ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຊັ່ງຊາເບິ່ງ ຄວາມກ້າວໜ້າ ໃນຄວາມສະເໝີພາບ ທາງເພດ ເນື່ອງໃນວັນແມ່ຍິງສາກົນ


ພວກປະທ້ວງພາກັນເດີນຂະບວນ ຮຽກຮ້ອງໃຫ້ມີການບໍລິການ
ເຮັດແທ້ງລູກໃຫ້ສະດວກຂື້ນ ພ້ອມທັງສະພາບໃນການເຮັດວຽກ .
ພວກປະທ້ວງພາກັນເດີນຂະບວນ ຮຽກຮ້ອງໃຫ້ມີການບໍລິການ ເຮັດແທ້ງລູກໃຫ້ສະດວກຂື້ນ ພ້ອມທັງສະພາບໃນການເຮັດວຽກ .

ການ​ເລີ້​ມຕົ້ນ​ວັນແມ່ຍິງ​ສາກົນ ມີ​ການ​ປ​ະທ້ວງຂະໜາດໃຫຍ່ ​
ໂດຍ​ບັນດາ​ແມ່ຍິງ​ຫຼາຍ​ພັນ​ຄົນ ທີ່ນະຄອນ New York ​ເພື່ອ
ຮຽກຮ້ອງໃຫ້ມີການຈ່າຍເງິນເດືອນ ໃຫ້ພວກເຂົາເຈົ້າເພີ້ມ​ຂື້ນ
ພ້ອມກັບປັບປຸງ​ ສະພາບ​ການ​ເຮັດ​ວຽກ ​ແລະ ​ສິດທິ ໃນ​ການ
​ປ່ອນ​ບັດ ​ໄດ້ພັດທະນາ ກາຍ​ມາເປັນວັນ ແຫ່ງການ​ເອົາ​ບາດ
ກ້າວ​ຂອງ​ຄວາມ​ກ້າວໜ້າຕ່າງໆ ທີ່​ໄດ້ຮັບ ກ່ຽວກັບຄວາມສະ
ເໝີພາບທາງເພດ ພ້ອມ​ດ້ວຍ​ບັນຫາ​ຕ່າງໆ​ ທີ່​ຍັງ​ຈະຕ້ອງໄດ້
ຮັບການແກ້ໄຂ.

ສະຫະ​ປະຊາ​ຊາດ ຫລີງ​ເຫັນ​ວ່າ ຄວາມສະເໝີພາບທາງ​ເພດ
ຊຶ່ງເປັນທັດສະນະຄວາມ​ເຫັນທີ່ວ່າ ​ແມ່ຍິງ ແລະ​ຜູ້​ຊາຍ ​ມີ​ຄຸນ
ຄ່າ​ເທົ່າ​ທຽມກັນ ​ແລະ​ຄວນໄດ້ຮັບການປະຕິບັດຕໍ່ ທີ່​ເທົ່າ​ທຽມກັນ ໃນຖານະທີ່​ເປັນ​ສິດທິ​
ມະນຸດອັນນຶ່ງ.

​ເຖິງ​ແມ່ນ​ວ່າ ວັນ​ແມ່ຍິງ​ສາກົນ​ໄດ້​ສ​ະຫລອງ​ກັນ​ມາ​ເປັນ​ເວລາ 100 ກວ່າ​ປີ​ແລ້ວ​ກໍ​ຕາມ
ການຈຳແນກກີດກັນຕໍ່​ບັນດາແມ່ຍິງ ​ແລະ​ພວກຍິງສາວ​ຢັງ​ມີຢູຸ່ຕໍ່ມາ​ຢູ່ໃນທົ່່ວ​ໂລກຢູ່​ໃນ​
ຮູບ​ແບບ​ຂອງຄວາ​ມຮຸນ​ແຮງທາງ​ເພດ ​ແລະ​ການຈຳແນກກີດກັນ.

ສະຫະລັດ ​ໄດ້​ປະສົບກັບຄວາມຄືບໜ້າ​ຢ່າງ​ໃຫຍ່​ຫລວງຈຳນວນນຶ່ງ ນັບຕັ້ງ​ແຕ່​ການ​ເດີ​ນ
ປະ​ທ້ວງ​ໃນ​ປີ 1908 ຄືພວກ​ແມ່ຍິງ​ ໄດ້ຊະນະ​ ການ​ມີ​ສິດ​ປ່ອນ​ບັດ ​ເຂົາ​ເຈົ້າ​ໄດ້ປະກອບ
ເປັນ​ປະມານ​ເຄິ່ງໜຶ່ງ​ຂອງ​ກຳລັງ​ແຮງ​ງານ ​ແລະ​ບັດ​ນີ້ເຂົາ​ເຈົ້າ​ໄດ້​ມີເປີ​ເຊັນ​ສູງ​ກວ່າ​ຜູ້​ຊາຍ
ໃນການຮຽນ​ຈົບ​ຂັ້ນ​ມະຫາວິທະຍາ​ໄລ​ແລະ​ໃນດ້ານ ອື່ນໆນຳດ້ວຍ.

ເຖິງ​ຢ່າງ​ໃດ​ກໍ​ດີ ສະຫະລັດ ຕິດ​ອັນ​ດັບ​ທີ 28 ​ໃນ​ຈຳນນວນ 145 ປະເທດ ຂອງການຈັດ
ອັນດັບປະຈຳ​ປີ​ ກ່ຽວກັບຄວາມສະເໝີພັບຂອງ​ແມ່ຍິງ.

ອະດີດສະຕີໝາຍເລກໜຶ່ງ ທ່ານນາງ Hillary Clinton ແລະ ທ່ານນາງ Leia Maria Boutros Boutros-Ghali, ພັນລະຍາຂອງ ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Boutros Boutros-Ghali ທີ່ກອງປະຊຸມແມ່ຍິງສາກົນ ທີ່ນະຄອອນຫລວງປັກກິ່ງ ວັນທີ່ 5 ກັນຍາ 1995.
ອະດີດສະຕີໝາຍເລກໜຶ່ງ ທ່ານນາງ Hillary Clinton ແລະ ທ່ານນາງ Leia Maria Boutros Boutros-Ghali, ພັນລະຍາຂອງ ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Boutros Boutros-Ghali ທີ່ກອງປະຊຸມແມ່ຍິງສາກົນ ທີ່ນະຄອອນຫລວງປັກກິ່ງ ວັນທີ່ 5 ກັນຍາ 1995.

ລາຍ​ງານ ປີ 2015 ຂອງກອງ​ປະຊຸມເສດຖະກິດ​ໂລກ ກ່ຽວກັບ​ຊ່ອງ​ຫວ່າງ​ທາງ​ເພດ ທີ່​ອີງ​
ໃສ່​ລະດັບຄວາມສະເໝີພາບທາງ ດ້ານເສດຖະກິດ ການ​ສຶຶກສາ ພື້ນຖານ​ສຸຂະ​ພາບແລະ
ເຄື່ອງບົ່ງ​ບອກທາງດ້ານ​ການ​ເມືອງນັ້ນ ໄດ້ພົບວ່າ ມີຄວາມກ້າວໜ້າໃນຮອບທົດສະວັດທີ່
ຜ່ານມາ.

XS
SM
MD
LG