ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກ​ປ້ອງສິດທິມະນຸດ ກ່າວວ່າ ການເພີ້ມທະວີການປາບປາມ ຢູ່ໃນເຂດຊາວເຄີດຂອງອີຣ່ານ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ


ພາບໜ້າຈໍຂອງວີດີໂອ UGC ທີ່ໄດ້ໂພສລົງສື່ສັງຄົມໃນວັນທີ 20 ພະຈິກ 2022, ເຊິ່ງອ້າງວ່າ ໄດ້ສະແດງໃຫ້ເຫັນກອງກໍາລັງຮັກສາຄວາມປອດໄພ ແລ່ນລົດຜ່ານຖະໜົນຂອງເມືອງມາຮາບາດ, ທ່າມກາງກຸ່ມປະທ້ວງຕໍ່ຕ້ານລັດຖະບານ ຢູ່ໃນເຂດເຄີດຂອງປະເທດ.
ພາບໜ້າຈໍຂອງວີດີໂອ UGC ທີ່ໄດ້ໂພສລົງສື່ສັງຄົມໃນວັນທີ 20 ພະຈິກ 2022, ເຊິ່ງອ້າງວ່າ ໄດ້ສະແດງໃຫ້ເຫັນກອງກໍາລັງຮັກສາຄວາມປອດໄພ ແລ່ນລົດຜ່ານຖະໜົນຂອງເມືອງມາຮາບາດ, ທ່າມກາງກຸ່ມປະທ້ວງຕໍ່ຕ້ານລັດຖະບານ ຢູ່ໃນເຂດເຄີດຂອງປະເທດ.

ຜູ້ປົກຄອງທາງດ້ານສາດສະໜາຂອງອີຣ່ານໄດ້​ເພີ້ມ​ການປາບປາມພວກປະທ້ວງ​ຕໍ່​ຕ້ານລັດຖະບານທີ່ຍັງດໍາເນີນຢູ່ໃນ​ເຂດ​ທີ່​ຊາວເຄີດ​ອາ​ໄສ​ຢູ່ຂອງປະເທດ, ໂດຍ ມີການສົ່ງກອງກໍາລັງທະຫານໄປປະຕິບັດການ ແລະໄດ້ສັງຫານຜູ້ປະທ້ວງຢ່າງໜ້ອຍ 4 ຄົນ ໃນວັນອາທິດວານນີ້, ນັ້ນ​ຄືລາຍງານຂອງສື່​ສັງ​ຄົມ ແລະກຸ່ມ​ປົກ​ປ້ອງ​ສິດທິມະນຸດ, ອີງຕາມອົງການຂ່າວ Reuters.

ການປະທ້ວງໄດ້ແຜ່ກະຈາຍໄປທົ່ວປະເທດ, ເຊິ່ງເລີ້ມຕົ້ນຂຶ້ນ ຍ້ອນການເສຍຊີ ວິດຂອງນາງ ມາຊາ ອາມີນີ ອາຍຸ 22 ປີ, ແມ່ຍິງອີຣ່ານ ເຊື້ອສາຍຊາວເຄີດ ໃນຊ່ວງເດືອນກັນຍາທີ່ຜ່ານມາ ໃນລະຫວ່າງທີ່ລາວໄດ້ຖືກກັກໂຕໂດຍຕໍາຫຼວດສິນທໍາ, ເຊິ່ງເປັນການປະທ້ວງຂອງປະຊາຊົນທີ່ມີການດໍາເນີນໄປແບບເຄັ່ງຕຶງທີ່ສຸດ ຢູ່ໃນເຂດທີ່ປະຊາຊົນຊາວເຄີດ​ສ່ວນ​ໃຫຍ່ຂອງອີຣ່ານ ອາໄສຢູ່ທີ່ນັ້ນ 10 ລ້ານຄົນ.

ຢູ່ໃນວີດີໂອຂອງສື່ສັງຄົມອອນລາຍ ທີ່ອົງການຂ່າວ Reuters ບໍ່ສາມາດພິສູດໄດ້ນັ້ນ ສະແດງໃຫ້ເຫັນຂະ​ບວນ​ລົດຂອງກອງທັບ ພ້ອມດ້ວຍອາວຸດທີ່ຮຸນແຮງທາງທະຫານ, ໂດຍມີເຈດຕະນາໄປເມືອງ ມາຮາບາດ (Mahabad) ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງປະເທດ. ເຊິ່ງສຽງຂອງອາວຸດໜັກທັງຫຼາຍ ສາມາດໄດ້ຍິນຢູ່ໃນຫຼາຍໆວີດີໂອ.

ກຸ່ມ​ປົກ​ປ້ອງສິດທິມະນຸດເຮັນກາວ (Hengaw) ທີ່ມີສໍານັກງານໃຫຍ່ໃນປະເທດ ນໍເວ ກ່າວວ່າ ເຮືອບິນເຮລີຄັອບເຕີ້ຂອງກອງທັບ ໄດ້ບັນທຸກບັນດາສະມາຊິກກອງກໍາລັງພິ​ທັກປະຕິວັດ ທີ່ໜ້າຢ້ານກົວຢ່າງກວ້າງຂວາງ ເພື່ອປາບປາມການປະທ້ວງໃນເມືອງມາຮາບາດ ທີ່ປົກຄອງໂດຍຊາວເຄີດ​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ​ນິ​ກາຍ ຊຸນນີ (Sunni).

ຢູ່ໃນຖະແຫຼງການທີ່ນໍາອອກເຜີຍແຜ່ໂດຍອົງການຂ່າວຂອງລັດຖະບານ, ໜ່ວຍຮັກສາຄວາມປອດໄພຢືນຢັນວ່າ “ມີ​ການເສີມກອງກໍາລັງ” ທະຫານຂອງພວກເຂົາ ຢູ່ໃນເຂດຊາວເຄີດ ທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອ ເພື່ອປະເຊີນກັບກຸ່ມ “ກໍ່ການຮ້າຍແບ່ງແຍກດິນແດນ” ຢູ່ໃນບໍລິເວນດັ່ງກ່າວ.

ຢູ່ໃນຖະແຫຼງການກ່າວວ່າ “ຄວາມປອດໄພຂອງປະຊາຊົນ ແມ່ນເສັ້ນແດງຂອງພວກເຮົາ ເຊິ່ງການຈັດການຂັ້ນເດັດຂາດ ກັບພວກກໍ່ການຮ້າຍ ແມ່ນຄໍາສັ່ງທີ່ຕ້ອງປະຕິບັດຂອງພວກເຮົາ.”

ເຈົ້າໜ້າທີ່ອີຣ່ານ, ຜູ້ທີ່ໄດ້ກ່າວໂທດຕໍ່ການເສຍຊີວິດຂອງນາງອາມີນີ ກ່ຽວກັບບັນຫາທາງດ້ານສຸຂະພາບທີ່ມີກ່ອນໜ້ານັ້ນຂອງນາງອາມີນີ ກ່າວວ່າ ຄວາມບໍ່ສະຫງົບດັ່ງກ່າວນັ້ນ ເກີດມາຈາກການປຸກລະດົມ ຂອງສັດຕູຈາກຕ່າງປະເທດ ແລະກ່າວຫາກຸ່ມຕິດອາວຸດແບ່ງແຍກດິນແດນວ່າ ເປັນຜູ້ກໍ່ຄວາມຮຸນແຮງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG