ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ອາ​ຍາ​ສາ​ກົນ ອະ​ນຸ​ຍາດ​ໃຫ້​ສືບ​ສວນ ອາ​ຊະ​ຍະ​ກຳ ສົງ​ຄາມ ອັ​ຟ​ກາ​ນິ​ສ​ຖານ


ເດັກ​ຊາຍ​ຄົນ​ນຶ່ງກວດ​ກາ​ເຮືອນ​ທີ່​ຖືກ​ທຳ​ລາຍ​ຂອງ​ລາວ ຫຼັງ​ຈາກ​ການ​ໂຈມ​ຕີ​ໃກ້​ກັບ​ຖານ​ທັບ​ອາ​ກາດ ບາ​ກ​ຣາມ, ແຂວງພາ​ວານ, ອັ​ຟ​ກາ​ນິ​ສ​ຖານ.
ເດັກ​ຊາຍ​ຄົນ​ນຶ່ງກວດ​ກາ​ເຮືອນ​ທີ່​ຖືກ​ທຳ​ລາຍ​ຂອງ​ລາວ ຫຼັງ​ຈາກ​ການ​ໂຈມ​ຕີ​ໃກ້​ກັບ​ຖານ​ທັບ​ອາ​ກາດ ບາ​ກ​ຣາມ, ແຂວງພາ​ວານ, ອັ​ຟ​ກາ​ນິ​ສ​ຖານ.

ບັນ​ດາ​ຜູ້​ພິ​ພາກ​ສາ​ຢູ່​ສານ​ອາ​ຍາ​ສາ​ກົນ ໄດ້​ຕັດ​ສິນ​ໃນ​ວັນ​ພະ​ຫັດ​ນີ້​ວ່າ ບັນ​ດາ​ໄອ​ຍະ​ການ​ສາ​ມາດ​ດຳ​ເນີນ​ການ​ສືບ​ສວນ​ສວນ​ ກ່ຽວ​ກັບ ຄວາມ​ໂຫດ​ຮ້າຍ​ທີ່​ກໍ່​ຂຶ້ນ​ໂດຍ​ທຸກ​ຝ່າຍ​ໃນ​ສົງ​ຄາມ​ໃນ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ.

ໄອ​ຍະ​ການ ຟາ​ຕູ ເບັນ​ຊູ​ດາ ຢາກ​ຈະ​ເບິ່ງ​ໃຫ້​ໃກ້​ຊິດ​ຂຶ້ນກວ່າ​ເກົ່າ​ໃນ​ການ​ກະ​ທຳ​ຂອງກອງ​ກຳ​ລັງ ສະ​ຫະ​ລັດ, ກອງ​ກຳ​ລັງ ອັ​ຟ​ກາ​ນິ​ສ​ຖານ ແລະ ນັກ​ຮົບ ຕາ​ລີ​ບານ ໃນ​ລະ​ຫວ່າງ​ຄວາມ​ຂັດ​ແຍ້ງ​ທີ່​ໄດ້​ເລີ່ມ​ຂຶ້ນ​ໃນ​ປີ 2001.

ສານ​ຂັ້ນ​ຕ່ຳ ໄດ້​ກີດ​ກັ້ນ​ຄວາ​ມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ໃນ​ປີ​ກາຍນີ້, ໂດຍ​ເວົ້າ​ວ່າ ສານ​ຄວນ​ເອົາ​ໃຈ​ໃສ່​ກັບ​ຄະ​ດີ​ຕ່າງໆ ​ທີ່​ມີ​ໂອ​ກາດ​ນຳ​ໄປ​ສູ່​ການ​ດຳ​ເນີນ​ຄະ​ດີ​ຢ່າງ​ປະ​ສົບ​ຄວາມ​ສຳ​ເລັດ.

ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ຕໍ່​ການ​ຜັກ​ດັນ​ສຳ​ລັບ​ການ​ສືບ​ສວນ​ສອບ​ສວນ ອາ​ຊະ​ຍະ​ກຳ​ສົງ​ຄາມໃນ ອັ​ຟ​ກາ​ນິ​ສ​ຖານ​ ຢ່າງ​ຮຸນ​ແຮງ, ແລະ ບໍ່​ຮັບ​ຮູ້​ສານ​ອາ​ຍາ​ສາ​ກົນ.

ອັ​ຟ​ກາ​ນິ​ສ​ຖານ ກໍ​ໄດ້​ຄັດ​ຄ້ານ​ເຊັ່ນ​ກັນ, ໂດຍ​ເວົ້າ​ວ່າ ເຂົາ​ເຈົ້າ​ຈະ​ດຳ​ເນີນ​ການ​ສືບ​ສວນ​ຂອງ​ເຂົາ​ເຈົ້າ​ເອງ.

ກຸ່ມ​ສິດ​ທິ​ມະ​ນຸດ​ຕ່າງໆ​ໄດ້​ຍົກ​ຍ້ອງ​ສານ​ອາ​ຍາ​ສາ​ກົນ​ຢ່າງວ່ອງ​ໄວ ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ສິດ​ທິ​ຕໍ່​ການ​ຮັບ​ຜິດ​ຊອບ​ຂອງ​ຜູ້​ເຄາະ​ຮ້າຍ, ແລະ ປູ​ທາງ​ໃຫ້ ສະ​ຫະ​ລັດ ຖືກ​ນຳ​ຕົວ​ມາ​ລົງ​ໂທດ​ສຳ​ລັບ​ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ​ເປັນ​ຄັ້ງ​ທຳ​ອິດ.

ທ່ານນາງ ແຄັດ​ເທີ​ຣິນ ກາ​ແລັກ​ເກີ, ພະ​ນັກ​ງານ​ໄອ​ຍະ​ການ​ອາ​ວຸ​ໂສ​ທີ່​ສູນ​ກາງ​ເພື່​ອ​ສິດ​ທິ​ຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ ຕົວ​ແທນ​ທາງ​ກົດ​ໝາຍ​ຂອງ​ຜູ້​ເຄາ​ະ​ຮາຍ​ຢູ່ສານ ອາ​ຍາ​ສາ​ກົນ ໄດ້​ກ່າວ​ວ່າ “ມື້ນີ້, ສານ​ອາ​ຍາ​ສາ​ກົນ​ໄດ້​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ເຂົ້າ​ໃນມົນ​ຕາ​ທີ່​ວ່າບໍ່​ມີ​ໃຜ​ຢູ່​ເໜືອ​ກົດ​ໝາຍ. ແລະ ໄດ້​ຟື້ນ​ຟູ​ຄວາມ​ຫວັງ​ບາງ​ຢ່າງ​ທີ່​ວ່າ​ຄວາມ​ຍຸ​ຕິ​ທຳ​ແມ່ນ​ຍັງ​ມີ​ຢູ່ ແລະ ​ຈະຖືກ​ໃຊ້​ກັບ​ທຸກ​ຄົນ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ໃນ​ການ​ອະ​ນຸ​ມັດ​ການ​ສືບ​ສວນ​ທີ່​ສຳ​ຄັນ ແລະ ຖືກ​ເລື່ອນ​ເວ​ລາຫຼາຍ​ຄັ້ງ ກ່ຽວ​ກັບ ອາ​ຊະ​ຍະ​ກຳ ໃນ ແລະ ກ່ຽວ​ຂ້ອງ​ກັບ ອັ​ຟ​ກາ​ນິ​ສ​ຖານ ນັ້ນ, ສານ​ດັ່ງ​ກ່າວ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ ການ​ແຊກ​ແຊງ​ທາງ​ການ​ເມືອງ​ໃນ​ການ​ດຳ​ເນີນ​ການ​ທາງ​ກົດ​ໝາຍ​ນັ້ນ​ ແມ່ນ​ຈະ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ເກີດ​ຂຶ້ນ.”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

Judges at the International Criminal Court ruled Thursday prosecutors can go ahead with an investigation into atrocities committed by all parties in the war in Afghanistan.

Prosecutor Fatou Bensouda wants to look more closely at the actions of U.S. forces, Afghan forces and Taliban fighters during the conflict that began in 2001.

A lower court blocked that effort last year, saying the court should be focused on cases that have a better chance of leading to successful prosecutions.

The United States has sharply objected to a push for war crimes investigations in Afghanistan, and does not recognize the ICC.

Afghanistan has also objected, saying it would carry out its own probe.

Rights groups swiftly hailed ICC for upholding victims' right to accountability, and paving the way for the United States to be held to account for the first time for actions.

"Today, the International Criminal Court breathed new life into the mantra that no one is above the law' and restored some hope that justice can be available—and applied—to all," said Katherine Gallagher, senior staff attorney at the Center for Constitutional Rights (CCR) and ICC Victims Legal Representative.

"In authorizing this critical and much-delayed investigation into crimes in and related to Afghanistan, the Court made clear that political interference in judicial proceedings will not be tolerated."

XS
SM
MD
LG