ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ຂັງຄຸກ ຜູ້ກຳກັບຮູບເງົາທີ່ໄດ້ຊະນະລາງວັນ ໃນຖານ 'ຄວາມໝັ້ນຄົງ', ທະນາຍຄວາມຂອງທ່ານກ່າວ


ແຟ້ມພາບ - ຜູ້ກຳກັບຮູບເງົາຊາວອີຣ່ານ ທ່ານໂມຮາມມາດ ຣາຊູລອຟ (Mohammad Rasoulof) ໃນພາບຖ່າຍ ຂະນະທີ່ທ່ານ ເດີນທາງມາຮອດ ເມື່ອວັນທີ 27 ພຶດສະພາ 2017 ສຳລັບຮູບເງົາເລື້ອງ 'Un Certain Regard' ທີ່ພິທີມອບລາງວັນ ໃນງານມະຫາກຳຮູບເງົາຄານສ໌ ຄັ້ງທີ 70, Cannes Film Festival in Cannes, ຢູ່ພາກໃຕ້ຂອງຝຣັ່ງ.
ແຟ້ມພາບ - ຜູ້ກຳກັບຮູບເງົາຊາວອີຣ່ານ ທ່ານໂມຮາມມາດ ຣາຊູລອຟ (Mohammad Rasoulof) ໃນພາບຖ່າຍ ຂະນະທີ່ທ່ານ ເດີນທາງມາຮອດ ເມື່ອວັນທີ 27 ພຶດສະພາ 2017 ສຳລັບຮູບເງົາເລື້ອງ 'Un Certain Regard' ທີ່ພິທີມອບລາງວັນ ໃນງານມະຫາກຳຮູບເງົາຄານສ໌ ຄັ້ງທີ 70, Cannes Film Festival in Cannes, ຢູ່ພາກໃຕ້ຂອງຝຣັ່ງ.

ສານຂອງອີຣ່ານ ໄດ້ຕັດສິນໂທດຄັງຄຸກຜູ້ສ້າງຮູບເງົາທີ່ມີຊື່ສຽງ ທ່ານໂມຮາມມາດ ຣາຊູລອຟ ໃນຂໍ້ຫາ “ສົມຮູ້ຮ່ວມຄິດຕໍ່ຕ້ານຄວາມໝັ້ນຄົງແຫ່ງຊາດ” ອີງຕາມທ່ານບາບາກ ປາກເນຍ ທະນາຍຄວາມຂອງທ່ານ ໄດ້ກ່າວໃນພຸດວານນີ້ ອົງຕາມລາຍງານຂອງອົງການຂ່າວເອແອຟພີ.

ຮູບເງົາເລື້ອງ “The Seed of the Sacred Fig” ຂອງທ່ານຣາຊູລອຟ ມີກຳນົດສາຍຢູ່ໃນການແຂ່ງຂັນທີ່ສຳຄັນ ຂອງບຸນມະຫາກຳຮູບເງົາທີ່ເມືອງຄານສ໌ ໃນເດືອນນີ້.

ຜູ້ກຳກັບຮູບເງົາ ທີ່ມີອາຍຸ 50 ປີປາຍທ່ານນີ້ ໄດ້ຖືກຕັດສິນລົງໂທດໃຫ້ຕິດຄຸກເປັນເວລາແປດປີ ແຕ່ຈະຮັບໃຊ້ໂທດພຽງ ຫ້າປີເທົ່ານັ້ນ, ທ່ານປາກເນຍ ໄດ້ກ່າວໃນການຂຽນຂໍ້ຄວາມລົງໃນສື່ສັງຄົມ X.

ອີງຕາມທະນາຍຄວາມແລ້ວ ສານອຸທອນ ໄດ້ຢືນຢັນເອົາຕາມຄຳຕັດສິນ ແລະແລະລວມທັງການ “ຂ້ຽນຕີ, ການປັບໃໝ ແລະການຍຶດຊັບສິນນຳດ້ວຍ.”

ທ່ານໄດ້ກ່າວວ່າ ສານໄດ້ພົບເຫັນວ່າ ທ່ານຣາຊູລອຟ ມີຄວາມຜິດ ໃນຂໍ້ຫາ “ການສົມຮູ້ຮ່ວມຄິດຕໍ່ຕ້ານຄວາມໝັ້ນຄົງແຫ່ງຊາດ.”

ສື່ມວນຊົນຂອງທາງການ ໃນອີຣ່ານ ຍັງບໍ່ທັນໄດ້ພິມເຜີຍແຜ່ຄຳຕັດສິນຂອງສານເທື່ອ.

ໃນວັນທີ 30 ເມສາ, ທ່ານປາກເນຍ ໄດ້ກ່າວວ່າ ທາງການຂອງອີຣ່ານ ໄດ້ຮຽກຕົວພວກສະມາຊິກທີມງານ ຜູ້ທີ່ມີສ່ວນກ່ຽວຂ້ອງກັບກອງຖາຍທຳຮູບເງົາ “The Seed of the Sacred Fig” ນັ້ນ ໃຫ້ເຂົ້າມາສອບປາກຄຳ ໂດຍທ່ານກ່າວຕື່ມວ່າ ພວກເຂົາເຈົ້າຢູ່ພາຍໃຕ້ການກົດດັນເພື່ອໃຫ້ຖອນຮູບເງົາອອກຈາກງານບຸນມະຫາກຳຮູບເງົາທີ່ເມືອງຄານສ໌.

ທະນາຍຄວາມກ່າວວ່າ ພວກສະມາຊິກທີມງານບາງຄົນ ໄດ້ຖືກສອບຖາມໃນບໍ່ເທົ່າໃດອາທິດຜ່ານມານີ້ ໃນຂະນະທີ່ ພວກນັກສະແດງກໍຍັງໄດ້ຖືກສອບຖາມເຊັ່ນກັນ ແລະໄດ້ຖືກຫ້າມບໍ່ໃຫ້ອອກໄປຈາກອີຣ່ານ.

ມັນບໍ່ເປັນທີ່ຈະແຈ້ງໃນທັນທີວ່າ ມີຈັກຄົນທີ່ມີສ່ວນກ່ຽວຂ້ອງໃນການຜະລິດຮູບເງົາທີ່ໄດ້ຖືກສອບຖາມ.

ທ່ານຣາຊູລອຟ ໄດ້ຊະນະລາງວັນ ໝີຄຳ ຫຼື Golden Bear, ຊຶ່ງເປັນລາງວັນສູງສຸດຂອງງານມະຫາກຳຮູບເງົາທີ່ເບີລິນ ໃນປີ 2020 ໂດຍຮູບເງົາທີ່ຕໍ່ຕ້ານການລົງໂທດປະຫານຊີວິດ ທີ່ຊື່ວ່າ “There is No Evil.”

ທ່ານໄດ້ຖືກຄວບຄຸມຕົວໃນເດືອນກໍລະກົດ ປີ 2022 ແລະໄດ້ຖືກປ່ອຍຕົວ ໃນນຶ່ງປີຕໍ່ມາ ຫຼັງຈາກເກີດຄື້ນການປະທ້ວງໃນທົ່ວປະເທດ ທີ່ໄດ້ເລີ້ມຂຶ່ນ ໃນເດືອນກັນຍາ ປີ 2022 ແລ້ວກໍໄດ້ຫລຸດລົງເລື້ອຍມາ.

An Iranian court has sentenced prominent filmmaker Mohammad Rasoulof to jail time for "collusion against national security," his lawyer Babak Paknia said Wednesday.

Rasoulof's film "The Seed of the Sacred Fig" is to be shown at the main competition at Cannes Film Festival this month.

The director, who is in his early 50s, has been sentenced to eight years in prison but will only serve five, Paknia said in a post on social media platform X.

According to the lawyer, the appeals court confirmed the verdict and included "flogging, a fine, and confiscation of property."

He said that the court had found Rasoulof guilty of "collusion against national security."

Official media in Iran have yet to publish the verdict.

On April 30, Paknia said Iranian authorities had summoned for questioning some crew members involved in the production of "The Seed of the Sacred Fig," adding that they were under pressure to have it withdrawn from the Cannes festival.

Some crew members have been questioned in recent weeks while actors had also been questioned and barred from leaving Iran, the lawyer said.

It was not immediately clear how many people involved in the production have been questioned.

Rasoulof won the Golden Bear, the Berlin Film Festival's top prize, in 2020 with his anti-capital punishment film "There Is No Evil."

He was detained in July 2022 and released the following year after a wave of nationwide protests that began in September 2022 subsided.

Paknia had previously said that it was not clear whether Rasoulof would be allowed to leave Iran to attend the Cannes festival in southern France.

Appearances at the Cannes Festival have in recent years been increasingly contentious for Iranian directors and actors.

Prominent director Saeed Roustaee was sentenced to six months in prison for the screening of his film "Leila's Brothers" at the 2022 festival.

Iranian authorities said at the time it had been shown without authorization.

The film's star, Taraneh Alidoosti, was released in early 2023 after almost three weeks in jail over her support for the protest movement that broke out in 2022.

The monthslong demonstrations were sparked by the death in custody of Mahsa Amini, who had been arrested for allegedly flouting Iran's strict dress code for women.

Iran has long had a thriving cinema scene, with figures like Jafar Panahi and Asghar Farhadi winning awards around the world.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG