ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຄົມ​ສາ​ກົນ ຮຽກ​ຮ້ອງ​ການ​ຢຸດ​ຍິງ ​ໃນ ກາ​ຊາ ຢ່າງ​ຖ້ວມ​ລົ້ນ


ຊາວ​ປາ​ແລັ​ສ​ໄຕ​ນ໌ ຊອກ​ຫາ​ຜູ້​ລອດ​ຊີ​ວິດ​ຈາກ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເມືອງ ຣາ​ຟາ ຂອງ​ເຂດ​ກາ​ຊາ, 12 ທັນ​ວາ 2023.
ຊາວ​ປາ​ແລັ​ສ​ໄຕ​ນ໌ ຊອກ​ຫາ​ຜູ້​ລອດ​ຊີ​ວິດ​ຈາກ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເມືອງ ຣາ​ຟາ ຂອງ​ເຂດ​ກາ​ຊາ, 12 ທັນ​ວາ 2023.

ສະ​ມັດ​ຊາ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນ​ ໃນ​ວັນ​ອັງ​ຄານ​ວານນີ້​ເພື່ອ​ຮຽກ​ຮ້ອງ​ການ​ຢຸດ​ຍິງ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ທັນ​ທີ​ລະ​ຫວ່າງ​ກຸ່ມ ຮາ​ມາ​ສ ແລະ ອິ​ສ​ຣາ​ແອ​ລ ແລະ ການ​ປ່ອຍ​ຕົວ​ປະ​ກັນ​ຢ່າງບໍ່​ມີ​ເງື່ອນ​ໄຂ​ທີ່​ຖືກ​ຈັບ​ໂດຍ​ກຸ່ມ​ກໍ່​ການ​ຮ້າຍ ແລະ ພັນ​ທະ​ມິດ​ຂອງ​ພວກ​ເຂົາ.

ໃນ​ການ​ລົງ​ຄະ​ແນນ​ສຽງ 153 ປະ​ເທດແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ 10 ປະ​ເທດ​ຄັດ​ຄ້ານ, ສະ​ມັດ​ຊາ​ໃຫຍ່​ໄດ້​ຮັບ​ຮອງ​ເອົາ​ບັນ​ຍັດ​ສະ​ບັບ​ນຶ່ງ​ທີ່​ຮຽກ​ຮ້ອງ “ການ​ຢຸດ​ຍິງ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ທັນ​ທີ,” ພ້ອມ​ກັບ​ການ​ປ່ອຍ​ຕົວ​ປະ​ກັນ​ໝົດ​ທຸ​ກ​ຄົນ​ໂດຍບໍ່​ມີ​ເງື່ອນ​ໄຂ ແລະ ຮັບ​ປະ​ກັນ​ການ​ຊ່ວຍ​ເຫຼືອເຂົ້າ​ໄປ​ໃນ​ ກາ​ຊາ.

ທ່ານ ຣີ​ຢາດ ແມນ​ຊົວ, ທູດ​ພິ​ເສດ ປາ​ແລັ​ສ​ໄຕ​ນ໌​ ທີ່​ດີ​ອົກ​ດີ​ໃຈ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ມື້ນີ້​ເປັນ​ວັນ​ແຫ່ງ​ປະ​ຫວັດ​ສາດ​ໃນ​ແງ່​ຂອງ​ຂໍ້​ຄວາມ​ທີ່​ມີ​ອຳ​ນາດ ທີ່​ຖືກ​ສົ່ງ​ຈາກ​ສະ​ມັດ​ຊາ​ໃຫຍ່. ແລະ ມັນ​ແມ່ນ​ໜ້າ​ທີ່​ໂດຍ​ລວມ​ຂອງ​ພວກ​ເຮົາ​ທີ່​ຈະ​ສືບ​ຕໍ່​ດຳ​ເນີນ​ໄປ​ໃນ​ທິດ​ທາງນີ້​ຈົນ​ກວ່າ​ພວກ​ເຮົາ​ຈະ​ເຫັນ​ຈຸດ​ສິ້ນ​ສຸດ​ຂອງ​ການ​ຮຸກ​ຮານນີ້​ ຕໍ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ, ເພື່ອ​ເຫັນ​ສົງ​ຄາມ​ຢຸດ ​ຕໍ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ. ມັນ​ແມ່ນ​ໜ້າ​ທີ່​ຂອງ​ພວກ​ເຮົາ​ທີ່​ຈະ​ຊ່ວຍ​ຊີ​ວິດ.”

ຫຼາຍກວ່າ 100 ປະ​ເທດ​ໄດ້​ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ຂໍ້​ຄວາມ​ດັ່ງ​ກ່າວ, ເຊິ່ງ​ຖືກ​ຮ່າງ​ຂຶ້ນ​ໂດຍ​ກຸ່ມ​ຂອງ​ບັນ​ດາ​ປະ​ເທດ ອາ​ຣັບ ແລະ ມຸ​ສ​ລິມ ແລະ ເປັນ​ສະ​ບັບ​ທີ່​ຄ້າຍ​ຄື​ກັບ​ອັນ​ທີ່ ສະ​ຫະ​ລັດ ໄດ້​ຍັບ​ຢັ້ງ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ອຳ​ນາດ 15 ປະ​ເທດ.

ວໍ​ຊິງ​ຕັນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ບົດ​ແກ້​ໄຂ ລວມ​ຢູ່​ໃນ​ຂໍ້​ຄວາມ​ຂອງ​ສະ​ມັດ​ຊາ​ໃຫຍ່​ທີ່​ໄດ້​ປະ​ຕິ​ເສດ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 7 ຕຸ​ລາ​ ແລະ ການ​ຈັບ​ຕົວ​ປະ​ກັນ​ຂອງ​ກຸ່ມ​ຮາ​ມາ​ສ. ເຂົາ​ເຈົ້າໄດ້​ລົງ​ມະ​ຕິ​ຄັດ​ຄ້ານ. ເຊັ່ນ​ດຽວ​ກັບບົດ​ແກ້​ໄຂ​ທີ່​ຖືກ​ສະ​ເໜີ​ໂດຍ​ປະ​ເທດ ອອ​ສ​ເຕ​ຣຍ ທີ່​ຢາກໃຫ້ “ມີ​ກຸ່ມ​ຮາ​ມາ​ສ ແລະ ກຸ່ມ​ອື່ນໆ” ຖືກ​ລວມ​ເຂົ້າ​ໄປ​ກ່ອນ​ຄຳ​ວ່າ “ຕົວ​ປະ​ກັນ.”

ສະ​ຫະ​ລັດ ແລະ ອອ​ສ​ເຕ​ຣຍ ແມ່ນ​ລວມ​ຢູ່​ໃນ​ 10 ປະ​ເທດ​ ທີ່​ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຮ່າ​ມະ​ຕິ​ດັ່ງ​ກ່າວ. ອິ​ສ​ຣາ​ແອລ, ເຊ​ເກຍ, ກວາ​ເຕ​ມາ​ລາ, ໄລ​ບີ​ເຣຍ, ໄມ​ໂຄ​ຣ​ນີ​ເຊຍ, ນາ​ອູ​ຣູ, ປາ​ປົວ ນິວ ກີ​ນີ ແລະ ປາ​ຣາ​ກວາຍ ແມ່ນ​ລວມ​ຢູ່​ໃນ​ກຸ່ມ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG