ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນຫາອີຣ່ານ ແລະພະລັງງານ ເປັນແຮງຜັກດັນໃຫ້ເທີກີ ແລະອິສຣາແອລ ກັບມາຟື້ນຟູຄວາມສໍາພັນກັນຄືນໃໝ່


Iran, Energy Issues Drive Turkey-Israel Reset
please wait

No media source currently available

0:00 0:03:07 0:00

ລາຍງານກ່ຽວກັບ ການຟື້ນຟູຄວາມສໍາພັນຂອງເທີກີ ແລະອິສຣາແອລ.

ຫຼັງຈາກຫຼາຍປີທີ່ຄວາມສໍາພັນໄດ້ຊຸດໂຊມ​ລົງ, ປະທານາທິບໍດີຂອງເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ (Recep Tayyip Erdogan) ໄດ້ເຊື້ອເຊີນຄູ່​ຕຳ​ແໜ່ງ​ຈາກອິສຣາແອລມາຢ້ຽມຢາມ. ການເຊີນນັ້ນ ເປັນສັນຍານໃນການປັບ ​ປຸງສາຍສໍາພັນ ທີ່ພວກ​ນັກສັງເກດການກ່າວວ່າ ແມ່ນໄດ້​ຮັບ​ການ​ຂັບ​ດັນ ​ຍ້ອນການມີ​ຜົນປະໂຫຍດຮ່ວມກັນ, ລວມເຖິງຄວາມກັງວົນກ່ຽວກັບໂຄງການນິວເຄຼຍ ຂອງອີຣ່ານ ແລະການນໍາເຂົ້ານໍ້າມັນ, ອາຍແກັສຈາກ ຣັດເຊຍ ແລະອີຣ່ານໃນອະນາຄົດຂ້າງໜ້າ. ໂດຣຽນ ໂຈນສ (Dorian Jones) ມີລາຍງານໃຫ້ VOA ຈາກນະຄອນອິສຕັນບູລ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຄວາມເຢັນ​ຊາ​ໃນຄວາມສໍາພັນທີ່ຍາວນານມາເປັນທົດສະວັດ ລະຫວ່າງ ເທີກີ ແລະອິສຣາແອລນັ້ນ ບາງທີກໍສໍາພັດໄດ້ເຖິງຄວາມຮູ້ສຶກຢູ່ນະທີ່ນີ້ ທ່າມກາງຊຸມຊົນຊາວຍິວນ້ອຍໆຂອງເທີກີ.

ຫຼາຍພັນຄົນໄດ້ໜີໄປອິສຣາແອລ ແລະຢູໂຣບ ເນື່ອງຈາກຕ້ອງປະເຊີນໜ້າກັບການໂຈມຕີຢ່າງຕໍ່ເນື່ອງໂດຍໜັງສືພິມທີ່ສະໜັບສະໜຸນຝ່າຍລັດຖະບານ ເຊິ່ງກ່າວຫາວ່າ ຊາວຍິວເປັນຜູ້​ສົມ​ຮູ້​ຮ່ວມ​ຄິດ.

ແຕ່ການເຊີນຄູ່ຕຳ​ແໜ່ງ​ຝ່າຍອິສຣາແອລ ທ່ານໄອແຊັກ ເຮີຊັອກ (Isaac Her-​zog) ຂອງປະທານາທິບໍດີຣີເຊັບ ຕາຍຢິບ ເອີດວານ ແຫ່ງເທີກີ ເພື່ອມາຢ້ຽມ ຢາມເທີກີ ໄດ້ສະແດງໃຫ້ເຫັນວ່າເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ຈະທັບ​ມ້າງ ການ​ຢູ່​ຢ່າງ​ໂດດ​ດ່ຽວໃນຂົງເຂດ ຂອງປະເທດທ່ານ, ແລະນັກວິເຄາະສາ ມາດເວົ້າໄດ້ວ່າ ອາດຈະນໍາໄປສູ່ການຟື້ນຟູສາຍ​ສຳ​ພັນຄືນໃໝ່.

ທ່ານໂຊລີ ໂອເຊລ (Soli Ozel) ສອນວິຊາການພົວພັນຕ່າງປະເທດ ທີ່ມະ ຫາວິທະຍາໄລ ກາເດຍ ແຮສ ໃນນະຄອນອິສຕັນບູລ ກ່າວວ່າ:

“ມັນໄດ້ປາກົດໃຫ້ເຫັນວ່າ ເທີກີ ບໍ່ສາມາດຢູ່ຢ່າງໂດດດ່ຽວໄດ້ອີກຕໍ່ໄປ, ເທີກີ ບໍ່ສາມາດມີຄວາມສໍາພັນທີ່ບໍ່ດີກັບບັນດາປະເທດທີ່ຢູ່ໃກ້ຄຽງຕົນ, ແລະໂດຍບໍ່ມີຂໍ້ສົງເລີຍວ່າ ດ້ວຍເຫດໃດທາງຝ່າຍເທີກີຈຶ່ງມີຄວາມກະຕືລືລົ້ນ ທີ່ຈະຟື້ນຟູຄວາມສໍາພັນນັ້ນ, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າໄປແລ້ວແລະທີ່ໜ້າປະຫຼາດໃຈຫຼາຍກວ່ານັ້ນແມ່ນອິສຣາແອລເອງກໍຕອບຮັບ ຕໍ່ຄໍາເຊີນດັ່ງກ່າວ ໂດຍປາດສະຈາກເງື່ອນໄຂໃດໆ.”

ໃນປີ 2018, ເທີກີໄດ້ຖອນເອກອັກຄະລັດຖະທູດ ແລະຂໍຮ້ອງໃຫ້​ຜູ້​ຕາງ​ໜ້າຂອງອິສຣາແອລອອກຈາກປະເທດໄປ ເພື່ອສະແດງທ່າທີຕໍ່ຕ້ານສະຫະລັດທີ່ຍອມຮັບເອົາ ເຈຣູຊາແລັມ ເປັນນະຄອນຫຼວງຂອງອິສຣາແອລ.

ການຊຸກຍູ້ທີ່ເຂັ້ມແຂງຕໍ່ຊາວປາ​ແລັສໄຕນ໌ຂອງເທີກີ ໂດຍສະເພາະການເປັນເຈົ້າພາບ​ໃຫ້​ກຸ່ມ​ຫົວ​ຮຸນ​ແຮງຮາມາສຢູ່ໃນອິສຕັນບູລ ແມ່ນຈຸດຫຼັກຂອງຄວາມເຄັ່ງຕຶງ.

ແຕ່ນັກວິເຄາະກ່າວວ່າ ອັງກາຣາ ກໍາລັງເອົາ​ບາດ​ກ້າວເພື່ອ​ແກ້​ໄຂຄວາມກັງ ວົນຂອງອິສຣາແອລ.

ທ່ານນາງອາສລີ ອາຍດິນທາສບາສ (Asli Aydintasbas), ສະມາຊິກອາວຸໂສແຫ່ງສະພາຢູໂຣບ ທາງດ້ານຄວາມສໍາພັນລະຫວ່າງປະເທດ ກ່າວຜ່ານທາງສະໄກປ໌ວ່າ:

“ຂ້າພະເຈົ້າຢາກບອກວ່າ ໄດ້ມີການເຈລະຈາກັນມາຫຼາຍເດືອນ ໃນຊ່ວງເວລາຫຼາຍກວ່ານຶ່ງປີ, ແລະເທີກີກໍໄດ້ຫຼຸດການເຄື່ອນໄຫວຕ່າງໆຂອງກຸ່ມ​ຫົວ​ຮຸນ​ແຮງຮາມາສລົງແລ້ວ​ຢ່​າງ​ຫຼວງ​ຫຼາຍ.”

ເທີກີ ​ມີຄວາມກັງວົນ​ແບບ​ດຽວ​ກັນກ່ຽວກັບໂຄງການນິວເຄລຍຂອງອີຣ່ານ ທີ່ອາດຈະກາຍມາເປັນອາວຸດໄດ້, ແລະຜູ້ສັງເກດການກ່າວວ່າ ນະຈຸດນັ້ນ ສາ ມາດແບ່ງປັນຄວາມສໍາຄັນຂັ້ນພື້ນຖານໂດຍທົ່ວໄປໄດ້.

ທ່ານນາງເກລເລຍ ລິນເດິນສະເຕຣົາສ໌ (Gallia Lindenstrauss), ນັກຊ່ຽວ
ຊານດ້ານ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງອິສຣາແອລ​ ທີ່ສະຖາບັນການສຶກສາຄວາມໝັ້ນຄົງແຫ່ງຊາດ ກ່າວຜ່ານທາງຊູມວ່າ:

“ແນ່ນອນ, ເທີກີກໍບໍ່ຕ້ອງການເຫັນນິວເຄຣຍຂອງອີຣ່ານເຊັ່ນກັນ. ແຕ່ອີຣ່ານບໍ່ໄດ້ຂົ່ມຂູ່ເທີກີວ່າ ພວກເຂົາຈະທຳ​ລາຍລ້າງເທີກີອອກຈາກແຜນທີ່ ຄືດັ່ງທີ່ພວກເຂົາຂົ່ມຂູ່ຕໍ່ອິສຣາແອລ. ດັ່ງນັ້ນ, ມັນຈຶ່ງເປັນໄພຂົ່ມຂູ່ໃນລະດັບທີ່ແຕກຕ່າງກັນ. ແຕ່ວ່າ ຖ້າອິສຣາແອລຈະຜ່ອນຄາຍຄວາມເຄັ່ງຕຶງ ກັບເທີກີ, ມັນຍິ່ງເປັນຊ່ອງຫວ່າງທີ່ກວ້າງຂຶ້ນ ໃນການເພັງເລັງໃສ່ໄພຄຸກຄາມທີ່ຫຼາຍກວ່າເກົ່າ, ຂ້າພະເຈົ້າຄິດວ່າ ການຜ່ອນຄາຍຄວາມເຄັ່ງຕຶງ ກັບເທີກີນັ້ນ ສາມາດຊ່ວຍໄດ້.”

ທ່ານ ເອີດວານ ຍັງມອງເຫັນວ່າ ບໍ່ແກັສທໍາມະຊາດທີ່ກວ້າງໃຫຍ່ຂອງອິສຣາແອລ ທີ່ຫາກໍຄົ້ນພົບພຽງບໍ່ເທົ່າໃດປີທີ່ຜ່ານມານີ້ ເປັນແຫຼ່ງຊັບພະຍາກອນທີ່ເປັນທ່າແຮງສໍາຄັນສໍາລັບການຮ່ວມມື, ໂດຍການສະໜອງຄວາມຕ້ອງການພະລັງງານຂອງເທີກີ.

ທ່ານເມເມັຕ ໂອກັດຊູ (Mehmet Ogutcu), ນັກວິເຄາະທີ່ສະໂມສອນ ພະ ລັງງານລອນດອນ, ເຊິ່ງເປັນຫົວໜ້າກຸ່ມພາກລັດ ແລະພະລັງງານ ກ່າວຜ່ານທາງສະໄກປ໌ວ່າ:

“ຕາມຄວາມເປັນຈິງແລ້ວ, ເທີກີຕ້ອງການພະລັງງານ ແລະຂ້າພະເຈົ້າກໍຄິດວ່າ ບໍ່ແກັສ ເລີເວຍທານ (Leviathan), ເຊິ່ງກໍານົດໄວ້ເພື່ອການສົ່ງອອກນັ້ນ ສາ ມາດຕອບຄໍາຖາມນີ້ໄດ້. ມັນຍັງຈະປັບ​ປຸງຄວາມສໍາພັນຢ່າງມີຄວາມໝາຍ ແລະ​ທັບ​ມ້າງການແຍກໂຕ​ຢູ່​ຢ່າງ​ໂດດ​ດ່ຽວຂອງເທີກີຢູ່ໃນ​ເຂດ​ພາກຕາເວັນອອກ​ຂອງ
ທະ​ເລ​ເມ​ດີ​ເຕີ​ເຣ​ນຽນ ນໍາອີກດ້ວຍ.”

ເຖິງວ່າຈະມີຄວາມເຄັ່ງຕຶງເພີ້ມຂຶ້ນມາຫຼາຍປີ, ແຕ່ການຄ້າທະວີພາຄີລະຫວ່າງເທີກີ ແລະອິສຣາແອລແມ່ນຂະຫຍາຍໂຕຢ່າງຕໍ່ເນື່ອງ, ແລະນັກສັງເກດການເຫັນວ່າ ການປະຕິບັດຕໍ່ກັນແບບ​ໂຕ​ຈິງ ຄືໂອກາດທີ່ດີໃນການກັບມາພົວພັນກັນຕາມປົກກະຕິຫຼາຍຂຶ້ນ.

After years of deteriorating relations, Turkish President Recep Tayyip Erdogan is inviting his Israeli counterpart to visit. The invitation signals a rapprochement that observers say is driven by powerful mutual interests, including concerns over Iran’s nuclear program and the future of oil and gas imports from Russia and Iran. For VOA, Dorian Jones reports from Istanbul.

A decade-long deep chill in Turkish-Israeli ties has been felt perhaps most deeply here, among Turkey’s small Jewish community.

Thousands have left for Israel and Europe in the face of constant attacks by pro-government newspapers alleging Jewish conspiracies.

But Turkish President's Recep Tayyip Erdogan's invitation to his Israeli counterpart Isaac Herzog, to visit Turkey is seen as part of efforts to break his country’s regional isolation and could, say analysts, lead to a reset.

Soli Ozel teaches international relations at Kadir Has University in Istanbul.

“It turns out that Turkey cannot really continue to be alone, that it cannot have bad relations with almost every country around it. And there is no doubt that the Turkish side is very eager to repair relations, and as I said, more surprisingly for me, the Israelis are also jumping in the field without preconditions.”

In 2018, Turkey withdrew its ambassador and asked Israel's representative to leave in a protest gesture against the U.S. recognition of Jerusalem as Israel's capital.

Turkey’s strong backing of the Palestinians, especially hosting Hamas militants in Istanbul, has been a key point of tension.

But analysts say Ankara is taking steps to address Israeli concerns.

Asli Aydintasbas, a senior fellow at the European Council on Foreign Relations. (Skype)

“There have been months of negotiations, more than a year, I would say. And Turkey has already curtailed activities of the more militant wing of Hamas.”

Turkey shares Israel’s concerns that Iran’s nuclear program could be weaponized, and observers say that could provide important common ground.

That is the view of Gallia Lindenstrauss, an Israeli foreign policy specialist at the Institute for National Security Studies. (Zoom)

“Of course, also Turkey does not want to see a nuclear Iran. But Iran doesn't threaten Turkey that it will wipe Turkey off the map like it does to Israel. So, it's a different level of threat. But if Israel will relax tensions with Turkey, then there is more room to concentrate on the bigger threat, I think that’s where relaxation of tensions with Turkey can help.”

Erdogan also sees Israel's vast natural gas fields – discovered only in the last few years - as a potential source of cooperation, given Turkey's energy needs.

Mehmet Ogutcu is an analyst at the London Energy Club, a grouping of government and energy sector leaders. (Skype)

“Turkey actually needs gas, and I think the Leviathan gas field, which is slated for export, could be an answer to that. It will also improve relations significantly and break Turkish isolation in the East Med.”

Despite years of rising tensions, bilateral trade between Turkey and Israel has continued to boom, and observers see a pragmatic approach as the best chance for a return to a more normal relationship.

XS
SM
MD
LG