ກາຍຍະພາບບໍາບັດ ແມ່ນການປິ່ນປົວ ໂດຍການໃຊ້ມືຈັບບາຍ
ຮ່າງກາຍບ່ອນທີ່ເຈັບປວດ ເຊ່ນວ່າ ກ້າມເນື້ອ ກະດູກ ແລະຂໍ້ຕໍ່
ຂອງຮ່າງກາຍ. ການປິ່ນປົວດັ່ງກ່າວນີ້ມີຊື່ເປັນພາສາອັງກິດວ່າ
Physical Therapy ມັນແມ່ນການປິ່ນປົວສຸຂະພາບແບບພື້ນ
ເມືອງອັນ ເກົ່າແກ່ ທີ່ສຸດຂອງປະຊາຄົມໂລກ ທີ່ໄດ້ປະຕິບັດ
ແລະ ຖືກພັດທະນາຂື້ນມາເປັນເວລາຫລາຍພັນປີ ຈົນໄດ້ກາຍ
ມາເປັນຫລັກສູດການຮຽນຂອງສະໄໝໃໝ່ ຢູ່ໃນສະຫະລັດ
ໃນປັດຈຸບັນນີ້.
ກາຍຍະພາບບໍາບັດ ແມ່ນການແພດທີ່ຫາທາງຮັກສາປິ່ນປົວ
ສຸຂະພາບຮ່າງກາຍ ໂດຍບໍ່ໃຊ້ຫລັການສັກຢາຫລືກິນຢາ ຊຶ່ງ
ແຕກຕ່າງກັບການແພດວິທະຍາສາດທົ່ວໆໄປ. ນາຍແພດກາຍ
ຍະພາບບຳບັດ ພາສາອັງກິດຮ້ອງວ່າ Doctor of Physical
Therapy (DPT) ມີໜ້າທີ່ຊ່ວຍປັບປຸງ ປິ່ນປົວຮ່າງກາຍທີ່ອ່ອນເພຍແລະພິການນັ້ນໃຫ້
ກັບຄືນມາເໜັງຕີງໃໝ່ອີກ.
ການປິ່ນປົວທັງໝົດນີ້ຕ້ອງໄດ້ ຜ່ານການຊັງຊາກວດຮ່າງກາຍ ປຶກສາຫາລື ແລະການ
ປ້ອງກັນ. ນາຍແພດກາຍຍະພາບບໍາບັດ ເຮັດວຽກຢູ່ຄລິນິກ ທີ່ເປັນບ່ອນປິ່ນປົວ ບໍລິ
ຫານວຽກງານ ດູແລຄົນເຈັບ ປະສານງານສື່ສານກັບ ບັນດານາຍແພດຕ່າງໆ ສົນທະ
ນາກັບສະມາຊິກຄອບຄົວ ແລະໃຫ້ຄຳແນະນຳແກ່ຜູ້ບົວລະບັດຮັກສາຄົນເຈັບ.
ນາຍແພດກາຍຍະພາບບໍາບັດ ມີຄວາມຊໍານິຊໍານານໃນການຈັບບາຍປີບນວດກ້າມ
ເນື້ອ ຈັບເສັ້ນເອັນ ແລະກະດູກຜູ້ທີ່ໄດ້ຮັບບາດເຈັບ ໃຫ້ຟື້ນກັບຄືນມາສູ່ສະພາບເດີມ
ແລະກ້າວໄປສູ່ການຊ່ວຍຕົນເອງໄດ້ເທົ່າທີ່ຄວນ. ບາງຄັ້ງກໍຕ້ອງໄດ້ໃຊ້ເຄື່ອງອຸປະ
ກອນສະໄໝໃໝ່ ເພື່ອຊ່ວຍຝຶກຫັດຮ່າງກາຍ.
ບັນດາຄົນເຈັບທີ່ມາຮັບການປິ່ນປົວຢູ່ ຄລິນິກກາຍຍະພາບບຳບັດ ແມ່ນຜູ້ທີ່ໄດ້ຮັບບາດ
ຈາກການຫລີ້ນກິລາ ຂາຫລົດ ແຂນຫລົດ ອຸປະຕິເຫດລົດຕຳກັນ ເຈັບແອວ ເຈັບກະດູກ
ຂໍ້ຕໍ່ກະດູກ ບັນດາຜູ້ເຖົ້າທີ່ລົ້ມກະດູກຫັກ ໃຊ້ອົງຄະທຽມ ໂດຍສະເພາະ ບັນດາທະຫານ
ທີ່ໄດ້ຮັບບາດເຈັບຈາກສົງຄາມ ດັ່ງນີ້ເປັນຕົ້ນ.
ການແພດພື້ນເມືອງໂບຮານນີ້ໄດ້ປະຕິບັດກັນມາເປັນເວລາຫລາຍພັນປີ ຕົກມາເຖິງຕອນ
ທ້າຍຂອງສັດຕະວັດທີ່ 19 ໄດ້ເລີ້ມຖືກປັບປູງຂື້ນມາ ໃຫ້ເປັນການແພດສະໄໝໃໝ່ ຢູ່ໃນ
ປະເທດອັງກິດ ແລະຕິດຕາມມາດ້ວຍການພັດທະນາ ນາຍແພດປິ່ນປົວກະດູກ ທີ່ສະຫະລັດ ອາເມຣິກາ. ໃນສະໄໝສົງຄາມໂລກຄັ້ງທີ່ນຶ່ງ ບັນດາຜູ້ຍິງໄດ້ຖືກເກນເຂົ້າມາເປັນນາງພະຍາບານ ເພື່ອຊ່ວຍບຳບັດທະຫານທີ່ໄດ້ຮັບບາດເຈັບຈາກສົງຄາມ ພ້ອມທັງມີການຈັດຕັ້ງຄລິນິກ ຢູ່ໃນສະໜາມລົບ ແລະພາຍລຸນຕໍ່ມາ ກໍມີການຈັດຕັ້ງ ໂຮງຮຽນກາຍຍະພາບບຳບັດ ຂື້ນທີ່ Walter Reed Army Hospital ທີ່ນະຄອນຫລວງ ວໍຊິງຕັນ.
ປັດຈຸບັນນີ້ ຢູ່ຕາມມະຫາວິທະຍາໄລຫລາຍໆແຫ່ງທົ່ວໂລກ ມີຫລັກສູດການຮຽນ ວິຊາກາຍຍະພາບບຳບັດ ຈາກຂັ້ນ Bachalor’s Degree, Master’s Degree ແລະ Doctor’s Degree. ຮວມຢູ່ໃນນັ້ນມີ ສະຕີສາວ ລາວ-ອາເມຣິກັນ ຄົນນຶ່ງທີ່ເຂດນະຄອນຫລວງ ວໍຊິງຕັນ ຄືທ່ານນາງ ວີນາ ພົນໄຊຍາ ອາຍຸ 26 ປີ ທີ່ຮຽນສຳເລັດການສຶກສາ Doctor of Physical Theriapy (DPT) ຫລື ດອກເຕີ ກາຍຍະພາບບຳບັດ ຈາກມະຫາວິທະຍາໄລ Virginia Commonwealth ໃນປີ 2011. ເວລານີ້ ວີນາ ເຮັດວຽກປິ່ນປົວຢູ່ ຄລິນິກ ແລະໂຮງໝໍ Richmond ເມືອງເອກ ຂອງລັດ Virginia. ດອກເຕີ້ ວີນາ ພົນໄຊຍາ ເປັນລູກສາວກົກ ໃນຈໍານວນລູກສາວສອງຄົນຂອງ ທ່ານອ້ວນ ແລະທ່ານນາງ ຄໍາປູນ ພົນໄຊຍາ. ວິນາ ເປັນຄົນຮູບຮ່າງບາງນ້ອຍ ແຕ່ກໍໄດ້ເລືອກຮຽນເອົາວິຊາ ທີ່ບາງເທື່ອກໍຕ້ອງໄດ້ບໍາບັດຄົນເຈັບຜູ້ຊາຍ ທີ່ມີຮູບຮ່າງໃຫຍ່ ແລະໜັກກວ່າ ເພາະໃຈມັກ. ທ່ານນາງວິນາ ໄດ້ເລົ່າສູ່ ວີໂອເອ ຟັງກ່ຽວກັບວິຊາອາຊີບຂອງທ່ານນາງ ດັ່ງນີ້ :
“ຂະນ້ອຍຮຽນຢູ່ ມະຫາວິທະຍາໄລ Virginia Tech ຝ່າຍສຸກຂະພາບ ແລະການບໍາລຸງ
ອາຫານ ຫລັງຈາກນັ້ນ ໄດ້ສຶກສາຕໍ່ທີ່ ມະຫາວິທະຍາໄຍ Virginia Commonwealth ອີກສາມປີຈຶ່ງສໍາເລັດປະລິນຍາເອກ ຝ່າຍກາຍຍະພາບບໍາບັດ ຫລື Doctor of Physical Therapy. ປັດຈຸບັນນີ້ ຂະນ້ອຍເຮັດວຽກຢູ່ ຄລິນິກ ແລະອີກຫລາຍແຫ່ງ ທີ່ພົວພັນກັບວຽກນີ້ໂດຍກົງ. ບາງຄັ້ງ ຂະນ້ອຍເຮັດວຽກຢູ່ໃນຄລິນິກ ສອງສາມມື້ແລ້ວ ຍ້າຍໄປເຮັດຢູ່ໂຮງໝໍ ແລະສູນກາງຝຶກຫັດກາຍຍະບໍລິຫານ.
ປັດຈຸບັນນີ້ ຂະນ້ອຍ ມີຄົນເຈັບຫລາຍຄົນ ທີ່ເປັນຜູ້ເຖົ້າ ລະຫວ່າງ 60 ປີ ແລະເຖົ້າກ່ວາ ນັ້ນ ແລະມີອີກສອງຄົນ ທີ່ໄດ້ຮັບບາດເຈັບຈາກການຫລີ້ນກິລາ ແລະເຈັບຫລັງ ທີ່ເຂົ້າມາຮັບການປິ່ນປົວ ກາຍຍະພາບບໍາບັດ. ສ່ວຍຫລາຍແລ້ວ ເຂົາເຈົ້າ ຖືກສົ່ງມາຈາກ ນາຍແພດອຶ່ນໆ ທີ່ບໍ່ພົວພັນກັບ ກາຍຍະພາບບຳບັດ ເພາະສະນັ້ນກໍແມ່ນເຂົາເຈົ້າ ໄດ້ຖືກກວດຮ່າງກາຍ ແລະວິນິດໄສໂຣກ ມາກ່ອນແລ້ວ ແຕ່ວ່າ ຂະນ້ອຍກໍຕ້ອງໄດ້ກວດເຂົາເຈົ້າ ຕື່ມອີກ ກ່ຽວກັບບັນຫາທີ່ເຂົາເຈົ້າມີ. ຢູ່ທີ່ນີ້ ພວກຂະນ້ອຍຕ້ອງຍືດເສັ້ນ ຍືດເອນ ອອກກໍາລັງກາຍ ພາຢ່າງ ແລະຕ້ອງໄດ້ຈັບບາຍ ຊ່ວຍເຂົາເຈົ້າຕ່າງໆນາໆ.
ລາຄາປີ່ນປົວຢູ່ຄລິນິກ ຂັ້ນແລກຕ້ອງຈ່າຍ $100 ໂດລ່າເປັນຄ່າລົງທະບຽນ ແລະກວດສອບເຖິງສາເຫດຂອງການເຈັບປວດເສຍກ່ອນ ຫລັງຈາກນັ້ນອາດຈະຕົກຢູ່ໃນລະຫວ່າງ $30 ໂດລ່າ ຫາ $50 ແລະ $70 ໂດລ່າ ຕໍໍ່ຊົ່ວໂມງ. ຢູ່ຄລິນິກ ຂະນ້ອຍຕ້ອງໄດ້ປິ່ນປົວຄົນ 10 ຫາ 12 ຄົນຕໍ່ມື້ ແຕ່ວ່າຢູ່ໂຮງໝໍ ຕ້ອງໃຊ້ເວລາຫລາຍກວ່າ ເພາະວ່່າສະພາບຄວາມເຈັບປວດຂອງຄົນເຈັບຢູ່ທີ່ນັ້ນ ມັນໜັກກວ່າ ແລະຂະນ້ອຍຕ້ອງໄດ້ປິ່ນປົວ 6 ຫາ 7 ຄົນ ແລະມັນເຮັດໃຫ້ຂະນ້ອຍເໝື່ອຍຫລາຍກວ່າຢູ່ຄລິນິກ ບາງເທື່ອ ແຂນຂະນ້ອຍຫລ່ອຍ ເພາະຕ້ອງໄດ້ຍົກຄົນເຈັບ. ມັນເປັນວຽກທີ່ຕ້ອງໃຊ້ແຮງ ຖ້າຂະນ້ອຍເຮັດໄດ້ຄົນດຽວ ກໍເຮັດເອົາເອງ ແຕ່ຖ້າຕ້ອງການຄວາມຊ່ວຍເຫລືອແລ້ວ ກໍຮ້ອງຄົນມາຊ່ວຍ. ການປິ່ນປົວດັ່ງກ່າວນີ້ ຈະໃຊ້ເວລາເພື່ອຫາຍເຊົາບໍ່ຄືກັນ ຫລາຍຄົນກໍໄດ້ຜົນດີ ແລະບາງຈຳນວນກໍບໍ່ໄດ້ຜົນ ເພາະວ່າບັນຫາການເຈັບປວດຂອງເຂົາເຈົ້າ ມັນສະລັບສັບຊ້ອນ ບວກກັບພະຍາດແຊກແຊງອຶ່ນໆ.
ການປິ່ນປົວກາຍຍະພາບບຳບັດນີ້ ຜູ້ໄດ້ຮັບບາດເຈັບຈະມີຄວາມຮູ້ສຶກໃນທັນທີ ຈາກການຈັບບາຍຂອງນາຍແພດ ຊຶ່ງບໍ່ແມ່ນການສັກຢາ ກິນຢາແລ້ວລໍຖ້າຟັງເບິ່ງຜົນເໜືອນດັ່ງ ບັນດານາຍແພດວິທະຍາສາດຕ່າງໆ. ເພາະສະນັ້ນ ຂະນ້ອຍຕ້ອງໄດ້ຟັງຄົນເຈັບຈົ່ມເຖິງສາເຫດຂອງຄວາມເຈັບປວດ ເຊ່ນວ່າ ເຈັບແອວ ເຈັບປານດົງ ເຈັບໝາກ ບ້າຫົວເຂົ່າ ເຈັບຂໍ້ຕໍ່ກະດູກ ຄົນລົ້ມກະດູກຫັກຢູ່່ກະໂພກ ແລະຂາ ເຈັບຕາມເສັ້ນເອັນຕ່າງໆນາໆ. ຖ້າຢູ່ໂຮງໝໍແລ້ວແມ່ນຈະມີຄົນເຈັບໜັກຫລາຍກວ່າ ເຂົາເຈົ້າມີຄວາມ ອ່ອນແອ ໂດຍສະເພາະຄົນເປັນອໍາມະພາດ ຄົນເຈັບທີ່ໃສ່ຫົວເຂົ່າປອມ ແລະກະໂພກ ປອມເຫລົ່ານີ້ເປັນຕົ້ນ.”
ທ່ານນາງ ວີນາ ກ່າວດ້ວຍຄວາມພູມໃຈວ່າ ເຖິງແມ່ນວ່າ ມັນເປັນວຽກການທີ່ ຕ້ອງໄດ້ປິ່ນປົວຄົນເຈັບ ເບີ່ງຄົນເຈັບ ຟັງຄວາມຈົ່ມເຈັບປວດຂອງຄົນເຈັບ ແລະໃຊ້ເຫື່ອແຮງຊ່ວຍຄົນເຈັບເຄື່ອນຍ້າຍໄປມາ ແຕ່ລາວກໍມັກວຽກນີ້ ແລະພູມໃຈໃນຄວາມຮັບຜິດຊອບຂອງລາວ.