ບັນດາຜູ້ນຳໝູ່ເກາະປາຊີຟິກໄດ້ເຫັນດີໃນຂໍ້ຕົກລົງນຶ່ງທີ່ຈະປ້ອງກັນອົງການຫຼັກຂອງພາກພື້ນດັ່ງກ່າວຈາກການແຕກຫັກຍ້ອນຄວາມເຄັ່ງຕຶງລະຫວ່າງບັນດາສະມາຊິກ. ອອສເຕຣເລຍ, ເຊິ່ງແມ່ນມະຫາອຳນາດທີ່ສຳຄັນຂອງພາກພື້ນ ໄດ້ກ່າວວ່າອົງການບັນດາປະເທດໝູ່ເກາະປາຊີຟິກ ແມ່ນ “ສະຖາປັດຕະຍາກຳ” ທີ່ຈະອະນຸຍາດໃຫ້ພາກພື້ນດັ່ງກ່າວຈັດການກັບ “ບັນຫາຕ່າງໆທັງພາຍໃນ ແລະ ຕ່າງປະເທດ.” ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ອົງການປະເທດໝູ່ເກາະປາຊີຟິກລວມມີສະມາຊິກ 18 ປະເທດ. ມັນຂະຫຍາຍອອກເປັນກຸ່ມວັດທະນະທຳ ແລະ ພູມສາດຄືໝູ່ເກາະປາຊີຟິກ, ໝູ່ເກາະທາງຕອນໃຕ້ຂອງມະຫາສະໝຸດປາຊີຟິກ ແລະ ໝູ່ເກາະໃນພາກຕາເວັນອອກຂອງມະຫາສະໝຸດປາຊີຟິກ, ເຊັ່ນດຽວກັບປະເທດ ອອສເຕຣເລຍ ແລະ ນິວຊີແລນ. ບາງລັດມີສາຍພົວພັນການທູດກັບ ໄຕ້ຫວັນ ໃນຂະນະທີ່ເກາະອື່ນໆຮັບຮູ້ ຈີນ.
ຖືກສ້າງຕັ້ງຂຶ້ນໃນປີ 1971, ກອງປະຊຸມດັ່ງກ່າວແມ່ນມີຄວາມສ່ຽງທີ່ຈະແຕກຫັກຍ້ອນການຖົກຖຽງກັນຂອງການນຳທີ່ໄດ້ເລີ່ມຂຶ້ນເມື່ອປີກາຍນີ້, ໃນຂະນະທີ່ທັງ ຈີນ ແລະ ອອສເຕຣເລຍ ໄດ້ຂະຫຍາຍການມີໜ້າທາງການທູດຂອງເຂົາເຈົ້າໃນມະຫາສະໝຸດປາຊີຟິກ. ໝູ່ເກາະປາຊີຟິກ ແມ່ນໂມໂຫທີ່ວ່າຜູ້ລົງແຂ່ງຂັນຂອງເຂົາເຈົ້າສຳລັບການເປັນເລຂາທິການໃຫຍ່ຂອງອົງການນັ້ນ, ເອກອັກຄະລັດຖະທູດຂອງໝູ່ເກາະ ມາຊອລ ປະຈຳນະຄອນຫຼວງ ວໍຊິງຕັນ ແລະ ອະດີດລັດຖະມົນຕີຕ່າງປະເທດ ທ່ານ ເຈໂຣລ ແຊັກຄີອອສ, ໄດ້ຖືກມອງຂ້າມເພື່ອສະໜັບສະໜູນອະດີດນາຍົກລັດຖະມົນຕີໝູ່ເກາະ ຄຸກ ທ່ານ ເຮັນຣີ ປູນາ.
ຄວາມເປັນປໍລະປັກທີ່ວ່ານັ້ນປາກົດວ່າໄດ້ຖືກແກ້ໄຂລຸນຫຼັງກອງປະຊຸມໃນອາທິດນີ້ຂອງບັນດາຜູ້ນຳຈາກເກາະ ຟີຈີ, ຊາມົວ, ໝູ່ເກາະ ຄຸກ, ສະຫະພັນລັດໝູ່ເກາະມະຫາສະໝຸດປາຊີຟິກ, ປາລາວ ແລະ ໝູ່ເກາະ ມາຊອລ. ເຂົາເຈົ້າໄດ້ເຫັນດີຕໍ່ການປະຕິຮູບຕ່າງໆທີ່ຕ້ອງຖືກໃຫ້ສັດຕະຍາບັນໂດຍທຸກປະເທດສະມາຊິກຂອງອົງການດັ່ງກ່າວໃນການປະຊຸມຄັ້ງຕໍ່ໄປ.
ໃນການເດີນທາງໄປພາກພື້ນດັ່ງກ່າວເມື່ອບໍ່ດົນມານີ້, ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ້ ບໍ່ສາມາດທີ່ຈະບັນລຸຂໍ້ຕົກລົງການຄ້າ ແລະ ຄວາມປອດໄພຢ່າງກວ້າງຂວາງກັບ 10 ປະເທດເກາະດັ່ງກ່າວ ຍ້ອນຄວາມເປັນຫ່ວງວ່າຂະບວນການດັ່ງກ່າວຈະຖືກຮີບເລັ່ງ. ຜູ້ນຳບາງຄົນໄດ້ຮຽກຮ້ອງສຳລັບການສະເໜີຂໍ້ຕົກລົງເພື່ອອະພິປາຍໂດຍອົງການປະເທດໝູ່ເກາະປາຊີຟິກ.
ໃນການກ່າວຕໍ່ວິທະຍຸ ນິວຊີແລນນັ້ນ, ທ່ານນາງ ແອນນາ ພາວສ໌ ນັກບັນຍາຍອາວຸໂສ ກ່ຽວກັບ ການສຶກສາຄວາມປອດໄພ ຢູ່ມະຫາວິທະຍາໄລ ມາສຊີ, ໄດ້ກ່າວວ່າຄວາມຊຳນິຊຳນານດ້ານການທູດຂອງບັນດາຜູ້ນຳປາຊີຟິກບໍ່ຄວນຖືກໝິ່ນປະໝາດ.
ທ່ານນາງໄດ້ກ່າວວ່າ “ການຢ້ຽມຢາມຂອງລັດຖະມົນຕີ ຫວັງ ໄດ້ສະແດງໃຫ້ເຫັນທັງຄວາມເລິກເຊິ່ງຂອງສາຍພົວພັນທີ່ຈີນມີຕໍ່ສອງຝ່າຍຢ່າງແທ້ຈິງ, ແຕ່ພ້ອມກັບການພະຍາຍາມເຮັດໃຫ້ດີກວ່າເກົ່າ ແລະ ຄວາມໝັ້ນໃຈເກີນໄປ ກ່ຽວກັບຄວາມພະຍາຍາມຂອງເຂົາເຈົ້າທີ່ຈະພົວພັນໃນລະດັບຫຼາຍຝ່າຍ. ນີ້ໄດ້ສະແດງໃຫ້ເຫັນຄວາມສະຫຼາດຂອງສິລະປະການປົກຄອງປະເທດປາຊີຟິກ, ວິທີເຊິ່ງລັດປາຊີຟິກຕ່າງໆແມ່ນກຳລັງໃຊ້ຜົນປະໂຫຍດຂອງພູມສາດການເມືອງໃນພາກພື້ນ.”
ທ່ານ ຫວັງ ໄດ້ເຊັນຂໍ້ຕົກລົງສ່ວນຕົວກັບຫຼາຍປະເທດເກາະໃນພາກພື້ນໃນລະຫວ່າງການເດີນທາງເມື່ອບໍ່ດົນມານີ້, ລວມທັງເກາະ ຄີຣີບາຕີ ແລະ ຊາມົວ.
ໃນຕົ້ນປີນີ້, ປັກກິ່ງ ໄດ້ເຊັນຂໍ້ຕົກລົງດ້ານຄວາມໝັ້ນຄົງກັບໝູ່ເກາະ ໂຊໂລມອນ, ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງ ອອສເຕຣເລຍ, ເພື່ອຂະຫຍາຍການຕອບສະໜອງຕໍ່ໄພພິບັດທຳມະຊາດ ແລະ ເພື່ອເສີມຂະຫຍາຍການບັງຄັບໃຊ້ກົດໝາຍພາຍໃນປະເທດໃນໝູ່ເກາະພາກໃຕ້ຂອງມະຫາສະໝຸດປາຊີຟິກທີ່ມີປະຫວັດສາດຂອງຄວາມວຸ້ນວາຍທີ່ຮຸນແຮງ.
ອອສເຕຣເລຍ ແລະ ພັນທະມິດຂອງເຂົາເຈົ້າແມ່ນໄດ້ເປັນຫ່ວງວ່າ ຂໍ້ຕົກລົງດັ່ງກ່າວໃນທີ່ສຸດຈະອະນຸຍາດໃຫ້ຈີນ ສ້າງຕັ້ງທີ່ໝັ້ນດ້ານຍຸດທະສາດຂອງກອງທັບໃສ່ໃນພາກພື້ນນັ້ນ.
ໃນການຕອບໂຕ້, ລັດຖະບານທີ່ມີແນວທາງກາງອຽງຊ້າຍທີ່ຫາກໍ່ຖືກເລືອກເມື່ອບໍ່ດົນມານີ້ໃນນະຄອນຫຼວງ ແຄນເບີຣາ ໄດ້ຮັດແໜ້ນຄວາມພະຍາຍາມທາງການທູດຂອງເຂົາເຈົ້າໃນພາກພື້ນໃນທັນທີ ຫຼັງຈາກການລົງຄະແນນສຽງເມື່ອວັນທີ 21 ພຶດສະພາທີ່ຜ່ານມາ, ໂດຍສັນຍາວ່າຈະດຳເນີນການ ກ່ຽວກັບ ສະພາບອາກາດ, ຄວາມປອດໄພ ແລະ ການຊ່ວຍເຫຼືອຫຼາຍຂຶ້ນ.
ບັນດານັກວິເຄາະເຊື່ອວ່າ ຄວາມຮູ້ສຶກພາຍໃນສະມາຊິກ 18 ປະເທດຂອງອົງການປະເທດໝູ່ເກາະປາຊີຟິກກໍແມ່ນວ່າ ການຫຼຸດຜ່ອນຄວາມເຄັ່ງຕຶງພາຍໃນຈະເຮັດໃຫ້ກຸ່ມດັ່ງກ່າວແຂງແກ່ນຂຶ້ນ ແລະ ສາມັກຄີກັນຫຼາຍຂຶ້ນເພື່ອພິຈາລະນາຄວາມທະເຍີທະຍານຂອງຈີນຢ່າງລະມັດລະວັງ ແລະ ຄຳສັນຍາຂອງ ອອສເຕຣເລຍ ກ່ຽວກັບການດຳເນີນການກ່ຽວກັບສະພາບອາກາດຫຼາຍຂຶ້ນ.