ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ອີຣ່ານ ບໍ່ເຕັມໃຈ ທີ່ຈະກັບຄືນສູ່ການເຈລະຈາ ກ່ຽວກັບນິວເຄລຍ ກັບ ສະຫະລັດ


ພາບນີ້ຖ່າຍເມື່ອວັນທີ 27 ມັງກອນ 2021, ລັດຖະມົນຕີກະຊວງການຕ່າງປະເທດຂອງອີຣ່ານ ທ່ານ ໂມຮຳມັດ ຈາວາດ ຊາຣີຟ ເຂົ້າຮ່ວມກອງປະຊຸມກັບຄູ່ຕຳແໜ່ງຂອງທ່ານຈາກອາຣເມເນຍ ຢູ່ນະຄອນເຢເຣແວນ.

ອີຣ່ານໃນວັນອາທິດວານນີ້ ບໍ່ເຕັມໃຈທີ່ຈະຈັດກອງປະຊຸມແບບບໍ່ເປັນທາງການກັບສະຫະລັດແລະສາມປະເທດມະຫາອຳນາດຂອງຢູໂຣບ ກ່ຽວກັບການຟື້ນຟູຂໍ້ຕົກລົງປີ 2015 ທີ່ຍັບຍັ້ງໂຄງການພັດທະນານິວເຄລຍຂອງເຕຫະຣ່ານ ເພື່ອບໍ່ໃຫ້ອີຣ່ານພັດທະນາເປັນອາວຸດນິວເຄລຍ.

ເຕຫະຣ່ານ ໄດ້ກ່າວວ່າກ່ອນທີ່ຈະມີການເຈລະຈາ ລັດຖະບານສະຫະລັດຊຸດໃໝ່ຂອງປະທານາທິບໍດີ ໂຈ ໄບເດັນ ກ່ອນອື່ນຕ້ອງໄດ້ຍົກເລີກການວາງມາດຕະການລົງໂທດດ້ານເສດຖະກິດຝ່າຍດຽວຕໍ່ອີຣ່ານ.

ໂຄສົກກະຊວງການຕ່າງປະເທດຂອງອີຣ່ານ ໄດ້ກ່າວວ່າ “ເມື່ອພິຈາລະນາເບິ່ງການກະທຳແລະຖະແຫລງການຕ່າງໆເມື່ອບໍ່ດົນມານີ້” ໂດຍສະຫະລັດ, ອັງກິດ, ຝຣັ່ງ ແລະເຢຍຣະມັນ “ອີຣ່ານບໍ່ພິຈາລະນາ ຈັດກອງປະຊຸມແບບບໍ່ເປັນທາງການກັບປະເທດເຫຼົ່ານີ້ເລີຍ” ຊຶ່ງໄດ້ສະເໜີໂດຍຫົວໜ້າດ້ານນະໂຍບາຍຂອງສະຫະພາບຢູໂຣບ. ອີຣ່ານໄດ້ກ່າວວ່າ ໂຄງການນິວເຄລຍຂອງຕົນ ແມ່ນມີຈຸດປະສົງໃນທາງສັນຕິ.

ໂຄສົກທຳນຽບຂາວໄດ້ຕອບຕໍ່ຄຳເຫັນຂອງອີຣ່ານ ໃນວັນອາທິດວານນີ້ ໂດຍສະແດງ “ຄວາມຜິດຫວັງ” ກັບຄຳຕອບຂອງອີຣ່ານນັ້ນ ແຕ່່ໄດ້ກ່າວວ່າ ສະ ຫະລັດ ແມ່ນພ້ອມທີ່ຈະ “ພົວພັນຄືນໃໝ່ໃນດ້ານການທູດທີ່ມີຄວາມໝາຍເພື່ອໃຫ້ບັນລຸການກັບຄືນສູ່ແຜນການປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ທີ່ທັງສອງຝ່າຍໝັ້ນໝາຍໄດ້ຮ່ວມກັນ” ຊຶ່ງໝາຍເຖິງຂໍ້ຕົກລົງນິວເຄລຍອີຣ່ານນັ້ນເອງ.

ວໍຊິງຕັນຈະປຶກສາຫາລືກັບສະມາຊິກຖາວອນປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອີກສີ່ທ່ານຈາກອັງກິດ, ຈີນ, ຝຣັ່ງ ແລະຣັດເຊຍ ບວກກັບເຢຍຣະມັນ ກ່ຽວກັບວິທີທາງ ທີ່ດີທີ່ສຸດ ອີງຕາມໂຄສົກຂອງທຳນຽບຂາວ ທີ່ໄດ້ກ່າວໄປ.

ອະດີດປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໄດ້ຖອນສະຫະລັດ ອອກຈາກຂໍ້ຕົກລົງດັ່ງກ່າວ ແຕ່ທ່ານໄບເດັນ ໃນລະຫວ່າງການໂຄສະນາຫາສຽງເປັນປະທານາທິບໍດີແຂ່ງກັບທ່ານທຣຳຢູ່ນັ້ນ ແລະນັບຕັ້ງແຕ່ໄດ້ເຂົ້າດຳລົງຕຳແໜ່ງ ກໍໄດ້ກ່າວວ່າ ທ່ານຕ້ອງການກັບຄືນເຂົ້າຮ່ວມຂໍ້ຕົກລົງທີ່ຮວມມີຣັດເຊຍແລະຈີນ. ສະຫະລັດ ຍັງໄດ້ເປີດການເຈລະຈາກັບອີຣ່ານກ່ຽວກັບຊະຕາກຳຂອງໂຕປະກັນຊາວອາເມຣິກັນ 5 ຄົນທີ່ໄດ້ຖືກຄວບຄຸມໂຕໂດຍເຕຫະຣ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG