ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາງແຄັດຊີ ວິໄລພອນ ຜູ້ກໍ່ຕັ້ງ ແລະບໍລິຫານງານອົງການ "Lao in the House."


ນາງແຄັດຊີ ວິໄລພອນ ຜູ້ກໍ່ຕັ້ງແລະບໍລິຫານງານອົງການ "Lao in the House ຢູ່ນະຄອນຟີລາແດລເຟຍ ລັດເພັນຊິນເວເນຍ.
ນາງແຄັດຊີ ວິໄລພອນ ຜູ້ກໍ່ຕັ້ງແລະບໍລິຫານງານອົງການ "Lao in the House ຢູ່ນະຄອນຟີລາແດລເຟຍ ລັດເພັນຊິນເວເນຍ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ
”ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາ ການໂອ້ລົມກັບ ນາງແຄັດຊີ ວິໄລພອນ ສະ
ຕີອາເມຣິກັນເຊື້ອສາຍລາວ ຜູ້ກໍ່ຕັ້ງ ແລະຜູ້ບໍລິຫານອົງການ “Lao in the House” ຊຶ່ງ
ເປັນອົງການວັດທະນາທຳລາວ ທີ່ບໍ່ຫວັງຜົນກຳໄລ ແລະຕັ້ງຢູ່ໃນນະຄອນຟີລາແດລ
ເຟຍ ຂອງສະຫະລັດ ມາສະເໜີທ່ານ. ຈຸດປະສົງຂອງອົງການນີ້ ກໍເພື່ອເຜີຍແຜ່ວັດທະ
ນາທຳລາວໃຫ້ແກ່ສາທາລະນະຊົນ ໃຫ້ແກ່ພວກຊາວໜຸ່ມ ອາເມຣິກັນເຊື້ອສາຍລາວ
ແລະເພື່ອນຝູງໄດ້ຮຽນຮູ້. ອັນດັບຕໍ່ໄປເຊີນຟັງການສຳພາດ ກັບນາງແຄັດຊີ ໄວລິພອນ
ຈາກ ກິ່ງສະຫວັນ ໄດ້.

ນາງແຄັດຊີ ວິໄລພອນ
ນາງແຄັດຊີ ວິໄລພອນ

ລິງໂດຍກົງ

ອົງການ “Lao in the House” ຕັ້ງຂຶ້ນມາໃນປີ 2015 ໂດຍນາງແຄັດຊີ ວິໄລພອນ ຜູ້
ມີຄວາມສົນໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມເປັນມາຂອງຄົນອາເມຣິກັນເຊື້ອສາຍລາວ
ການບອກເລົ່ານິທານ ວັດທະນາທຳ ຮີດຄອງປະເພນີການນຸ່ງຖື ແລະການປຸງແຕ່ງອາ
ຫານພື້ນເມືອງລາວ ເຫລົ່ານີ້ເປັນຕົ້ນ.

ອົງການ “Lao in the House” ແມ່ນອົງການ ທີ່ມີໃບອະນຸຍາດ 501-C3 ເພື່ອຊອກຫາ
ທຶນມາຊ່ວຍຕົນເອງໃນການບໍລິຫານ ແລະຖືກຍົກເວັ້ນຈາກການ ເສຍພາສີ. ບັນດາສະ
ມາຊິກອົງການ Lao in the House ນີ້ລ້ວນແລ້ວແຕ່ ເປັນພວກຊາວໜຸ່ມອາເມຣິກັນ
ເຊື້ອສາຍລາວທີ່ເກີດໃຫຍ່ຢູ່ໃນສະຫະລັດ ທີ່ນຳພາໂດຍ ນາງແຄັດຊີ ວີໄລພອນ ຜູ້ກໍ່ຕັ້ງ
ແລະຜູ້ບໍລິຫານ ທີ່ໄດ້ນຳພາການໃນຊອກຫາເງິນທຶນມາບໍລິຫານ ໃນແຕ່ລະປີຈາກແຫຼ່ງ
ຕ່າງໆເຊັ່ນວ່າ ຈາກລັດຖະບານທ້ອງຖິ່ນ ອົງການເອກກະຊົນ ບໍລິສັດຮ້ານຄ້າ ແລະຈາກ
ບັນດາຜູ້ໃຈບຸນ. ແຕ່ລະປີມີໜາຍກຳນົດນການສະແດງຢູ່ຕາມຫໍພິພິດທະພັນ ສະຖານທີ່
ສະແດງສິນ ລະປະວັດທະນາທຳຕ່າງໆຢູູ່ໃນນະຄອນຟິລາແດນເຟຍ ໂດຍເຊີນບຸກຄົນ
ສຳຄັນ ທີ່ກ່ຽວຂ້ອງດ້ານສິນລະປະວັດທະນາທຳ ມາປາຖະຄະຖາ ຊຶ່ງນາງແຄດຊີ ໄດ້
ກ່າວເຖິງການສະແດງສູ່ ວີໂອເອ ຟັງດັ່ງນີ້:

ພິທີສະແດງສິນລະປະ ວັທະນາທຳລາວ.
ພິທີສະແດງສິນລະປະ ວັທະນາທຳລາວ.

ນາງແຄັດຊີ ໄດ້ກ່າວເຖິງການໃຊ້ຈ່າຍເງິນເພື່ອມາມາບໍລິຫານລາຍການສະແດງ ໃນແຕ່
ລະປີສູ່ຟັງດັ່ງນີ້:

“ແມ່ນແລ້ວອົງການພວກເຮົາຕ້ອງໄດ້ໃຊ້ຈ່າຍຄ່າເດີນທາງເຊັ່ນວ່າປີ້ເຮືອບິນໂຮງແຮມ
ໃຫ້ແກ່ແຂກພິເສດທີ່ຖືກເຊີນມາກ່າວຄຳປາໄສ ຖ້າຫາກພວກເຮົາຕ້ອງໄດ້ ຈ່າຍຄ່າຜູ້
ອອກແບບພິມໃບໂຄສະນາ. ພວກເຮົາບໍ່ໄດ້ຈ່າຍທຸກສິ່ງທຸກຢ່າງເພາະວ່າ ພວກເຮົາ
ເປັນອົງການບໍ່ຫວັງຜົນກຳໄລບາງຄັ້ງມີສະຖານທີ່ຫວ່າງເປົ່າ ທີ່ພວກເຮົາໄດ້ຮັບອະນຸ
ຍາດໃຫ້ໃຊ້ໂດຍບໍ່ເສຍຄ່າ. ໃນການຊອກຫາເງິນທຶນນັ້ນ ພວກເຮົາມີຄະນະກຳມະການ
ຊອກຫາເງິນທຶນ ພວກເຮົາພາກັນຂາຍເຄື່ອງເຊັ່ນ ວ່າເສື້ອ ໂພສເຕີ ໂພສຄາດ ຄົນພາ
ກັນຊື້ເຄື່ອງພວກເຮົາເພື່ອໃຫ້ການສະໜັບ ສະໜູນ ແລະນຸ່ງເສື້ອທີ່ພວກເຮົາຂາຍໄປນັ້ນ.
ສຳລັບຂ້າພະເຈົ້າແລ້ວ ມີໜ້າທີ່ ຂຽນຄຳຮ້ອງຂໍທຶນຈາກລັດຖະບານ ຈາກບໍລິສັດຮ້ານ
ຄ້າຕ່າງໆຈາກເອກກະຊົນ ແລະຂາຍເຄື່ອງເຫລົ່ານີ້ເປັນຕົ້ນ.”

ເນື່ອງຈາກຍັງມີການແຜ່ລະບາດໄວຣັສໂຄໂຣນາ ຢູ່ໃນປັດຈຸບັນ ຈຶ່ງເປັນຜົນກະທົບຕໍ່
ກິດຈະການຕ່າງໆ ແລະຕ້ອງໄດ້ຖືກປິດລົງມາເປັນເວລານຶ່ງປີແລ້ວ. ເພາະສະນັ້ນອົງການ
Lao in the House ໄດ້ອອກຫົວຄິດແຂ່ງຂັນການຫຼິ້ນເກມກ່ຽວກັບອາຫານພຶ້ນເມືອງ
ລາວ ທີ່ມີຮູບອາຫານໃຫ້ເຫັນເຊັ່ນວ່າໃສ້ອົ່ວ ແລະອາຫານລາວອື່ນໆຜ່ານທາງອິເຕີແນັດ
ແລະບອກຜູ້ລົງທະບຽນທີ່ເຂົ້າຮ່ວມແຂ່ງຂັນນັ້ນ ເລືອກເອົາວ່າ ເຂົາເຈົ້າມັກອາຫານລາວ
ຊະນິດໃດ. ຖ້າຫາກຜູ້ໃດຕອບໄດ້ ດີວ່າ ອາຫານລາວຢ່າງໃດ ໄດ້ຮັບຄວາມນິຍົມສູງ ຜູ້
ນັ້ນ ກໍຈະໄດ້ຮັບຄະແນນ ແລະຜ່ານຂັ້ນຕອນໄປສູ່ການມີຄະແນນເປັນຜູ້ຊະນະເລີດ
ແລ້ວຈະໄດ້ຮັບລາງ ວັນ ຊຶ່ງນາງແຄດຊີ ອະທິບາຍສູ່ຟັງດັ່ງນີ້:

ລິງໂດຍກົງ

ນາງແຄັດຊີ ໄດ້ອະທິບາຍກົດການແຂ່ງຂັນ ແລະໂຕຢ່າງຮູບອາຫານລາວທີ່ມີຢູ່ 32 ຢ່າງ
ເພື່ອໃຫ້ຜູ້ເຂົ້າຮ່ວມເລືອກວ່າໃຜມັກອາຫານໃດ ຊຶ່ງນາງແຄດຊີ ໄດ້ອະ ທິບາຍສູ່ຟັງ ເນື່ອງ
ຈາກເດືອນນີ້ແມ່ນເດືອນມີນາ ຫຼື "Mach Madness" ເປັນເດືອນທີ່ພວກມະຫາວິທະຍາ
ໄລພາກັນຫຼີ້ນເກມຕ່າງໆ ເພາະສະນັ້ນ ເຮົາຈິງໄດ້ເຮັດການແຂ່ງຂັນອາຫານີ້ຂຶ້ນມາ ຊຶ່ງນາງ
ແຄ້ດຊີ ກ່າວຕໍ່ໄປວ່າ :

ນາງແຄດຊີ ອະທິບາຍເຖິງກິດຈະການ ແລະບ່ອນສະແດງວ່າເປັນຫຍັງຕ້ອງ ໄດ້ໃຊ້ສະ
ຖານທີ່ຕ່າງໆເປັນບ່ອນຈັດງານ. ເຫັດຜົນກໍຄືມີບັນດາໝູ່ຄູ່ແຂກທີ່ບໍ່ ແມ່ນຄົນລາວ ເຂົາ
ເຈົ້າບໍ່ສະບາຍໃຈທີ່ຈະໄປຮ່ວມຢູ່ໃນວັດ ເພາະຢ້ານເຮັດບໍ່ຖືກປະເພນີ. ດ້ວຍເຫດນີ້ຈຶ່ງ
ໄດ້ສ້າງບັນຍາກາດເຮັດໃຫ້ເຂົາເຈົ້າສາມາດພັກ ຜ່ອນຢ່ອນອາລົມ ແລະເປັນບ່ອນສຶກ
ສາ. ນອກຈາກນັ້ນແລ້ວ ສະຖານທີ່ດັ່ງ ກ່າວນີ້ ຍັງເປັນບັນຍາກາດບ່ອນທີ່ພວກຜູ້ອະວຸ
ໂສລາວບໍ່ຄ່ອຍເຂົ້າໃຈນຳ ທີ່ຈະມາໂອ້ລົມກັບແຂກ ແລະບໍ່ໃຫ້ການສະໜັບສະໜູນມາ
ຮ່ວມນໍາ ດັ່ງທີ່ນາງແຄັດຊີກ່າວມ້ວນທ້າຍສູຟັງວ່າ:

ນາງແຄັດຊີ ວິໄລພອນ ເກີດຢູ່ສູນອົບພະຍົບປະເທດໄທ ເປັນລູກສາວດຽວ ພໍ່ແມ່ພາ
ເຂົ້າມາຕັ້ງຖິ່ນຖານຢູ່ໃນສະລັດໃນປີ 1980 ເຕີບໃຫຍ່ຢູ່ພາຍໃຕ້ບັນ ຍາກາດປາກເວົ້າ
ພາສາອັງກິດ. ແຄັດຊີເປັນແມ່ຍິງທີ່ມັກສັງເກດເບິ່ງການຄົວ ກິນຂອງແມ່ ແລະເພື່ອນ
ບ້ານທີ່ເປັນຄົນລາວ ພ້ອມທັງໂອ້ລົມພາສາລາວມາແຕ່ນ້ອຍ. ນາງແຄັດຊີກ່າວຕໍ່ ວີໂອເອ
ວ່າເວລາລາວອາຍຸ 6 ປີ ລາວຕ້ອງ ໄດ້ເປັນນາຍພາສາໃຫ້ພໍ່ ແລະແມ່ ເວລາໄປຫານາຍ
ໝໍ ເພາະວ່າບໍ່ມີຄົນຊ່ວຍ ເພາະສະນັ້ນຕ້ອງໄດ້ເອົາໂຕລອດ ແລະຊ່ວຍຕົນເອງໃຫ້ຫຼາຍ
ທີ່ສຸດ.

XS
SM
MD
LG