ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະປະຊາຊາດ ຍັງມີວຽກຂວາງໜ້າຢູ່ຫລາຍ ໃນການຮັບມືກັບອີຣ່ານ


ທ່ານ Herman Nackaerts ຫົວໜ້າອົງການກວດກາພະລັງນີວເຄລຍຂອງ
ສະຫປະຊາຊາດ ຫລື IAEA.
ວັນທີ 1 ກຸມພາ 2012.
ທ່ານ Herman Nackaerts ຫົວໜ້າອົງການກວດກາພະລັງນີວເຄລຍຂອງ ສະຫປະຊາຊາດ ຫລື IAEA. ວັນທີ 1 ກຸມພາ 2012.

ຫົວໜ້າ​ກວດກາ​ອົງການ​ພະລັງ​ນີວ​ເຄລຍສະຫະ​ປະຊາ​ຊາດ ກ່າວ​ວ່າ ຍັງ​ມີ​ວຽກ​ຂວາງ​ໜ້າ​ຫລາຍ​ຢູ່ທີ່​ຈະ​ຕ້ອງ​ໄດ້​ເຮັດ​ກ່ອນກັບ​ອີຣ່ານ ຫລັງ​ຈາກ​ທໍາ​ການ​ໂອ້​ລົມ​ສົນທະນາ​ຢ່າງ​ຂຸ້ນຂ້ຽວ​ເປັນ​ເວລາ 3 ມື້​ກ່ຽວ​ກັບໂຄງການ​ພະລັງ​ປະລະມະ​ນູຂອງ​ອີຣ່ານນັ້ນ.

ທ່ານ Herman Nackaerts ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ທັງ​ສອງ​ຝ່າຍ​ຕ່າງກໍ​ອ້າງ​ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງ​ຕົນ​ໃນ​ການ​ແກ້​ໄຂ​ປະ​ເດັນ​ຕ່າງໆ ທີ່​ຍັງ​ຕົກລົງ​ກັນ​ບໍ່​ທັນ​ໄດ້ ​ແລະ​ວ່າ​ ພວກ​ນັກ​ກວດກາ​ໄດ້​ວາງ​ແຜນ​ໄວ້ ແລ້ວ​ທີ່​ຈະ​ເດີນທາງ​ໄປ​ຍັງ​ອິຣ່ານອີກ​ໃນ​ອະນາ​ຄົດ​ໃກ້ໆ​ນີ້.

ພວກ​ນັກ​ກວດກາ​ຂັ້ນ​ອາວຸ​ໂສ​ທີ​ມນຶ່ງ​ທີ່​ມີ 6 ຄົນ​ ຂອງ​ອົງການ​ກວດ​ພະລັງ​ປະລະມະ​ນູສາກົນ​ໄດ້​ພົບ​ປະກັນ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ອີຣ່ານກ່ຽວ ຄວາມ​ລະ​ແວງ​ສົງ​ໄສ​ເລື້ອງ​ໂຄງການ​ຫລອມ​ທາດ​ຢູ​ເຣນຽມ​ຂອງ​ອີຣ່ານ ວ່າ​ມີ​ວັດຖຸ​ປະສົງ​ເພື່ອ​ຜະລິດ​ອາວຸດ​ນີວ​ເຄລຍ ​ແຕ່​ທາງ​ອີຣ່ານກ່າວ​ວ່າ ໂຄງການ​ຂອງ​ຕົນ​ແມ່ນ​ມີ​ວັດຖຸ​ປະສົງ​ເພື່ອ​ຜະລິດ​ໄຟຟ້າ​ເທົ່າ​ນັ້ນ.

ໃນ​ວັນ​ອັງຄານ​ວານ​ນີ້ ອີຣ່ານ​ໄດ້​ບັນ​ລະ​ຍາຍ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ໄດ້​ດໍາ​ເນີນ​ໄປ​ໃນ​ທາງ​ເສີມ​ສ້າງ. ສື່​ມວນ​ຊົນ​ອີຣ່ານ​ແຈ້ງ​ໃຫ້​ຊາບ​ວ່າ ພວກ​ນັກ​ກວດກາ​ບໍ່​ໄດ້​ໄປ​ຢ້ຽມຢາມ​ສະຖານ​ທີ່​ນີວ​ເຄລຍ​ໃດໆ​ຂອງ​ຕົນ ໂດຍ​ກ່າວ​ວ່າ ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ພຽງ​ແຕ່​ເລື້ອງ​ເຕັກນິກ ແລະ​ດ້ານ​ກົດໝາຍ​ເທົ່າ​ນັ້ນ.

ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້ ອີຣ່ານ​ໄດ້​ກ່າວ​ອອກ​ມາ​ເລື້ອຍໆ​ວ່າ ຕົນ​ຕຽມ​ພ້ອມ​ທີ່​ຈະ​ຟື້ນ​ການ​ໂອ້​ລົມ​ສົນທະນາ​ກັນ​ຄືນ​ອີກກັບ​ພວກ​ມະຫາ​ອໍານາດ​ຂອງ​ໂລກ ອັນ​ເປັນ​ການ​ໂອ້​ລົມ​ສົນທະນາ​ກັນ ​ທີ່ໄດ້​ໂຈະມາ​ໄດ້ປີ​ປາຍຜ່ານ​ມາ​ແລ້ວ​ນັ້ນ.

ໃນ​ຂະນະ​ດຽວ​ກັນ ພວກ​ສະມາຊິກ​ລັດຖະສະພາຂອງ​ສະຫະລັດ​ໄດ້​ສະ​ເໜີ​ທໍາ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ທີ່​ເຂັ້ມ​ງວດ​ຂຶ້ນ​ຕໍ່​ອີຣ່ານ ຂະນະ​ທີ່ ບັນດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂັ້ນ​ອາວຸ​ໂສ​ກ່າວ​ວ່າມາດ​ຕະການ​ລົງ​ໂທດ​ຕ່າງໆ ​ໃນ​ປັດຈຸບັນ​ນີ້​ກໍາລັງ​ສົ່ງ​ຜົນ​ກະ​ທົບ.

ພວກ​ສະມາຊິກ​ສະພາ​ທີ່​ກຸງ​ວໍ​ຊິງ​ຕັນ​ເປີດ​ເຜີຍ​ໃຫ້​ຊາບ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງ​ຕົນ​ໃນ​ວັນ​ອັງຄານ​ວານ​ນີ້​ສໍາລັບ​ການ​ລົງ​ໂທດ​ທີ່​ຈະ​ແນ​ເປົ້າ​ໝາຍ​ໃສ່​ພວກ​ບໍລິສັດ​ນໍ້າມັນແລະຂົນ​ສົ່ງ​ທາງ​ທະ​ເລແຫ່ງ​ຊາດຂອງ​ອີຣ່ານ ​ແລະຈໍາກັດ​ຄວາມ​ສາມາດຂອງ​ອີຣ່ານໃນ​ການ​ນຳໃຊ້​ການ​ໃຫ້​ບໍລິການ ດ້ານການ​ທະນາຄານ​ທາງ​ເອ​ເລກໂຕຣນິກນັ້ນ.

XS
SM
MD
LG