ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ຄຳຫຼ້າ ແລະ ທ.ນ. ອາເລັກສ໌ ສິຣິວັດ ເປັນເຈົ້າຂອງບໍລະສັດຮ່ວມກັນ ຕັ້ງຢູ່ໃນລັດອາແຄນຊໍ ທາງພາກໃຕ້ຂອງສະຫະລັດ


ທ່ານນາງ ຄຳຫຼ້າ (ຊ້າຍ) ແລະ ທ່ານນາງ ອາເລັກ ສິຣິວັດ ຖ່າຍຮູບນຳກັນຢູ່ງານແຫ່ງນຶ່ງ.
ທ່ານນາງ ຄຳຫຼ້າ (ຊ້າຍ) ແລະ ທ່ານນາງ ອາເລັກ ສິຣິວັດ ຖ່າຍຮູບນຳກັນຢູ່ງານແຫ່ງນຶ່ງ.

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາສຳລັບມື້ນີ້ ພວກເຮົານຳພາທ່ານໄປ ຮູ້ຈັກກັບເຈົ້າຂອງບໍລິສັດນໍ້າຕຳໝາກຫຸ່ງ Ninja Foods ທີ່ອາໄສຢູ່ໃນລັດ ອາແຄນຊໍ, ທາງພາກໃຕ້ຂອງ ສະຫະລັດ. ພວກເພິ່ນຈະເລົ່າໃຫ້ເຮົາຟັງ ກ່ຽວກັບ ລັດດັ່ງກ່າວວ່າມັນເປັນແນວໃດ ແລະ ແຕກຕ່າງກັບລັດອື່ນແນວ, ພ້ອມກັບ ຄວາມຄືບໜ້າຂອງບໍລິສັດດັ່ງກ່າວ. ເຊິ່ງ ພຸດທະສອນ ຈະນຳມາສະເໜີທ່ານໃນ ອັນດັບຕໍ່ໄປ.


ລັດອາແຄນຊໍ ມີຊື່ຫຼິ້ນວ່າ ລັດແຫ່ງທຳມະຊາດ, ມີພູຜາປ່າໄມ້ ທີ່ສວຍສົດງົດງາມ ຫຼາຍຄືກັບຊື່ຫຼິ້ນຂອງມັນເລີຍ. ລັດດັ່ງກ່າວ ຕັ້ງຢູ່ພາກໃຕ້ຂອງ ສະຫະລັດ ມີປະ ຊາກອນທັງໝົດປະມານສາມລ້ານກວ່າຄົນ.

ມື້ນີ້ພວກເຮົາໄດ້ມີໂອກາດໂອ້ລົມກັບຄົນລາວທີ່ອາໄສຢູ່ໃນລັດດັ່ງກ່າວ, ຊື່ຂອງ ເພິ່ນແມ່ນທ່ານນາງ ອາເລັກສ໌ ລັດຕະນະ ສິຣິວັດ ແລະ ທ່ານນາງ ຄຳຫຼ້າ ສິຣິວັດ. ທັງສອງຄົນຍັງເປັນເຈົ້າຂອງຮ່ວມບໍລິສັດນໍ້າຕຳໝາກຫຸ່ງຊື່ວ່າ Ninja Foods, ສິນຄ້າຂອງເຂົາເຈົ້າມີຊື່ສຽງໄປທົ່ວ ສະຫະລັດ ແລະ ມື້ນີ້ພວກເຮົາຈະ ລົມກັບທັງສອງທ່ານນັ້ນ ກ່ຽວກັບ ການດຳລົງຊີວິດໃນລັດ ອາແຄນຊໍ ພ້ອມກັບ ຄວາມຄືບໜ້າຂອງທຸລະກິດຂອງພວກເພິ່ນ.

ທ່ານນາງ ອາເລັກສ໌ ແລະ ຄຳຫຼ້າ ຖ່າຍຮູບໂຄສະນານຳກັນ.
ທ່ານນາງ ອາເລັກສ໌ ແລະ ຄຳຫຼ້າ ຖ່າຍຮູບໂຄສະນານຳກັນ.

ທ່ານນາງ ອາເລັກສ໌ ແລະ ທ່ານນາງ ຄຳຫຼ້າ ປັດຈຸບັນນີ້ອາໄສຢູ່ເມືອງ ເຟເຢັດວິລ ຂອງລັດ ອາແຄນຊໍ, ເມືອງດັ່ງກ່າວເປັນເມືອງນ້ອຍໆດັ່ງທີ່ທັງ ສອງຄົນຈະເວົ້າໃຫ້ຟັງຕໍ່ໄປນີ້

“ເຟເຢັດວິລ ກະເປັນເມືອງທີ່ບໍ່ໃຫຍ່ຫຼາຍ ລະກະບໍ່ນ້ອຍຫຼາຍ, ເມືອງປານ ກາງເນາະ, ແລະ ມັນຈະມີອີກສາມສີ່ເມືອງຕິດຕໍ່ກັນຫັ້ນນະ ເຂົາເຈົ້າຈະເອີ້ນ North West Arkansas.”

ພຸດທະສອນ ຖາມ: ເມືອງ ເຟເຢັດວິລ ໄກຈາກຕົວເມືອງບໍ່?

ອາເລັກສ໌ ແລະ ຄຳຫຼ້າ ຕອບ: ບໍ່, ຢູ່ໃນຕົວເມືອງເລີຍ. ຂີ່ລົດໄປການກະ 20 ນາທີນີ້ແຫຼະ. ຮາຍເວກະມີສອງເລນ, ສາມເລນແລ້ວ. ມີພູມີທຳມະຊາດ, ເຂົາເຈົ້າກະຍັງອະນຸລັກໄວ້ຫັ້ນນະ ທຳມະຊາດແມ່ນຫຍັງກະຍັງອະນຸລັກໄວ້ຄື ເກົ່າຢູ່ ແບບບໍ່ໃຫ້ຕັດຕົ້ນໄມ້ຫຼາຍ. ອາແຄນຊໍ ເຂົາເຈົ້າເອີ້ນວ່າ Natural State (ລັດທຳມະຊາດ). ຄັນຢາກໄປ Hiking ແມ່ນຫຍັງກະມີໝົດ. ມີ trail ແລ່ນ, ຂີ່ລົດຖີບ, ໄປປີນພູແມ່ນຫຍັງກະມີໝົດເນາະ.”

ທ່ານນາງ ຄຳຫຼ້າ ນັ່ງພັກຜ່ອນ ຫຼັງຈາກຂີ່ລົດຖີບຫຼິ້ນໃນເມືອງ ເຟເຢັດວິລ.
ທ່ານນາງ ຄຳຫຼ້າ ນັ່ງພັກຜ່ອນ ຫຼັງຈາກຂີ່ລົດຖີບຫຼິ້ນໃນເມືອງ ເຟເຢັດວິລ.

ເມືອງ ເຟເຢັດວິລ ເປັນເມືອງທີ່ນ້ອຍ, ການບໍລິການຂົນສົ່ງສາທາລະນະກໍຈະ ບໍ່ສະດວກຫຼາຍຄືເມືອງໃຫຍ່,ບໍ່ມີລົດໄຟໃຕ້ດິນ, ມີແຕ່ລົດເມ ແລະ ກໍຕັກຊີ. ຄົນສ່ວນຫຼາຍທີ່ອາໄສຢູ່ເມືອງນັ້ນ ຈະໃຊ້ລົດສ່ວນຕົວສຳລັບການເດີນທາງໄປມາ. ທັງສອງຄົນເວົ້າອີກວ່າຖ້າທ່ານໄປຢ້ຽມຢາມ ທ່ານກໍຈະເຫັນໂຕງົວ ແລະ ຄວາຍ ຍ່າງຢູ່ຕາມທາງຄ້າຍຄືກັບເມືອງ ລາວເລີຍ.

ເມືອງ ເຟເຢັດວິລ ມີຄົນຈາກຫຼາຍເຊື້ອຊາດອາໄສຢູ່ ເພາະວ່າທີ່ນັ້ນມີຫ້ອງການ ໃຫຍ່ຂອງບັນດາບໍລິສັດທີ່ສຳຄັນຕ່າງໆຕັ້ງຢູ່, ເຊິ່ງທ່ານນາງ ອາເລັກສ໌ ແລະ ຄຳຫຼ້າ ເວົ້າວ່າ

“Home office ເຂົາເຈົ້າຢູ່ໜີ້ຫຼາຍ, ເຊັ່ນ Tyson, Walmart ລະກະ Georges. ຄົນເຂົາເຈົ້າຕ້ອງໄດ້ຍ້າຍມາ, ມາເປັນ Supplier ຂອງ Walmart ຫຼາຍ. ຕອນແຕ່ກີ້ເຮົາຢູ່ໜີ້ 20 ກວ່າປີກ່ອນຈະມີແຕ່ແສນກວ່າຄົນບໍ. ແຕ່ວ່າດຽວ ນີ້ມັນໃກ້ຊິຮອດລ້ານລະ. ມັນໃຫຍ່ໄວຫັ້ນນະ.”

ພຸດທະສອນ ຖາມ: ຢູ່ຫັ້ນມີຄົນລາວອາໄສຢູ່ຫຼາຍບໍ່?

ອາເລັກສ໌ ແລະ ຄຳຫຼ້າຕອບ: “800 ກວ່າຄອບຄົວເບາະ, ຄຶດວ່າ. ແລ້ວມັນຈະ ມີອີກເມືອງນຶ່ງ ຂີ່ໄປອີກຊົ່ວໂມງນຶ່ງ, ມີຄົນຫຼາຍຢູ່ Fortsmith. ກະຄຶດວ່າເປັນ ພັນກວ່າຄອບຄົວ.”

ຄົນ ລາວ ທີ່ອາໄສຢູ່ໃນ ສະຫະລັດ ສ່ວນຫຼາຍຈະຄາວຽກ ບໍ່ຄ່ອຍໄດ້ພົບປະ ກັບໝູ່ຄູ່ຫຼາຍປານໃດ ແຕ່ມັນກໍມີໂອກາດພິເສດຕ່າງທີ່ທາງສະມາຄົມຄົນລາວມັກ ຈັດ ເພື່ອໃຫ້ໄດ້ມີການເຕົ້າໂຮມກັນ, ປີນຶ່ງກໍປະມານ 5-6 ຄັ້ງ ຫຼືຫຼາຍກວ່ານັ້ນ. ຢູ່ລັດ ອາແຄັນຊໍ ເອງກໍມີການຈັດງານພົບປະກັນໃນສັງຄົມລາວເຊັ່ນກັນ ເຊິ່ງ ທ່ານນາງ ຄຳຫຼ້າ ກັບ ອາເລັກສ໌ ເວົ້າວ່າ

“ສ່ວນຫຼາຍອອກງານເນາະ, ອອກງານສະມາຄົມປະມານນີ້. ເຮັດບຸນເຮັດຫຍັງ ທາງວັດ. ສ່ວນຫຼາຍກະຖ້າຄົນມີອາຍຸແນ່ ເຂົາເຈົ້າກະຈະອອກງານແນ່, ງານວັດ ງານຫຍັງຫັ້ນນະ. ເພິ່ນກະຈະມີເລື້ອຍໆ. ສ່ວນຫຼາຍກະຈະຫາເງິນຊ່ວຍວັດ, ບາງຊ່ວງກໍຈະມີສອນພາສາລາວໃຫ້ເດັກນ້ອຍ ຫຼືວ່າມີຟ້ອນລຳ ປະມານນີ້. ບຸນ ລາວແມ່ນຫຍັງມີໝົດ. ຢູ່ Fortsmith ເຂົາເຈົ້າມີຫຼາຍຢູ່ແລ້ວ. ມັນເປັນ Community ຢູ່ຫັ້ນ.”

ໄປຕຶກປາໄດ້ຫຼາຍໂຕ.
ໄປຕຶກປາໄດ້ຫຼາຍໂຕ.

ທ່ານນາງ ອາເລັກສ໌ ເວົ້າວ່າຄອບຄົວຂອງລາວຕັ້ງຢູ່ໃນລັດ ອາແຄນຊໍໄດ້ 30 ກວ່າປີແລ້ວ. ຖືວ່າເປັນຄົນດັ້ງເດີມຂອງບໍລິເວນນັ້ນ. ພໍ່ກັບແມ່ລາວກໍໄດ້ເຂົ້າສະ ມາຄົມມາແຕ່ດົນ, ແລະ ພໍ່ຂອງລາວເອງກໍເປັນກຳມະການວັດຢູ່ເມືອງ ເຟເຢັດວີລ. ສ່ວນພໍ່ແມ່ຂອງທ່ານນາງ ຄຳຫຼ້າ ແມ່ນອາໄສຢູ່ເມືອງ Fortsmith.

ຢູ່ພາກເໜືອຂອງລັດ ອາແຄນຊໍ ມີວັດລາວສອງແຫ່ງ ແລະ ເມືອງ Fortsmith ຈະມີສາມແຫ່ງ.

ການທຳມາຫາກິນຢູ່ທີ່ລັດ ອາແຄນຊໍ ຈະແຕກ ຕ່າງຈາກປະຊາຊົນທີ່ອາໄສຢູ່ນະ ຄອນຫຼວງ ວໍຊິງຕັນ ທີ່ສ່ວນຫຼາຍຈະມີແຕ່ຫ້ອງການລັດ ຖະບານ, ອົງການຈັດຕັ້ງ ສາກົນ ແລະ ບໍລິສັດເອກະຊົນ. ຄົນໃນລັດອາແຄນຊໍ ສ່ວນຫຼາຍຈະເຮັດວຽກໃນ ໂຮງຈັກໂຮງງານ ແລະ ບໍລິສັດຕ່າງໆ, ເຊິ່ງທ່ານນາງ ຄຳຫຼ້າ ແລະ ອາເລັກສ໌ ກ່າວວ່າ

“ຖ້າລຸ້ນໃຫຍ່ແນ່ ເພິ່ນມາແຕ່ດົນແລ້ວເພິ່ນຈະເຮັດຢູ່ໂຮງງານ ຫຼື ເປີດຮ້ານອາ ຫານ. ລຸ້ນນ້ອຍລົງມາຄືແບບພວກເຮົາກະເຮັດ Business Professional. ເຮັດວຽກຢູ່ Walmart ຫຼື Supplier ຂອງ Walmart.”

ຢູ່ລັດ ອາແຄນຊໍ ມີຄົນ ອາເມຣິກັນ ຜິວຂາວ ອາໄສຢູ່ເປັນສ່ວນຫຼາຍ, ແຕ່ຄົນ ຕ່າງປະເທດກໍມີຫຼາຍຄືກັນເຊັ່ນຄົນ ອິນເດຍ, ຈີນ, ເກົາຫຼີ, ເມັກຊິກັນ. ມະຫາວິ ທະຍາໄລຢູ່ໃນລັດນັ້ນກໍໄດ້ຮັບເອົານັກສຶກສາຕ່າງປະເທດໄປຮຽນເຊັ່ນ, ລວມໃນ ນັ້ນກໍມີຄົນລາວດ້ວຍ.

ດ້ວຍບັນຫາການຈຳແນກເຊື້ອຊາດສີຜິວທີ່ກຳລັງເປັນບັນຫາຮ້ອນແຮງໃນດຽວນີ້, ທັງສອງທ່ານໄດ້ວ່າຄົນໃນລັດນັ້ນສ່ວນຫຼາຍຈະເປັນຄົນໃຈດີ.

“ເຮົາໃຫຍ່ຢູ່ນີ້ເຮົາກະວ່າເຂົາໃຈດີໃດ. ເປັນກັນເອງ, ເປີດປະຕູໃຫ້ກັນ ເວລຍ່າງຢູ່ ຖະໜົນກະສະບາຍດີ, ບໍ່ໄດ້ຍິ່ງບໍ່ໄດ້ຫຍັງຫັ້ນນະ. ສ່ວນຫຼາຍຄົນຈະໄດ້ຍິນວ່າຄົນຂາວ ຢູ່ ອາແຄນຊໍ ຈະແບບບ້ານນອກ ເຂົາເຈົ້າຄົງຊິຊັງຄົນເອເຊຍເນາະ ມັນບໍ່ແມ່ນ ເລີຍ. ເຈົ້າເຄີຍໄດ້ຍິນຄຳວ່າ Southern Hospitality ຢູ່ຫວາ? ມີແບບນັ້ນອີ່ຫຼີ. ທຸກຄົນແບບວ່າ ຍິນດີຕ້ອນຮັບ, ຍິ້ມໃສ່ກັນ. ເຂົາເຈົ້າກະຖາມກັນ ຂະໜາດບໍ່ຮູ້ ຈັກກັນ, ປະມານນີ້. ກະລົມກັນໄດ້ຫັ້ນນະ.”

ທ່ານນາງ ອາເລັກສ໌ ແລະ ຄຳຫຼ້າ ເຖິງແມ່ນຈະເປັນເຈົ້າຂອງຮ່ວມບໍລິສັດ Ninja Foods ກໍຕາມ, ແຕ່ກໍມີແຕ່ທ່ານນາງ ອາເລັກສ໌ ເທົ່ານັ້ນທີ່ເຮັດວຽກເຕັມ ຊົ່ວໂມງໃຫ້ບໍລິສັດ, ສ່ວນທ່ານນາງ ຄຳຫຼ້າ ນັ້ນຍັງເຮັດວຽກໃຫ້ບໍລິສັດ Walmart ຢູ່. ທັງສອງຄົນຫວັງວ່າປະມານປີໜ້າ ທ່ານນາງ ຄຳຫຼ້າ ຈະໄດ້ອອກ ມາເຮັດວຽກຊ່ວຍເຕັມຊົ່ວໂມງໃຫ້ບໍລິສັດ Ninja Foods. ປັດຈຸບັນນີ້ບໍລິສັດ Ninja Foods ກໍດຳເນີນກິດຈະການມາໄດ້ເກືອບຫ້າປີແລ້ວ, ບ່ອນຜະລິດສິນ ຄ້າ ແລະ ກິດຈະການກໍໄດ້ຂະຫຍາຍຕົວຂຶ້ນຫຼາຍ.

“ເຮົາມີຮ້ານ, ບໍ່ແມ່ນແບບໂຮງງານໃຫຍ່ດອກ, ເຂົາເຈົ້າຍັງເອີ້ນ Small business manufacturing ຢູ່. ເພາະວ່າເຮົາຍັງບໍ່ໄດ້ເຮັດຮອດ 1 ລ້ານໂດ ລາເທື່ອ. ສອງປີຜ່ານມາຫ້ອງການຂອງພວກເຮົາກະໃຫຍ່ຂຶ້ນສອງເທົ່າ. ຍ້າຍ ບ່ອນໃໝ່ໄດ້ສອງປີແລ້ວ.​ມີກະລ່າໃຫຍ່ ຈະໄດ້ມີລົດບັນທຸກໃຫຍ່ມາເອົາງ່າຍສະ ບາຍ. ຕອນແຕ່ກີ້ມັນນ້ອຍເຂົາເຈົ້າມາເອົາຍາກ. ເດືອນນຶ່ງເຂົາເຈົ້າມາສອງເທື່ອ.”

ກ່ອງນໍ້າຕຳໝາກຫຸ່ງ Ninja Foods ກັບຕຸກກະຕາຢູ່ເບື້ອງຫຼັງ.
ກ່ອງນໍ້າຕຳໝາກຫຸ່ງ Ninja Foods ກັບຕຸກກະຕາຢູ່ເບື້ອງຫຼັງ.

ນໍ້າຕຳໝາກຫຸ່ງຂອງ Ninja Foods ຂາຍກ່ອງນຶ່ງປະມານ 5 ຫາ 6 ໂດລາ, ສິນຄ້າຂອງເຂົາເຈົ້າແມ່ນມີຂາຍຢູ່ທົ່ວ ສະຫະລັດ. ບໍລິສັດດັ່ງກ່າວຍັງໄດ້ ທຳການຮ່ວມມືກັບຄົນຢູ່ລາວ, ທຳການຕະຫຼາດ,​ ແລະ ໂຄສະນາຕ່າງໆ. ເມື່ອບໍ່ດົນມານີ້ເຂົາເຈົ້າກໍໄດ້ຮ່ວມມືກັບນາງສາວ Miss Lao Universe ຄືທ່ານນາງ ສຸພາພອນ ສົມວິຈິດ ຫຼື ນຸ້ຍ , ສຳລັບການເຮັດໂຄສະນາໃຫ້ບໍລິສັດ ແລະ ທຳການເຜີຍແຜ່ໂຄສະນາຜະລິດຕະພັນໃນປະເທດ ລາວດ້ວຍ.

ນັ້ນແມ່ນການສຳພາດກັບທ່ານນາງ ອາເລັກສ໌ ລັດຕະນະ ສິຣິວັດ ແລະ ທ່ານນາງ ຄຳຫຼ້າ ສິຣິວັດ ທີ່ພວກລາວໄດ້ເວົ້າໃຫ້ເຮົາຟັງກ່ຽວກັບລັດ ອາແຄນຊໍ ແລະ ບໍລິສັດ Ninja Foods ຂອງເຂົາເຈົ້າ. ເຮົາຈະກັບມາພົບກັບທ່ານອີກໃນແລງວັນອາທິດໜ້າ ເວລາດຽວກັນນີ້ ແລະຈ ະເປັນຊຸມຊົນລາວ ຢູ່ໃນລັດໃດນັ້ນ ກະລຸນາຫາໂອກາດຕິດຕາມຮັບຟັງໃຫ້ໄດ້.

XS
SM
MD
LG