ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີ​ຣ່ານ ອອກ​ອາ​ກາດ ວິ​ດີ​ໂອ ກ່ຽວກັບການ​ປະ​ເຊີນ​ໜ້າ​ກັນ ກັບ ​ກຳ​ປັ່ນ ສະ​ຫະ​ລັດ


ຊ່ອງ​ແຄບ ຮໍ​ມຸ​ສ.
ຊ່ອງ​ແຄບ ຮໍ​ມຸ​ສ.

ໂທ​ລະ​ພາບ​ຂອງລັດ​ຖະ​ບານ ອີ​ຣ່ານ ໄດ້​ອ​ອກ​ອາ​ກາດ​ພາບ​ວິ​ດີ​ໂອ ທີ່​ມີ​ເຈ​ຕະ​ນາ​ສະ
ແດງໃຫ້ເຫັນການປະເຊີນໜ້າກັນ ລະຫວ່າງກອງທັບນາວິກະໂຍທິນພິທັກປະຕິວັດ
ອີຣ່ານ ກັບ ກຳປັັ່ນ USS Theodore Roosvelt ໃນຕົ້ນປີນີ້.

ເວັບ​ໄຊ​ທ໌​ຂອງ​ໂທ​ລະ​ພາບ​ດັ່ງ​ກ່າວ​ເວົ້າ​ວ່າ ການ​ປະ​ເຊີນ​ໜ້າ​ກັນ​ ໄດ້​ເກີ​ດ​ຂຶ້ນ​ໃນ​ວັນ​ທີ
21 ມີນາ ໃນຊ່ອງແຄບແຜນຍຸດທະສາດ ຮໍມຸສ (Hormuz) ໃນອ່າວເປີເຊຍ, ເຊິ່ງແມ່ນ
ທາງຜ່ານສຳລັບເກືອບນຶ່ງສ່ວນສາມຂອງການຄ້າຂາຍນ້ຳມັນທັງໝົດທາງທະເລ. ໂທ
ລະພາບນັ້ນເວົ້າວ່າ ວິດີໂອທີ່ອອກອາກາດໃນວັນເສົາວານນີ້ ແມ່ນສ່ວນນຶ່ງຂອງສາ
ລະຄະດີ.

ວິ​ດີ​ໂອ​ດັ່ງ​ກ່າວ​ເບິ່ງ​ຄື​ວ່າ ຈະມີ​ເຈ​ຕະ​ນາ​ສະ​ແດງ​ໃຫ້​ເຫັນ​ຄວາມ​ແຂງ​ແກ່ນ ທ່າມ​ກາງ
ການວາງມາດຕະການລົງໂທດໃໝ່ຂອງ ສະຫະລັດ ຕໍ່ ອີຣ່ານ ແລະ ແຜນການຂອງ
ລັດຖະບານທ່ານ ທຣຳ ທີ່ຈະຫຼຸດຜ່ອນການສົ່ງອອກນ້ຳມັນ ຂອງ ອີຣ່ານ ລົງສູ່ສູນ.

Iran's state TV has broadcast footage purporting to show a close encounter between the Revolutionary Guard's navy and the USS Theodore Roosevelt early this year.

PressTV's website says the encounter occurred March 21 in the strategic Strait of Hormuz in the Persian Gulf, the passageway for nearly a third of all oil traded by sea. The TV agency says the video was aired Saturday as part of a documentary.

The footage is likely meant as a show of strength amid new U.S. sanctions on Iran and the Trump administration plans to bring Iranian oil exports down to zero.

XS
SM
MD
LG