ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ ໂອ້ລົມກັບ ວີໂອເອ ຕອນສອງ


ເອກອັກຄະລັດຖະທູດ ແຄເຣັນ ຢ້ຽມຢາມທົ່ງເກັບກູ້ລະເບີດ
ເອກອັກຄະລັດຖະທູດ ແຄເຣັນ ຢ້ຽມຢາມທົ່ງເກັບກູ້ລະເບີດ
ທ່ານຜູ້ຟັງທີ່ເຄົາລົບ ແລງວັນພະຫັດມື້ນີ້​ ເຮົາ​ຂໍ​ໂຈະ​ລາຍການ
ຊີວິດຊາວລາວໃນຕ່າງແດນ​ໄວ້ ​ເພື່ອຈະນຳເອົາຕອນ​ທີ​ສອງ
​ຂອງການສຳພາດ ກັບທານ ນາງ Karen Stewart ເອກອັກ
ຄະລັດຖະທູດສະຫະລັດ ປະ​ຈຳສ​ປ​ປ ລາວ ມາສະ​ເໜີ​ທ່ານ
ຊຶ່ງທ່ານທູດ​ແຄ​ເຮັນ ກໍາລັງ​ຈະສິ້ນ​ສຸດໜ້າ​ທີ່ຂອງ​ທ່ານ​ນາງ​
ໃນ​ເດືອນ​ນີ້​. ວີ​ໂອ​ເອຈຶ່ງ​ໄດ້ຖື​ໂອກາ​ດນີ້ ສໍາ​ພາດ​ທ່ານທູດ​
ແຄ​ເຮັນ ກ່ຽວ​ກັບຄວາມສໍາພັນແລະການ​ຮ່ວມ​ມືລະຫວ່າງ
ສະຫະລັດ ກັບ ສປປ ລາວ ຊຶ່ງ​ກິ່ງ​ສະ​ຫວັນຈະ​ນໍາ​ມາສະ​ເໜີ​
ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ທ່ານ​ທູດ​ແຄ​ເຮັນ ກໍາລັງ​ຈະ​ອໍາ​ລາ​ພາ​ຈາກ​ປະຊາຊົນລາວໄປ​ ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ຫລັງ​ຈາກ​ທີ່​ໄດ້ປະຕິບັດ​ໜ້າ​ທີ່​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະ​ຈໍາ​ປະ​ເທດ​ລາວ ມາ​ໄດ້ສາມ​ປີ​ປາຍ​ຕາມ​ກໍານົດ ຊຶ່ງເປັນ​ເທື່ອ​ທີ່​ສາມ ທີ່​ທ່ານ​ທູດ​ໄດ້ຮັບມອບ​ໝາຍ​ໜ້າ​ທີ່ໃຫ້​ມາ​ປະ​ຈໍາ​ຢູ່ ສ​ປປ ລາວ ​ແລະໃນ​ໄລຍະ​ດັ່ງກ່າວ​ນີ້ ສາຍ​ພົວພັນ​ລະຫວ່າງ
ສະຫະລັດ​ກັບ​ລາວ ກໍ​ໄດ້​ມີບາດກ້າວ​ຂະຫບາຍ​ໂຕ​ຂຶ້ນ​ໄປ​ເລື້ອຍໆ ພ້ອມ​ກັບການ​ຊ່ວຍ​ເຫລືອ​ທີ່​ສະຫະລັດ​ມອບ​ໃຫ້​ລາວ ​ແລ​ະການ​ຮ່ວມ​ມື​ກັນ​ສອງ​ຝ່າຍ ​ທີ່ໄດ້​ມີ​ການ​ປ່ຽນແປງ​ແລະ​ຂະຫຍາຍ​ກ້ວາ​ງອອກ​ເລື້ອຍໆ​ ອິງ​ຕາມທ່ານ​ທູດ​ແຄ​ເຮັນ​ ທີ່​ກ່າວ​ກັບ​ວີ​ໂອ​ເອວ່າ:

ລິງໂດຍກົງ

“ດັ່ງ​ທີ່ຫລາຍໆ​ຄົນ​ກໍອາດ​ຈະ​ຮູ້​ແລ້ວ​ ​ເທື່ອນີ້​ແມ່ນ​​ເທື່ອທີສາມ ທີ່​ຂ້າພະ​ເຈົ້າໄດ້ຖືກແຕ່ງຕັ້ງ​
ໃຫ້​ມາ​ປະ​ຈໍາ​ຢູ່ປະ​ເທດ
ລາວ ​ໃນ​ໄລຍະ 25 ປີທີ່ ຜ່ານ​ມາ. ​ເພາະສະ​ນັ້ນ ຂ້າພະເຈົ້າ​
ຈຶ່ງ​ໄດ້ເຫັນ
ມີ​ການ​ພັດທະນາ
ຂຶ້ນ​ໄປ ຫລາຍສົມຄວນ ​ໃນ​ຄວາ​ມສໍາພັນ​ລະຫວ່າງ​ສະຫະລັດ
​ກັບ​ລາວ

ໃນ​
​ໄລຍະດັ່ງກ່າວ. ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ຢູ່​ໃນ​ຊ່ວງ​ເວລາ​ທີ່​ດີ ​ໃນ​​ໄລຍະຫລາຍໆປີ
ທີ່
​ຜ່ານ​ມານີ້ ​ເພາະ​ໄດ້ມີ​ການ​ເສີມສ້າງຄວາມ​ສໍາພັນ​ສອງ​ຝ່າຍ​ໃຫ້​ເຂ້​ມ​ແຂງ​ແໜ້ນແຟ້ນຂຶ້ນ
ຢ່າງ
ສະ​ໜໍ່າສະ​​ເໝີມາ. ​ຖ້າ​ສົມ​ທຽບ​ກັບ​ໃນ​ເມື່ອ​ກ່ອນ​ແລ້ວ ສາຍ​ພົວພັນ​ຂອງ​ພວກເຮົາ​ແມ່ນ
ກວ້າງ​ຂວາງ​ຫລາຍ ​ເວລາ​ນີ້ ຊຶ່ງ​ມີ​ການ​ຮ່ວມ​ມື​ກັນ​ໃນ​ຫລາຍໆ​ດ້ານ ລະຫວ່າງ​ສອງ​ລັດຖະບານ​
ຂອງ​ພວກ​ເຮົາ.”


ພິທີບາສີໃຫ້ ທ່ານທູດ ແຄເຣັນ
ພິທີບາສີໃຫ້ ທ່ານທູດ ແຄເຣັນ

ທ່ານ​ທູດ​ແຄ​ເຮັນ​ກ່າວ​ຕໍ່​ໄປ​ວ່າ ສາຍ​ພົວພັນ​ລະ​ວ່າງ​ສະ​ຫະລັດ
​ກັບລາວ​ນັ້ນ ແມ່ນ​ໄດ້ເຕີບ​ໃຫຍ່​ຂຶ້ນ​ມາ​ຈາກ​ການ​ຮ່ວມ​ມືກັນ​ທີ່​
ມີ​ມາ​ແຕ່​ດັ້ງ​ເດີມ ລະຫວ່າງສອງ​ຝ່າຍ ທີ່ເລີ້ມ​ຂຶ້ນ​ໃນຊຸມ​ປີກາງ
1990 ຊຶ່ງ​ກໍ​ຄື​ໃນ​ດ້ານ​ວຽກ​ງານ​ຂຸດ​ຄົ້ນ​ຮ່ວມ​ກັນ​ເພື່ອຊອກຫາ
ຊາກ​ກະດູກ​ແລະ​ສິ່ງ​ເສດເຫລືອ ຂອງທະຫານ​ອາ​ເມຣິກັນ​ ທີ່
​ຫາຍສາບ​ສູນ​ໃນ​ປາງ​ສົງຄາມ​ອິນ​ໂດ​ຈີນ ​ຊຶ່ງທ່ານທູດ ​ແຄເຣັນ
ກ່າວ​ວ່າໄດ້​ສືບ​ຕໍ່​ດໍາ​ເນີນ​ມາ​ຈົນ​ເທົ່າ​ທຸກ​ມື້​ນີ້ ໃນ​ລະດັບ​ທີ່ເຂັ້ມ​
ແຂງ​ຂຶ້ນ​ໄປ​ເລື້ອຍໆ ແລະ​ມີການປະຕິບັດງານ​ຮ່ວມ​ກັນ ເປັນ
​ປະ​ຈໍາ​ຕະຫລອດ​ປີ. ນອກ​ຈາກ​ນີ້​ແລ້ວ ທັງ​ສອງ​ຝ່າຍໄດ້ເຮັດ
​ວຽກ​ນໍາ​ກັນ​ມາ​ເປັນ​ເວລາ​ດົນ​ນານ ​ໃນ​ດ້ານ​ການ​ປາບ​ປາມ​ຢາ​
ເສບຕິດແລະສະຫະລັດ​ຍັງ​ສືບ​ຕໍ່ໃຫ້ ການ​ຊ່ວຍ​ເຫລືອໃນ​ມູນ​ຄ່າປີ​ລະ​ນຶ່ງລ້ານ​ໂດລາ
ສໍາລັບ​ວຽກ
​ງາ​ນປາບ​ປາມຢາ​ເສບ​ຕິດນີ້. ປັດຈຸບັນ ​ວຽກນີ້​ແມ່ນໄດ້​ຂະຫຍາຍ​ກ້ວາ​ງອອກ​ໄປ​ອີກ ຄືບໍ່​ພຽງ​ແຕ່
​ເຮັດ​ວຽກ​ກັບຕໍາຫລວດ​ປາບ​ປາ​ມຢາ​ເສບ​ຕິດ ກັບພວກ​ຄົນ​ຕິດ​ຢາ​ເສບ​ຕິດ​ເທົ່າ​ນັ້ນ ແຕ່ຍັງ
​ມີ​ການ ຊ່ວຍ​ເຫລືອ​ລາວ​ໃນ​ດ້ານ​ການ​ປະຕິ​ຮູບ​ພະ​ແນ​ກຍຸຕິ​ທໍາ ໃຫ້ການ​ສະໜັບສະໜຸນ​ແກ່
ລັດຖະບານລາວ ​ແລະແຜນການ​ຂອງ​ລາວ ທີ່​ຈະ​ສ້າງ​ປະ​ເທດ​ຂອງ​ຕົນ​ໃຫ້​ເປັນ​ສັງຄົມ​ທີ່​ ປົກຄອງ
​ໂດຍ​ຕົວ​ບົດ​ກົດໝາຍ​ນໍາ​ດ້ວຍ. ​ນອກຈາກການ​ຮ່ວມ​ມື​ໃນສອງ​ດ້ານ​ທີ່​ກ່າວ​ມາ​ນັ້ນ​ແລ້ວ ດ້ານທີ​
ສາມທີ່​ສໍາຄັນແລະ​ໃຫຍ່​ທີ່​ສຸດ ກໍ​ຄື​ໂຄງການ​ເກັບ​ກູ້​ລະ​ເບີດ. ທ່ານ​ທູດ​ແຄ​ເຣັນ ກ່າວ​ຕໍ່​ໄປວ່າ:

ລິງໂດຍກົງ

ໂຄງ​ການທີ່ໃຫ​ຍ່​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ສອງ​ຝ່າ​ຍ​ຂອງ​ພວກ​ເຮົາ ​ກໍ​ຄືການຮ່ວມມື​ກັນ​
ແກ້​ໄຂ​ບັນຫາ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ ຊຶ່ງ​ເວລາ​ນີ້ ພວກ​ເຮົາມອບເງິນ​ຊ່ວຍ​ເຫລືອໃຫ້​
ໂຄງການ​ນີ້ 9 ລ້ານ​ໂດ​ລ່າ​ຕໍ່​ປີ.
ສ່ວນ​ໃຫ​ຍ່​ກໍ​ແມ່ນ​ເພື່ອ​ຊ່ວບ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​
ແຕກ ອອກ​ໄປ​ຈາກພື້ນທີ່ ປູກຝັງ ຈາກ
​ເດີ່ນໂຮງ​ຮຽນ ແລະ​ຂົງ​ເຂດບຸລິມະສິດ​ອື່ນ
ແຕ່​
ຈໍານວນ​ນຶ່ງ​ກໍ​ແມ່ນສໍາລັບໃຫ້ການຊ່ວຍ​ເຫລືອ​ແກ່​ຜູ້​ເຄາະ​ຮ້າຍຖືກ​ລະ​ເບິດ ​ໃຫ້​
ການ​ສຶກ​ສາແລະ​ເຄຶ່ອງ​ມື ເພື່ອຝຶກ
​ແອບ​ພວກ​ເດັກ​ນ້ອຍ ​ໃຫ້​ຮູ້​ຈັກຫລີກ​ລ່​ຽງ​ລະ​ເບີດ
​ທີ່​ຍັງ​ບໍ່​ທັນ​ແຕກ ແລະ​
ຮຽນ​ຮູ້​ວິທີ​ດໍາລົງ​ຊີວິດ​ຢູ່​ຢ່າງ​ປອດ​ໄພ​ ໃນ​ຂົງ​ເຂດທີ່​ຍັງມີ​
ລະ​ເບີດ​ບໍ່​ທັນ​ແຕກ
​ຕົກ​ຄ້າງຢາຍ​ຊະຊາຍ ຢູ່ເຕັມ​ນັ້ນ.”

ທ່ານ​ທູດ​ແຄ​ເຮັນ​ກ່າວ​ວ່າ ນອກຈາກ​ສາມ​ຂົງ​ເຂດດັ່ງກ່າວທີ່​ສະຫະລັດ​ກັບລາວ​ ໄດ້​ຮ່ວມມື
​ກັນ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ນັ້ນ ສະຫະລັດ​ກໍ​ຍັງ​ໃຫ້ກາ​ນຊ່ວຍເຫລືອດ້ານມະນຸດສະທໍາ
​ແກ່ ສປປ ລາວ ອີກ ຊຶ່ງ​ໂຄງການ​ນີ້​ກໍ​ໄດ້​ຂະຫຍາຍ​ກວ້າງ​ຂຶ້ນຢ່າງ​ຫລວງຫລາຍ ຈາກຕອນ​
ທີ່​ທ່ານ​ນາງ​ມາ​ຢູ່​ເມື່ອ​ສິບ​ປີ​ກ່ອນ.

ລິງໂດຍກົງ

ໂຄງ​ການນີ້ແມ່ນລິ​ເລີ້ມຂຶ້ນ​ ໂດຍກອງ​ບັນ​ຊາ​ການ ປະ​ຈໍາ​ພາກ​ພື້ນ​ມະຫາ​ສະມຸດ​ປາ​
ຊິ​ຟິກ ຂອງສະຫະລັດເພື່ອ​ເປັນ​ການສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ລັດຖະບານ​ລາວ ທີ່​
ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​
ໃນ​ການຊອກ​ຫາ ຜູ້​ຫາຍ​ສາບ​ສູນໃນ​ສົງ​ຄາມ ຊຶ່ງໂຄງ​ການ​
ນີ້ໄດ້​ສ້າ​ງອາຄານໂຮງ​ຮຽນ​ຂະໜາດນ້ອຍຫລາຍ​ຫລັງ
ສ້າງ​ຄ​ລີ​ນິກ​ຢູ່​ໃນ​ຫລາ​ຍຫົວ
ເມືອງ ສ້າງສະ​ຖານ​ທີ່ອໍານ​ວຍຄວາມ​ສະ​ດວກ​ອື່ນໆ ​ທີ່​ພົວພັນ​ກັບດ້ານ​ອະ​ນ​າ​ໄມ ຢູ່​
ຂົງ​ເຂດ​ທີ່​ຍາກ​ຈົນທີ່​ສຸດ​ຂອງ​ປະ​ເ​ທດ ຊຶ່ງ​ລວມທັງ​ໝົດ​ແລ້ວ ​ໂຄງການ​ຕ່າງໆ​ເຫລົ່າ​ນີ້​
ແມ່ນມີ​ຄຸນ​
ຄ່ ປະ​ມານ 3 ຫາ 4 ລ້ານ​ໂດ​ລ່າ​ໃນ​ແຕ່ລະ​ປີ ​ແລະ​ຄວາມ​ຈິງ​ແລ້ວ ຂ້າພະ​
ເຈົ້າ​ກໍ​ຫາ​ກັບ​ຄືນ​ມາ​ຈາກ ອັດ​ຕະ​ປື ກັບ
ສາ​ຣະ​ວັນ ຊຶ່ງ​ຂ້າພ​ເຈົ້າ​ໄດ້ໄປ​ມອບ​ອາຄານ
ໂຮງຮຽນ​ປະຖົມ​ສາມ​ຫລັງ ໃຫ້ທາງການແຂວງ ​ແລະນັ້ນກໍແມ່ນເປັນໂຄງການນຶ່ງທີ່​
ພາ​ໃຫ້ພວກ​ເຮົາພາກ​ພູມ​ໃຈ​ຫລາຍ​.


ໂຄງການ​ຕ່າງໆ​ທີ່​ກ່າວ​ມາ​ນັ້ນ ກໍ​ແມ່ນ​ໂຄງການ​ຮ່ວມ​ມື​ກັນ​ ​ລະຫວ່າງລາວກັບສະຫະລັດ ທີ່​ໄດ້​ມີ​ມາ​ນັບ​ຕັ້ງ​ແຕ່​ທ່ານ​ທູດ​ແຄ​ເຣັນ​ໄດ້​ມາ​ປະ​ຈໍາ​ຢູ່ ສປປ ລາວ ​ເທື່ອ​ທີ​ສອງ ​ເມື່ອ​ປີ 1999 ຫາ 2001​. ທ່ານ​ທູດ​ແຄ​ເຣັນ​ເວົ້າ​ວ່າ ດຽວ​ນີ້ ທັງ​ສອງ​ປະ​ເທດ​ໄດ້​ມີ​ການ​ຮ່ວມ​ງານ​ກັນ​ຫລາຍ​ຂຶ້ນ ​ໃນ​ດ້ານ​ອື່ນໆ​ນໍາ ​ເປັນ​ຕົ້ນ​ດ້ານ​ສາທາລະນະ​ສຸກ ຊຶ່ງ​ສະຫະລັດ​ໄດ້​ຊ່ວຍ​ລາວ ສ້າງ​ຄວາມ​ສາມາດ​ໃນ​ການ​ຕໍ່ສູ້​ກັບ​ໂຣຄາ​ພະຍາດ​ຕ່າງ​ໆ ​ເຊ່ນ​ເຊື້ອ HIV AIDS ​ໄຂ້ຍຸງ​ແລະ​ໂຣກປອດ​ແຫ້ງ​ເປັນ​ຕົ້ນ. ທ່ານ​ທູດ​ແຄ​ເຣັນ​ກ່າວ​ອີກ​ວ່າ ນອກ​ນັ້ນ​ແລ້ວ ສະຫະ
ລັດ​ຍັງ​ໄດ້​ຮ່ວມມື​ກັບລາວໃ​ນດ້ານ​ການ​ຄ້າ​ອີກ ​ໂດຍ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ ແລະ​
ຊ່ວຍ​ເຫລືອ​ລາວ ຈັດ​ຕັ້ງ​ປະຕິບັດ​ເງື່ອນ​ໄຂ​ຕ່າງໆ​ຂອງ​ອົງການ​ການ​ຄ້າ​ໂລກ ​ເພື່ອ​ໃຫ້​ໄດ້​ເຂົ້າ​ເປັນ​ສະມາ​ຊິກຂອງ WTO ​ຊື່​ງ​ລາວກໍ​ໄດ້​ເຂົ້າ​ຮ່ວມ WTO ​ໃນ​ເດືອນ​ກັນຍາ​ທີ່​ຜ່ານມາ ​
ແລະ​ສະຫະລັດ​ກໍ​ກໍາລັງ​ຊ່ວຍ​ເຫລືອ​ລາວ ​ໃນ​ການກຽມພ້ອມ ກ້າວ​ໄປ​ສູ່​ການ​ເຂົ້າ​ຮ່ວມປະຊາ​
ຄົມ​ເສດຖະກິດ​ຂອງ​ອາ​ຊຽນ ​ໃນ​ປີ 2015.

ທ່ານທູດແຄເຣນ ນໍາພາລັດຖະມົນຕີຕ່າງປະເທດ ຮິລເລີຣີ ຄລິນຕັນ ເຂົ້າຢ້ຽມ ລມຕ ຕ່າງປະທເລາວ ທ່ານທອງລຸນ ສີສຸລິດ ຕອນຢ້ຽມຢາມ ສປປ ລາວ ເມື້ອເດືອນກໍລະກົດ 2012.
ທ່ານທູດແຄເຣນ ນໍາພາລັດຖະມົນຕີຕ່າງປະເທດ ຮິລເລີຣີ ຄລິນຕັນ ເຂົ້າຢ້ຽມ ລມຕ ຕ່າງປະທເລາວ ທ່ານທອງລຸນ ສີສຸລິດ ຕອນຢ້ຽມຢາມ ສປປ ລາວ ເມື້ອເດືອນກໍລະກົດ 2012.

ໃນ​ດ້ານ​ການ​ຄ້າລະຫວ່າງ​ກັນ​ນັ້ນ ທ່ານ​ທູດ​ແຄ​ເຣັນ​ເວົ້າ​ວ່າ ​
ໂຕ​ເລກ​ທີ່​ແທ້​ຈິງ​ນັ້ນ​ແມ່ນ​ຍັງ​ຕໍ່າ​ຫລາຍ ​ແຕ່​ກໍ​ໄດ້​ຂະຫຍາຍ​
ຂຶ້ນ​ຫລາຍ​ສົມຄວນ​ ນັບ​ຕັ້ງ​ແຕ່​ການ​ເຊັນ​ຍາ​ການ​ຄ້າສອງ​ຝ່າຍ
​ໃນ​ປີ 2005 ​ເປັນ​ຕົ້ນ​ມາ ​ຊຶ່ງ​ມີ​ມູນ​ຄ່າ​ໃນ​ລະຫວ່າງ 80 ຫາ 85
ລ້ານ​ໂດ​ລາ​ຕໍ່​ປີ ​ແລະ​ສິນຄ້າ​ທີ່​ລາວ​ຊື້​ຈາກສະຫະລັດ ກໍ​ມີ​ແກ້ວ
​ນິນ​ຈິນດາ ​ເຮືອບິນ ລົດ ​ເຫລັກ​ແລະ​ອາຫານ ປະ​ເພດ​ເມັດ.
ສ່ວນ​ສິນຄ້າ​ຂາ​ອອກ​ຂອງ​ລາວ ທີ່​ສົ່ງ​ໄປ​ຍັງ​ສະຫະລັດ​ກໍ​ມີ ​ເສື້ອ
​ຜ້າ ກາ​ເຟລາວ ​ແລະ​ເຄື່ອງ​ເອ້. ຄື​ກັນ​ກັບ​ການ​ຄ້າ ການ​ລົງ​ທຶນ​
ຂອງ​ສະຫະລັດ​ໃນ​ລາວ ກໍ​ບໍ່​ມີ​ຫລາຍ ຊຶ່ງ​ທ່ານ​ທູດ​ແຄ​ເຣັນກ່າວ​ວ່າ:

ລິງໂດຍກົງ

​“ແນ່ນອນ ພ​ວກ​ເຮົາ​ຢາກໃຫ້​ມີ​ຫລາຍ​ຂຶ້ນ​ອີກ ແຕ່​ວ່າ​ ມັນ​ຍາກ​ທີ່​ຈະໃຫ້​ຮູບ​ພາບ​ອັນ​ແທ້​ຈິງຂອງ​ມັນ​ນັ້ນ. ສະ​ຖິ​ຕິ​ຂອງ​ກະ​ຊວງແຜນການແລະ​ການລົງ​ທຶນ ສະ​ແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ໄດ້​ອອກໃບ​ອະ​ນຸ​ຍາດລົງ​ທຶນ​ໃນ​ມູນ ​ຄ່າເກືອບ 85 ລ້ານ​ໂດ​ລາ​
ໃຫ້​ນັກທຸລະກິດສະ​ຫະ​ລັດ ແຕ່​ວ່າ ການອອກ​ໃບ​ອະ​ນຸ​ຍາດໃຫ້ລົງ​ທຶນ​ ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ​ໄດ້​ມີ​ການ​ລົງທຶນ​ໃນ​ພາກ​ໂຕ​ຈິງ ສະ​ນັ້ນ​ ມັນ​ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະ​ບອກໄດ້ວ່າ ມີ​ການ​ລົງທຶນ​ຫລາຍ​ປານ​ໃດ ແຕ່ວ່າງ​ບໍ່​ນານ​ມາ​ນີ້ ກໍ​ໄດ້ມີ​ບໍ​ລິ​ສັດ​ໃຫ​ຍ່​ໆ ຈໍານວນ​ນຶ່ງ​ເຂົ້າ​ມາ​ລົງທຶນ ຮວ​ມ​ທັງບໍລິສັດ Coca Cola ທີ່​ໄດ້​ມາ​ຕັ້ງ​ໂຮງງານ​ເອົາ​
ນໍ້າ​ອັດ​ລົມ​ໃສ່​ແກ້ວ​ແລະ​ນໍ​າອອກ​ຈໍາ​ນ່າຍຢູ່​ທີ່​ນີ້​ກັບ​ສົ່ງ​ໄປ​ຕ່າງປະ​ເທດ​ນໍາ. ຂ້າ​ພະ​ເຈົ້າຫວັງ​ວ່າ​ ຈະ​ມີ​ບໍລິສັດ​ອື່ນໆ​ສົນ​ໃຈ​ຕື່ມ​ອີກ ໃນ​ຂະ​ນະ​ທີ່ມີ​ການຈັດ​ຕັ້ງ ​ປະ​ຊາ​ຄົມ​ເສດ​ຖະ​ກິດອາ​ຊຽນ ຂຶ້ນ​ມາ​ໃນ​ອີກ​ສອງ​ປີ​ນີ້. ແນ່ນອນວ່າ ພວກ​ເຮົາ​ກໍ​ພະ​ຍາ​ຍາມ​ຊຸກ​ຍູ້ທັງ​ການລົງ​ທຶນ​ ແລະ​ການ​ຄ້າ ​ໂດຍ​ໄດ້​ຊ່ວຍ​ໃຫ້​ ສະພາ​ການ​ຄ້າອາ​ເມ​ຣິ​ກັນ ​ໄດ້​ມາ​ເປີດ ​ສາຂາຂຶ້ນ​ຢູ່​ທີ່​ນີ້ ​ເພື່ອອໍານວຍ​ຄວາມ​ສະດ​ວກ​ໃຫ້​ແກ່​ບັນ​ດາ​ນັກລົງ​ທຶນ ສະ​ຫະ​ລັດ ທີ່​ມາ​ເຮັດ​ທຸ​ລະ​ກິດ​ຢູ່​ທີ່​ນີ້.”


ສປປ ລາວ ກໍາລັງເລ່ງ​ລັດສ້າງສາພັດທະນາ​ປະ​ເທດ​ຢ່າງ​ໃຫຍ່ ​ເພື່​ອ ຈະ​ໄດ້​ລຸດພົ້ນຈາກ​ສະຖານະ​ພາບ​ການ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ພາຍ​ໃນ​ປີ 2020 ຕາມ​ທີ່​ໄດ້​ວາງ​ແຜນ​ໄວ້ ​ໂດຍ​ໄດ້​ສຸມ​ໃສ່​ໂຄງການ​ພັດທະ ນາ​ໃຫຍ່ໆ ​ເຊ່ນ​ໂຄງການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ແລະ​ເຂື່ອນ​ໄຊ​ຍະ​ບູລີ ທີ່ບັນດາ​ປະ​ເທດ​ເພື່ອນ​ບ້ານ​ອ້ອມ​ຂ້າງ​ພາກັນ​ຄັດຄ້ານ​ນັ້ນ. ກ່ຽວ​ກັບເລື້ອງ​ນີ້ ທ່ານ​ທູດ​ແຄ​ເຣັນມີ​ຄວາມ​ເຫັນ​ວ່າ:

ລິງໂດຍກົງ

“ມີ​ການ​ສົນທະນາ​ກັນກ່ຽວກັບ​ໂຄງການຕ່າງໆ ​ຄື​ໂຄງການ​ໃຫຍ່​ໆເຫລົ່າ ນັ້ນຢ່າ​ງ
ຫລວງ​ຫລາຍ.
ຂ້າພະ​ເຈົ້າຄິດ​ວ່າ ເວົ້າ​ລວມ​ແລ້ວ ລາວຄວນ ຈະສັ່ງ​ຊາເບີ່​ງຢ່າງລະມັດລະວັງ​ ເຖິງ​ຜົນ​ໄດ້​ແລະຜົນ​ເສຍ ກໍ​ຄື​ຄ່າ​ໃຊ້​ຈ່າຍຕ່າງໆ ແລະ​ເລືອກ​ເອົາ​ໂຄງ
ການ​ທີ່​ດີ​ສຸດ​ສໍາລັບປະຊາຊົນ​ລາວ. ​ໃນ​ກໍລະນີຂອງ​ການ​ພັດທະນາທາງ​ລົດ​ໄຟ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ບັນດາຜູ້​ສັງ​ເກ​ດການ​ຈາກ​ພາຍ​ນອກ ສ່ວນ​ໃຫຍ່ແມ່ນ
ເປັນ​ຫ່ວງ​
ນໍາ​ເລື້ອງ​ການລົງທຶນຫລາຍ​ກ່ວາ
ຄື​ເປັນ​ຫ່ວງ​ວ່າ ຈະລົງທຶນ​ແບບ​ໃດ​ຈຶ່ງ​ຈະ​ດີ​ທີ່​ສຸດ
ສໍາ​ລັບ​ໂຄງການ​ໃຫຍ່ໆ​ແບບ​ນັ້ນ?ເປັນ​ທີ່​ແຈ້​ງຂາວວ່າ ລາວຕ້ອງການ​ໂຄງ​ລ່າງ
ພື້ນຖານ​ທີ່​ດີ​ຂຶ້ນ ​ສໍາ​ລັບ​ການຄົມມະນາຄົມ
ແລະຂ້າພະ​ເຂົ້າກໍຄິດ​ວ່າ ຄົງບໍ່​ມີ​ໃຜຈະ​ກ້າ​ໂຕ້​ແຍ້​ງດອກ​ ທີ່​ລາວ​ຈະ​ປັບປຸງ​ໂຄງ​ລ່າງ​ພື້ນຖານ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ​ແຕ່ວ່າ ໃນ​ເມື່ອ​ມັນເປັນ​ໂຄງການ​ທີ່​ໃຫຍ່​ໂຕ ​ລາຄາ​ແພງ ​ເຮົາກໍ​ຕ້ອງ​ເບິ່ງ​ການ​ລົງທຶນວ່າ ຈະ​
ສ້າງ​ພາລະ​ດ້ານ​ໜີ້​ສິນ
ໃຫ້ຫລາຍ​ປານ​ໃດ.

ໃນ​ກໍລະນີເຂື່ອນໄຟຟ້ານໍ້າຕົກ​ນັ້ນ ເປັນທີ່​ແຈ້ງ​ຂາວວ່າ ຊັບພະຍາກອນ​ນໍ້າ​ແມ່ນ​ເປັນ
ທ່າ​ແຮງ​ແລະ​ຄວາມ​ໄດ້​ປຽບທາງທໍາ​ມະ​ຊາດທີ່ໃຫຍ່ທີ່​ສຸດ​ຂອງລາວ.
ສະ​ນັ້ນ ມັນ​ກໍ​ເປັນ​ຂອງ​ທໍາ​ມະ​ດາ​ທີ່​ລາວ​ກໍຢາກ​ຈະ​ນໍາ​ໃຊ້​ໃຫ້ ​ເປັນຜົນປະ​ໂຫຍ​ດ ແລະ​ສ້າງ​ເຂື່ອນໄຟຟ້າພະລັງ​ນໍ້າ. ທັດສະນະ​ຂອງ​ສະຫະລັດ​ສໍາລັບໂຄງການພະລັງງານ​ໄຟຟ້າ​ໃຫຍ່​ແບບນີ້ ​ໂດ​ຍທົ່ວ​ໄປ​ແລ້ວ ​ກ່ອນ​ອື່ນ​ໝົດ ຈາກ​ປະສົບ​ປະການ​ຂອງ​ພວກ​ເຮົາ​ເອງ​ນັ້ນ ກໍ​ແມ່ນ​ວ່າ ​ເຮົາ​ຕ້ອງ​ທໍາ​ການ​ສຶກສາ​ທາງ​ດ້ານ​ວິທະຍາສາດ​ ຢ່າງ​ລະມັດ ລະວັງ ​ແລະ​ພິຈາລະນາ​ເບິ່ງ​ຜົນກະທົບ​ໃນ​ດ້ານ​ຕ່າງໆ​ທີ່​ສາມາດ​ມີ​ຂຶ້ນ​ໄດ້ ຕໍ່​ເສດຖະກິດ ສັງຄົມ ​ແລະ​ສິ່ງແວດ​ລ້ອມ ແລ້ວ​ກໍ​ຊັ່ງຊາ​ເບິ່ງວ່າ ​ເຮັດ​ແນວ​ໃດ​ຈະ​ໃຫ້​ມີ​ນ້ອຍ​ທີ່​ສຸດ​ໄດ້ ​ແລະ​ນັ້ນ​ເປັນ​ເຫດຜົນ​ທີ່​ວ່າ ​ເປັນ​ຫຍັງເຮົາ​ຈຶ່ງຊຸກຍູ້​ໃຫ້ ລາວ​ກັບ​ປະ​ເທດອື່ນໆ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ເຮັດ​ວຽກແບບຮ່ວມ​ມືກັນ ໃນ​ການນໍາ​ໃຊ້ແມ່​ນໍ້າຂອງໃຫ້​ເປັນ​ປະໂຫຍ​ດ ນັ້ນ ​ແລະ​ໃຫ້​ແນ່​ໃຈ​ວ່າ ​ເຂົາ​ເຈົ້າ​ມີ​ຂັ້ນ​ຕອນ​ທີ່​ແໜ້ນໜາ ສໍາລັບ​ໃຊ້​ພິຈາລະນາ​ໂຄງ ການຕ່າງໆ​ເຫລົ່າ​ນັ້ນ ຄື​ຂັ້ນ​ຕອນ​ທີ່​ມີ​ຫລັກການ​ວິທະຍາສາດ ມີຂໍ້​ມູນດີ ​ມີ​ຄວາມ​ໂປ່​ງ​ໃສ ມີການ​ປະກອບສ່ວນ​ແລະ​ມີ​ຄວາມ​ເຫັນ​ຈາກ​ສາທາລະນະ​ຊົນ ​ແລະ​ໃນ​ກໍລະນີ​ຂອງ​ແມ່​ນໍ້າ​ທີ່​ໄຫລ​ຜ່ານ​ຫລາຍໆ​ປະ​ເທດ ຫລືຊັບພະຍາກອນຂ້າມ​ຊາຍ​ແດນ ເຊັ່ນ​
ແມ່​ນໍ້າຂອງ​ນັ້ນ ການ​ປຶກສາ​ຫາລື​ກັບປະ​ເທດ​ເພື່ອນ​ບ້ານ ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ເຂດ​ທີ່ຢູ່​ລຸ່ມ​ເຂື່ອນ​ລົງ​ໄປ​ນັ້ນ ກໍ​ແມ່ນ​ຈໍາ​ເປັນ ​ແລະ​ເມື່ອ​ທ່ານສຶກສາ ພິຈາລະ​ນະ ​ແລະ​ຊັ່ງຊາ​ເບິ່ງ​ສິ່ງ​ຕ່າງໆທັງ​ໝົດ​ນັ້ນ​ແລ້ວ ທ່ານ​ກໍ​ຈະ​ສາມາດ​ທໍາ​ການ​ຕັດສິນ​ໃຈ​ທີ່​ຖືກ
ຕ້ອງ ​ເລືອກ​ບຸລິມະສິດ​ທີ່​ຖືກຕ້ອງ​ໄດ້ ກ່ຽວ​ກັບໂຄງການ ​ທີ່​ຈະ​ດໍາ​ເນີນ​ນັ້ນ.”​ ​


ສຸດ​ທ້າຍ​ນີ້ ທ່ານທູດ​ມີ​ຄໍາ​ແນະ​ນໍາແນວ​ໃດ​ແດ່ ກ່ຽວ​ກັບການ​ດໍາ​ເນີນ​ໄປ​ບົນ​ເສ້ນ​ທາງ​ການ​ພັດທະນາ​ສ້າງສາ​ປະ​ເທດ​ແບບ​ຍືນ​ຍົງ​ຂອງ ສປປ ລາວ?

ລິງໂດຍກົງ

“ລັດຖະບານ​ລາວ ກໍ​ຄືເຈົ້າ​ໜ້າ​ທີ່​ລາວ ແມ່ນ​ເພ່ງ​ເລັງ​ແລະ​ຕັ້ງ​ໃຈ​ຫລາຍໃສ່​ເປົ້າ​ໝາຍ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ຂອງ​ເຂົາ​ເຈົ້າ ​ເພື່ອ​ໃຫ້​ສາມາດ​ຫລຸດ​ພົ້ນ​ຈາກ​ສະຖານະ​ພາບ​ການ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ ​ແລະ​ກາຍ​ມາ​ເປັນ​ສະມາຊິກ​ທີ່​
ເຂ້​ມ​ແຂງ​ຂຶ້ນ ຂອງ​ສະມາຄົມ​ອາ​ຊ່ຽນ. ຂ້າພະ​ເຈົ້າ​ຄິດ​ວ່າ ບາງ​ຢ່າງທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າ​ມາ​ກ່ອນ​ໜ້າ​ນີ້ ກ່ຽວ​ກັບ​ການ​ຊັ່ງຊາ​ຕີ​ລາຄາ​ເບິ່ງ​ຜົນໄດ້​ແລະ​ຜົນ​ເສຍ ກໍ​ແມ່ນ​
ເປັນ​ສິ່ງ​ທີ່​ຄວນ​ຈະ​ເຮັດ​ໃນ​ການ​ພິຈາລະນາ ເລືອກ​ເສ້ນ​ທາງ​ທີ່​ລາວ​ຢາກ​ຈະ​ກ້າວ​
ເດີນ​ໄປ​ໃນ​ອະນາຄົດ ຄື​ຟັງ​ຫາງ​ສຽງ​ຂອງ​ປະຊາຊົນ ​ໃຫ້​ປະຊາຊົນ​ພົນລະ​ເມືອງ​
ໄດ້​ປະກອບສ່ວນ​ອອກ​ຄວາມ​ເຫັນ ກ່ຽວ​ກັບ​ວ່າ​ໂຄງການ​ພັດທະນາ​ແນວ​ໃດ​ດີ​
ສໍາລັບ​ເຂດ​ຊົນນະບົດ​ ຫລື​ໝູ່​ບ້ານ​ຂອງ​ເຂົາ​ເຈົ້າ ​ແລະ​ຂໍ​ຄວາມ​ເຫັນ​ຈາກ​ຜູ້​ຊ່ຽວ
ຊານ ​ເພື່ອ​ທີ່ຈະ​ສາມາດ​ດໍາ​ເນີນ​ການ​ຕັດສິນ​ໃຈ ທີ່​ຮອບ​ຄອບ ແລະອິງ​ໃສ່​ຂໍ້​ມູນ​
ທີ່​ຖືກຕ້ອງ​ນັ້ນ​ໄດ້. ຂ້າພະ​ເຈົ້າ​ຄິດ​ວ່າ ມີເຈດ​ຕະນາດີ ມີຄວາມ​ປາດຖະໜາ​ດີ​ຕໍ່​
ປະ​ເທດ​ລາວຢ່າງ​ຫລວງຫລາຍ ຢູ່​ຕ່າງປະ​ເທດ ກໍຄື​ຢູ່​ພາຍ​ໃນ​ປະ​ເທດ​ເອງ ​ແລະ​ຂ້າພະ​ເຈົ້າ​ກໍ​ຄິດ​ວ່າ ມີ​ອະນາຄົດ​ທີ່​ສົດ​ໃສ​ຫລາຍ ລໍຖ້າ​ປະ​ເທດ​ລາວຢູ່​ຂ້າງ​ໜ້າ.”



​ທ່ານ​ທູດ ແຄ​ເ​ຣັນ ໄດ້ເດີນ​ທາງ​ມາ​ເຖິງ ສ​ປ​ປ​ ລາວ ​ໃນເດືອນ​ພະ​ຈິກ ​ປີ 2010 ແລະ​ໄດ້​ສະ​ເໜີ​ສານ​ຕາ​ຕັ້ງ​ຕໍ່ ປະ​ທານ​ປະ​ເທດ ທ່ານ​ຈູມ​ມະ​ລີ ໄຊ​ຍະ​ສອນ ໃນ​ວັນ​ທີ 26. ທ່ານ​ທູດ ແຄ​ເຣັນ ​ໄດ້​ປະ​ຕິ​ບັດໜ້າ​ທີ່ການ​ມາ​ເປັນ​ເວ​ລາ​ເກືອບ​ສາ​ມ​ປີແລ້ວ​ ແລະຈະ​ສີ້ນ​ສຸດ​ພາ​ລະ​ກິດ ໃນອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້ານີ້. ​ຫລັງ​ຈາກ​ນັ້ນ ທ່ານ​ທູດ ແຄ​ເຣັນ ຈະ​ເດີນ​ທາງ​ກັບມາປະ​ຕິ​ບັດ​ງານ​ຕໍ່​ຢູ່ ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ເພື່ອ​ລໍ​ຖ້າ​ການ​ແຕ່ງ​ຕັ້ງ​ ໄປເ​ປັນເອກ​ອັກ​ຄະ​ລັດ​ຖະ​ທູດ ປະຈຳຢູ່​ປະ​ເທດໃໝ່​ອີກ ຊຶ່ງ​ຍັງ​ເປັນ​ທີ່​ຊາບບໍ່​ເທື່ອ.

ທ່ານ​ທູດແຄ​ເຣັນ ເປັນ​ນັກ​ການ​ທູດ​ທີ່ມີສະເໜ່ ​ເພາະ​ທ່ານ​ນາງມີໃບໜ້າ ຍີ້ມແຍ້ມແຈ່ມ
ໃສຢູສະເໝີ. ທ່ານ​ນາງເປັນຄົນຂະ​ຫ​ຍັນ​ຂັນ​ແຂງ ມີ​ມະນຸດ​ສໍາພັນ​ອັນ​ດີ​ເລີດ. ​ນອກ​ຈາກ​ນັ້ນ​ອີກ​ແລ້ວ ທ່ານ​ທູດ ແຄ​ເຣັນ ຍັງ​ສາ​ມາດ​ລົງ​ເຖິງ​ພື້ນ​ຖານແລະເຂົ້າ​ຫາ​ປະ​ຊາຄົມລາວ
ຢູ່​ຕາມຊົນ​ນະ​ບົດ ໄດ້​ຢ່າງ​ສະ​ບາຍ ໂດຍບໍ່​ຖື​ໂຕ. ທ່ານທູດແຄ​ເຣັນ​ ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ທີ່​ໄດ້​ຮັບ​ຄວາມນິ​ຍົມຊົມ​ຊອບ​ ຈາກບັນ​ດາ​ຊາວ​ໜຸ່ມ​ລາວ​ ແລະ​ເປັນ
ນາງ​ເອກ ໃນ​ດວງ​ໃຈ​ຂອງປະ​ຊ​າ​ຊົນ​ລາວ ທີ່ຈະ​ຄິດ​ຮອດ​ຄິດ​ເຖິງ ດັ່ງ​ທີ່​ທ່ານ​ນາງ ໄດ້ກ່າວ
​ໄວ້​ເຊ່ນ​ດຽວ​ກັນ​ວ່າ ທ່ານ​ຈະ​ຄິດ​ຮອດ​ ເມືອງ​ລາວ ຢູ່​ສະ​ເໝີ.

​ກ່ອນ​ຈະ​ອໍາ​ລາພາ​ຈາກ​ປະ​ເທດ​ລາວ​ນັ້ນ ທ່ານ​ທູດ​ແຄ​ເຣັນ ກໍ​ໄດ້ເຂົ້າ​ຢ້ຽມ​ຄໍານັບ​ແລະ
​ສັ່ງ​ລາບັນດາ​ຜູ້​ນໍາ​ຂັ້ນ​ສູງ​ຂອງ​ລາວ​ຕາມ​ທໍານຽມ. ​ແລະ​ໃນ​ໂອກາດ​ນີ້ ທາງ​ສະຖານທູດ​ສະຫະລັດ ກໍ​ໄດ້​ເຊື້ອ​ເຊີນ​ບັນດາ​ພົນລະ​ເມືອງ​ອາ​ເມຣິກັນ​ທີ່​ອາ​ໄສ​ຢູ່​ໃນ​ລາວ ​ໄປ​ສັງສັນ​ແລະ​ໂອ້​ລົມ ກ່າວ​ຄໍາ​ອໍາ​ລາ​ຕໍ່​ທ່ານ​ທູດ ​ແຄ​ເຣັນ ສະ​ຕວດ ຢູ່ບໍລິ​ເວນ​ເດີ່ນ​ກິລາ​ຂອງ​ທ່ານ​ທູດ​ໃນ​ວັນ​ເສົາ​ທີ 3 ສິງຫາ​ນີ້. ທ່ານ​ໃດ​ທີ່​ສົນ​ໃຈ ​ກະລຸນາ​ຕອບ​ຮັບ​ໄປ​ໄດ້ ຕາມ​ອີ​ເມລນີ້: Conslao@state.gov
XS
SM
MD
LG