ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ນິ​ລະ​ໂທດ​ກຳ: ສ​ປ​ຊ ຄວນ​ສອບ​ສວນ ການ​ສັງ​ຫານ​ໝູ່​ປີ 1988 ໃນ ອີ​ຣ່ານ


UN Should Investigate 1988 Iran Mass Executions, Says Amnesty
please wait

No media source currently available

0:00 0:02:50 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ຂ່າວນີ້.

ອີ​ຣ່ານ ​ມີ​ຄວາມ​ຜິດ ກ່ຽວ​ກັບ ການກໍ່ອາ​ຊະ​ຍາ​ກຳ​ຕໍ່​ມວນ​ມະ​ນຸດ ສຳ​ລັບ​ການ​ປົກ​ປິດ
ການສັງຫານໝູ່ ພວກນັກໂທດການເມືອງຢ່າງໜ້ອຍ 5,000 ຄົນເມື່ອ 30 ປີກ່ອນ,
ອີງຕາມລາຍງານສະບັບໃໝ່ຈາກອົງການນິລະໂທດກຳສາກົນ.

ກຸ່ມ​ສິດ​ທິ​ມະ​ນຸດ ຢາກ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເປີດກ​ານ​ສອບ​ສວນ ກ່ຽວ​ກັບ
ການສັງຫານ ແລະ ການຫາຍສາບສູນຕ່າງໆໃນປີ 1988 ເຊິ່ງໄດ້ແນເປົ້າໃສ່ພວກຜູ້
ສະໜັບສະໜູນກຸ່ມຝ່າຍຄ້ານ ອີຣ່ານ. ຫຼາຍຄອບຄົວ ຍັງບໍ່ຮູ້ ກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນ
ກັບຄົນຮັກຫອມຂອງເຂົາເຈົ້າ ນັບຕັ້ງແຕ່ໄດ້ຫາຍຕົວໄປ.

ລັດ​ຖະ​ບານ ເຕ​ຫະ​ຣ່ານ ບໍ່​ໄດ້​ຍອມ​ຮັບ​ໃນ​ການ​ສັງ​ຫານ​ຕ່າງໆ, ເປີດ​ເຜີຍ​ວ່າ​ສົບ​ທັງ
ຫຼາຍນັ້ນຢູ່ໃສ ຫຼື ຊະຕາກຳຂອງຜູ້ທີ່ໄດ້ຫາຍສາບສູນໄປນັ້ນ.

ທ່ານ ຄູ​ມີ ໄນ​ດູ (Kumi Naidoo), ເລ​ຂາ​ທິ​ການ​ໃຫ​ຍ່​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​
ໄດ້ກ່າວຕໍ່ວີໂອເອວ່າ “ອາຊະຍາກຳດັ່ງກ່າວ ແມ່ນຍັງມີຢູ່ ແລະ ມີການປະຕິບັດຢູ່
ຈົນກວ່າລັດຖະບານທີ່ຕ້ອງສົງໄສ, ເຊິ່ງແມ່ນ ອີຣ່ານ ນີ້, ຮັບຜິດຊອບສຳລັບສິ່ງທີ່ໄດ້
ເກີດຂຶ້ນກັບຄົນພວກນັ້ນ.”

ຜ່ານ​ການ​ສຳ​ພາດ​ຫຼາຍ​ພັນ​ຄັ້ງ ແລະ ເອ​ກະ​ສານ​ຕ່າງໆ, ອົງ​ການ​ນິ​ລະ​ໂທດ​ກຳ​ໄດ້​
ໃຫ້ລາຍລະອຽດ ກ່ຽວກັບ ວິທີທີ່ນັກເຄື່ອນໄຫວການເມືອງຫຼາຍພັນຄົນທີ່ຖືກຂັງຄຸກ
ນັ້ນ ໄດ້ຖືກສັງຫານ ຫຼື ຫາຍສາບສູນໄປແນວໃດ ລຸນຫຼັງການອອກຄຳສັ່ງ “ຟັດວາ”
ຫຼື ສາສະໜາຂອງອະດີດຜູ້ນຳສູງສຸດ ທ່ານ ຣູໂຮລລາ ໂຄເມນີ.

ຫຼາຍ​ຄົນ​ແມ່ນ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ອົງ​ການປະ​ຊາ​ຊົນ ໂມ​ຈາ​ຮີ​ດິນ​ ແຫ່ງ ອີ​ຣ່ານ
(PMOI), ເຊິ່ງແມ່ນກຸ່ມຕໍ່ຕ້ານນອກກົດໝາຍ ທີ່ມີຖານທີ່ໝັ້ນໃນປະເທດ ອີຣັກ, ເຊິ່ງ
ໃນປີ 1988 ໄດ້ກໍ່ການໃຊ້ອາວຸດຈູ່ໂຈມໃນ ອີຣ່ານ. ໃນຫຼາຍສັບປະດາຕໍ່ມາ, ໃນລະ
ຫວ່າງທ້າຍເດືອນກໍລະກົດ ແລະ ຕົ້ນເດືອນກັນຍາ, ອົງການນິລະໂທດກຳ ໄດ້ກ່າວ
ວ່າ ລະບອບການປົກຄອງດັ່ງກ່າວໄດ້ພະຍາຍາມທີ່ຈະກວາດລ້າງ ພວກຝ່າຍຄ້ານ
ດ້ວຍການສັງຫານໝູ່.

ກຸ່ມ​ຂອງ​ພວກ​ນັກ​ໂທດ​ໄດ້​ຖືກ​ປິດ​ລ້ອມ, ປິດ​ຕາ ແລະ ນຳ​ຕົວ​ໄປ​ໃຫ້​ຄະ​ນະ​ກຳ​ມະ​ການ​
ທີ່ປະກອບມີບັນດາຜູ້ພິພາກສາ, ໄອຍະການ, ນັກສືບລັບ ແລະ ເຈົ້າໜ້າທີ່ຄຸກ. ອົງ
ການນິລະໂທດກຳ ໄດ້ກ່າວວ່າ ການດຳເນີນການດັ່ງກ່າວແມ່ນວ່ອງໄວ ແລະ ກຳນົດ
ເອງໃນຂັ້ນທີ່ຮຸນແຮງ, ແລະ ຜູ້ເຄາະຮ້າຍພຽງແຕ່ໄດ້ຄົ້ນພົບວ່າ ເຂົາເຈົ້າຈະຖືກສັງ
ຫານບໍ່ເທົ່າໃດນາທີ ກ່ອນເຂົາເຈົ້າໄດ້ຖືກນຳຕົວໄປລຽນແຖວຕໍ່ໜ້າຜູ້ຍິງສັງຫານນັກ
ໂທດ ຫຼື ມັດບ້ວງເຊືອກໄວ້ຢູ່ຄໍຂອງເຂົາເຈົ້າ.

ເຈົ້າ​ໜ້າ​ທີ່ຫຼາຍ​ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ ​ມີ​ສ່ວນ​ຮ່ວມ​ໃນ​ຄະ​ນະ​ກຳ​ມະ​ການ​ພວກນີ້ ປັດ​ຈຸ
ບັນແມ່ນມີອຳນາດຢ່າງສູງສົ່ງໃນຄະນະລັດຖະບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG