ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກ​ສຶກ​ສາ​ ທີ່​ກຳ​ລ​ັງ​ຮຽນ​ຈົບ ໃຫ້​ຄຳ​ແນະ​ນຳ ແກ່ນັກ​ສຶກ​ສາ ​ຕ່າງ​ປະ​ເທດ ຄົນ​ອື່ນໆ


International Grads Offer Insight to Other Foreign Scholars
please wait

No media source currently available

0:00 0:02:39 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ໃນ​ລະ​ດູ​ບານ​ໃໝ່​ຂອງ​ທຸກໆ​ປີ, ວິ​ທະ​ຍາ​ໄລ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ທັງຫຼາຍ​ຈະ​ຂໍ​ໃຫ້​
ຜູ້ຂຶ້ນປາໄສ ກ່າວຄຳແນະນຳໃຫ້ພວກນັກຮຽນຈົບໃໝ່ ທີ່ກຳລັງຈະກ້າວເຂົ້າສູ່ໂລກເປັນ
ຈິງ. ແຕ່ມີໃຜທີ່ຮູ້ຈັກດີກວ່າຜູ້ທີ່ໄດ້ຍ້າຍອອກຈາກບ້ານເພື່ອໄປສຶກສາໃນ ສະຫະລັດ
ແດ່? ວີໂອເອ ໄດ້ລົມກັບນັກສຶກສາສອງຄົນ ຜູ້ທີ່ໄດ້ເຮັດວຽກຢ່າງໜັກ ຈົນເຂົາເຈົ້າໄດ້
ຮັບທຶນການສຶກສາເຕັມສີ່ປີ ຢູ່ມະຫາວິທະຍາໄລ ແບບສັນ (Babson) ແລະ ມະຫາວິ
ທະຍາໄລ ຮາວາດ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.

ນັກ​ສຶກ​ສາຈົບ​ມະ​ຫາ​ວິ​ທະ​ຍາ​ໄລ ນາງ ເດ​ໂບ​ຣາ ກູ​ເອ​ຣອ​ສ ເຊ​ນາ ແລະ ນາງ ມາ​ຣຽມ
ໂທເປຊາວິລີ ບໍ່ໄດ້ມີຊີວິດທີ່ໄດ້ປຽບ ໃນການເຕີບໃຫຍ່ຢູ່ປະເທດ ບຣາຊິລ. ສະນັ້ນ,
ການໄດ້ມາ ສະຫະລັດ ເພື່ອສຶກສາແມ່ນໄດ້ເປັນການປ່ຽນແປງຄັ້ງໃຫຍ່.

ນາງ ເດ​ໂບ​ຣາ ກູ​ເອ​ຣອ​ສ ເຊ​ນາ, ນັກ​ສຶກ​ສາ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ ແບບສັນ ປີ 2019
ກ່າວວ່າ “ຄືວ່າ, ຄວາມຄິດໃນການມາຮຽນຢູ່ນີ້ ແມ່ນແຕກຕ່າງກັນຢ່າງສິ້ນເຊີງຈາກ
ການຍ້າຍມາຢູ່ນີ້. ຂ້າພະເຈົ້າໄດ້ເລີ່ມຄົ້ນພົບສິ່ງຕ່າງໆດ້ວຍຕົນເອງ. ຄຸນຄ່າທີ່ຂ້າພະ
ເຈົ້າໄດ້ມີຢູ່ບ້ານ ຂ້າພະເຈົ້າຮູ້ສຶກວ່າມັນໃຊ້ຢູ່ພີ້ບໍ່ໄດ້ອີກຕໍ່ໄປ.”

ນາງ ມາ​ຣຽມ ໂທ​ເປ​ຊາສ​ວິ​ລີ ນັກ​ສຶກ​ສາ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ ຮາ​ວາດ ປີ 2019 ກ່າວ​ວ່າ
“ຂ້າພະເຈົ້າຄິດວ່າສິ່ງທ້າທາຍທີ່ໃຫຍ່ທີ່ສຸດສຳລັບຂ້າພະເຈົ້າແມ່ນວັດທະນະທຳ, ໂດຍ
ສະເພາະຢູ່ມະຫາວິທະຍາໄລ ຮາວາດ. ປີທຳອິດຂອງຂ້າພະເຈົ້າມັນຍາກຫຼາຍ ເພາະ
ວ່າທຸກຄົນແມ່ນຜູ້ທີ່ເກັ່ງທີ່ສຸດຈາກໂຮງຮຽນຂອງເຂົາເຈົ້າ, ຈາກເມືອງຕ່າງໆຂອງເຂົາ
ເຈົ້າ, ຈາກລັດຂອງເຂົາເຈົ້າ ແລະ ມີຫຍັງທີ່ບໍ່ແມ່ນແດ່.”

ຄອບ​ຄົວ​ຂອງ​ນາງ ມາ​ຣຽມ ໄດ້ຫຼົບ​ໜີ​ຈາກ​ປະ​ເທດ ຈໍ​ເຈຍ ໃນ​ຖາ​ນະ​ອົບ​ພະ​ຍົບ​ທາງ​
ການເມືອງ ຕອນທີ່ລາວມີອາຍຸສີ່ປີ. ເຂົາເຈົ້າໄດ້ໄປຕົກຢູ່ຊຸມຊົນແອອັດ ຫຼື ສະລຳ ໃນ
ນະຄອນຫຼວງ ຣີໂອ ເດ ຈາເນໂຣ, ເອີ້ນວ່າ “ຟາເວລາ.”

ນາງ ເດ​ໂບ​ຣາ ມາ​ຈາກ​ເມືອງ ຊາ​ລ​ວາ​ດໍ ລັດ ບາ​ເຮຍ ປະ​ເທດ ບ​ຣາ​ຊິ​ລ, ກໍ​ໄດ້ມີ​ຄວາມ​
ຝັນຢາກມາຮຽນໃນ ສະຫະລັດ ເຊັ່ນກັນ, ແຕ່ຄອບຄົວຂອງລາວ ບໍ່ສາມາດຈ່າຍຄ່າໂຮງ
ຮຽນໃຫ້ໄດ້.

ທັງ​ສອງ​ຄົນ​ໄດ້​ເຂົ້າ​ຮ່ວມ​ໂຄງ​ການ ການ​ສຶກ​ສາໃນ​ສະ​ຫະ​ລັດ ອາ​ເມ​ຣິ​ກາ ຂອງ​ກະ​ຊວງ​
ການຕ່າງປະເທດ ທີ່ນຳສະເໜີນັກສຶກສາຕ່າງປະເທດໃຫ້ຮູ້ຈັກວິທະຍາໄລ ແລະ ມະ
ຫາວິທະຍາໄລຕ່າງໆຂອງ ອາເມຣິກາ.

ນາງ ເດ​ໂບ​ຣາ ໄດ້​ຖືກ​ສົ່ງ​ໄປ​ຮຽນ​ຢູ່​ຄະ​ນະ​ວິ​ຊາ ທຸ​ລະ​ກິດ ຂອງມະ​ຫາ​ວິທະ​ຍາ​ໄລ ແບບ
ສັນ, ໃນລັດ ແມສຊາຈູເຊັດສ໌.

ນາງ ເດ​ໂບ​ຣາ ກ່າວ​ວ່າ “ໂອ​ກາດ​ຈະ​ປ່ຽນ​ແປງ​ທຸກ​ຢ່າງ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ທຸກ​ຄົນ​ໄດ້​
ເກີດມາກັບຄວາມສາມາດບາງຢ່າງເພື່ອຄິດ ແລະ ສະແດງເຫດຜົນ. ແຕ່ຍ້ອນວ່າຄົນ
ເຮົາໄດ້ຮັບໂອກາດທີ່ແຕກຕ່າງກັນ, ເຂົາເຈົ້າກໍຈະປະຕິບັດໃນທາງທີ່ແຕກຕ່າງໄປ. ຫຼັງ
ຈາກຮຽນຢູ່ ບາບສັນ ໄດ້ສອງປີ, ນັ້ນແມ່ນຕອນທີ່ຂ້າພະເຈົ້າຮູ້ສຶກວ່າ, ໂອເຄ, ຕອນນີ້
ພວກເຮົາຢູ່ໃນລະດັບດຽວກັນແລ້ວ.”

ນາງ ມາ​ຣຽມ ໂທ​ເປ​ຊາ​ສວິ​ລີ, ໃນ​ລະ​ຫວ່າງ​ປີ​ສຸດ​ທ້າຍ​ຂອງ​ລາວນັ້ນ, ນາງ​ໄດ້​ຮ່ວມ​ກໍ່​ຕັ້ງ​
ບໍລິສັດຮັບສົ່ງເຂົ້າຂອງໃນປະເທດ ບຣາຊິລ ທີ່ຫາກໍສ້າງລາຍໄດ້ເຖິງ 5 ລ້ານໂດລາ.

ນາງ ມາ​ຣຽມ ມີ​ແຜນ​ທີ່​ຈະ​ເດີນ​ທາງ​ກັບ ບ​ຣາ​ຊິ​ລ ແລະ ຂະ​ຫຍາຍ​ບໍ​ລິ​ສັດ​ຂອງ​ລາວ,
ແລະ ຈະຊ່ວຍເຫຼືອອົບພະຍົບຄົນອື່ນໆ ພ້ອມກັບໂອກາດຕ່າງໆທີ່ລາວໄດ້ຮັບຫຼັງໄດ້
ໜີອອກມາຈາກປະເທດ ຈໍເຈຍ.

ນາງ ມາ​ຣຽມ ໄດ້​ກ່າວ​ວ່າ “ມີຫຼາຍ​ຄົນ​ທີ່​ສົງ​ໄສ ​ໃນ​ຄວາມ​ຝັນ​ຂອງ​ຂ້າ​ພະ​ເຈົ້າ. ຕອນ​ທຳ​
ອິດທີ່ຂ້າພະເຈົ້າໄດ້ເວົ້າກັບເພື່ອນຮ່ວມຫ້ອງຂອງຂ້າພະເຈົ້າ ຢ້ອນກັບໄປສະໄໝໂຮງ
ຮຽນມັດທະຍົມວ່າ ຂ້າພະເຈົ້າຢາກມາຮຽນຢູ່ມະຫາວິທະຍາໄລ ຮາວາດ, ເຂົາເຈົ້າພາ
ກັນຫົວຂວັນຂ້າພະຈົ້າ. ແລະ ເວົ້າຄວາມຈິງແລ້ວ, ຂ້າພະເຈົ້າບໍ່ໄດ້ຄິດວ່າ ຈະໄດ້ມາ
ຮຽນຢູ່ມະຫາວິທະຍາໄລ ຮາວາດ ຄືກັນ. ຂ້າພະເຈົ້າໄດ້ຄິດວ່າ ມັນມີສອງວິທີທີ່ເຈົ້າຈະ
ສາມາດເຂົ້າຮຽນໃນ ສະຫະລັດ. ນຶ່ງແມ່ນຖ້າພໍ່ແມ່ຂອງຂ້າພະເຈົ້າໄດ້ຍົກຍ້າຍໄປຢູ່ ສະຫະລັດ ແລະ ອີກອັນນຶ່ງແມ່ນຖ້າພໍ່ແມ່ຂອງຂ້າພະເຈົ້າລວຍ.”

ສຳ​ລັບ​ນາງ ເດ​ໂບ​ຣາ, ລາວ​ຈະ​ເຮັດ​ວຽກ​ຢູ່​ພະ​ແນກການ​ລວບ​ລວມ ແລະ ການ​ຊື້ ຂອງ
ບໍລິສັດ Ernst & Young ໃນນະຄອນ ບອສຕັນ, ເຊິ່ງຄ່າຈ້າງແຕ່ລະປີແມ່ນສູງກວ່າທີ່
ລາວໄດ້ຢູ່ ບຣາຊິລ 10 ເທົ່າ.

ນາງ ເດ​ໂບ​ຣາ ກູ​ເອ​ຣອ​ສ ເຊ​ນາ ແລະ ນາງ ມາ​ຣຽມ ໂທ​ເປ​ຊາ​ສ​ວິ​ລີ ເວົ້າ​ວ່າການ​ດຸ​ໝັ່ນ
ເຮັດວຽກ ໄດ້ສ້າງໂອກາດຕ່າງໆໃຫ້ເຂົາເຈົ້າ.

Every spring, colleges and universities ask speakers to deliver words of wisdom to graduates about to step into the real' world. But who knows better than those who left home as teenagers to study in the U.S.? VOA talked with two international students whose hard work earned them four-year, full-ride scholarships to Babson College and Harvard College.

College graduates Debora Queiroz Sena and Mariam Topeshashvili did not have a life of privilege growing up in Brazil.So, coming to the U.S. to study was a major adjustment.

"So, the idea of coming here was totally different from what moving here actually represented. I started finding out things about myself. Values that I had back home that I felt like they no longer applied to my life here."

"I think the biggest challenge for me was the culture, specifically at Harvard.My freshman year was very tough because everyone is the best from their schools, from their cities, from their states and what not."

Mariam's family fled Georgia as political refugees when she was four.They ended up living in a Rio de Janeiro slum, called a "favela."

Debora, from Salvador, Bahia, dreamed of coming to study in the U.S., too, but her family could not afford the expense.

Both participated in the State Department's EducationUSA program that acquaints young internationals with American colleges and universities.

Debora ended up at Babson College in Massachusetts, a business school.

"Opportunity changes everything. I think that everyone is born with a certain ability to think and rationalize. But because people were given different opportunities, they do perform differently. After two years at Babson, that was when I felt, like, OK, we're on the same level now.'"

"Mariam Topeshashvili … During her senior year, Mariam co-founded a delivery-grocery startup in Brazil that has just raised $5 million."

Mariam plans to return to Brazil and expand her company, and also help other refugees with the kind of opportunities she received after leaving Georgia.

"I had a lot of people who doubted my dreams. When I first said to my colleagues back in high school that I wanted to come to Harvard, they literally laughed at me." ////CUTAWAY///"And to be very honest, I didn't think I was going to come to Harvard, either. I thought there were two ways that you could get into college in the U.S: One was if my parents had migrated to the US. The other was if my parents were rich."

As for Debora, she will work in mergers and acquisitions for Ernst & Young in Boston, making 10 times annually what she would earn in Brazil.

Debora Queiroz Sena and Mariam Topeshashvili — hard work created opportunities.

XS
SM
MD
LG