ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ ຍິງ​ລູກ​ສອນ​ໄຟ​ ໃສ່​ຖານທັບ ອີ​ຣັກ ສອງ​ແຫ່ງ ທີ່​ມີ​ກອງ​ກຳ​ລັງ ສະ​ຫະ​ລັດ ປະ​ຈຳ​ການ​ຢູ່


ຖານ​ທັບ​ອາ​ກາດ ອາ​ລ-ອາ​ຊາດ, ຕັ້ງ​ຢູ່​ທະ​ເລ​ຊາຍ ອາ​ນ​ບາ, ອີ​ຣັກ. 29 ທັນ​ວາ, 2019.
ຖານ​ທັບ​ອາ​ກາດ ອາ​ລ-ອາ​ຊາດ, ຕັ້ງ​ຢູ່​ທະ​ເລ​ຊາຍ ອາ​ນ​ບາ, ອີ​ຣັກ. 29 ທັນ​ວາ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານ ກາ​ສ​ເຊັມ ໂຊ​ເລ​ມາ​ນີ, ນາຍ​ພົນ ອີ​ຣ່ານ ທີ່​ຖືກ​ ສະ​ຫະ​ລັດ ຂ້າ​ຕ​າຍ​ໃນ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ, ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ຊັດ​ເຈນ​ຕໍ່​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ໃນພາກຕາ​ເວັນ​ອອກ​ກາງ, ແຕ່​ອີກ​ຄັ້ງ​ນຶ່ງ ບໍ່​ໄດ້​ໃຫ້ຫຼັກ​ຖານ​ທີ່​ສະ​ເພາະ​ເຈາະ​ຈົງ ກ່ຽວ​ກັບ ການ​ໂຈມ​ຕີ​ທີ່​ລາວ​ຈະ​ດຳ​ເນີນ​ການ​ນັ້ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່​ານ ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ຂໍ້​ມູນຫຼາຍ​ສະ​ບັບ” ຈາກ​ແຫຼ່ງ​ຂ່າວ​ສືບ​ລັບ​ໄດ້​ຖືກມອບ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່ອນ​ທີ່​ທ່ານ ທ​ຣຳ ຈະ​ທຳ​ການ​ຕັດ​ສິນ​ໃຈ ເພື່ອ​ແນ​ເປົ້າ​ໝາຍ​ໃສ່​ທ່ານ ໂຊ​ເລ​ມາ​ນີ ໃນ​ການ​ໂຈ​ມ​ຕີເມື່ອອາ​ທິດ​ທີ່​ຜ່ານ​ມາ ​ທີ່​ໄດ້​ສັງ​ຫານ​ລາວ​ຢູ່​ສະ​ໜາມ​ບິນ ແບັກ​ແດດ ໃນ​ປະ​ເທດ ອີ​ຣັກ.

ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ ທ່ານ ໂຣ​ເບີດ ໂອ​ໄບ​ຣ​ເອັນ ໄດ້​ກ່າວ​ວ່າ​ທ່ານ ໂຊ​ເລ​ມາ​ນີ ໄດ້​ວາງ​ແຜນ​ທີ່​ຈະ​ໂຈມ​ຕີ​ສະ​ຖານ​ທີ່​ຕ່າງໆ​ຂອງ ອາ​ເມ​ຣິ​ກາ ເຊິ່ງ​ລາວ​ອາດ​ໄດ້​ສັງ​ຫານ​ນັກ​ການ​ທູດ ອາ​ເມ​ຣິ​ກັນ, ທະ​ຫານບົກ, ທະ​ຫານ​ເຮືອ, ທະ​ຫານ​ອາ​ກາດ ແລະ ທະ​ຫານ​ນາ​ວິ​ກະ​ໂຍ​ທິນ.” ແຕ່​ຄື​ກັບ​ທ່ານ ພອມ​ພຽວ ນັ້ນ, ທ່ານ ໂອ​ໄບ​ຣ​ເອັນ ບໍ່​ໄດ້​ໃຫ້​ຂໍ້​ມູນ​ທີ່​ເຈາະ​ຈົງ ກ່ຽວ​ກັບ ການ​ຄຳ​ນວນ​ເວ​ລາໃນ​ສິ່ງ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ເອີ້ນ​ວ່າ “ໄພ​ຂົ່​ມ​ຂູ່​ທີ່​ໃກ້​ຈະ​ເກີດ​ຂຶ້ນ” ຈາກທ່ານ ໂຊ​ເລ​ມາ​ນີ.

ດ້ວຍ ອີ​ຣ່ານ ປະ​ຕິ​ຍານ​ວ່າ​ຈະ​ທຳ​ການ​ແກ້​ແຄ້ນ​ແບບ​ດຽວ​ກັນ ສຳ​ລັບ​ການ​ສັງ​ຫານ​ທ່ານ ໂຊ​ເລ​ມາ​ນີ ນັ້ນ, ເມື່​ອ​ສີ່​ຫ້າ​ວັນ​ທີ່​ຜ່ານ​ມາ​ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ມີ​ລາຍ​ຊື່​ຂອງ​ສະ​ຖານ​ທີ່ 52 ແຫ່ງ​ໃນ ອີ​ຣ່ານ ທີ່​ເຂົາ​ເຈົ້າ​ຈະ​ທຳ​ການ​ໂຈ​ມ​ຕີ, ລວມ​ມີ​ສະ​ຖານ​ທີ່​ດ້ານ​ວັດ​ທະ​ນະ​ທຳ​ຂອງ ອີ​ຣ່ານ, ເຊິ່ງ​ຈະ​ເປັນ​ອາ​ຊະ​ຍາ​ກຳ​ສົງ​ຄາມ ພາຍ​ໃຕ້​ກົດ​ໝາຍ​ສາ​ກົນ​ທີ່​ຫ້າມ​ກ່ຽວ​ກັບ ການ​ດຳ​ເນີນ​ສົງ​ຄາມ. ຫຼັງ​ຈາກ​ການ​ວິ​ພາກວິ​ຈານ​ຢ່າງກວ້າງ​ຂວາງ ສຳ​ລັບ​ການ​ວາງ​ແຜນ​ທີ່​ຈະ​ແນ​ເປົ້າ​ໃສ່​ສະ​ຖານ​ທີ່​ດ້ານ​ວັດ​ທະ​ນະ​ທຳ​ນັ້ນ, ທ່ານ ທ​ຣຳ ກໍ​ໄດ້​ຖອນ​ຄຳ​ເວົ້າ, ໂດຍ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາວ​ວ່າ, “ຂ້າ​ພະ​ເຈົ້າ​ຢາກ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ. ມັນ​ບໍ່​ເປັນ​ຫຍັງ​ສຳ​ລັບ​ຂ້າ​ພະ​ເຈົ້າ “ທີ່​ຈະຫຼີກ​ລ່ຽງ​ການ​ໂຈມ​ຕີ​ໃສ່​ສະ​ຖານ​ທີ່​ແນວ​ນັ້ນ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ທ່ານ ມາກ ເອັ​ສ​ເປີ, ໃນ​ການ​ສຳ​ພ​າດ​ກັບ​ໂທ​ລະ​ພາບ CNN ນັ້ນ, ໄດ້​ອະ​ທິ​ບາ​ຍຫຼັກ​ຖານ ກ່ຽວ​ກັບ ການ​ດຳ​ເນີນ​ການ​ມຸ່ງ​ຮ້າຍ​ຂອງ​ທ່ານ ໂຊ​ເລ​ມາ​ນີ ໃນ​ຕາ​ເວັນ​ອອກ​ກາງວ່າ “ຄົມກວ່າ​ໃບ​ມີດ​ແຖ,” ໂດຍ​ເວົ້າ​ວ່າ ທ່ານ ໂຊ​ເລ​ມາ​ນີ “ຖືກ​ຈັບ​ໄດ້​ຄາ​ມື” ໃນ​ການ​ພົບ​ປະ​ກັບ “​ຜູ້​ນຳ​ກໍ່​ການ​ຮ້າຍ. ຜູ້​ຊາຍ​ຄົນ​ນີ້ບໍ່​ແມ່ນ​ຄົນ​ບໍ​ລິ​ສຸດ.”

ຕໍ່​ມາ, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ທຳ​ນຽບ​ຫ້າ​ແຈ, ທ່ານ ເອັ​ສ​ເປີ ໄດ້​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ການ​ໂຈມ​ຕີ​ທີ່​ຖືກວາງ​ແຜນ​ໄວ້​ໂດຍ​ທ່ານ ໂຊ​ເລ​ມາ​ນີ ແມ່ນ​ຈະ​ເກີດຂຶ້ນໃນ​ບໍ່​ເທົ່າ​ໃດ​ວັນ​. ທ່ານ​ໄດ້​ສະ​ໜັບ​ສະ​ໜູນ​ໃຫ້ ອີ​ຣ່ານ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ກັບ ສະ​ຫະ​ລັດ ແລະ ໄຂ​ການ​ເຈ​ລະ​ຈາ​ຄືນ, “ບ່ອນ​ທີ່​ເຂົາ​ເຈົ້າ​ປະ​ພຶດ​ຄື​ກັບ​ປະ​ເທດ​ທີ່​ປົກ​ກະ​ຕິຫຼາຍກວ່າ.”

ທ່ານ ໂອ​ໄບ​ຣ​ເອັນ ໄດ້​ກ່າວ​ວ່າ ກໍ​ລະ​ນີ​ຕໍ່​ທ່ານ ໂຊ​ເລ​ມາ​ນີ ແມ່ນ​ອີງ​ໃສ່ “ຫຼັກ​ຖານ​ທີ່​ໜັກ​ແໜ້ນ ແລະ ຂໍ້​ມູນ​ລັບ​ທີ່​ໜັກ​ແໜ້ນ,” ໃນ​ຂະ​ນະ​ທີ່​ທ່ານ​ກ່າວ​ຕື່ມ​ວ່າ, “ໂຊກບໍ່​ດີ​ທີ່​ພວກ​ເຮົາ​ບໍ່​ສາ​ມາດ​ທີ່​ຈະ​ໃຊ້​ວິ​ທີ​ການ​ອື່ນໄດ້​ໃນ​ເວ​ລານີ້, ແຕ່​ຂ້າ​ພະ​ເຈົ້າ​ສາ​ມາດບອກ​ທ່ານ​ໄດ້​ວ່າ​ມັນ​ໜັກ​ແໜ້ນຫຼາຍ.”

ອ່ານ​ຂ່າວ​ນີ້​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG