ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳ​ຫຼວດ​ສິນ​ທຳ​ ຂອງ​ອີ​ຣ່ານ ອາດ​ຖືກ​ຍຸບ​ແລ້ວ ແຕ່​ຍັງ​ບໍ່​ທັນ​ມີ​ການ​ປະ​ກາດ​ ຂອງ​ເຈົ້າ​ໜ້າ​ທີ່


ແຟ້ມ - ​ຮູບນີ້ ​ຖ່າຍ​ໂດຍ​ສ່ວນ​ບຸກ​ຄົນ ທີ່​ບໍ່​ໄດ້​ພົວ​ພ​ັນ​ກັບ​ອົງ​ການ​ຂ່າວ​ເອ​ພີ ແລະ​ໄດ້​ຮັບ​ໂດຍ​ອົງ​ການ​ຂ່າວ​ເອ​ພີ ຢູ່ນອກ​​ອີ​ຣ່ານ - ​ການ​ປະ​ທ້ວ​ງຂອງ​ຊາວ​ອີ​ຣ່ານ ກ່ຽວ​ກັບ​ການ​ເສ​ຍ​ຊີ​ວິດ​ຂອງ​ນາງ​ມາ​ຊາ ອາ​ມີ​ນີ ຫຼັງ​ຈາກ​ຖືກ​ຈັບ​ ໂດຍ​ຕຳ​ຫຼວດ​ສິນ​ທຳ ທີ່​ເຕ​ຫະ​ຣ່ານ 1 ຕຸ​ລາ 2022 .
ແຟ້ມ - ​ຮູບນີ້ ​ຖ່າຍ​ໂດຍ​ສ່ວນ​ບຸກ​ຄົນ ທີ່​ບໍ່​ໄດ້​ພົວ​ພ​ັນ​ກັບ​ອົງ​ການ​ຂ່າວ​ເອ​ພີ ແລະ​ໄດ້​ຮັບ​ໂດຍ​ອົງ​ການ​ຂ່າວ​ເອ​ພີ ຢູ່ນອກ​​ອີ​ຣ່ານ - ​ການ​ປະ​ທ້ວ​ງຂອງ​ຊາວ​ອີ​ຣ່ານ ກ່ຽວ​ກັບ​ການ​ເສ​ຍ​ຊີ​ວິດ​ຂອງ​ນາງ​ມາ​ຊາ ອາ​ມີ​ນີ ຫຼັງ​ຈາກ​ຖືກ​ຈັບ​ ໂດຍ​ຕຳ​ຫຼວດ​ສິນ​ທຳ ທີ່​ເຕ​ຫະ​ຣ່ານ 1 ຕຸ​ລາ 2022 .

ໄອ​ຍະ​ການຂອງ​ອີ​ຣ່ານ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ເຕ​ຫະ​ຣ່ານ​ໄດ້​ຍຸບ​ຕຳ​ຫຼວດ​ສິນ​ທຳ​ຂອງ​ປະ​ເທດ​ແລ້ວ ແຕ່​ແນວ​ໃດ​ກໍ​ຕາມຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ກະ​ຊວງ​ພາຍ​ໃນ ຊຶ່ງ​ເປັນ​ຜູ້​ຄວບ​ຄຸມ​ນຳ​ພະ​ແນກ​ການ​ຂອງ​ຕຳ​ຫຼວດເທື່ອ.

ໄອ​ຍະ​ການຂອງ​ອີ​ຣ່ານ ທ່ານ​ໂມ​ຮຳ​ໝັດ ຈາ​ຟາ ມອນ​ຕາ​ເຊ​ຣີ (Mohammad Jafar Montazeri) ໄດ້​ທຳ​ການ​ປະ​ກາດ​ ກ່ຽວ​ກັບ​ການ​ລຶບ​ລ້າງ​ຕຳ​ຫຼວດ​ສິນ​ທຳ ແຕ່​ສື່ມວນ​ຊົນ​ຂອງ​ທາງ​ການ​ອີ​ຣ່ານ ກ່າວ​ວ່າ ທ່ານ​ບໍ່​ໄດ້​ເປັນ​ຜູ້​ຮັບ​ຜິດ​ຊອບ ໃນ​ການ​ຄວບ​ຄຸມ​ກຳ​ລັງ​ຕຳ​ຫຼວດ​ດັ່ງ​ກ່າວ.

ການ​ກະ​ທຳ​ຂອງ​ຕຳ​ຫຼວດ​ສິນ​ທຳແມ່ນ​ເປັນ​ຈຸດ​ສູນ​ກາງ​ໃນ​ການ​ປະ​ທ້ວງຮ້າຍ​ແຮງ​ທີ່​ມີ​ມາ​ເປັນ​ເວ​ລາ​ສອງ​ເດືອນກວ່າໆ ໃນ​ທົ່ວ​ປະ​ເທດ ຫຼັງ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ນາງ​ມາ​ຊາ ອາ​ມີ​ນີ ອາ​ຍຸ 22 ປີ ໃນ​ກາງ​ເດື​ອນ​ກັນ​ຍາ​ຜ່ານ​ມາໃນ​ຂະ​ນະ​ທີ່​ນາງ​ຖືກ​ຄວບ​ຄຸມ​ຕົວ ຫຼັງ​ຈາກ​ພວກ​ເຂົາ​ໄດ້​ຈັບ​ນາງ ຍ້ອນ​ຖື​ກກ່າວ​ຫາ​ວ່າ ໃສ່​ຜ້າ​ປົກ​ຫົວຫຼື​ຮີ​ຈາບ​ທີ່​ບໍ່​ເໝາະ​ສົມ.

ການ​ປະ​ທະ​ກັນ​ລະ​ຫວ່າງ​ພວກ​ປະ​ທ້ວງ ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ອີ​ຣ່ານ​ໄດ້​ລະ​ເບີດ​ຂຶ້ນ​ຢູ່​ຕາມ​ຫົວ​ເມື​ອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ໂດຍ​ທີ່​ອີ​ຣ່ານ​ຮັບ​ຮູ້​ໃນ​ອາ​ທິດ​ແລ້ວນີ້​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍກວ່າ 300 ຄົນ ​ໃນ​ຄວາມ​ວຸ້ນ​ວາຍ​ດັ່ງ​ກ່າວ ຊຶ່ງ​ສ່ວນ​ໃຫຍ່ແລ້ວ ແມ່ນ​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ ແຕ່​ເຕ​ຫະ​ຣ່ານ​ກໍເວົ້າ​ວ່າ ​ມີ​ເຈົ້າ​ໜ້າທີ່​ຫຼາຍ​ສິບ​ຄົນ​ເສຍ​ຊີ​ວິດເຊັ່ນ​ດຽວ​ກັນ.

ຕຳ​ຫຼວດ​ສິນ​ທຳ ນັບ​ເປັນ​ເວ​ລາ​ຫຼາຍໆ​ປີ​ມາ​ແລ້ວ ໄດ້​ທຳ​ການ​ລາດ​ຕະ​ເວນ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ສາຍ​ຕ່າງໆ​ໃນ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານແລະ​ແຫ່ງ​ອື່ນໆ​ຂອງ​ປະເທດ​ ເພື່ອ​ຊອກ​ຫາ​ພວກ​ທີ່​ລ່ວງ​ລະ​ເມີດ ສ່ວນ​ຫຼາຍ​ແລ້ວ​ຈະ​ແມ່ນ​ພວກ​ແມ່​ຍິງ ຕໍ່​ລະ​ບຽບ​ນຸ່ງ​ເຄື່ອງ​ທີ່​ເຄັ່ງ​ຄັດ​ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ສາ​ສະ​ໜາ​ພິ​ຈາ​ລະ​ນາ​ວ່າ​ເໝາະ​ສົມ​ພາຍ​ໃຕ້​ຄຳ​ສັ່ງ​ຂອງ​ສາ​ສະ​ໜາ​ອິ​ສ​ລາມ.

ໃນ​ອາ​ທິດ​ແລ້ວນີ້ ນາຍ​ພົນ​ຈັດ​ຕະ​ວາ ອາ​ມິ​ຣາ​ລີ ຮາ​ຈີ​ຊາ​ເດ (Amirali Haji-zadeh) ຈາກ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ ກ່າວ​ຢູ່​ໃນ​ວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ ເມີ (Mehr) ໂດຍ​ເວົ້າ​ວ່າ “ທຸກໆ​ຄົນ​ຢູ່​ໃນ​ປະ​ເທດ​ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ນາງ​ຄົນ​ນີ້. ທ່ານ​ກ່າວ​ວ່າ “ລູກ​ຊາຍ​ທີ່​ດີ​ທີ່​ສຸດ​ຂອງ​ປະ​ເທດ” ຈຳ​ນວນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ກໍ່​ຈະ​ລາ​ຈົນ.

​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ​ຖືກ​ຖາມຢູ່​ໃນ​ລາຍ​ການ “Face the Nation” ຂອງ​ໂທ​ລະ​ພາບ CBS ວ່າ ການ​ລຶບ​ລ້າງ​ຕຳ​ຫຼວດ​ສິນ​ທຳ​ ຈະ​ເຮັດ​ໃຫ້​ການ​ປະ​ທ້ວງ​ຢູ່​ໃນ​ອີ​ຣ່ານ​ສິ້ນ​ສຸດ​ລົງ​ຫຼື​ບໍ່. ທ່ານ​ກ່າວ​ວ່າ “ມັນ​ຂຶ້ນ​ຢູ່​ກັບ​ປະ​ຊາ​ຊົນ​ຊາວ​ອີ​ຣ່ານ. ນີ້​ແມ່ນ​ກ່ຽວ​ກັບ​ພວກ​ເຂົາ​ເຈົ້າ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG