ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ເວົ້າວ່າ ຈະບໍ່ມີ ການປ່ຽນແປງໃດໆ ໃນຂໍ້ຕົກລົງ ນິວເຄລຍ


ລັດຖະມົນຕີການຕ່າງປະເທດອີຣ່ານ ທ່ານໂມຮຳໝັດ ຈາວາດ ຊາຣີຟ ທີ່ກອງປະຊຸມ ສະມັດຊາໃຫຍ່ ອົງການ ສປຊ ທີ່ນະຄອນນິວຢອກ. (27 ກັນຍາ 2017)
ລັດຖະມົນຕີການຕ່າງປະເທດອີຣ່ານ ທ່ານໂມຮຳໝັດ ຈາວາດ ຊາຣີຟ ທີ່ກອງປະຊຸມ ສະມັດຊາໃຫຍ່ ອົງການ ສປຊ ທີ່ນະຄອນນິວຢອກ. (27 ກັນຍາ 2017)

ອີຣ່ານໄດ້ເຕືອນວໍຊິງຕັນວ່າ ຂໍ້ຕົກລົງນິວເຄລຍ ລະຫວ່າງເຕຫະຣ່ານ ແລະປະເທດມະ
ຫາອຳນາດ “ແມ່ນເຈລະຈາຄືນໃໝ່ບໍ່ໄດ້.”

ກະຊວງການຕ່າງປະເທດອີຣ່ານ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ອີຣ່ານ “ຈະບໍ່
ຮັບເອົາການປ່ຽນແປງໃດໆ ຢູ່ໃນຂໍ້ຕົກລົງນີ້ ບໍ່ວ່າຈະເປັນໃນປັດຈຸບັນ ຫຼື ອະນາຄົດ”
ແລະຕົນຈະ “ບໍ່ເອົາມາດຕະການໃດໆ ນອກເໜືອໄປຈາກການໃຫ້ຄວາມໝັ້ນໝາຍ ຕໍ່ຂໍ້ຕົກລົງດັ່ງກ່າວ.”

ລັດຖະມົນຕີກະຊວງການຕ່າງປະເທດອີຣ່ານ ທ່ານໂມຮຳເມັດ ຈາວາດ ຊາຣີຟ ກ່າວ ຢູ່ໃນທວີດເຕີ້ວ່າ ການປະກາດຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນ
ວັນສຸກວານນີ້ ທີ່ວ່າທ່ານເຕັມໃຈ ທີ່ຈະໃຫ້ການອະນຸມັດການລົງໂທດຄັ້ງໃໝ່ຕໍ່ອີຣ່ານ
ນັ້ນແມ່ນເປັນ “ຄວາມພະຍາຍາມແບບໝົດຫວັງທີ່ຈະບ່ອນທຳລາຍຕໍ່ຂໍ້ຕົກລົງທີ່ເຂັ້ມ ແຂງຫຼາຍຝ່າຍ.”

ແຕ່ແນວໃດກໍຕາມ ປະທານາທິບໍດີທຣຳໄດ້ຍົກເວັ້ນເປັນເທື່ອທີສາມໃນການລົງໂທດ ຢ່າງໜັກຄັ້ງໃໝ່ຕໍ່ອີຣ່ານ ໃນວັນສຸກວານນີ້ ທີ່ແນໃສ່ເພື່ອກົດດັນ​ໃຫ້ລະບອບ​ປົກຄອງ ເຕຫະຣ່ານ ຢຸດເຊົາການຄົ້ນຄວ້າ​ກ່ຽວກັບ​ອາວຸດ​ນິວ​ເຄລຍ.

ປະທານາທິບໍດີທຣຳກ່າວວ່າ ທ່ານໄດ້ຍົກເວັ້ນການລົງໂທດທາງດ້ານນິວເຄລຍເປັນ
ເທື່ອສຸດທ້າຍ ເພື່ອໃຫ້ເວລາ 120 ວັນ ແກ່ລັດຖະສະພາ ແລະພັນທະມິດ ໃນຢູໂຣບ ປັບປຸງຂໍ້ຕົກລົງດັ່ງກ່າວ ຫຼືບໍ່ດັ່ງນັ້ນແລ້ວ ກໍຈະປະເຊີນກັບການຖອນຕົວຂອງສະຫະ
ລັດອອກຈາກຂໍ້ຕົກລົງດັ່ງກ່າວ.

ຂໍ້ສະເໜີ ຂອງປະທານາທິບໍດີ ເພື່ອ “ໃຫ້ແກ້ໄຂ ຂໍ້ຂາດຕົກບົກຜ່ອງ ຢ່າງຮ້າຍແຮງ”
ແມ່ນຮວມທັງການຕົກລົງຂອງອີຣ່ານ ທີ່ຈະເປີດສະຖານທີ່ທຸກໆແຫ່ງ ໃນທັນທີໃຫ້
ແກ່ຄະນະກວດກາຂອງນາໆຊາດແລະການຄ້ຳປະກັນຈາກເຕຫະຣ່ານວ່າຕົນຈະບໍ່
ສ້າງອາວຸດນິວເຄລຍ.

ອີງຕາມທຳນຽບຂາວແລ້ວ ຂໍ້ຕົກລົງໃໝ່ ໃດໆກໍຕາມ ກັບອີຣ່ານ ຈະຕ້ອງຮວມເອົາ
ເລື່ອງລູກສອນໄຟ ຂີປະນາວຸດ ຂອງ ອີຣ່ານ ແລະການຈຳກັດ ໃນການສ້າງຄວາມ
ກ້າວໜ້າຢ່າງບໍ່ມີກຳນົດ ກ່ຽວກັບໂຄງການນິວເຄລຍ.

ປະທານາທິບໍດີທຣຳກ່າວຢູ່ໃນຖະແຫຼງການວ່າ “ຖ້າຫາກບໍ່ມີການຕົກລົງໃນທຳນອງ
ນີ້ແລ້ວ ສະຫະລັດກໍຈະບໍ່ຍົກເວັ້ນ ການລົງໂທດ ເພື່ອຈະຢູ່ໃນຂໍ້ຕົກລົງນິວເຄລຍກັບ
ອີຣ່ານອີກແລະຖ້າໃນເວລາໃດເວລານຶ່ງທີ່ຂ້າພະເຈົ້າຊັ່ງຊາວ່າຂໍ້ຕົກລົງດັ່ງກ່າວບໍ່ສາ
ມາດບັນລຸກັນໄດ້ ຂ້າພະເຈົ້າຈະຖອນຕົວ ອອກຈາກຂໍ້ຕົກລົງນີ້ໃນທັນທີ.”

ຍິ່ງໄປກວ່ານັ້ນ ກະຊວງການເງິນຂອງສະຫະລັດກໍໄດ້ວາງມາດຕະການລົງໂທດສະ
ບັບໃໝ່ທີ່ແນໃສ່ທຸລະກິດຕ່າງໆແລະສ່ວນບຸກຄົນຂອງອີຣ່ານທີ່ໄດ້ລ່ວງລະເມີດສິດ
ທິມະນຸດ. ພວກເຂົາເຈົ້າໄດ້ທຳການລົງໂທດຕໍ່ 14 ບໍລິສັດ ແລະສ່ວນບຸກຄົນຂອງອີ
ຣ່ານ ຊຶ່ງຜູ້ທີ່ສຳຄັນສຸດກໍໄດ້ແກ່ຫົວໜ້າລະບົບຍຸຕິທຳຂອງປະເທດ ທ່ານ ຊາເດ ອາ
ໂມລີ ລາຣີຈານີ. ກະຊວງການເງິນເວົ້າວ່າ ທ່ານລາຣີຈານີ ພົວພັນກັບ ການລະເມີດ
ສິດທິມະນຸດຢ່າງຮ້າຍແຮງ ຕໍ່ປະຊາຊົນຊາວອີຣ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG