ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ໄດ້ກ່າວໃນວັນອັງຄານວານນີ້ ວ່າ
ປະເທດຂອງທ່ານ ປະສົງທີ່ຈະປະຕິບັດຕາມ ສັນຍາສາກົນ ປີ 2015 ກ່ຽວກັບ ໂຄງການ ນິວເຄລຍ ຂອງຕົນ ແຕ່ຖ້າວ່າ ສະຫະລັດ ສືບຕໍ່ “ຂົ່ມຂູ່ ແລະ ໃຊ້ມາດຕະການລົງໂທດ”
ແລ້ວ ອີຣ່ານອາດຈະຟື້ນຟູກິດຈະກຳດ້ານນິວເຄລຍຂອງຕົນ ຄືນໃໝ່ໄດ້ຢ່າງວ່ອງໄວ
ໃຫ້ຢູ່ໃນລະດັບທີ່ສູງຂຶ້ນກວ່າເກົ່າ ກ່ອນຂໍ້ຕົກລົງຈະມີຜົນບັງຄັບໃຊ້.
ໃນການກ່າວຖະແຫລງ ຕໍ່ບັນດາສະມາຊິກສະພາ ທີ່ອອກອາກາດທາງໂທລະພາບ
ນັ້ນ ທ່ານ Rouhani ໄດ້ກ່າວວ່າ ສະຫະລັດ ບໍ່ແມ່ນ “ພາຄີທີ່ດີ.”
ທ່ານ Rouhani ໄດ້ກ່າວຕື່ມວ່າ “ພວກຜູ້ຄົນທີ່ພະຍາຍາມ ຈະກັບຄືນໄປຫາ ຖ້ອຍ
ຄຳຂົ່ມຂູ່ ແລະ ມາດຕະການລົງໂທດ ແມ່ນຕົກເປັນນັກໂທດແຫ່ງຄວາມເພີ້ຝັນ ທີ່ ຜ່ານມາຂອງພວກເຂົາເຈົ້າເອງ. ພວກເຂົາເຈົ້າ ກີດກັນພວກເຂົາເອງ ຈາກຜົນ
ປະໂຫຍດ ຂອງການມີສັນຕິພາບ.”
ອີຣ່ານ ຄັດຄ້ານຕໍ່ມາດຕະການລົງໂທດດ້ານເສດຖະກິດ ຊຸດໃໝ່ ທີ່ປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ໄດ້ລົງນາມເມື່ອຕົ້ນເດືອນນີ້ ຕໍ່ບຸກຄົນທີ່ກ່ຽວຂ້ອງກັບ
ໂຄງການລູກສອນໄຟຂີປະນາວຸດຂອງອີຣ່ານ ແລະ ຕໍ່ໜ່ວຍພິທັກປະຕິວັດຂອງຕົນ
ຊຶ່ງໄດ້ມີຂຶ້ນ ເພື່ອເປັນການຕອບໂຕ້ ຕໍ່ການທົດລອງຍິງລູກສອນໄຟຂີປະນາວຸດ
ຂອງອີຣ່ານ.
ທັງສອງປະເທດ ຕ່າງກໍກ່າວວ່າ ການກະທຳຂອງອີກຝ່າຍນຶ່ງລະເມີດຕໍ່ຈິດໃຈ ຂອງ
ສັນຍາ ນິວເຄລຍ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki
Haley ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ອີຣ່ານ ຈະບໍ່ໄດ້ຮັບອະນຸຍາດ
ໃຫ້ນຳໃຊ້ຂໍ້ຕົກລົງນິວເຄລຍ ເພື່ອເຮັດໃຫ້ໂລກເປັນໂຕປະກັນ. ອີຣ່ານ ບໍ່ວ່າຈະຢູ່
ໃນສະຖານະພາບໃດ ກໍຕາມ ບໍ່ຄວນອະນຸຍາດໃຫ້ ມີອາວຸດນິວເຄລຍໄດ້. ແຕ່
ຫາກວ່າ ໃນເວລາດຽວກັນ ພວກເຮົາຍັງຈະຕ້ອງສືບຕໍ່ຖືວ່າອີຣ່ານເປັນຜູ້ຮັບຜິດ
ຊອບຕໍ່ການຍິງລູກສອນໄຟ ການສະໜັບສະໜູນກຸ່ມກໍ່ການຮ້າຍ ການບໍ່ເອົາໃຈ
ໃສ່ໃນການປະຕິບັດສິດທິມະນຸດ ແລະການລະເມີດຕໍ່ມະຕິສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ຂອງຕົນນັ້ນ.”
ທ່ານນາງກ່າວອີກວ່າ ຂໍ້ຕົກລົງນິວເຄລຍ ຕ້ອງບໍ່ຄວນໃຫ້ກາຍເປັນ “ຄວາມລົ້ມແຫຼວ
ທີ່ໃຫຍ່ເກີນໄປ.”
“ສຳລັບ ທ່ານເລຂາທິການໃຫຍ່ ແລ້ວ ຂ້າພະເຈົ້າຄິດວ່າ ທ່ານກຳລັງພິຈາລະນາ
ເບິ່ງແຜນການປະຕິບັດງານຮ່ວມຮອບດ້ານນ ອັນເປັນນຶ່ງໃນຄວາມສຳເລັດ ດ້ານ
ການທູດທີ່ຍິ່ງໃຫຍ່ຂອງພວກເຮົາ ໃນການຊອກສະແຫວງຫາສັນຕິພາບ ແລະ
ຄວາມໝັ້ນຄົງ ຮ່ວມກັນ” ນັ້ນແມ່ນຄຳເວົ້າຂອງ ໂຄສົກທ່ານ Antonio Guterres
ເລຂາທິການໃຫຍ່ ສະຫະປະຊາດ ທີ່ໄດ້ກ່າວໃນການຕອບຄຳຖາມ ຂອງບັນດາ
ນັກຂ່າວ. ທ່ານກ່າວອີກວ່າ “ແລະພວກເຮົາຕ້ອງເຮັດທຸກສິ່ງທຸກຢ່າງ ທີ່ພວກເຮົາ
ສາມາດເຮັດ ເພື່ອຮັກສາມັນໄວ້.”