ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງ ແຊຣາ ກຸຫຼາບດາຣາ ຜູ້ບໍລິຫານ ອົງການມໍລະດົກຫຼັງສົງຄາມ ຄົນໃໝ່


ຍານາງຈັນນະພາ ຄຳວົງສາ (ຊ້າຍ) ອະດີດຜູ້ບໍລິຫານອົງການມໍລະດົກຫຼັງສົງຄາມ ແລະຍານາງແຊຣາ (ສຸລາພິນ) ກຸຫຼາບດາຣາ (ຂວາ) ທີ່ເຂົ້າມາຮັບຕຳແໜ່ງແທນຄົນໃໝ່ ວັນທີ 28 ຕຸລາ 2019.
ຍານາງຈັນນະພາ ຄຳວົງສາ (ຊ້າຍ) ອະດີດຜູ້ບໍລິຫານອົງການມໍລະດົກຫຼັງສົງຄາມ ແລະຍານາງແຊຣາ (ສຸລາພິນ) ກຸຫຼາບດາຣາ (ຂວາ) ທີ່ເຂົ້າມາຮັບຕຳແໜ່ງແທນຄົນໃໝ່ ວັນທີ 28 ຕຸລາ 2019.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຂໍແນະນຳໃຫ້ທ່ານຮູ້ຈັກກັບ ຍານາງແຊຣາ ກຸຫຼາບດາຣາ ຜູ້ບໍລິ
ຫານອົງການມໍລະດົກຫຼັງສົງຄາມ ຫຼື “Legacie of War” ທີ່ໄດ້ເຂົ້າມາຮັບໜ້າທີ່ໃນວັນ
ທີ 28 ຕຸລາ ປີກາຍນີ້. ມູນມໍລະດົກຫຼັງສົງຄາມ ແມ່ນອົງການ ທີ່ບໍ່ຫວັງຜົນກຳໄລ ມີໜ້າ
ທີ່ໃຫ້ການສຶກສາແນະນຳ ເປັນປາກ ສຽງຊອກຫາທຶນຈາກລັດຖະບານສະຫະລັດ ແລະ
ເອກກະຊົນ ເພື່ອນໍາໄປເກັບ ກູ້ລະເບີດທີ່ຍັງຕົກຄ້າງບໍ່ທັນແຕກແຕ່ປາງສົງຄາມ ຢູ່ປະ
ເທດລາວ. ຍານາງ ແຊຣາ ແມ່ນໃຜ ມາຈາກໃສນັ້ນ ກິ່ງສະຫວັນ ຈະນຳເລື້ອງນີ້ມາ
ສະເໜີທ່ານ.

ລູກລະເບີດບອມບີ ທີໄດ້ຕົກຄ້າງຢູ່ໃນປເທດລາວ ປາງສົງຄາມລັບ.
ລູກລະເບີດບອມບີ ທີໄດ້ຕົກຄ້າງຢູ່ໃນປເທດລາວ ປາງສົງຄາມລັບ.

ຍານາງແຊຣາ ມີຊື່ລາວວ່າ ສຸລາພິນ ກຸຫຼາບດາຣາ ເກີດໃນປີ 1984 ທີີ່ ນະຄອນ
ຫຼວງວຽງຈັນ ນາງສາມາດປາກພາສາລາວໄດ້ດີ ມີສຳນຽງປາກເຊ ຊຶ່ງເປັນບ້ານເກີດ
ຂອງພໍ່ແມ່. ແຊຣາແມ່ນຍິງສາວລາວຜູ້ນຶ່ງທີ່ໄດ້ເກີດໃຫຍ່ຫຼັງຈາກ ສົງຄາມລັບຢູ່ໃນລາວ
ປີ 1975 ແຕ່ບໍ່ຮູ້ເລີຍວ່າມີຫຍັງໄດ້ເກີດຂຶ້ນຈົນກວ່າວ່າ ນາງໄດ້ມາຕົກຢູ່ໃນສະຫະລັດ
ອາເມຣິກາ.

ໃນສະໄໝຢູ່ເມືອງລາວນັ້ນ ພໍ່ຂອງແຊຣາເປັນນາຍແພດ ຕ້ອງໄດ້ພາຄອບຄົວ ຍົກຍ້າຍ
ໄປປະຈຳຢູ່ຫຼາຍໆແຫ່ງໃນປະເທດລາວ. ພໍ່ແມ່ຂອງແຊຣາບໍ່ເຄີຍບອກ ໃຫ້ພວກລູກໆຮູ້
ເຖິງສົງຄາມທີ່ເກີດຂຶ້ນ ພ້ອມທັງລະເບີດທີ່ຍັງຕົກຄ້າງຝັງດິນຢູ່ ຫຼາຍໆບ່ອນໃນປະເທດ
ລາວ. ພໍ່ແມ່ພຽງແຕ່ບອກເຕືອນໃຫ້ ພວກລູກໆບໍ່ໃຫ້ໄປ ຍ່າງຢູ່ຕາມບ່ອນທີ່ເຫັນວ່າເປັນອັນຕະລາຍ.

ໃນປີ 1990 ແຊຣາ ມີອາຍຸໄດ້ 6 ປີ ຄອບຄົວກຸຫຼາບດາຣາໄດ້ເຂົ້າມາຕັ້ງຖິ່ນ ຖານໃໝ່
ຢູ່ໃນລັດໂອຮາຍໂອ ສະຫະລັດອາເມຣິກາ. ໃນຂະນະທີ່ແຊຣາກຳລັງ ຮຽນຢູ່ມັດທະຍົມ
ແຊຣາໄດ້ຄົ້ນພົບກ່ຽວກັບສົງຄາມລັບຢູ່ໃນລາວແລະການເກັບ ກູ້ລະເບີດຜ່ານອົງການ
ມໍລະດົກຫຼັງສົງຄາມ ທີ່ໄດ້ກາຍມາເປັນຈຸດຫັນປ່ຽນຊີວິດ ຂອງແຊຣາຕັ້ງແຕ່ນັ້ນມາ.

ແຊຣາເປັນນັກຮຽນດີເດັ່ນແລະໄດ້ສໍາເລັດສອງປະລິນຍາຕີ ຝ່າຍທຸລະກິດສາກົນ ແລະ
ຕະຫລາດການເງິນ ຈາກມະຫາວິທະຍາໄລ ລັດໂອຮາຍໂອ.

ນາງໄດ້ເລີ້ມເຮັດວຽກກັບອົງການສຳຄັນໆຫຼາຍອົງການທີ່ພົວພັນດ້ານມະນຸດສະທຳ
ແລະໄດ້ເດີນທາງ ໄປປະຈຳຢູ່ເຈັດປະເທດ ນາງສາມາດປາກໄດ້ ສີ່ພາສາຄື ລາວ ໄທ
ອັງກິດ ແລະສະແປນິສ. ແຊຣາ ໄດ້ແນະນຳຕົນເອງ ແລະກ່າວເຖິງຊີວິດເບື້ອງຕົ້ນສູ່
ວີໂອເອ ຟັງດັ່ງນີ້:

ຍານາງແຊຣາ ແລະຍານາງຮາໂລ ທ່ີ ສປປ ລາວ
ຍານາງແຊຣາ ແລະຍານາງຮາໂລ ທ່ີ ສປປ ລາວ

ແຊຣາມີປະສົບການດ້ານບໍລິຫານວຽກມາກ່ອນ ນາງໄດ້ກ່າວເຖິງການຈະນຳ ພາອົງ
ການມໍລະດົກຫຼັງສົງຄາມ ແລະການເພີ້ມງົບປະມານໃຫ້ຫຼາຍຂຶ້ນ ສູ່ຟັງດັ່ງນີ້:

ລະເບີດທີ່ກວດພົບຝັງດິນໃນ ສປປ ລາວ.
ລະເບີດທີ່ກວດພົບຝັງດິນໃນ ສປປ ລາວ.

ບຸກຄົນສຳຄັນໃນຊີວິດຂອງແຊຣາ ກໍຄືພໍ່ຂອງນາງ ທີ່ໄດ້ມີສ່ວນແນະນຳດ້ານ ການສຶກ
ສາແລະການປະກອບວິຊາອາຊີບ. ເວລາພໍ່ຂອງແຊຣາ ອາຍຸ 14 ປີ ທ່ານໄດ້ມີປະສົບ
ການຊີວິດກັບຄວາມຫາຍຍະນະຈາກສົງຄາມ ເຫັນຄວາມເສຍ ຕໍ່ຊີວິດ ແລະຊັບສິນ
ຈາກການຖີ້ມລະເບີດ. ຮູບພາບອັນສະຫຍອງຂວັນເຫລົ່ານີ້ ໄດ້ຖືກນຳມາບອກໃຫ້ພວກ
ລູກໆຟັງ ໃນພາຍລຸນຕໍ່ມາ ຊຶ່ງແຊຣາໄດ້ກ່າວວ່າ

ພວກເຈົ້າໜ໊າທີ່ ທີ່ກ່ຽວຂ້ອງສັງເກດເບິ່ງການເກັບກູ້ລະເບີດ ຢູ່ໃນ ສປປ ລາວ.
ພວກເຈົ້າໜ໊າທີ່ ທີ່ກ່ຽວຂ້ອງສັງເກດເບິ່ງການເກັບກູ້ລະເບີດ ຢູ່ໃນ ສປປ ລາວ.

ໃນນາມຜູ້ອຳນວຍການອົງການມໍລະດົກຫຼັງສົງຄາມ ຫຼື Legacies of War” ແຊຣາ
ມອງເຫັນວ່າໂຄງການເກັບກູ້ລະເບີດຈະບໍ່ເປັນທີ່ເສັດສິ້ນລົງໃນຊ່ວງຊີວິດຂອງນາງ
ແລະໄດ້ກ່າວມ້ວນທ້ານຕໍ່ ວີໂອເອ ດັ່ງນີິ້:

ຊາກລະເບີດທີ່ຂຸດຂຶ້ນມານໍາໃຊ້ເຮັດຮົ້ວລ້ອມບ້ານ ຢູ່ເຂດຊົນນະບົດ ໃນ ສປປ ລາວ.
ຊາກລະເບີດທີ່ຂຸດຂຶ້ນມານໍາໃຊ້ເຮັດຮົ້ວລ້ອມບ້ານ ຢູ່ເຂດຊົນນະບົດ ໃນ ສປປ ລາວ.

ສົງຄາມລັບຢູ່ໃນລາວໄດ້ເລີ້ມຈາກປີ 1964 ຫາ 1973. ກອງທັບອາກາດສະຫະລັດ
ໄດ້ຖິ້ມລະເບີດໃສ່ປະເທດລາວ ຈຳນວນທັງໝົດ 580,000 ຖ້ຽວບິນ ມີຈຳນວນລູກລະ
ເບີດທັງໝົດກວ່າສອງລ້ານໂຕນ. ອົງການມໍລະດົກຫຼັງສົງຄາມ ຫຼື “Legacie of War”
ຕັ້ງຂຶ້ນມາໃນປີ 2004 ໂດຍໄດ້ຮັບງົບປະມານປະ ມານແຕ່ລະປີ ຈາກລັດຖະສະພາ
ສະຫະລັດ ທີ່ເພີ້ມຂຶ້ນເປັນລໍາດັບ ແລະໃນປີ 2020 ນີ້ໄດ້ຮັບງົບປະມານທັງໝົດ 37
ລ້ານ 5 ແສນ ໂດລາ.

ອົງການມໍລະດົກຫຼັງສົງຄາມ
ອົງການມໍລະດົກຫຼັງສົງຄາມ

http://legaciesofwar.org/

XS
SM
MD
LG