ຢູ່ອີຣ່ານ ຜູ້ມີສິດປ່ອນບັດທັງຫລາຍພາກັນຫລັ່ງໄຫລໄປປ່ອນບັດເລືອກເອົາປະທານາ
ທິບໍດີ ໃນວັນສຸກມື້ນີ້.
ປະທານາທິບໍດີ Hassan Rouhani ອາດຈະຖືກທ້າທາຍຢ່າງໜັກ ຈາກພວກຫົວ
ອະນຸລັກນິຍົມ ທີ່ຕ້ອງຕິການບໍລິຫານເສດຖະກິດອີ່ຣ່ານຂອງທ່ານ ແລະສັນຍານິວ
ເຄລຍ ທີ່ທ່ານໄດ້ເຊັນກັບບັນດາປະເທດຕາເວັນຕົກ.
ທ່ານ Rouhani ເດີມພັນອະນາຄົດທາງການເມືອງຂອງທ່ານ ໂດຍອາໄສສັນຍານີວ
ເຄລຍ ທີ່ເປັນຂີດໝາຍສໍາຄັນ ແລະພາໃຫ້ມີການຜ່ອນຜັນ ການລົງໂທດທາງເສດ
ຖະກິດ ຕໍ່ອີຣ່ານນັ້ນ. ແຕ່ວ່າ ທ່ານ Ebrahim Raisi ທີ່ເປັນຄູ່ແຂ່ງຂອງທ່ານ
Rouhani ໄດ້ຕໍາໜິສັນຍາດັ່ງກ່າວວ່າ ຍັງເຮັດໃຫ້ການລົງໂທດທາງດ້ານການບໍລິ
ການທະນາຄານ ແລະການເງິນມີຜົນບັງຄັບໃຊ້ຢູ່.
ພວກນັກວິໄຈທາງການເມືອງເຫັນວ່າ ທ່ານ Rouhani ເປັນຄົນທີ່ໄດ້ຮັບຄວາມນິຍົມ
ແລະ ຈາກຂໍ້ມູນຂອງການຢັ່ງຫາງສຽງຈໍານວນໜ້ອຍນຶ່ງນັ້ນ. ພ້ອມດຽວກັນ ທ່ານຍັງມີປະຫວັດທີ່ເປັນຜົນດີແກ່ທ່ານ ຄ້າຍຄືກັນກັບປະທານາທິບໍດີທີ່ກໍາລັງດໍາລົງຕໍາແໜ່ງ
ທຸກຄົນ ທີ່ໄດ້ຊະນະການເລືອກຕັ້ງຄືນ ນັບແຕ່ປີ 1981 ເປັນຕົ້ນມາ.
ແຕ່ວ່າທ່ານ Rouhani ກໍບໍ່ໄດ້ຮັບສຽງສ່ວນຫລາຍໃນວັນສຸກມື້ນີ້ໃນຈໍານວນຜູ້ສະ
ໝັກເລືອກ ຕັ້ງ 4 ຄົນນັ້ນ ແລະການຕັດສິນເລືອກເອົາສອງຄົນ ທີ່ໄດ້ຮັບຄະແນນສຽງ
ຫຼາຍທີ່ສຸດ ກໍຈະກ້າວເຂົ້າສູ່ການເລືອກຕັ້ງ ຂັ້ນຕັດສິນຊີ້ຂາດ ໃນອາທິດນຶ່ງຕໍ່ມາ.
ທ່ານ Raisi ຜູ້ນຳຝ່າຍອະນຸລັກນິຍົມຫົວແຂງກະດ້າງ ໄດ້ລົງສະໝັກ ໂດຍສ່ວນ
ໃຫຍ່ແມ່ນເອົາໂຄງການເສດຖະກິດມາເປັນບ່ອນອີງ ໃຫ້ສັນຍາວ່າ ຈະສ້າງວຽກ
ເຮັດງານທໍາໃຫ້ແກ່ຄົນເປັນຫຼາຍໆລ້ານຄົນແລະກໍຈະແກ້ໄຂອັດຕາຄົນຫວ່າງງານ
ທີ່ຢູ່ໃນລະດັບ 12.7 ເປີເຊັນນັ້ນ. ຫລາຍຄົນເຫັນວ່າທ່ານ Raisi ມີຄວາມໃກ້ສິດກັບ
Ayatollah Ali Khamenei ຜູ້ນໍາພາສູງສຸດຂອງອີຣ່ານໃນປັດຈຸບັນ ແຕ່ວ່າ ທ່ານ
Khamenei ກໍບໍ່ໄດ້ກ້າວໄປ ເຖິງຂັ້ນຈະໃຫ້ ການຮັບຮອງແກ່ທ່ານ Raisi.
ຢູ່ໃນລະບົບລັດຖະບານຂອງອີຣ່ານ ທີ່ໄດ້ປະຕິບັດກັນ ນັບແຕ່ທີ່ມີການປະຕິວັດອິສ
ລາມ ໃນປີ 1979 ເປັນຕົ້ນມາ ຜູ້ສະໝັກທຸກຄົນຕ້ອງໄດ້ຮັບການກວດກາໂດຍຄະນະກໍາມະການ ດ້ານສາສະໜາ ກ່ອນຈະໄດ້ຮັບການອະນຸມັດໃຫ້ລົງສະໝັກເລືອກຕັ້ງ
ເປັນປະທານາທິບໍດີໄດ້. ເຖິງແມ່ນວ່າ ຜູ້ນໍາສູງສຸດຈະເປັນຜູ້ທີ່ມີສິດຕັດສິນຊີ້ຂາດ
ກ່ຽວກັບນະໂຍບາຍຂອງລັດຖະບານ ແຕ່ວ່າ ປະທານາທິບໍດີກໍຍັງມີອິດທິພົນຕໍ່ລັດ
ຖະບານຢູ່.
ທ່ານ Mostafa Hashemitaba ທີ່ເປັນຜູ້ສະໝັກເລືອກຕັ້ງ ທີ່ສະໜັບສະໜຸນການ
ປະຕິຮູບ ທີ່ເຄີຍໄດ້ລົງສະໝັກປະທານາທິບໍດີໃນປີ 2001 ແລະອະດີດລັດຖະມົນຕີ
ກະຊວງວັດທະນາທໍາທ່ານ Mostafa Mirsalim ແມ່ນຜູ້ລົງສະໝັກເລືອກຕັ້ງ ອີກ
ສອງຄົນທີ່ເຂົ້າໃນການແຂ່ງ ຂັນເລືອກຕັ້ງໃນຄັ້ງນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