ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປິດສະໜາກ່ຽວກັບເຮືອບິນຂອງສາຍການບິນ ເລກທີ MH370 ຍັງບໍ່ທັນແກ້ໄຂໄດ້ເທື່ອ


ພວກເດັກນ້ອຍພາກັນຂຽນຂໍ້ຄວາມທີ່ມີຄວາມຫວັງລົງ ກ່ຽວກັບ ເຮືອບິນຂອງສາຍການບິນ ເລກທີ MH370 ຢູ່ໃນສະໜາມບິນ
ສາກົນ ໃນນະຄອນຫຼວງກົວລາລໍາເປີຣ໌ ໃນວັນທີ 14 ມິຖານາ, 2014.
ພວກເດັກນ້ອຍພາກັນຂຽນຂໍ້ຄວາມທີ່ມີຄວາມຫວັງລົງ ກ່ຽວກັບ ເຮືອບິນຂອງສາຍການບິນ ເລກທີ MH370 ຢູ່ໃນສະໜາມບິນ ສາກົນ ໃນນະຄອນຫຼວງກົວລາລໍາເປີຣ໌ ໃນວັນທີ 14 ມິຖານາ, 2014.

ປິດສະໜາໃນວົງການ ການບິນທີ່ໃຫຍ່ທີ່ສຸດຂອງໂລກອັນນຶ່ງ ຍັງບໍ່ທັນແກ້ໄຂໄດ້ເທື່ອ ພາຍຫລັງທີ່ພວກນັກສືບສອບສວນເວົ້າຢູ່ໃນບົດລາຍງານທີ່ພິມເຜີຍແຜ່ອອກ ໃນວັນ
ຈັນມື້ນີ້ວ່າ ພວກເຂົາເຈົ້າບໍ່ຮູ້ວ່າ ມີຫຍັງເກີດຂຶ້ນກັບເຮືອບິນຂອງສາຍການບິນມາເລ
ເຊຍ ທີ່ຫາຍສາບສູນໄປເມື່ອ 4 ປີກ່ອນນັ້ນ.

ທ່ານ ຄົກ ຊູ ໂຈນ (Kok Soo Chon) ຫົວໜ້າທີມງານກວດສອບດ້ານຄວາມປອດໄພ ຂອງເຮືອບິນໃນຖ້ຽວບິນເລກທີ MH370 ກ່າວຕໍ່ພວກນັກຂ່າວ ຢູ່ນະຄອນກົວລາລໍາ
ເປີຣ໌ວ່າ “ທາງທີມງານບໍ່ສາມາດບອກໄດ້ຢ່າງແນ່ນອນວ່າ ແມ່ນຫຍັງເປັນສາເຫດ
ອັນແທ້ຈິງ ຂອງການຫາຍສາບສູນຂອງເຮືອບິນໃນຖ້ຽວບິນເລກທີ MH370." ທ່ານ
ກ່າວອີກວ່າ ພວກນັກສືບສວນ ຈະສາມາດຮູ້ໄດ້ວ່າ ມີຫຍັງເກີດຂຶ້ນ ກັບເຮືອບິນລໍານີ້
ໄດ້ " ກໍຕໍ່ເມື່ອວ່າ ໄດ້ພົບເຫັນຊາກຫັກພັງຂອງເຮືອບິນເທົ່ານັ້ນ."

ສະມາຊິກຄອບຄົວຂອງຜູ້ໂດຍສານ ແລະພະນັກງານໃນເຮືອບິນທີ່ຫາຍສາບສູນໄປ ໄດ້ສະແດງຄວາມຮູ້ສຶກບໍ່ພໍໃຈ ຕໍ່ບົດລາຍງານດັ່ງກ່າວ ໂດຍເວົ້າວ່າມີຊ່ອງຫວ່າງຢູ່ໃນ
ການສືບສວນນັ້ນ ແລະມີຄໍາຖາມຫລາຍອັນໂພດ ທີ່ບໍ່ໄດ້ຮັບຄໍາຕອບ.

ໃນວັນທີ 8 ມີນາ, 2014 ເຮືອບິນຂອງສາຍການບິນເລກທີ MH370 ໄດ້ຫາຍສາບສູນໄປ.
ເຮືອບິນໂບອິງ 777 ໄດ້ບັນທຸກຄົນໂດຍສານ 239 ຄົນທີ່ບິນຈາກນະຄອນກົວລາລໍາເປີຣ໌
ໄປຍັງປັກກິ່ງ.

