ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່​ສືບ​ສວນ ກ່າວ​ວ່າ ສ​ປ​ຊ ແລະ ປະ​ຊາ​ຄົມ​ສາ​ກົນ ບໍ່​ໄດ້​ລົງ​ໂທດ ມຽນ​ມາ ໃນ​ການ​ກໍ່​ ອາ​ຊະ​ຍາ​ກຳ ຕໍ່​ຊາວ​ໂຣ​ຮິງຢ​າ


ຜູ້​ສືບ​ສວນ​ພິ​ເສດ ກ່ຽວ​ກັບ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ໃນ​ມຽນ​ມາ ທ່ານ​ນາງ​ແຢງ​ກີ ລີ ສະ​ເໜີ​​ລາຍ​ງານ ຕໍ່​ສະ​ພາ​ສິດ​ທິມ​ະ​ມຸດ ສ​ປ​ຊ ເມື່ອ​ວັນ​ທີ 11 ມີ​ນາ 2019.
ຜູ້​ສືບ​ສວນ​ພິ​ເສດ ກ່ຽວ​ກັບ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ໃນ​ມຽນ​ມາ ທ່ານ​ນາງ​ແຢງ​ກີ ລີ ສະ​ເໜີ​​ລາຍ​ງານ ຕໍ່​ສະ​ພາ​ສິດ​ທິມ​ະ​ມຸດ ສ​ປ​ຊ ເມື່ອ​ວັນ​ທີ 11 ມີ​ນາ 2019.

ເຈົ້າ​ໜ້າ​ທີ່​ສືບ​ສວນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ສະ​ຫະ​ປະຊາ​ ຊາດແລະ​ປະ​ຊາ​ຄົມ​ສາ​ກົນ ບໍ່​ສາ​ມາດ​ເຮັດ​ໃຫ້​ລັດ​ຖະ​ບານ​ມຽນ​ມາ ​ເປັນ​ຜູ້ຮັບ​ຜິດ​ຊອບ ຕໍ່​ການ​ປະ​ຫັດ​ປະ​ຫານ​ແລະ​ການ​ກົດ​ຂີ່ ​ຕໍ່​ພວກ​ຊົນ​ກຸ່ມ​ນ້ອຍ​ມຸ​ສ​ລິມ​ຊາວ​ໂຣຮິງ​ຢາ​ມາ​ໄດ້​ຫຼາຍ​ທົດ​ສະ​ວັດ​ແລ້ວ. ລາຍ​ງານ​ຂອງ​ເຈົ້າ​ໜ້າ​ທີ່​ສືບ​ສວນ​ພິ​ເສດ​ກ່ຽວກັບ​ສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດໃນ​ປະ​ເທດ​ມຽນ​ມາ ໄດ້​ຖືກ​ຍົກ​ຂຶ້ນ​ມາ​ປຶກ​ສາຫາ​ລື ​ທີ່ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ ​ສະ​ຫະ​ປະ​ຊາ​ຊາດ. Lisa Schlein ມີ​ລາຍກ່ຽວ​ກັບ​ເລື້ອງນີ້ ຈາກ​ນະ​ຄອນ​ເຈ​ນີ​ວາ ຊຶ່ງໄພ​ສານຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມີ​ອົບ​ພະ​ຍົບ​ຊາວ​ໂຣ​ຮິງ​ຢາຫຼາຍກວ່າ 1 ລ້ານ​ຄົນ ໄດ້​ພາ​ກັນ​ຫຼັ່ງ​ໄຫລ​ເຂົ້າ​ໄປ​ໃນ​ເຂດ​ເມືອງ Cox’s Bazar ຂອງ​ບັງ​ກ​ລາ​ແດັ​ສ​ເພື່ອ​ຫຼົບ​ໜີ​ຄວາມ​ຮຸນ​ແຮງ ການ​ປະ​ຫັດ​ປະ​ຫານ ແລະ​ຄວາມ​ຕາຍ ຢູ່​ໃນ​ມຽນ​ມາ. ເຈົ້າ​ໜ້າ​ທີ່​ສືບ​ສວນ ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານນາງ​ແ​ຢງ​ກີ ລີ ​ກ່າວ​ວ່າ ທ່​ານ​ນາງ​ມີ​ຄວາມ​ເປັນຫ່ວງ​ຢ້ານ​ວ່າ ​ປະ​ຊາ​ຄົມ​ສາກົນ​ ຈະ​ມອງ​ຂ້າມ ສະ​ຖາ​ນະການ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ທ່ານ​ນາງ​ກ່າວ​ຕື່ມ​ວ່າ:

“​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກວິ​ກິດ​ການ​ສິດ​ທິ​ມະ​ນຸດ ຊຶ່ງ​ຄວາ​ມ​ຮັບ​ຜິດ​ຊອບ​ດັ່ງ​ກ່າວນີ້​ແມ່ນ​ຂຶ້ນ​ຢູ່​ກັບ​ມຽນ​ມາ. ມັນ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ທັງ​ໝົດ​ຂອງ​ພວກ​ເຂົາເຈົ້າ ເພື່ອ​ນຳ​ເອົາ​ທຸກເງື່ອນ​ໄຂ​ທີ່​ຈຳ​ເປັນ ສຳ​ລັບ​ທຸກໆ​ຄົນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ບັງຄັບ​ໃຫ້​ຫຼົບ​ໜີ​ໄປ​ນັ້ນ ກັບ​ຄືນ​ບ້ານ ແລະ​ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ສາ​ມາດ​ ດຳ​ເນີນ​ການ​ດັ່ງ​ກ່າວ​ໄດ້. ຊາວ​ໂຣ​ຮິງ​ຢາ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ມຽນ​ມາຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ປະ​ຕິ​ເສດກ່ຽວ​ກັບ​ສິດ​ທິ​ຂອງ​ພວກ​ເຂົາ​ເຈົ້າແລະ​ຖືກ​ປະ​ຫັດ​ປະ​ຫານ​ໂດຍເຈົ້າ​ໜ້າ​ທີ່ ຈຶ່ງ​ເຮັດ​ໃຫ້​ການ​ກັບ​ຄືນ​ໄປ​ຈາກ​ບັງ​ກ​ລາ​ແດັ​ສ​ເປັນ​ໄປ​ບໍ່​ໄດ້​ໃນ​ເວ​ລານີ້.”

ໃນ​ປີ​ກາຍນີ້ ມຽນ​ມາ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມາ​ທິ​ການສືບ​ສວນ​ອິດ​ສະ​ຫຼະ​ຂຶ້ນ​ເພື່ອ ສອບ​ສວນ​ເບິ່ງ​ການ​ກ່າວ​ຫາ ​ກ່ຽວ​ກັບ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ໃນ​ລັດ​ຣາ​ໄຄ​ນ໌ ບ່ອນ​ທີ່​ພວກ​ທະ​ຫານ​ໄດ້​ທຳ​ການ​ປາບ​ປາມຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ເມື່ອ​ສອງ​ປີ​ກ່ອນ.

ທ່ານ​ນາງ​ແຢງ​ກີ ລີ ກ່າວ​ວ່າ ຄະ​ນະ​ກຳ​ມາ​ທິ​ການ​ທີ່​ວ່ານີ້ ບໍ່​ໄດ້​ສະ​ແດງ​ຄວາມ​ສາ​ມາດ​ໃ​ຫ້​ເຫັນ ໃນ​ການ​ນຳ​ເອົາ​ຄວາມ​ເປັນ​ທຳ​ ມາ​ໃຫ້​ພວກ​ເຄາະ​ຮ້າຍ. ທ່ານ​ນາງແຢງ​ກີ ລີ ເວົ້າ​ວ່າ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຊາວ​ໂຣ​ຮິງ​ຢາບໍ່​ສາ​ມາດ​ທີ່​ຈະ​ບັນ​ ລຸ​ໄດ້ ໂດຍ​ເວ​ທີ​ພາຍ​ໃນ​ປະ​ເທດ. ທ່ານ​ນາງ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຢ້ຳ​ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ຫຼາຍໆ​ເທື່ອ​ແລ້ວ​ວ່າ ປະ​ຊາ​ຄົມ​ສາ​ກົນ​ຕ້ອງ​ໄດ້​ໃຫ້​ການ​ຄ້ຳ​ປະ​ກັນ ​ໃນ​ເລື້ອງ​ຄວາມ​ຍຸ​ຕິ​ທຳ. ຂ້າ​ພະ​ເຈົ້າ​ຮູ້​ສຶກເສຍ​ໃຈທີ່​ວ່າ 9 ເດືອນ​ໄດ້​ຜ່ານ​ໄປ ​ຫຼັງ​ຈາກ​ໄດ້​ມີ​ມະ​ຕິ​ສ້າງ​ຕັ້ງ ກົນ​ໄກ​ການ​ສືບສວນ​ທີ່​ເປັນ​ອິດ​ສະ​ຫຼະ​ສຳ​ລັບ​ມຽນ​ມາຍັງ​ບໍ່​ສາ​ມາດ​ເຮັດ​ວຽກ​ໄດ້ ມັນ​ມີ​ຄວາມ​ສ່ຽງແທ້ໆທີ່​ວ່າ ຈະ​ມີ​ຊ່ອງ​ຫວ່າງ​ໃນ​ການ​ສືບ​ສວນ​ ກ່ຽວ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ນາໆຊາດທີ່​ຮ້າຍ​ແຮງ ແລະ​ການ​ລະ​ເມີດ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ຢູ່​ໃນ​ມຽນ​ມາ.”

ສະ​ພາ​ສິດ​ທິ​ມະ​ນຸດ​ໄດ້ແຕ່ງ​ຕັ້ງ​ຄະ​ນະ​ສືບ​ສວນ​ໃນ​ເດືອນ​ກັນ​ຍາ​ປີ​ກາຍນີ້ເພື່ອ​ເກັບກຳ​ແລະ​ວິ​ເຄາະ​ຫຼັກ​ຖານ ກ່ຽວ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ ແລະ​ການ​ລະເມີດ​ສິດ​ທິ​ມະ​ນຸດ ຢູ່​ໃນ​ມຽນ​ມາ ນັບ​ແຕ່​ປີ 2011 ເປັນ​ຕົ້ນ​ມາ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ມຽນ​ມາປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດທີ່​ນະ​ຄອນເຈ​ນີ​ວາ ທ່ານ Kyaw Moe Tun ກ່າວ​ວ່າ ການ​ກ່າວ​ຫາ​ ຂອງ​ເຈົ້າ​ໜ້າ​ທີ່​ສືບ​ສວນພິ​ເສດແມ່ນສ້າງ​ຄວາມເສື່ອມ​ເສຍ ແລະ​ໃຫ້​ຜົນ​ໃນ​ທາງ​ກົງ​ກັນ​ຂ້າມ ​ກັບ​ທີ່​ຕ້ອງ​ການ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ ຮຽກ​ຮ້ອງ​ໃຫ້​ ສະ​ພາ​ສິດ​ທິ​ມະ​ນຸດ ປົດ​ທ່ານນາງ​ ແຢງ​ກີ ລີ ອອກ​ຈາກ​ຕຳ​ແໜ່ງ​ຜູ້​ສືບ​ສວນ​ພິ​ເສດ ແລະ​ແຕ່ງ​ຕັ້ງ​ບຸກ​ຄົນ​ອື່ນທີ່​ທ່ານ​ກ່າວ​ວ່າ​ເໝາະ​ສົມ​ກວ່​ານີ້​ເພື່ອ​ເຂົ້າ​ກຳ​ຕຳ​ແໜ່ງ​ດັ່ງ​ກ່າວ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ມຽນ​ມາ​ເວົ້າ​ວ່າ ແທນ​ທີ່​ຈະ​ລະ​ບຸ​ຊື່​ແລະ​ສ້າງ​ຄວາມ​ອັບ​ອາຍ​ໃຫ້​ແກ່​ປະ​ເທດ​ຂອງ​ທ່ານ ອີງ​ຕາມ​ການ​ກ່າວ​ຫາ​ທີ່​ບໍ່​ມີ​ພື້ນ​ຖານແລ້ວ ສະ​ພາສິດ​ທິ​ມະ​ນຸດ ຄວນ​ເຮັດ​ວຽກ​ຮ່ວມ​ກັບ​ມຽນ​ມາໃນ​ວິ​ທີ​ທາງ​ແບບ​ສ້າງ​ສັນ ເພື່ອ​ຊອກຫາ​ການ​ແກ້​ໄຂ​ທີ່​ຖາ​ວອນ.

ອ່ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG