ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອໂອວາ ອາດຈະເປັນລັດ ທີ່ຕັດສິນຊີ້ຂາດ ການຄວບຄຸມ ສະພາສູງ ຂອງ ສະຫະລັດ


ການເລືອກຕັ້ງສະມາຊິກສະພາສູງໃນວັນທີ 3 ພະຈິກນີ້ອາດຈະເປັນກະແຈສຳຄັນກ່ຽວກັບວ່າ ຜູ້ຊະນະໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສາມາດອອກແຜນປະຕິບັດງານ ຂອງທ່ານໄດ້ຫຼືບໍ່. Kane Farabaugh ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ດັ່ງໄພສານ ຈະນຳເອົາລາຍລະອຽດມາສະ ເໜີທ່ານ ໃນອັນດັບຕໍ່ໄປ.


ໃນປີ 2016 ທ່ານດໍໂນລ ທຣຳ ເປັນຜູ້ຊະນະ ຢູ່ທີ່ລັດໄອໂອວາ ຊຶ່ງຕັ້ງຢູ່ ທາງພາກກາງຂອງສະຫະລັດດ້ວຍຄະແນນສຽງ 9 ເປີເຊັນ. ທ່ານແດນ ຊຳແບັກ (Dan Zumback) ຊຶ່ງເປັນພໍ່ນາແລະກໍສະມາຊິກສະພາສູງຂອງລັດ ກ່າວວ່າ:“ພວກເຮົາໄດ້ເລືອກເອົາທ່ານ ເພື່ອເຮັດວຽກໃຫ້ແລ້ວ ແລະທ່ານກໍໄດ້ເຮັດໃນສິ່ງທີ່ທ່ານເວົ້າວ່າທ່ານຈະເຮັດນັ້ນ.”

ສີ່ປີຕໍ່ມາ ໂຣກລະບາດໄວຣັສໂຄໂຣນາ ແລະສົງຄາມການຄ້າໄດ້ມີຜົນກະທົບຕໍ່ເສດຖະກິດການກະເສດຂອງລັດໄວໂອວາຈຶ່ງພາໃຫ້ມີການແຂ່ງຂັນທີ່ມີິຄະແນນ ສຽງໃກ້ຄຽງກັນ ລະຫວ່າງປະທານາທິບໍດີດໍໂນລ ທຣຳ ​ແລະຄູ່ແຂ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ. ທ່ານເດິກ ທອມສັນ (Doug Thompson) ພໍ່ນາຈາກເຂດພາກເໜືອ ຂອງລັດໄອໂອວາ ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ມັນຈະສ້າງຄວາມເສຍຫາຍຢ່າງຮ້າຍແຮງຖ້າຂ້າພະເຈົ້າຫາກຫວັງວ່າລັດຖະບານທ່ານທຣຳ ຈະເຂົ້າມາກຳຕຳແໜ່ງຕື່ມອີກ 4 ປີ.”

ລັດໄອໂອວາອາດຍັງເປັນຜູ້ກຳນົດໄດ້ອີກວ່າ ພັກຣີພັບບລີກັນຈະສາມາດຮັກສາ ສຽງສ່ວນຫຼາຍຂອງເຂົາເຈົ້າທີ່ມີຢູ່ພຽງໜ້ອຍດຽວ ໃນສະພາສູງໄດ້ຫຼືບໍ່. ສະມາຊິກສະພາສູງ ທີ່ສັງກັດພັກຣີພັບບລີກັນສະໄໝທຳອິດ ທ່ານນາງໂຈນີ ເອີນທ໌ (Joni Ernst) ໄດ້ຕື່ນຕົກໃຈ ເວລາທ່ານນາງບໍ່ສາມາດຕອບຄຳຖາມໄດ້ຢ່າງຄ່ອງແຄ່ວກ່ຽວກັບລາຄາສິນຄ້າກະເສດໃນລະຫວ່າງການໂຕ້ວາທີກັບຄູ່ແຂ່ງຈາກພັກເດໂມແຄຣັດ ຜູ້ບໍລິຫານບໍລິສັດອະສັງຫາລິມມະຊັບ ເທເຣຊາ ກຣີນຟິລ (Theresa Greenfield.)

ສະມາຊິກສະພາສູງເອີນທ໌ ກ່າວວ່າ: “ຂ້າພະເຈົ້າຄິດວ່າ ເຈົ້າຖາມຂ້ອຍກ່ຽວກັບເລື້ອງໝາກສາລີ ແລະມັນຂຶ້ນຢູ່ກັບຂໍ້ມູນທີ່ຈັດເຂົ້າລະບົບແມ່ນຫຍັງ ແຕ່ບາງທີຄົງປະມານ 5 ໂດລາ 50 ເຊັນ."

ຜູ້ຈັດໂຕ້ວາທີເວົ້າວ່າ: "ດີແລ້ວ ຂ້າພະເຈົ້າຄິດວ່າ ລາຄາຂອງເຈົ້າອາດຄາດເຄື່ອນຫຼືຫລຸດນັ້ນສອງສາມໂດລາ.”

ບໍ່ດົນກ່ອນນັ້ນ ທ່ານນາງກຣີນຟິລ ບໍ່ໄດ້ມີການບັນຫາໃດໆໃນການຕອບຄຳຖາມທີ່ຄ້າຍຄືກັນນີ້.

ທ່ານນາງເທຣີຊາ ກຣີນຟິລ ກ່າວວ່າ: “ດີແລ້ວໝາກສາລີບຸສໂຊລນຶ່ງແມ່ນຂາຍກັນໃນລາຄາລະຫວ່າງ 3 ໂດລາ 68​ ໃນມື້ນີ້, 3 ໂດລາ 69.”

ພໍ່ນາແດນ ຊຳແບັກ ຊຶ່ງກ່ອນໜ້ານີ້ເຄີຍເຮັດວຽກຮ່ວມກັບທ່ານນາງເອີນທ໌ຢູ່ໃນສະພາສູງລັດໄອໂອວາ ກ່າວວ່າ ການໂຕ້ວາທີໄດ້ເຮັດໃຫ້ເກີດຄວາມເຂົ້າໃຈຜິດກ່ຽວກັບທ່ານນາງເອີນທ໌.

ເຂົາເຈົ້າໄດ້ໃຫ້ຄວາມສຳຄັນຫຼາຍໂພດກ່ຽວກັບເລື້ອງທີ່ບໍ່ມີຫຍັງແລະສະມາຊິກສະພາສູງເອີນທ໌ເຂົ້າໃຈເລື້ອງການກະເສດເປັນຢ່າງດີ.”

ສ່ວນພໍ່ນາເດີກ ທອມສັນ ໃຫ້ການສະໜັບສະໜຸນທ່ານນາງກຣີນຟິລ ແລະກ່າວວ່າ ສົງຄາມການຄ້າຂອງລັດຖະບານທ່ານທຣຳກັບຈີນທີ່ໄດ້ຮັບການໜຸນຫຼັງຈາກທ່ານນາງເອີນທ໌ນັ້ນ ເຮັດໃຫ້ລາຄາອາຫານປະເພດເຂົ້າຕົກແລະສ້າງຄວາມເສຍຫາຍທາງດ້ານການເງິນໃຫ້ແກ່ລາວ.

“ຄວາມສຳເລັດຫຼືລົ້ມແຫຼວຂອງທ່ານນາງ ແມ່ນຈະຂຶ້ນຢູ່ກັບຄວາມສຳເລັດຫຼືລົ້ມແຫຼວຂອງທ່ານທຣຳຢູ່ໃນລັດໄອໂອວາ.”

ການຈ່າຍເງິນຊົດເຊີຍຂອງລັດຖະບານ ໃຫ້ແກ່ພວກພໍ່ໄຮ່ພໍ່ນາ ທີ່ສູນເສຍລາຍໄດ້ ບໍ່ໄດ້ສ້າງຄວາມໝັ້ນໃຈເລີຍໃຫ້ແກ່ທ່ານທອມສັນ.

“ການກະເສດໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ. ເຖິງແມ່ນວ່າພວກເຮົາໄດ້ຮັບເງິນຊົດເຊີຍກໍຈິງ ແຕ່ມັນກໍຍັງມີຄວາມຕຶງຄຽດ ມີຄວາມຕຶງຄຽດຫຼາຍ ຢູ່ໃນບັນຊີລາຍໄດ້ລາຍຈ່າຍຖ້າຈະເວົ້າ.”

ໄອໂອວາ ແມ່ນຮວມຢູ່ໃນບັນດາລັດແຖວໜ້າທີ່ຜະລິດໝາກສາລີ ໝູ ແລະໄຂ່. ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ເສດຖະກິດຂອງລັດແມ່ນບັນຫາທີ່ສຳຄັນສຸດສຳລັບພວກທີ່ມີສິດປ່ອນບັດ.

ພວກນັກວິເຄາະຫຼາຍໆຄົນ ຄາດວ່າ ພັກເດໂມແຄຣັດ ຈະໄດ້ຮັບບ່ອນນັ່ງຂອງພວກເຂົາເຈົ້າຕື່ມຢູ່ໃນສະພາສູງ ແຕ່ຄຳຖາມກໍມີຢູ່ວ່າ ຫຼາຍປານໃດ?

ທ່ານທີໂມທີ ເຮໂກ (Timothy Hagel) ອາຈານສອນລັດຖະສາດການເມືອງທີ່ມະຫາວິທະຍາໄລ ໄອໂອວາ ກ່າວກ່ຽວກັບເລື້ອງນີ້ວ່າ:

“ມີການແຂ່ງຂັນຢູ່ປະມານ 6 ບ່ອນນັ່ງ ທີ່ເບິ່ງຄືວ່າ ພັກຣີພັບບລີກັນຈະມີຄວາມສ່ຽງໃນເທື່ອນີ້. ເບິ່ງຊົງວ່າລັດໄອໂອວາແມ່ນນຶ່ງໃນນັ້ນ.”

ສາສະດາຈານທີໂມທີ ເຮໂກ ຈາກມະຫາວິທະຍາໄລລັດໄອໂອວາ ກ່າວວ່າ ຜູ້ມີສິດປ່ອນບັດທີ່ບໍ່ສັງກັດພັກ ຊຶ່ງປະກອບເປັນປະມານນຶ່ງສ່ວນສາມ ຂອງຜູ້ມີສິດປ່ອນບັດທັງໝົດໃນລັດໄອໂອວານັ້ນ ແມ່ນກະແຈສຳຄັນ ໃນການແຂ່ງຂັນ ລະ ຫວ່າງທ່ານນາງເອີນທ໌ແລະທ່ານນາງກຣີນຟິລ.

“ມັນຂຶ້ນຢູ່ກັບພວກມີສິດປ່ອນບັດທີ່ບໍ່ສັງກັດ ພວກປ່ອນບັດທີ່ເປັນອິດສະຫຼະເຫຼົ່ານັ້ນ ປ່ອນເອົາໃຜ ມັນເປັນເລື້ອງສຳຄັນ ແລະເປັນພວກປ່ອນບັດທີ່ພາໃຫ້ມີການປ່ຽນແປງໄດ້. ພວກເຂົາເຈົ້າສົນໃຈຫຼືບໍ່ ກ່ຽວກັບການຕໍ່ສູ້ທາງດ້ານການເມືອງ ຫຼືມັນອາດເຮັດໃຫ້ພວກເຂົາເຈົ້າເບື່ອ ຖ້າມັນຮອດຈຸດໃດຈຸດນຶ່ງແລ້ວ.”

ບັນດາຜູ້ມີສິດປ່ອນບັດໃນລັດໄອໂອວາ ແມ່ນພາກັນໄປປ່ອນບັດແຕ່ຫົວທີ. ທ່ານທອມສັນ ພໍ່ນາຈາກພາກເໜືອລັດໄອໂອວາ ກ່າວວ່າ:

“ບັດຂອງຂ້ອຍ ແມ່ນປະໄວ້ຢູ່ເຮືອນຄົວຫັ້ນ ມັນກຳລັງລໍຖ້າ ລາຍເຊັນຂອງຂ້ອຍຢູ່.”

ທ່າມກາງທີ່ມີການລະບາດຂອງໄວຣັສໂຄໂຣນາຢູ່ນີ້ ການໄປປ່ອນບັດແຕ່ຫົວທີຢູ່ລັດໄອໂອວາ ແມ່ນເພີ້ມຂຶ້ນ 97 ເປີເຊັນ ປຽບທຽບໃສ່ປີ 2016.

U.S. Senate races in the November 3 elections could hold the key to whether the winner of the presidential contest can enact his agenda. VOA’s Kane Farabaugh reports on a hard-fought Senate race in the small state of Iowa.

In 2016, Donald Trump carried the central state of Iowa by 9 percentage points.

Dan Zumbach, Farmer & Iowa State Senator:
“We elected him to get things done, and he’s doing exactly what he said he would.”

Four years later, a global pandemic and a trade war impacting Iowa’s agricultural economy have led to a tight race between President Donald Trump and Democratic challenger Joe Biden.

Doug Thompson, Northern Iowa Farmer:
“I think it would be devastating if I had to look forward to another four years of the Trump administration.”

Iowa could also determine whether Republicans hold or lose their slim Senate majority. Republican first-term Sen. Joni Ernst raised eyebrows when she fumbled a question on farm commodity prices during a debate with her Democratic challenger, real estate executive Theresa Greenfield.

SENATOR ERNST: “I think you had asked about corn. And it depends on what the inputs are but probably about $5.50.

MODERATOR: Well, you are a couple of dollars off, I think.”

Moments earlier, Greenfield had no trouble answering a similar question.

THERESA GREENFIELD: Well a bushel of corn is going for about $3.68 today, $3.69."

Farmer Dan Zumbach, who previously served with Ernst in the Iowa State Senate, said the debates left an unfair impression of Ernst.

Dan Zumbach, Farmer & Iowa State Senator:
“They made a lot of to-do about nothing, and Senator Ernst understands agriculture.”

Farmer Doug Thompson supports Greenfield, and says the Trump administration’s trade war with China —backed by Ernst — lowered grain prices and hurt him financially

Doug Thompson, Northern Iowa Farmer:
“Her success or failure is going to be based on Trump’s success or failure in Iowa.”


Government payments compensating farmers for lost income haven’t reassured Thompson.

Doug Thompson, Northern Iowa Farmer:
“Agriculture has been devastated. Even though we’ve been paid off, there’s still a lot of stress out here, lotta stress on balance sheets if you will..”

Iowa is among America’s top-producing states of corn, pork and eggs. Polls show the state’s economy is the top issue for voters.

Many analysts expect Democrats to boost their numbers in the Senate. The question: By how many?

Timothy Hagle, Political Science Professor, University of Iowa:
“There are about half a dozen races where Republicans seem to be vulnerable this time. Iowa seems to be one of those states.”

The University of Iowa’s Timothy Hagle says independent voters — about one third of Iowa’s electorate — are key to the Ernst-Greenfield contest.

Timothy Hagle, Political Science Professor, University of Iowa:

“It’s how those no party voters, those independent’s vote that’s critical and they’re the swing voters. Do they really care about some of this political infighting, or does that just turn them off at a certain point?”

Some Iowans are voting early.

Doug Thompson, Northern Iowa Farmer:
“My ballot is in my kitchen awaiting my signature.”

Amid the pandemic, early voting in Iowa is up 97% compared to 2016.

XS
SM
MD
LG