່ານ Ashraf Ghani ຢູ່ຫ້ອງການຂອງທ່ານໃນນະຄອນຫຼວງ ເຕຮະຣ່ານ, ອີຣ່ານ. 5 ສິງຫາ, 2017.
ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani, ຂວາ, ເຈລະຈາກັບຄູ່ຮ່ວມຕຳແໜ່ງຈາກ ອັຟການິສຖານ ທ່ານ Ashraf Ghani ຢູ່ຫ້ອງການຂອງທ່ານໃນນະຄອນຫຼວງ ເຕຮະຣ່ານ, ອີຣ່ານ. 5 ສິງຫາ, 2017.

ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ໄດ້ສາບານຕົວເຂົ້າດຳລົງຕຳແໜ່ງ
ສະໄໝທີສອງໃນວັນເສົາວານນີ້ ຫຼັງຈາກໄດ້ຊະນະການເລືອກຕັ້ງປະທານາທິບໍດີຢ່າງ
ງ່າຍດາຍ ໃນເດືອນພຶດສະພາທີ່ຜ່ານມາ.

ທ່ານ Rouhani, ຜູ້ທີ່ຖືກພິຈາລະນາວ່າ ເປັນຜູ້ນຳທີ່ມີແນວທາງປານກາງ, ໄດ້ນຳພາ
ອີຣ່ານ ອອກຈາກການຖືກປະຖິ້ມຢູ່ໂດດດ່ຽວໃນໂລກ ເມື່ອທ່ານໄດ້ລົງນາມໃນຂໍ້ຕົກລົງ
ນິວເຄລຍໃນປີ 2015 ກັບມະຫາອຳນາດໂລກຫຼາຍປະເທດ ເພື່ອແລກປ່ຽນ ກັບການ
ຍົກເລີກມາດຕະການລົງໂທດຕໍ່ປະເທດ.

ໃນຕົ້ນສັບປະດານີ້, ສະຫະລັດ ໄດ້ຢືນຢັນມາດຕະການລົງໂທດໃໝ່ຕໍ່ອີຣ່ານ, ເຊິ່ງເຮັດ
ໃຫ້ປະເທດດັ່ງກ່າວ ກ່າວຫາວ່າ ສະຫະລັດ ໄດ້ລ່ວງລະເມີດຂໍ້ຕົກລົງ.

ຮອງລັດຖະມົນຕີການຕ່າງປະເທດ ອີີຣ່ານ ທ່ານ Abbas Araghchi ໄດ້ກ່າວໃນໂທລະ
ພາບລັດຖະບານວ່າ ປະເທດຂອງທ່ານຈະ “ຕອບໂຕ້ຢ່າງເໝາະສົມ” ຕໍ່ມາດຕະການ
ລົງໂທດໃໝ່ນີ້.

ທ່ານໄດ້ກ່າວວ່າ “ພວກເຮົາແນ່ນອນວ່າຈະບໍ່ຕົກຢູ່ໃນກັບດັກຂອງນະໂຍບາຍ ສະຫະ
ລັດ ແລະ ທ່ານ ທຣຳ, ແລະ ການຕອບໂຕ້ຂອງພວກເຮົາແມ່ນຈະຖືກພິຈາລະນາຢ່າງ
ລະມັດລະວັງຫຼາຍ.”

ມາດຕະການລົງໂທດໃໝ່ຕໍ່ ອີຣ່ານ ໄດ້ເກີດຂຶ້ນວ່າເປັນພາກສ່ວນໜຶ່ງຂອງມາດຕະການ
ລົງໂທດໃໝ່ທີ່ລວມມີ ຣັດເຊຍ ແລະ ເກົາຫຼີເໜືອນຳ. ກົດໝາຍດັ່ງກ່າວເພັ່ງເລັງໃສ່ການ
ຢຸດທຸກໆຄົນຜູ້ທີ່ໄດ້ພົວພັນກັບໂຄງການລູກສອນໄຟຂີປະນາວຸດ ອີຣ່ານ ຈາກການເດີນ
ທາງເຂົ້າ ສະຫະລັດ ແລະ ກີດກັ້ນພວກທີ່ກ່ຽວຂ້ອງກັບໂຄງການດັ່ງກ່າວຈາກການຊື້
ຫຼື ຂາຍຊັບສິນທີ່ພວກເຂົາມີໃນ ສະຫະລັດ.

ປະທານາທິບໍດີ ທຣຳ, ໃນລະຫວ່າງການໂຄສະນາຫາສຽງ ເອົາຕຳແໜ່ງປະທານາທິບໍດີ
ນັ້ນ, ໄດ້ເອີ້ນຂໍ້ຕົກລົງນິວເຄລຍວ່າ “ເປັນຂໍ້ຕົກລົງທີ່ຂີ້ຮ້າຍທີ່ສຸດເທົ່າທີ່ມີມາ.” ທ່ານກໍຍັງ
ໄດ້ກ່າວວິຈານ ທ່ານ ບາຣັກ ໂອບາມາ ຜູ້ດຳລົງຕຳແໜ່ງກ່ອນໜ້າທ່ານ, ສຳລັບການ
ເຊັນຂໍ້ຕົກລົງນັ້ນ, ເຊິ່ງທ່ານ ທຣຳ ໄດ້ກ່າວວ່າ ມັນບໍ່ໄດ້ເຮັດຫຍັງພຽງພໍເພື່ອຫຼຸດຜ່ອນ
ໂຄງການນິວເຄລຍຂອງ ອີຣ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG