ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວັນ​ທີ 11 ກັນ​ຍາ ມື້​ນີ້ ແມ່ນ​ວັນຄົບຮອບ 13 ປີ ໃນການໂຈມຕີ ຂອງ ພວກ​ກໍ່​ການ​ຮ້າຍ ຕໍ່ ສ​ຫລ (​ສະ​ໄລດ໌)


ເຮືອບິນສອງລຳ ໄດ້ບິນເຂົ້າ​ຕຳຕຶກແຝດ World Trade Center ທີ່ ນະຄອນນິວຢອກ ໃນວັນທີ 11 ເດືອນກັນຍາ ປີ 2001.
ເຮືອບິນສອງລຳ ໄດ້ບິນເຂົ້າ​ຕຳຕຶກແຝດ World Trade Center ທີ່ ນະຄອນນິວຢອກ ໃນວັນທີ 11 ເດືອນກັນຍາ ປີ 2001.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ວັນ​ພະຫັດ​ ທີ 11 ​ເດືອນ​ກັນຍາ ມື້​ນີ້ ເປັນ
ວັນ​ຄົບຮອບ 13 ປີຂອງ​ການ​ໂຈມຕີໂດຍ​ເຄືອຂ່າຍກໍ່​ການ​ຮ້າຍ
Al Qada ຢູ່​ ສະຫະລັດ ທີ່​ໄດ້ປະສານ​ງານກັນຈີ້ເຮືອບິນ​ໂດ​ຍ
ສານສີ່​ລຳ ຂອງສາຍ​ການບິນ American Arlines ແລະ
United Airlines ແລ້ວ​ບັງ​ຄັບ​ໃຫ້ນັກ​ບິນ ​ເອົາ​ເຮືອບິນ​ໄປຕຳ​
ເອົາ​ຕຶຶກ​ແຝດ 110 ຊັ້ນຊຶ່ງເປັນ​ຕຶກສູງສຸດຢູ່​ໃນ​ໂລກ​ໃນ​ເວລາ​
ນັ້ນແລ້ວ​ອີກ 10 ກວ່າ​ນາ​ທີ່​ຕໍ່​ມາ​ ພວກ​ກໍ່​ການ​ຮ້າຍ ​ອີກ​ຈຸ​ນຶ່ງກໍ
ໄດ້​ບັງ​ຄັບໃຫ້ເຮືອບິນ ຂອງ​ສາຍ​ການບິນ United Airlines​
ລຳ​ນຶ່ງ​ບິນໄປຕຳ​ທຳນຽບຫ້​າ​ແຈ ​ກອງ​ບັນຊາ​ການທະຫານ​ສູງ​
ສຸດ​ຂອງ​ສະຫະ​ລັດທີ່​ເມືອງ Arlington, ກິ່ງ​ສະ​ຫວັນ ພ້ອມ
​ດ້ວຍ​ສະມາຊິກ ປະຊາ​ຄົມ​ລາວ-​ອາ​ເມຣິກັນ ອີກສອງ​ຄົນ ທີ່​ມີ​
ປະສົບການ​ກ່ຽວ​ກັບ​ປະຫວັດສາດ ອັນ​ຮ້າຍ​ຂາດຂອງ ສະຫະ
ລັດ ຄັ້ງນີ້​ມາ​ເລ່ົາສູ່​ທ່ານຟັງ​ໃນ​ອັນ​ດັບ​ຕໍ່​ໄປ.

ທຳນຽບຫ້າແຈ ກ່ອນຖືກໂຈມຕີ
ທຳນຽບຫ້າແຈ ກ່ອນຖືກໂຈມຕີ

ສະບາ​ຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ວັນພະຫັດ ​ທີ 11 ​ເດືອນກັນຍາ ກົງ​ກັບ​ວັນ​ຄົບຮອບ13
ປີ​ ​ຂອງການ​ໂຈມ​ຕີຈາກ ​ເຄືອຂ່າຍ​ພວກກໍ່​ການ​ຮ້າ​ຍ Al Qaeda ຢູ່ພາກ​ຕາ​ເວັນ​ອອກ​ຂອງ
ສະຫະລັດ ທີ່​ນະ​ຄອນ​ນິວຢອກ ແລະ​ເຂດນະ​ຄອນ​ຫລວງວໍ​ຊິງຕັນ ດີ.​ຊີ ໂດຍ​ການ​ຈີ້​ເຮືອ
ບິນໂດຍ​ສານ ບັງ​ຄັບ​ໃຫ້​ນັກບິນ​ຂັບເຮືອບິນຕຳ​ເອົາ​ຕຶກ​ແຝດ World Trade Center ທີ່
ເຄີຍເປັນ​ຫລັກ​ເມືອງ 110 ຊັ້ນສູງ​ທີ່​ສຸດ​ໃນ​ໂລກ ຢູ່ທີ່​ນະຄອນ​ນິວຢອກ. ​

ຫລັງ​ຈາກ​ສິບ​ນາທີ່​ຕໍ່​ມາ ໃນໄລຍະ 300 ​ໄມ​ລ ​ຢູ່​ທີ່ ​ເມືອງ Arlington ລັດ Virginia ຂົງ
ເຂດນະຄອນ ຫລວງ ວໍ​ຊິງ​ຕັນ ດີ.ຊີ. ເຮືອ​ບິນ​ລຳ​ທີ່​ສາມໄດ້​ຕຳ​ ທຳ​ນຽບ​ຫ້າ​ແຈ ທີ່ເປັນ​
ກອງ​ບັນຊາ​ການ​ທະຫານສູງ​ສຸດກອງທັບສະ​ຫະ​ລັດ. ​ເພາະສະ​ນັ້ນ ລາຍການ​ຊີວິດ​ລາວ
ຂອງ ວີ​ໂອ​ເອ ໃນແລງ​ວັນ​ພະຫັດມື້​ນີ້ ​ເຮົາ​ຈຶ່ງຈະ​ນຳ​ເອົາ​ການ​ສຳພາດ ກັບບັນດາ​ຊາວ​
ລາວ-ອາ​ເມຣິກັນ ຜູ້​ເຫັນ​ເຫດການ ​ແລະມີ​ປະສົບ​ການ​ໃນ​ວັນ​ດັ່ງກ່າວ​ນີ້​ມາສະ​ເໜີ​ທ່ານ.

ແຕ່​ກ່ອນ​ອຶ່ນ ​ເຮົາ​ມາ​ເຂົ້າ​ໃຈ​ເຖິງ​ຄວາມ​ເປັນ​ມາ​ຂອງການ​ໂຈມ​ຕີ ວັນ​ທີ່ 11 ​ເດືອນ​ກັນຍາ
ປີ 2001 ຊຶ່ງເປັນ​ມື້​ທີ່​ ຊາວ​ອາ​ເມຣິກັນຫລາຍ​ພັນ​ຄົນໄດ້ເສຍ​ຊີວິດ ​ເສຍ​ຫລັກ​ເມືອງຄວາມ
​ສະທ້ານ​ດັ່ງກ່າວ​ນີ້ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ສະຫະລັດ ​ເປັນ​ປະ​ເທດສັງຄົມເປີດ​ກວ້າງ

ອັນ​ເປັນ​ການ​ງ່າຍ​ສຳລັບ​ການ​ໂຈມ​ຕີ​ຈາກ​ພາຍນອກ. ການ​ຂັດ​ແຍ້​ງທີ່​ພົວພັນໄດ້​ເກີດ​ຂຶ້ນ
ຢ່າງຕໍ່ເນຶ່ອງມາ​ຕັ້ງ​ແຕ່ປີ 1979 ​ຢູ່ໃນສະ​ໄໝທະຫານໂຊ​ວຽດ ບຸກລຸກ​ອັຟກາ​ນິສຖານ ຊຶ່ງ
​ເປັນບັ້ນ​ສຸດ​ທ້າຍ​ຂອງ​ສົງຄາມ​ເຢັນ. ໃນ​ລະຍະ​ນັ້ນ Mujahideen ຫລື ພວກນັກ​ລົບ​ເພື່ອ
ເສຣີພາບ ​ຊຶ່ງ​ເ​ປັນ​ຜູ້​ຕາງໜ້າ​ພວກຕໍ່ຕ້ານ ສະຫະພາບ​ໂຊ​ວຽດ ​ແລະເປັນ​ພັນທະ​ມິດ​ກັບ
ສະຫະລັດ. ​ເຫດການ​ດັ່ງກ່າວນີ້​ເກີດ​ຂຶ້ນ​ລະຫວ່າງ​ປີ 1977-1989 ​ໂດຍ​ກາ​ນນຳພາ​ ຂອງ
ທ່ານAhmad Shah Masoud ຜູ້ນຳທີ່​ອົງອາດ​ກ້າຫານ ຂອງພວກ​ນັກ​ລົບ Mujahideen ຕ້ານ​ໂຊ​ວຽດ ​ແລະໃນ​ທີ່​ສຸດໄດ້​ນຳ​ເອົາ​ໄຊ​ຊະນະ​ມາສູ່ ປະຊາຊົນ ອັ​ຟກາ​ນິສຖານ.

ໂປສເຕີ ນາຍ Osama Bin Laden ທີ່ຕ້ອງການໂຕ ຕາຍ ຫລື ເປັນ
ໂປສເຕີ ນາຍ Osama Bin Laden ທີ່ຕ້ອງການໂຕ ຕາຍ ຫລື ເປັນ

​ໄຊຊະ​ນະ​ ໄດ້​ສ້າງ​ໃຫ້​ມີ​ການ​ເຄຶ່ອນ​ໄຫວດ້ານ​ການ​ເມືອງ​ໃໝ່ຢູ່​
ໃນ​ອັຟການິສຖານ ​ເວລາ​ນັ້ນກຸ່ມ Taliban ​ແລະ Al Qaeda ​
ທີ່​ຮູ້​ກັນ​ໃນ​ປັດ​ຈຸ​ບັນ​ນີ້​ວ່າ ພວກຫົວ​ຮຸນ​ແຮງ ໄດ້​ເກີດ​ຂຶ້ນມາລະ
ຫວ່າງ​ປີ 1995-2000. ຈາກນັ້ນ​ມາ Osama Bin Laden ຜູ້
​ບົ່ງ​ການ​ຢູ່​ເບື້ອງ​ຫລັງ ​ທີ່​ບໍ່ເຫັນ​ພ້ອມກັບ​ທ່ານ Masoud ຈ່ຶງ
ໄດ້​ເລີ້ມທຳ​ການ​ປະ​ຫັດ​ປະຫານ ສະຫະລັດອາ​ເມ​ຣິ​ກາ​.

ທ່ານ Ahmad Shah Masoud ​ໄດ້ດຳ​ເນີນນຳພາພວກ​ນັກ​ລົບ
Mujahadeen ຕ້ານກຸ່ມ Taliban ​ແລະ Al Qaeda ​ແລະ​ໄດ້
​ຖືກ​ຮັບ​ຮູ້​ວ່າ ​ເປັນ​ຜູ້ນຳພັນທະ​ມິດ​ພາກ​ເໜືອ ທີ່​ໃກ້ຊິດ​ກັບ ສະຫະລັດ. ​ແຕ່​ເປັນ​ທີ່​ເສົ້າ​ສະ
​ລົດ​ໃຈ ກຸ່ມ Al Qaeda ​ໄດ້​ລອບ​ສັງຫານ​ທ່ານ​ Masoud ໃນ​ວັນ​ທີ່ 9 ​ເດືອນ​ກັນ​ຍາ​ ປີ
2001 ສອງມື້ກ່ອນເກີດການ​ໂຈມຕີຢູ່​ໃນ ສະຫະລັດ ຄືວັນ​ທີ່ 11 ​ເດືອນກັນຍາ ປີ 2001​.
​ໃນ​ຂະນະ​ດຽວ​ກັນນີ້ ​ໜ່ວຍ​ແຊກ​ຊືມທີ່​ເປັນ​ເຄືອ​ຂ່າຍ​ຂອງ Al Qaeda ​ໄດ້​ເຂົ້າ​ມາ​ລີ້​ຊ່ອນ​ຢູ່
​ໃນ ສະຫະລັດ ​ກ່ອນ​ໜ້າ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ເພື່ອ​ທຳ​ການອອກ​ໂຈມຕີ ໃນ​ວັນອັງຄານ
ທີ່ 11 ​ເດືອນກັນຍາ ​ປີ 2001.

ຕອນ​ເຊົ້າວັນ​ອັງຄານ ​ທີ່ 11 ​ເດືອນ​ກັນຍາ ໃນ​ຂະ​ນະ​ທີ່ ປະ​ຊາຊົນອາ​ເມຣິກັນ ຢູ່​ພາກ​ຕາ
​ເວັນ​ອອກ ພາກັນອອກ​ບ້ານໄປທຸລະ​ກິດ​ປະ​ຈຳ​ວັນຕາມ​ປົກ​ກະຕິນັ້ນ ສິ່ງ​ທີ່​ເຂົາ​ເຈົ້າ​ບໍ່​ຄາດ​
ຝັນທີ່​ຈະ​ເກີດ​ຂຶ້ນ​ໃນ​ລະຍະ​ສັ້ນໆ​ຕໍ່​ມາກໍ​ຄື ​ເຄືອຂ່າ​ຍຂອງພວກ​ກໍ່​ການ​ຮ້າຍ Al Qaeda
ກຸ່ມ​ນຶ່ງ ​ໄດ້​ເລີ້ມທໍ​າການ​ໂຈມຕີ​ຢ່າງ​ຕໍ່​ເນື່ອງ​ ໂດຍ​ການປະສານ​ງານ ​ຈີ້​ເຮືອບິນໂດຍ​ສານ​
ຂອງບໍ​ລິ​ສັດ American Airlines ຖ້ຽວ​ບິນ 11 ຂຶ້ນຈາກ ນະຄອນ Boston ໃນ ເວລາ
8:46 ນາ​ທີ ຕອ​ນເຊົ້າ ​ເຮືອບິນລຳ​ດັ່ງກ່າວ​ໄດ້ຖືກ​ບັງ​ຄັບ​ໃຫ້ບິນ​ໄປຕຳຕຶກ​ແຝດ World Trade Center ທີ່ ນະຄອນ​ນິວຢອກ ​ແລະ ຕິດຕາມ​ມາ​ດ້ວຍເຮືອບິນລຳທີ່​ສອງ ພາບ​ສະຫຍອງ​ຂວັນດັ່ງກ່າວ ໄດ້​ຖ່າຍ​ທອດ​ຜ່ານທາງ​ໂທລະພາບ ທີ່ເຫັນກັນ​ຢູ່​ທົ່ວ​ໂລກ.

ດ້ານນຶ່ງຂອງ ທຳນຽບຫ້າແຈ ທີ່ຖືກເຮືອບິນຕຳເຂົ້າໃສ່
ດ້ານນຶ່ງຂອງ ທຳນຽບຫ້າແຈ ທີ່ຖືກເຮືອບິນຕຳເຂົ້າໃສ່

​ຫລັງ​ຈາກ​ນັ້ນຕໍ່​ມາ​ໃນເວລາ 9:45 ຕອນ​ເຊົ້າ ຢູ່ທີ່​ເມືອງ
Arlington ລັດ Virginia 300 ​ໄມ​ລ ຫ່າງ​ຈາກ ນະຄອນ​ນິວ
ຢອກ ສາຍ​ການບິນ United Airline ຖ້ຽວ​ບິນ​ 77 ​ໄດ້ບິ​ນຕໍາ​
ເຂົ້າໃສ່ ທຳ​ນຽບຫ້າ​ແຈ ຊຶ່ງ 77 ຄົນ​ຢູ່​ໃນ​ເຮືອບິນ​ລຳ​ດ່ັງກ່າວ​
ໄດ້ເສຍ​ຊີວິດ ​ແລະອີກ 125 ຄົນ​ ທີ່​ເຮັດ​ວຽກຢູ່​ໃນ​ທຳນຽບຫ້າ
​ແຈ ກໍ​ໄດ້ເສຍ​ຊິວິດ​ໄປພ້ອມ.

ຟັງລາຍງານຈາກ ກິ່ງສະຫວັນ ປະຖັມມະວົງ ນັກຂ່າວ ວີໂອເອ
ຟັງລາຍງານຈາກ ກິ່ງສະຫວັນ ປະຖັມມະວົງ ນັກຂ່າວ ວີໂອເອ

ລິງໂດຍກົງ

​ໃນ​ຂະນະ​ທີ່​ເກີດຄວາມ​ສັບ​ສົນ​ວຸ້ນ​ວາຍຢູ່ ນະຄອນ​ນິວຢອກ ​ແລະຢູ່​ເຂດນະ ຄອນຫລວງ
ວໍ​ຊິງ​ຕັນ ນັ້ນ ​ຊາວ​ອາ​ເມຣິກັນ ​ແມ່ນພາກັນ​ຈ້ອງ​ຕາ​ເບິ່ງ​ລາຍ​ງານຮູບຖ່າຍ ຜ່ານທາງໂທ
ລະພາບ ທີ່​ເຫັນ​ຕຶກ​ແຝດຢູ່ ນະຄອນ​ນິວຢອກ​ ກຳລັງ​ຖືກ​ໄຟ​ໄໝ້ ​ແລະ​ຈະ​ລົ້ມ​ພັງ​ທະລາ​ຍ
ລົງ​ມາ. ​ໃນ​ເວລາ​ນັ້ນ ​ບໍ່​ມີໃຜນຶກ​ຝັນອີກ​ວ່າ ຍັງ​ມີເຮືອບິນລຳທີ່​ສີ່ ​ຂອງສາຍ​ການບິນ American Airlines ຖ້ຽວ​ບິນ 93 ມີ​ນັດ​ໝາຍ​ຂຶ້ນ​ຈາກ Newark Liberty International Airport ​ໄປ​ສູ່ນະຄອນ San Francisco ໄດ້​ຖືກ ພວກ​ກໍ່​ການ​ຮ໋້າຍອີກ​ກຸ່ມ​ນຶ່ງ​ຄວບ​ຄຸມ​ເອົາ
ໄວ້ ​ແລະ​ຈະບັງ ຂັບ​ໃຫ້ບິນຕໍາເຂົ້າ ຣັດຖະສະພາອາ​ເມຣິກາ ຫລື​ທຳນຽບຂາວກໍ​ໄດ້ ​ແຕ່ວ່າ ຜູ້​ກໍ່​ການ​ຮ້າຍ ​ບໍ່​ສາມາດ​ບັງຄັບ​ໃຫ້​ໄປ​ເຖິງ​ເປົ້າໝາຍ​ໄດ້ ​ເນຶ່ອງຈາກ​ວ່າ ພະນັກງານ​ເຮືອບິນ ​ແລະຜູ້​ໂດຍສານ​ໄດ້ຊາບ​ເຖິງ​ການ​ຈີ້​ເຮືອບິນດັ່ງກ່າວ ຈຶ່ງໄດ້ເກີດມີການ​ຕໍ່ສູ້​ກັນ ​ແລະ ​ເຮັດ​ໃຫ້​ເຮືອບິນລຳ​ນັ້ນ​ໄປຕົກ​ຢູ່​ເມືອງ Shankville ລັດ Pennsylvania. 44 ຄົນ​ໄດ້​ເສຍ​ຊີວິດ​ຮວມ​ທັງ​ລູກ​ເຮືອ 7 ຄົນ ​ແລະ​ຜູ້​ໂດຍສານທັງ​ໝົດ 37 ຄົນ.

ທ່ານ​ວິ​ໄລ ຈະ​ເລີ​ນລາດ ອະດີດ​ຜູ້ອຳນວຍການ​ສູນ​ກາງ​ຕ້ອນຮັບອົບ​ພະຍົບນາ​ໆ ຊາດ ໄດ້​ເຫລົ່າ​ປະສົບ​ການ​ຂອງ​ຜູ້ກ່ຽວ​ໃນວັນ​ທີ່ 11 ​ເດືອນກັນຍາ ປີ 2001 ສູ່ ວີ​ໂອ​ເອ ວ່າ :

ຟັງການສຳພາດ ທ່ານວິໄລ ຈະເລີນລາດ (ຊ້າຍ)
ຟັງການສຳພາດ ທ່ານວິໄລ ຈະເລີນລາດ (ຊ້າຍ)

ລິງໂດຍກົງ

ທ່ານ​ນາງ ບຸນ​ເຮັ່ງ ອິນເວີເຊິ​ນ ສະມາຊິກ​ປະຊາ​ຄົມລາວອີກ​ຜູ້​ນຶ່ງ​ທີ່ຕັ້ງ​ຖິ່ນຖານ​ຢູ່​ໃນ​ຂົງ​ເຂດ ​ນະຄອນຫລວງວໍຊິງ​ຕັນ ​ໄດ້ເລົ່າຄວາມ​ຮູ້ສຶກ​ຂອງ​ເຫດການໃນ​ວັນ​ທີ 11 ​ເດືອນ​ກັນຍາ ສູ່ ວີ​ໂອ​ເອ ຟັງ​ອີກ​ດັ່ງ​ນີ້:

ຟັງການສຳພາດ ທ່ານນາງ ບຸນເຮັງ ອີເວີເຊິນ
ຟັງການສຳພາດ ທ່ານນາງ ບຸນເຮັງ ອີເວີເຊິນ

ວັນ​ທີ 11 ເດືອນ​ກັນຍາ ປີ 2001 ​ເປັນ​ມື້​ທີ່​ສ້າງ​ຄ​ວາມ​ມືດ​ມົນ ຢູ່​ໃນ​ປະ​ຫ​ວັດ​ສາດສະ​ໄໝ​ໃໝ່ຂອງ ສະ​ຫະ​ລັດ ທີ່​ເຮັດ​ໃຫ້ 2,996 ຄົນ​ເສຍ​ຊີວິດ ຮວມ​ທັງຜູ້​ກໍ່​ການ​ຮ້າຍ. ​ເຫດການ​ດັ່ງກ່າວ​ນີ້ໄດ້​ເກີດ​ຜົນ​ສະ​ທ້ອນ ປ່​ຽນ​ແປງແນວ​ຄິດ ໂດຍ​ສະ​ເພາະທາງ​ດ້ານ​ນະ​ໂຍຍາຍ ກົ​ດໝາຍ ​ແລະ​ຄວາມປອດ​ໄພ​ຂອງ ສະຫະລັດ. ບາດແຜຂອງ​ວັນ​ທີ່ 11 ​ເດືອນ​ກັນຍາ ປີ 2001 ​ໄດ້​ຝັງ​ເລິກ​ໄວ້ຢູ່ໃນຊີວິດ​ ​ແລະ ​ບັນທຶກ​ໄວ້ໃນ ປະຫວັດສາດຂອງຊາວອາ​ເມຣິກັນ.

ທ່ານ​ຜູ້​ຟັງທີ່​ເຄົາລົບ ​ໂປດ​ຢ່າ​ລືມລໍ​ພົບກັບ​ລາຍການຊິວິດ​ຊາວ​ລາວ​ຂອງ​ ວີ​ໂອ​ເອ ເລື້ອງ​ໃໝ່ ​ໃນ​ແລງ​ວັນ​ພະຫັດໜ້າ.

XS
SM
MD
LG