ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ຈົ່ມທຸກ ກ່ຽວກັບ ກົດລະບຽບ ການອອກວີຊາໃໝ່ ຂອງສະຫະລັດ


ບັນດາຜູ້ໂດຍສານ ເດີນທາງມາເຖິງ ສະໜາມບິນສາກົນ Los Angeles ຈາກຕ່າງປະເທດ ໃຊ້ເຄື່ອງ ລະບົບ ການຢັ້ງຢືນໜັງສືຜ່ານແດນ ໂດຍອັດຕະໂນມັດ.
ບັນດາຜູ້ໂດຍສານ ເດີນທາງມາເຖິງ ສະໜາມບິນສາກົນ Los Angeles ຈາກຕ່າງປະເທດ ໃຊ້ເຄື່ອງ ລະບົບ ການຢັ້ງຢືນໜັງສືຜ່ານແດນ ໂດຍອັດຕະໂນມັດ.

ອີຣ່ານ ຈົ່ມວ່າ ຂໍ້ຈຳກັດການເດີນທາງໃໝ່ ຂອງສະຫະລັດ ຕໍ່ 4
ປະເທດທີ່ປະກອບມີ ອີຣ່ານ ດ້ວຍນັ້ນ ເປັນການລະເມີດຂໍ້ຕົກລົງ
ນິວເຄລຍ ກັບ 6 ປະເທດມະຫາອຳນາດ.

ລັດຖະມົນຕີການຕ່າງປະເທດ ຂອງອີຣ່ານ ທ່ານ Abbas
Araghchi ກ່າວໃນວັນອາທິດວານນີ້ ວ່າ “ກົດໝາຍນີ້ ເປັນທີ່
ແນ່ນອນວ່າ ຈະສົ່ງຜົນກະທົບຕໍ່ ເສດຖະກິດ ການທ່ອງທ່ຽວ
ດ້ານວິທະຍາສາດ ແລະ ການແລກປ່ຽນ ດ້ານວັດທະນະທຳ
ກັບອີຣ່ານ ແລະ ມັນຂັດກັບຂໍ້ຕົກລົງນິວເຄລຍ”
ທີ່ວ່ານັ້ນ.

ຂໍ້ຈຳກັດດັ່ງກ່າວ ແມ່ນເປັນສ່ວນໜຶ່ງ ຂອງຮ່າງກົດໝາຍໃຊ້
ຈ່າຍຂອງລັດຖະບານກາງສະຫະລັດ ທີ່ປະທານາທິບໍດີ ບາຣັກ ໂອບາມາ ໄດ້ລົງນາມ
ໄປແລ້ວ ເມື່ອວັນສຸກຜ່ານມາ.

ບັນດາຜູ້ເດີນທາງມາຢ້ຽມຢາມສະຫະລັດ ຈາກ 38 ປະເທດ ບໍ່ຈຳເປັນຕ້ອງມີ ວີຊາ ເພື່ອ
ເຂົ້າປະເທດສະຫະລັດ ແຕ່ມາບັດນີ້ ແມ່ນຈະຕ້ອງມີວີຊາ ຖ້າພວກເຂົາເຈົ້າຖືສອງສັນຊາດ
ຈາກປະເທດ ອີຣ່ານ ອີຣັກ ຊີເຣຍ ແລະ ຊູດານ ຊຶ່ງເປັນ 4 ປະເທດ ທີ່ສະຫະລັດ ກ່າວວ່າ
ເປັນທີ່ຮູ້ກັນວ່າ ເປັນປະເທດທີ່ອຸປະຖຳ ການກໍ່ການຮ້າຍ. ນອກນັ້ນພວກເຂົາເຈົ້າ ຍັງຈະ
ຕ້ອງໄດ້ມີວີຊາ ຖ້າພວກເຂົາເຈົ້າ ຫາກໄດ້ເດີນທາງໄປປະເທດດັ່ງກ່າວ ພາຍໃນຮອບ 5 ປີຜ່ານມາ.

ທ່ານ Araghchi ໄດ້ກ່າວວ່າ ອີຣ່ານມີແຜນທີ່ຈະເອົາເລື້ອງນີ້ ນຳສະເໜີ ຕໍ່ຄະນະກຳມະ
ທິການ ເບິ່ງແຍງການປະຕິບັດ ຂໍ້ຕົກລົງນິວເຄລຍ.

ພາຍໃຕ້ຂໍ້ຕົກລົງນັ້ນ ການຈຳກັດກິດຈະກຳດ້ານນິວເຄລຍ ຂອງອີຣ່ານ ສະຫະລັດ ແມ່ນບໍ່
ໃຫ້ແຊກແຊງ ໃນດ້ານການຄ້າໃດໆ ຫຼື ໃນກິດຈະກຳທາງດ້ານເສດຖະກິດ ທີ່ອາດຈະນຳ
ໄປສູ່ ການມີສາຍພົວພັນ ຂັ້ນປົກກະຕິ ກັບອີຣ່ານ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວໃນໜັງສືສະບັບໜຶ່ງ
ທີ່ສົ່ງໃຫ້ອີຣ່ານ ວ່າ ສະຫະລັດ ຈະປະຕິບັດຕາມຄວາມໝັ້ນໝາຍຂອງຕົນ ຢ່າງຄົບຖ້ວນ
ພາຍໃຕ້ຂໍ້ຕົກລົງນິວເຄລຍນັ້ນ.

ທ່ານຍັງໄດ້ເຕືອນຄວາມຊົງຈຳ ທ່ານ Zarif ວ່າ ທຳນຽບຂາວ ມີອຳນາດທີ່ຈະຍົກເລີກ ຂໍ້
ກຳນົດຕ່າງໆຂອງກົດໝາຍວີຊາໃໝ່.

XS
SM
MD
LG