ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຍັງມີຫຼາຍປະເທດ ຫ້າມບໍ່ໃຫ້ມີ ການອອກປາກ ອອກສຽງ ຢ່າງມີເສລີພາບ ຢູ່ໃນ ອິນ​ເຕີ​ແນັດ


Senate Majority Leader Chuck Schumer of N.Y., speaks during a ceremony memorializing U.S. Capitol Police officer Brian Sicknick, as an urn with his cremated remains lies in honor on a black-draped table at the center of the Capitol Rotunda in Washington.
Senate Majority Leader Chuck Schumer of N.Y., speaks during a ceremony memorializing U.S. Capitol Police officer Brian Sicknick, as an urn with his cremated remains lies in honor on a black-draped table at the center of the Capitol Rotunda in Washington.

ຢູ່​ທົ່ວ​ໂລກ​ນີ້ ສິດ​ເສລີ​ພາບ​ທາງດ້ານການ​ໃຊ້ອິນ​ເຕີ​ແນັດ​ກໍາລັງ​ເຊື່ອມ​ໂຊມ​ລົງ ​ໂດຍ
​ທີ່ລັດຖະ ບານ​ບາງ​ປະ​ເທດ​ໄດ້​ລົບ​ລ້າງ​ການ​ບໍລິການ​ທາງ​ດ້ານອິນ​ເຕີ​ແນັດແບບ
ເຄື່ອນ​ທີ່, ຈໍາກັດ​ການຖ່າຍ​ວີ​ດິ​ໂອອອກ​ທາງອິນ​ເຕີ​ແນັດສົດ ​ແລະ​ຈ້າງ​ພະນັກງານ
ດ້ານ​ດີ​ຈິ​ຕອລ ທີ່​ສະໜັບສະໜຸນລັດຖະບານ​ເພື່ອ​ເປັນ​ຄົນ​ອອກ​ຄໍາ​ເຫັນ​ຢູ່​ໃນອິນ
​ເຕີ​ແນັດ.

ສິ່ງ​ເຫລົ່ານີ້ ​ແມ່ນ​ກາ​ນກວດ​ພົບ​ສ່ວນ​ນຶ່ງ​ຂອງບົດ​ລາຍ​ງານ​ປະ​ຈໍາປີ​ທີ່​ມີ​ຫົວ​ຂໍ້​ຂຽນວ່າ
"ສິດ​ເສລີ​ພາບ​ທາງດ້ານອິນ​ເຕີ​ແນັດ ຫລື Freedom on the Net ​ໃນ​ປີ 2017" ຂອງ
​ສະພາດ້ານສິດ​ເສລີ​ພາບ​ ຫລື Freedom House, ຊຶ່ງ​ເປັນ​ອົງການ​ທີ່​ບໍ່ຫວັງ​ຜົນ​ກໍາ
​ໄລລະດັບ​ໂລກ ທີ່​ຕິດຕາມ​ສະພາບ​ການດ້ານ​ປະຊາທິປະ​ໄຕ ​ແລະສິດ​ເສລີ​ພາບຢູ່​
ທົ່ວ​ໂລກ. [[https://freedomhouse.org/]]

ອີງ​ຕາມ​ການ​ລາຍ​ງານ ການດໍາ​ເນີນ​ການ​ປະ​ເມີ​ນຜົນ​ໃນ​ລະຫວ່າງ​ເດືອນ​ມິຖຸນາ ປີ
2016 ຫາ​ເດືອນພຶດ​ສະພາ ປີ 2017, ປະມານ​ເຄິ່ງນຶ່ງ​ຂອງ​ບັນດາ 65 ປະ​ເທດທີ່
​ຖືກ​ປະ​ເມີນ​ນັ້ນ ຊຶ່ງ​ກວາ​ມ​ເອົາປະມານ 87 ​ເປີ​ເຊັນ​ຂອງ​ຄົນ​ທັງໝົດຢູ່​ໃນ​ໂລກທີ່​ໃຊ້
​ອິນ​ເຕີ​ແນັດ ​ເຫັນ​ວ່າ ສິດ​ເສລີ​ພາບ​ທາງດ້ານການ​ໃຊ້ອິນ​ເຕີ​ແນັດ​ກໍາລັງ​ເຊື່ອມ​ໂຊມ​
ລົງ ຊຶ່ງ​ມີ Ukraine, Egypt ​ແລະ​ເທີ​ກີ ​ເປັນ​ປະ​ເທດ​ທີ່​ມີສິດ​ເສລີ​ພາບ​ທາງດ້ານການ
​ໃຊ້ອິນ​ເຕີ​ແນັດ​ ​ເຊື່ອມ​ທີ່​ເຫັນ​ໄດ້​ຊັດ​ເຈນ​ທີ່​ສຸດ​ໃນຮອບ​ນຶ່ງ​ປີ ຜ່ານ​ມາ. ບົດລາຍ​ງານ
​ເວົ້າວ່າ ຈີນ​ຍັງ​ເປັນ​ຜູ້​ລະ​ເມີດສິດ​ເສລີ​ພາບ​ທາງດ້ານການ​ໃຊ້ອິນ​ເຕີ​ແນັດ​ຫລາຍ​ທີ່​ສຸດ
ຊຶ່ງ​ຕິດຕາມ​ມາ​ດ້ວຍ Syria ​ແລະ Ethiopia.

ທ່ານນາງ Sanja Kelly, ຫົວໜ້າດ້ານ​ສິດ​ເສລີພາບທາງດ້ານການ​ໃຊ້ອິນ​ເຕີ​ແນັດ ຢູ່
​ອົງການ Freedom House ​ເວົ້າວ່າ ການ​ເຊື່ອມ​ໂຊມ​ລົງ​ຂອງ​ສິດ​ເສລີພາບທາງດ້ານ
ການ​ໃຊ້ອິນ​ເຕີ​ແນັດ ​ແມ່ນ​ຄຽງຄູ່​ກັນ​ກັບ ການ​ເພີ້ມຂຶ້ນຂອງ​ຄວາມ​ສາມາດ​ເຂົ້າ​ໃຊ້​ອິນ
​ເຕີແນັດ​ໄດ້ຢ່າງກວາງ​ຂວາງ​ທົ່ວ​ໂລກ ​ແລະ​ພ້ອມ​ກັບ​ການ​ທີ່​ຜູ້​ຄົນ​ພາກັນ​ຫັນ​ໄປ​ຫາ​ອິນ
​ເຕີ​ແນັດ ​ເພື່ອ​ສົ່ງ​ເສີມ​ການ​ປະຕິ​ຮູບ​ທາງ​ປະຊາທິ​ປະ​ໄຕ ​ແລະ​ການ​ມີ​ສິດທິ​ມະນຸດ​ເພີ້ມຂຶ້ນ.

ທ່ານນາງ ກ່າວ​ອີກ​ວ່າ "​ເຫດຜົນ​ນຶ່ງ ​ທີ່​ພາ​ໃຫ້ພວກ​ເຮົາ​ເຫັນ​ວ່າມີ​ການ​ເກືອ​ດຫ້າມຫລາຍ
​ຂຶ້ນ ກໍ​ຍ້ອນ​ວ່າ ຜູ້​ນໍາ​ບາງ​ຄົນໂດຍ​ສະ​ເພາະຢູ່​ໃນ​ປະ​ເທດທີ່​ມີ​ລະບອບ​ຜະ​ເດັດການ ​ໄດ້​
ຄົ້ນພົບ​ອໍານາດ​ຂອງອິນ​ເຕີ​ແນັດ ​ແລະ​ກໍາລັງ​ຫາ​ວິທີ​ທາງ ​ໃຊ້​ວິທີ​ການ ​ທີ່​ມີລັກສະນະປະ
ດິດສ້າງ​ໃໝ່ ​ເພື່ອ​ກົດ​ຂີ່ສະພາບ​ການ​ດັ່ງກ່າວ​ໄວ້ ຢ່າງຊັດ​ເຈນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG