ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຍັງມີໂອກາດຢູ່ ສຳລັບອີຣ່ານ ທີ່ຈະຢຸດເຊົາ ການສ້າງ ອາວຸດນິວເຄລຍ (ເບິ່ງວີດີໂອ)


ຫ້ອງຄວບຄຸມນິວເຄລຍຂອງອີຣ່ານ
ຫ້ອງຄວບຄຸມນິວເຄລຍຂອງອີຣ່ານ

ຄວາມກົດດັນຂອງນາໆຊາດພວມເພີ່ມທະວີຂຶ້ນ ເພື່ອຊັກຊວນບໍ່ໃຫ້ອີຣ່ານສ້າງອາວຸດນິວ ເຄລຍ. ອີຣ່ານໄດ້ຕອບໂຕ້ ດ້ວຍການປະຕິເສດແບບດື້ດ້ານ ແລະກ່າວຕອຍແບບໂອຫັງ ທັງເພີ່ມການດຳເນີນຄວາມພະຍາຍາມໃນການກັ່ນທາດຢູເຣນຽມເພື່ອເສີມສະມັດຖະພາບ ໃຫ້ຜະລິດອາວຸດໄດ້ ແຕ່ພວກນັກວິເຄາະບາງຄົນເຊື່ອວ່າ ຍັງມີຊ່ອງທາງເປັນໄປໄດ້ຢູ່ສຳ ລັບບັນດາປະເທດຕາເວັນຕົກທີ່ຈະຊັກຊວນໃຫ້ພວກຜູ້ນຳອີຣ່ານປະຖິ້ມຄວາມມັກໃຫຍ່ໄຝ່ ສູງທາງດ້ານນິວເຄລຍຂອງພວກເຂົາເຈົ້າ ຕາມທີ່ໄດ້ມີການກ່າວຫານັ້ນ. Al Pessin ຜູ້ ສື່ຂ່າວວີໂອເອມີລາຍງານກ່ຽວກັບເລື່ອງນີ້

ພວກ​ເຈົ້າໜ້າ​ທີ່​ອີຣ່ານ​ໄດ້​ກ່າວ​ຢ່າງ​ເປັນ​ການ​ທ້າ​ທາຍ​ກ່ຽວ​ກັບ​ສິດທິ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ການ
ສ້າງ​ອາວຸດ​ນິວ​ເຄລຍ ​ແຕ່​ຂະນະ​ດຽວ​ກັນ​ກໍ​ເວົ້າວ່າ ຕົນ​ບໍ່ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ດຳ​ເນີນ​ການ​ດັ່ງ
ກ່າວ.

ແຕ່​ພວກ​ນັກ​ຊ່ຽວຊານ​ກ່າວ​ວ່າ ອີຣ່ານພວມ​ໃຊ້​ເຄື່ອງ​ຈັກ​ຄື​ກັບ​ທີ່​ເຫັນຢູ່​ໃນ​ວີ​ດີ​ໂອ​ນີ້​ ເພື່ອ​ກັ່ນ
ສ່ວນ​ປະກອບທີ່​ສຳຄັນ​ສຳລັບ​ເຮັດ​ອາວຸດ​ນິວ​ເຄລຍກໍ​ຄື​ທາດ​ຢູ​ເຣນຽມນັ້ນ ​ໃຫ້​ໄດ້ເກຣດທີ່​ບໍລິ
ສຸດສຳລັບເຮັດ​ອາວຸດ.

ຫຼັງຈາກ​ພວກລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ​ໄດ້​ຕົກລົງ​ກັນ​ເມື່ອ​ໄວໆ​
ມານີ້ ທີ່ຈະ​ກົດ​ດັນ​ອີຣ່ານ ໂດຍ​ຫ້າມ​ບໍ່​ໃຫ້​ຊື້ນໍ້າມັນ​ຂອງ​ອີຣ່ານນັ້ນ ຫົວໜ້າ​ນະໂຍບາຍ​ການ
ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ທ່ານ​ນາງ Catherine Ashton ​ໄດ້​ກ່າວ​ເຍາະ​ເຍີ້ຍ
ຕໍ່​ການ​ກ່າວ​ອ້າງ​ຂອງ​ອີຣ່ານ ທີ່​ວ່າ​ໂຄງການ​ນິວເຄລຍຂອງ​ຕົນ​ມີ​ຈຸດປະສົງ​ໃນ​ທາງ​ສັນຕິ​ນັ້ນ.

ທ່ານ​ນາງ Ashton ​ເວົ້າວ່າ “ຖ້າ​ພວກ​ທ່ານ​ຫາກ​ເບິ່ງ​ໄປ​ຍັງ​ທາດ​ຢູ​ເຣນຽມ ​ທີ່​ມີ​ການ​
ກັ່ນ​ໃນ​ລະດັບ​ຕໍ່າທີ່​ອີຣ່ານມີ​ຢູ່​ນັ້ນ ທ່ານ​ກໍຈຳ​ເປັນ​ຕ້ອງຖາມ ​ຄໍາ​ຖາມ​ງ່າຍໆ​ວ່າ ມັນ​
ໃຊ້​ສຳ​ລັບຫຍັງ? ​ແຕ່​ເມື່ອ​ຂ້າພະ​ເຈົ້າຖາມ​ຄຳ​ຖາມ​ດັ່ງກ່າວ​ຊໍ້າແລ້ວ​ຊໍ້າ​ອີກ​ນັ້ນ ຂ້າ
ພະ​ເຈົ້າກໍ​ບໍ​ໄດ້​ຮັບ​ຄຳ​ຕອບ​ຫຍັງເລີຍ.”

ທ່ານ Mark Fitzpatrick ທີ່​ສະ​ຖາ​ບັນ​ການ​ສຶກສາ​ຍຸດ​ທະ​ສາດ​ນາໆ​ຊາດ​ ທີ່​ກຸງລອນ​ດອນ​
ກ່າວ​ວ່າ ອີຣ່ານ​ໄດ້​ພາ​ໂຕ​ເອງ​ມາ​ເຖິງ​ຈຸດ​ທີ່​ຈະ​ສ້າງ​ລະ​ເບີດ​ນິວ​ເຄລຍແຕ່ບໍ່​ແມ່ນ​ໃນ​ເວລາ​ນີ້.

ທ່ານ Fitzpatrick ​ເວົ້າວ່າ “ຖ້າ​ອີຣ່ານຫາກ​ຢາກ​ສ້າງ​ອາ​ວຸດ​ນິວ​ເຄລຍ ຂ້າພະເຈົ້າ
ຍັງ​ຄິດ​ວ່າ ອີຣ່ານຈະຕ້ອງ​ໄດ້​ໃຊ້​ເວລາ​ຫຼາຍກວ່າ​ນຶ່ງ​ປີ ຈຶ່ງ​ຈະເຮັດ​ໄດ້.”

ມີ​ລາຍ​ງານ​ວ່າ ​ໂຄ​ງການນິ​ວ​ເຄລຍ​ຂອງ​ອີຣ່ານ​ແມ່ນ​ມີ​ຢູ່​ຕາມ​ສະຖານ​ທີ່​ຕ່າງໆຄື​ທີ່ເຫັນຢູ່​ໃນ
ຮູບ​ຖ່າຍ​ທາງ​ດາວ​ທຽມ ທີ່ໄດ້ນຳ​ອອກ​ເຜີຍ​ແຜ່ໂດຍພວກ​ຝ່າຍ​ຄ້ານກຸ່ມ​ນຶ່ງ​ຂອງ​ອີຣ່ານ​ໃນ​ສະ
ຫະລັດ. ​ແຕ່​ພວກ​ນັກ​ຊ່ຽວຊານ​ກ່າວ​ວ່າ ສິ່ງ​ທີ່​ໜ້າ​ເປັນ​ຫ່ວງແທ້ໆ​ນັ້ນກໍ​ຄື​ ໃນ​ເວລາ​ນີ້ອີຣ່ານ
ສາມາດ​ກັ່ນ​ທາດ​ຢູ​ເຣນຽມ ​ໄດ້​ໄວ​ຂຶ້ນ​ ​ໃນເກຣດຫລື​ຄຸນ​ນະພາ​ບ​ທີ່​ສູງ​ຂຶ້ນແລະ​ກໍາລັງ​ພະຍາ
ຍາມ​ຫລາຍຂຶ້ນ​ເພື່ອ​ຫາ​ທາງເຊື່ອງ​ສະຖານ​ທີ່​ນິວ​ເຄຼຍຂອງ​ຕົນ.

ທ່ານ Fitzpatrick ​ເວົ້າວ່າ “ອີຣ່ານ​ໄດ້​ຍົກຍ້າຍ​ບາງ​ສ່ວນຂອງ​ວຽກ​ງານກັ່ນ​ທາດ​ຢູ​
ເຣນຽມ​ຂອງ​ຕົນ ​ໄປ​ຍັງ​ສະຖານ​ທີ່​ມີ​ການ​ປ້ອງ​ກັນ​ເປັນ​ຢ່າງ​ດີ ​ຢູ່​ພູ Fordo ​ໃກ້ໆ
ເມືອງ Qom ຫົວ​ເມືອງ​ສັກສິດ​ຂອງ​ຊາວ​ຊີໄອ​ທ໌. ​ເວລາໃດ ການກັ່ນ​ທາດ​ຢູ​ເຣ
ນຽມ​ໄດ້​ເລີ່​ມຂຶ້ນ ຢູ່ຕາມ​ສະຖານ​ທີ່ໆ​ຕັ້ງຢູ່​ຂ້າງ​ໃນພູ​ດັ່ງກ່າວ​ແລ້ວ ມັນກໍ​ເປັນ​ການ​
ຍາກ​ຫຼາຍທີ່​ຈະ​ທຳ​ການ​ໂຈມ​ຕີ​ແບບ​ທຳ​ມະ​ດາ​ໄດ້.”

ພວກ​ເຈົ້າໜ້າ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ກ່າວ​ວ່າ ຕົນ​ບໍ່​ຕ້ອງການເອົາ​ບາດກ້າວ​ທາງ​ທະຫານ​ເພື່ອ​
ຂັດຂວາງ​ບໍ່​ໃຫ້​ອີຣ່ານສາມາດ​ຜະລິດ​ອາວຸດນິວ​ເຄລຍ​ໄດ້ນັ້ນ.

ແຕ່​ພວກເຂົາ​ເຈົ້າ​ກໍຍັງ​ເປີດ​ກວ້າງ ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ເລື່ອງ​ນີ້ດັ່ງທີ່ປະທານາທິບໍດີ​
ສະຫະລັດທ່ານບາຣັກ ​ໂອ​ບາ​ມາໄດ້​ກ່າວໃນຄຳ​ປາ​ໄສ​ຂອງ​ທ່ານຕໍ່​ລັດຖະສະພາ​ແລະ​ປະ​ເທດ
ຊາດ​ ​ໃນ​ແລງ​ວັນ​ອັງຄານ​ແລ້ວ​ນີ້​.

ປະທານາທິ​ບໍດີ​ໂອ​ບາ​ມາ​ເວົ້າວ່າ “ຈົ່ງ​ຢ່າ​ໄດ້​ມີ​ຄວາມ​ສົງ​ໄສ​ໃດໆ​ເລີຍ​ໃນ​ເລື່ອງນີ້: ສະ
ຫະລັດແມ່ນມີ​ຄວາມ​ໝາຍ​ໝັ້ນຕັ້ງ​ໃຈ​ທີ່​ຈະ​ປ້ອງ​ກັນບໍ່​ໃຫ້​ອີຣ່ານ​ໄດ້​ມາ​ຊຶ່ງ​ອາວຸດ​ນິວ
ເຄລຍ ​ແລະ​ຂ້າພະ​ເຈົ້າຈະ​ບໍ່​ຍົກ​ເວັ້ນທາງ​ເລືອກໃດໆ​ທີ່​ມີ​ຢູ່ເພື່ອໃຫ້ບັນລຸ​ເປົ້າໝາຍ
ດັ່ງກ່າວ​ນີ້."

ທ່ານນາງ Catherine Ashton
ທ່ານນາງ Catherine Ashton

ແຕ່​ປະທານາທິບໍດີີ​ໂອ​ບາ​ມາ​ກໍ​ໄດ້ກ່າວ​ຕື່ມ​
ຢ່າງ​ໄວວາ​ວ່າຖ້າ​ອີຣ່ານຫາກ​ຢຸດ​ເຊົາແຜນ
ການ ​ສ້າງ​ອາວຸດ​ນິວ​ເຄລຍ ຕາມ​ທີ່​ມີ​ການ
ສົງ​ໄສ​ກັນນັ້ນ ​ແລະ​ອະນຸຍາດ​ ໃຫ້ຄະນະ
ກວດການາໆ​ຊາດ​ເຂົ້າ​ໄປ​ພິສູດ​ເບິ່ງອີຣ່ານ
ກໍສາມາດກັບ​ຄືນ​ເຂົ້າມາຮ່ວມ​ປະຊາ​ຄົມນາ
ນາ​ຊາດ​ໄດ້​ອີກ.

ອົງການ​ພະລັງງານ​ປະລະມານູສາກົນ​ພວມ
ສົ່ງ​ຄະນະ​ຜູ້​ແທນ​ຈຸນຶ່ງ ​ໄປ​ຍັງ​ອີຣ່ານ ​ເພື່ອ
ເປີດ​ການ​ເຈລະຈາ​ຄືນ​ໃໝ່. ທີ່​ສຳນັກງານ​ຜູ້
ຕາງໜ້າ​ຂອງ​ສະຫະລັດ ​ປະຈຳອົງການ​ພະ
ລັງງານ​ປະລະມານູສາກົນ ​ທີ່​ນະຄອນວຽນ
ນາ ປະ​ເທດ​ອອສ​ເຕຣຍ ທ່ານ​ນາງ Jennifer Hall-Godfrey ກ່າວ​ຕໍ່​ວີ​ໂອ​ເອຜ່ານ​ທາງ
Skype ວ່າ ການ​ເຈລະຈາ​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ໂອກາດ​ອີກ​ອັນ​ນຶ່ງ​ ເພື່ອ​ຫຼີກລ່ຽງ​ບໍ່​ໃຫ້​ມີ​ການ​
ລົງ​ໂທດ​ເພີ່ມ​ຕື່ມ ​ຫຼືການ​ປະຕິບັດ​ງານ​ທາງ​ທະຫານທີ່​ອາດ​ມີ​ຂຶ້ນນັ້ນ.

ທ່ານ​ນາງ Godfrey ​ເວົ້າວ່າ “ຜູ້ອຳນວຍ​ການ​ຂອງ​ອົງການ​ພະລັງງານ​ປະລະມາ​ນູ
ສາກົນ​ໄດ້​ຮ້ອງ​ຂໍ​ໃຫ້​ເປີດ​ການ​ພົບ​ປະສົນທະນາ​ແບບ​ສ້າງສັນ ແລະ​ພວກ​ເຮົາ​ຍັງ​
ຕ້ອງການ​ຢາກ​ຈະ​ເຫັນ​ວ່າມັນ​ເປັນ​ໂອ້​ລົມ​ທີ່​ມີ​ແກ່ນສານບໍ່​ແມ່ນ​ເປັນ​ພຽງ​ການ​ໂອ້​
ລົມ ອີກ​ເທື່ອ​ນຶ່ງ​ກ່ຽວ​ກັບ​ວັນ​ເວລາ​ຂອງ​ການ​ເຈລະຈາ ແຕ່​ເປັນ​ການ​ເລີ່​ມຕົ້ນຢ່າງ
ແທ້​ຈິງ​ ເພື່ອ​ຕອບ​ຄຳ​ຖາມແລະ​ບັນຫາ​ຕ່າງໆ ທີ່​ທາງ​ອົງການ​ພະລັງງານ​ປະລະ
ມານູສາກົນ​ໄດ້​ສົ່ງ​ໄປ​ໃຫ້​ນັ້ນ."

ພວກ​ນັກວິ​ເຄາະ​ກ່າວ​ວ່າ ພວກຕົນ​ເຊື່ອ​ວ່າ​ ຍັງ​ສາມາດທີ່​ຈະເກ້​ຍກ່ອມ​ພວກ​ຜູ້ນຳ​ຂອງ​ອີຣ່ານ
ໄດ້​ຢູ່ເພື່ອບໍ່​ໃຫ້​ສ້າງ​ອາວຸດນິວ​ເຄລຍນັ້ນ ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ​ເວົ້າວ່າ ມັນ​ອາດ​ເປັນ​ໄປ​ໄດ້
ທີ່​ຈະ​ບໍ່​ສາມາດ​ຢຸດ​ເຊົາ​ອີຣ່ານ​ ​ແມ່ນ​ແຕ່ດ້ວຍ​ການໂຈມ​ຕີ​ທາງ​ທະຫານ ຖ້າ​ອີຣ່ານຫາກ​ຕັດສິນ​
ໃຈ​ທີ່​ຈະ​ດຳ​ເນີນ​ການ​ຕໍ່​ໄປ​ກ່ຽວ​ກັບ​ເລື່ອງ​ນີ້.

XS
SM
MD
LG