ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ປະຕິເສດ ບໍ່ເຈລະຈາ ເລື່ອງນິວເຄຼຍ ໂດຍກົງ ກັບ ສະຫະລັດ


ຜູ້ນໍາສູງສຸດຂອງອິຣ່ານ ທ່ານ Ayatollah Ali Khamenei
ຜູ້ນໍາສູງສຸດຂອງອິຣ່ານ ທ່ານ Ayatollah Ali Khamenei
ຜູ້​ນໍາ​ສູງ​ສຸດ​ຂອງ​ອິຣ່ານ ​ໄດ້​ປະຕິ​ເສດຕໍ່ຂໍ້​ສະ​ເໜີ​ເປີດ​ການ​ເຈລະຈາໂດຍ​ກົງ​ກ່ຽວ​ກັບ​ໂຄງ ການ​ນີວ​ເຄຼຍຂອງ​ຕົນ​ກັບ​ສະຫະລັດ ​ໂດຍ​ກ່າວ​ວ່າການ​ເຈລະຈາ ​ຈະ​ບໍ່​ແກ້​ໄຂ​ບັນຫາ​ຫຍັງ​ເລີຍ.

ຜູ້​ນໍາ​ສູງ​ສຸດ​ອິຣ່ານ Ayatollah Ali Khamenei ​ກ່າວໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ທີ່ພິມ​ເຜີຍ​ແຜ່​ທາງ​ເວັບໄຊ້ຂອງ​ທ່ານ ​ເ​ມື່ອວັນ​ພະຫັດ​ມື້​ນີ້​ວ່າ ສະຫະລັດ​ຢາກ​ເຈ​ລະ​ຈາ ​ໃນ​ຂະນະທີ່​ຂູ່​ວ່າ​ຈະ​ລົງ​ໂທດ​ອິຣ່ານ ​ແລະ​ວ່າ​ປະ​ເທດ​ຂອງ​ທ່ານ ຈະ​ບໍ່​ຢ້ານ​ກົວ​ຕໍ່​ການ​ນາບ​ຂູ່ນັ້ນແຕ່​ຢ່າງ​ໃດ.

ທ່ານ ​ໂຈ ບາຍ​ເດັນ ຮອງ​ປະທານາ​ທິບໍດີ​ສະຫະລັດ ​ເວົ້າ​ໃນ​ລະຫວ່າງ​ກອງ​ປະຊຸມ​ດ້ານ​ຄວາມ​ໝັ້ນຄົງ​ບັ້ນ​ນຶ່ງ ​ເມື່ອ​ວັນ​ເສົາ​ຜ່ານ​ມາ​ທີ່ນະຄອນ Munich ປະ​ເທດ​ເຢຍຣະມັນ ວ່າ​ສະຫະລັດ​ພ້ອມ​ແລ້ວ​ທີ່​ຈະ​ທຳ​ການພົວ ພັນ​ໂດຍ​ກົງ​ກັບ​ອິຣ່ານ ຖ້າວ່າ​ອິຣ່ານຫາກ​ຈິງຈັງ​ກ່ຽວ​ກັບ​ການ​ເຈລະຈາ​.

ຄວາມ​ເຫັນ​ຂອງ​ຜູ້ນໍາສູງ​ສຸດ​ອິຣ່ານ ມີ​ຂຶ້ນມື້​ນຶ່ງຫຼັງຈາກ​ການ​ລົງ​ໂທດ​ຂອງ ສະຫະລັດ ທີ່​ແນ​ເປົ້າ​ໃສ່​ອຸດສາຫະກໍາ​ນໍ້າມັນ​ຂອງ​ອິຣ່ານ ​ເລີ່​ມມີ​ຜົນ​ບັງຄັບ ​ໃຊ້. ທໍານຽບຂາວ​ໄດ້​ຮັບປາກ​ວ່າ ​ຈະກົດ​ດັນ​ອິຣ່ານຢູ່​ຕໍ່​ໄປ ຕາບ​ໃດທີ່ອິ ຣ່ານຍັງ​ທຳ​ການ​ພັດທະນາ​ອາວຸດ​ນີວ​ເຄຼຍ ​ແລະ​ລະ​ເມີດ​ສິດທິ​ມະນຸດນັ້ນ​ຢູ່.

ບາງປະ​ເທດ​ຕາ​ເວັນ​ຕົກ ​ໂຮມ​ທັງ​ສະຫະລັດ ​ເຊື່ອ​ວ່າ​ອິຣ່ານກໍາລັງ​ພະຍາ ຍາມ​ຢ່າງ​ລັບໆ ​ເພື່ອ​ພັດທະນາ​ອາ​ວຸດ​ນີວ​ເຄຼຍ ຊຶ່ງ​ອິຣ່ານກ່າວ​ວ່າ​ໂຄງການນີວ​ເຄຼຍຂອງ​ຕົນແມ່​ນ​ມີ​ຈຸດ ປະສົງ​ໃນ​ທາງສັນຕິ.

ອິຣ່ານ ​ແລະ​ກຸ່ມ​ທີ່​ເອີ້ນ​ວ່າ P5+1 ທີ່​ປະກອບ​ດ້ວຍ ສະຫະ​ລັດ ຝຣັ່ງ ຣັດ​ເຊ​ຍ ຈີນ ອັງກິດ ​ແລະ​ເຢຍຣະມັນ ມີ​ກຳນົດ​ທີ່​ຈະ​ເປີດການ​ເຈລະຈາ​ຮອບ​ໃໝ່​ກ່ຽວ​ກັບ​ໂຄງການ​ນີວ​ເຄຼຍ ຂອງ​ອິຣ່ານ ​ໃນ​ທ້າຍ​ເດືອນ​ນີ້ ທີ່​ປະ​ເທດ Kazakhstan.
XS
SM
MD
LG