ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳ
ເອົາການສຳພາດກັບ ຍານາງຖາວອນ ຊນະຂຸນເພັດ ຮອງປະທານສະໂມສອນກັອຟ
ລາວປະຈຳນະຄອນມົງເຣອາລ ແລະຍັງເປັນນັກສິນລະປິນຕົກແຕ່ງໃຫ້ແກ່ດາຣາສະ
ແດງ ນັກຂ່າວໂທລະພາບຢູ່ໃນນະຄອນມົງເຣອາມາສະເໜີທ່ານ. ຍານາງຖາວອນ ແມ່ນ
ສະຕີການາດາເຊື້ອສາຍລາວ ທີ່ໜ້າສົນໃຈຄົນນຶ່ງ ທີ່ໄດ້ວາງບົດບາດ ໃນການນຳພາສັງ
ຄົມດ້ານກິລາເຕະບານ ແລະຕີກັອຟ ຢູ່ໃນນະຄອນມົງເຣອາລ ປະເທດການາດາ. ຄວາມ
ເປັນມາຂອງຍານາງຖາວອນເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນ
ດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຈະຂໍແນະນຳໃຫ້ທ່ານຮູ້ຈັກກັບ ຍານາງ
ຖາວອນ ຊນະຂຸນເພັດ ທີ່ນະຄອນມົງເຣອາລ ປະເທດການາດາ. ຍານາງຖາວອນ
ແມ່ນສະຕີການາດາເຊື້ອສາຍລາວ ທີ່ຫ້າວຫັນທາງດ້ານການປະກອບວິຊາອາຊີບ ແລະ
ມັກຫລິ້ນກິລາມາແຕ່ນ້ອຍ ມັກເຕະບານ ຕີແທັນນິສ ແລະໂວໄລບານ ຫຼືບານສົ່ງ. ເພາະ
ສະນັ້ນ ຍານາງຖາວອນຈຶ່ງໄດ້ພົວພັນກັບວົງການກິລານີ້ມາຕະຫລອດ ແລະກໍແມ່ນຜູ້
ນຶ່ງທີ່ໄດ້ກໍ່ຕັ້ງສະມາຄົມເຕະບານລາວ ປະຈຳເຂດນະຄອນມົງເຣອາລ. ນອກຈາກອາ
ສາສະໝັກຮັບໃຊ້ສັງຄົມດ້ານກິລາແລ້ວ ຍານາງຖາວອນຍັງປະກອບວິຊາອາຊີບເປັນ
ນັກຕົກແຕ່ງໜ້າໃຫ້ແກ່ພວກນັກຂ່າວ ແລະສິນລະປິນ ກ່ອນຈະອອກໂທລະພາບ. ບັດຈຸ
ບັນນີ້ ຍານາງຖາວອນອາສາສະໝັກເປັນຮອງປະທານສະໂມສອນຕີກັອຟລາວ ໃນນະ
ຄອນມົງເຣອາລ ແລະຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມານີ້ ໄດ້ມີການແຂ່ງຂັນຕີກັອຟ.
ປະຈຳປີ ຊຶ່ງຍານາງຖາວອນໄດ້ກ່າວສູ່ ວີໂອເອ ຟັງກ່ຽວກັບຊີວິດຄວາມມັກຮັກກິລາດັ່ງນີ້.
ກິລາຕີກັອຟ ໄດ້ກາຍມາເປັນກິລາທີ່ຊາວລາວຢູ່ນອກປະເທດ ກຳລັງພາກັນນິຍົມຫລິ້ນ
ເປັນພິເສດ. ກິລາຕີກັອຟສະແດງໃຫ້ເຫັນ ເຖິງການຕັ້ງສະມາທິຂອງສ່ວນບຸກຄົນ ແລະ
ທີມງານ ແລະຕ້ອງມີການໃຊ້ຈ່າຍເງິນພໍສົມ ຄວນ. ຍານາງຖາວອນໄດ້ກ່າວເຖິງການ
ພົວພັນຂອງສະມາຊິກສັງຄົມລາວ ແລະທີ່ໄດ້ເຂົ້າມາຮ່ວມດັ່ງນີ້.
ຍານາງຖາວອນ ໄດ້ກ່າວເຖິງຜູ້ເຂົ້າຮ່ວມ ແລະຜົນຂອງການແຂ່ງຂັນຕີກັອຟຫວ່າງ
ສອງອາທິດທີ່ຜ່ານມາວ່າ:
ຍານາງຖາວອນ ນອກຈາກຈະໄດ້ພົວພັນອາສາສະໝັກຢູ່ໃນວົງການກິລາເຕະບານ
ແລະຕີກັອຟແລ້ວ ຖາວອນຍັງເປັນ ຜູ້ທີ່ມີສິນລະປະໃນດ້ານເສີມສວຍໃຫ້ແກ່ບັນດານັກ
ສະແດງ ແລະຜູ້ມາອອກໂທລະພາບນຳອີກດ້ວຍ . ຍານາງຖາວອນສຳເລັດການ
ສຶກສາດ້ານເສີມສວຍ ເຄີຍເປີດຮ້ານເສີມສວຍເປັນຂອງ ຕົນເອງຫວ່າງບໍ່ເທົ່າໃດປີທີ່
ຜ່ານມານີ້ ແລະໄດ້ປິດລົງ ເພື່ອໃຫ້ເວລາເນັ້ນໜັກເບິ່ງແຍງລູກດ້ານການສຶກສາ.ປັດຈຸ
ບັນນີ້ ຍານາງຖານວອນ ຍັງໃຊ້ເວລາສິດສອນການເສີມສວຍ ແລະເປັນຜູ້ຕົກແຕ່ງໃຫ້
ແກ່ນັກສະແດງ ດາຣາໂທລະພາບ ແລະນັກຂ່າວ ຊຶ່ງຄວາມຮັບຜິດຊອບດັ່ງກ່າວນີ້ ມີແຕ່
ຢູ່ໃນລະດູໃບໄມ້ຫລົ່ນ ຊຶ່ງ ຍານາງຖາວອນໄດ້ສະຫລຸບມ້ວນທ້າຍກ່ຽວກັບເລື້ອງນີ້ວ່າ:
ຍານາງຖາວອນເກີດຢູ່່ອະດີດບ້ານສະລາແດງ ໃນນະຄອນຫຼວງວຽງຈັນ ໄດ້ເດີນ
ທາງເຂົ້າມາຕັ້ງຖິ່ນຖານກັບຄອບຄົວຢູ່ໃນປະເທດການາດາໃນປີ 1981 ເວລານັ້ນ
ອາຍຸ ໄດ້ 11 ປີ. ຍານາງຖາວອນເປັນສະຕີການາດາເຊື້ອສາຍລາວ ທີ່ມັກຫລິ້ນກິລາ
ຊຶ່ງເປັນການຫາໄດ້ຍາກທີ່ຈະໄດ້ຜູ້ພົວພັນນຳພາ ຢູ່ໃນວົງການກິລາ. ວີໂອເອ ຈຶ່ງຂໍສັນ
ລະເສີນນໍ້າໃຈການວາງບົດບາດອາສາສະໝັກ ແລະການເບີກທາງໄວ້ໃຫ້ແມ່ຍິງເຊື້ອ
ສາຍລາວຢູ່ໃນຕ່າງແດນ.