ລັດຖະບານອອສເຕຣເລຍ, ມາເລເຊຍ, ແລະຈີນ ໄດ້ພາກັນໂຈະການຊອກຄົ້ນຫາຢ່າງເປັນ
ທາງການໄວ້ ໃນເດືອນມັງກອນ 2017 ພາຍຫລັງທີ່ໄດ້ຊອກຄົ້ນໄປທົ່ວເນື້ອທີ່ 119,139 ຕາລາງກິໂລແມັດຂອງມະຫາສະໝຸດອິນເດຍ ທີ່ມີການໃຊ້ຈ່າຍຫລາຍກວ່າ 150 ລ້ານໂດລາ.
ພວກເຈົ້າໜ້າທີ່ ຫລັງຈາກນັ້ນ ກໍໄດ້ພາກັນ ສະຫລຸບວ່າ ບ່ອນທີ່ເຮືອບິນຕົກ ອາດຈະຢູ່ທາງ
ເໜືອຂຶ້ນໄປ ທີ່ໄກຈາກບ່ອນນັ້ນຫລາຍ.

ພາຍຫລັງທີ່ມີການກົດດັນຂອງຄອບຄົວຜູ້ໄດ້ຮັບເຄາະຮ້າຍ, ຄະນະລັດຖະບານມາເລເຊຍ
ຊຸດກ່ອນ ກໍໄດ້ເຊັນຂໍ້ຕົກລົງກັບບໍລິສັດ Ocean Infinity ຊຶ່ງເປັນບໍລິສັດກວດຄົ້ນຫາຂອງ
ສະຫະລັດ ເພື່ອທໍາການຊອກຄົ້ນຄືນອີກ ໃນເດືອນມັງ ກອນປີນີ້ ພາຍໃຕ້ເງື່ອນໄຂທີ່ວ່າ
ພວກເຂົາເຈົ້າ ຈະບໍ່ໄດ້ຮັບເງິນຄ່າຄົ້ນຫາ ຖ້າຫາກວ່າເຮືອບິນ 777 ຫລື ບັນທຶກຂໍ້ມູນຂອງ
ມັນ ກໍຄືກ່ອງດໍາ ບໍ່ຖືກຄົ້ນພົບ.

ບໍລິສັດດັ່ງກ່າວຄິດວ່າ ຈະໄດ້ຮັບເງິນຫລາຍເຖິງ 70 ລ້ານໂດລາ ຖ້າຫາກການຊອກຄົ້ນຫາ
ໄດ້ຮັບຜົນສໍາເລັດ ແຕ່ວ່າ ບໍລິສັດນັ້ນ ກໍບໍ່ພົບຮ່ອງຮອຍອັນໃດ ຂອງເຮືອບິນລໍານັ້ນເລີຍ
ເຖິງແມ່ນວ່າ ຈະໃຊ້ອຸປະກອນໃນການຄົ້ນຫາທີ່ເປັນເທັກໂນໂລຈີ ທີ່ທັນສະໄໝທີ່ສຸດຂອງ
ໂລກ ກວດໄປທົ່ວພື້ນທີ່ໃຕ້ທະເລແຫ່ງນັ້ນກໍຕາມ.

ການຄົ້ນຫາເຮືອບິນອາຍພົ່ນທີ່ຫາຍສາບສູນໄປດັ່ງກ່າວ ຄັ້ງຫລ້າສຸດ ໄດ້ສິ້ນສຸດລົງ ໃນ
ເດືອນພຶດສະພາ ທີ່ຜ່ານມາ ເມື່ອບໍລິສັດ Ocean Infinity ໄດ້ປະກາດວ່າ ຕົນໄດ້ຍຸຕິ
ຄວາມພະຍາຍາມໃນການຊອກຫາເຮືອບິນລໍາດັ່ງກ່າວ ທີ່ດໍາເນີນມາເປັນເວລາ 3 ເດືອນ
ນັ້ນລົງ ພາຍຫລັງທີ່ໄດ້ທໍາການກວດຄົ້ນໃນເນື້ອທີ່ທະເລກວ້າງ 112,000 ຕາລາງກິໂລ
ແມັດແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG