ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາລະຫວ່າງ ກອງທັບສອງ ເກົາຫຼີ ເຊື່ອມໂຍງກັບ ການປົດອາວຸດ ນິວເຄລຍ


ນາຍພົນໂທ ເກົາຫຼີເໜືອ ອານ ອິກ ຊານ (ຊ້າຍ) ຈັບມືກັບພົນຕີ ເກົາຫຼີໃຕ້ ກິມ ໂດ-ກີຢຸນ ໃນລະຫວ່າງ ການພົບປະກັນ ທີ່ເຮືອນສັນຕິພາບ ຂອງບ້ານປານມູນຈອມ, ເກົາຫຼີໃຕ້. 31 ກໍລະກົດ, 2018.
ນາຍພົນໂທ ເກົາຫຼີເໜືອ ອານ ອິກ ຊານ (ຊ້າຍ) ຈັບມືກັບພົນຕີ ເກົາຫຼີໃຕ້ ກິມ ໂດ-ກີຢຸນ ໃນລະຫວ່າງ ການພົບປະກັນ ທີ່ເຮືອນສັນຕິພາບ ຂອງບ້ານປານມູນຈອມ, ເກົາຫຼີໃຕ້. 31 ກໍລະກົດ, 2018.

ການເຈລະຈາກັນ ລະຫວ່າງກອງທັບ ເກົາຫຼີ ປັດຈຸບັນນີ້ ໄດ້ກໍ່ໃຫ້ເກີດບາດກ້າວການ
ສ້າງຄວາມເຊື່ອຖືຂຶ້ນ, ແຕ່ບໍ່ໄດ້ມີການຫຼຸດກຳລັງທະຫານ ຫຼື ປືນໃຫຍ່ລົງຢ່າງຫຼວງ
ຫຼາຍ ຢູ່ຕາມເຂດຊາຍແດນແຕ່ຢ່າງໃດ.

ບັນດາຜູ້ແທນກອງທັບຈາກ ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ໄດ້ຈັດການເຈລະຈາກັນຂຶ້ນ
ໃນບ້ານສະຫງົບເສິກ ປານມູນຈອມ, ຕັ້ງຢູ່ພາຍໃນພາກພື້ນທີ່ເປັນເຂດປອດທະຫານ
(DMZ), ເປັນສະຖານທີ່ດຽວກັນກັບບ່ອນທີ່ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກັບ
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈອິນ ໄດ້ພົບປະກັນ ໃນເດືອນເມສາທີ່ຜ່ານມາ.

ບັນດາຜູ້ນຳກອງທັບໄດ້ປຶກສາຫາລືກັນ ກ່ຽວກັບ ວິທີທີ່ເຂົາເຈົ້າອາດປະຕິບັດ ໃນດ້ານ
ທີ່ກ່ຽວຂ້ອງ ກັບ ການຮັກສາຄວາມປອດໄພ ໃນຂໍ້ຕົກລົງ ກອງປະຊຸມສຸດຍອດລະຫວ່າງ
ເກົາຫຼີ ເພື່ອຫຼຸດຜ່ອນ ຄວາມເຄັ່ງຕຶງຢູ່ເຂດຊາຍແດນ ແລະ “ຢຸດການກະທຳທີ່ເປັນອັນ
ຕະລາຍຕໍ່ກັນ.”

ທັງສອງຝ່າຍ ໄດ້ແລກປ່ຽນທັດສະນະແນວຄິດຕ່າງໆ ກ່ຽວກັບ ຄວາມເປັນໄປໄດ້ ໃນ
ການຫຼຸດຜ່ອນຈຳນວນກອງກຳລັງທະຫານ ແລະ ອາວຸດຕ່າງໆຢູ່ເຂດ DMZ ແລະ ດຳ
ເນີນການຂຸດຄົ້ນຊາກກະດູກ ຂອງທະຫານທີ່ຖືກຂ້າຕາຍໃນສົງຄາມ ເກົາຫຼີ ຢູ່ຕາມ
ເຂດຊາຍແດນ.

ເຂດ DMZ ທີ່ມີຄວາມກວ້າງ 4 ກິໂລແມັດ ຕັັ້ງຢູ່ຕາມເຂດຊາຍແດນລະຫວ່າງ ເກົາຫຼີ
250 ກິໂລແມັດນັ້ນ ແມ່ນນຶ່ງໃນເຂດຊາຍແດນທີ່ມີການປ້ອງກັນໜາແໜ້ນທີ່ສຸດໃນ
ໂລກ, ເຊິ່ງຖືກເຝົ້າຍາມໂດຍທະຫານຫຼາຍພັນຄົນ, ປືນໃຫຍ່ ແລະ ໄດ້ວາງລະເບີດຝັງ
ດິນໃສ່ເປັນຈຳນວນຫຼາຍ.

ໃນເດືອນເມສາທີ່ຜ່ານມາ, ທ່ານ ກິມ ແລະ ທ່ານ ມູນ ໄດ້ຕົກລົງກັນທີ່ຈະປ່ຽນແປງເຂດ
DMZ, ແລະ ເສັ້ນຈຳກັດຢູ່ພາກເໜືອ ທີ່ຂະ ຫຍາຍເຂດຊາຍແດນອອກໄປຫາທະເລ,
ເຂົ້າໄປໃນເຂດສັນຕິພາບ ເພື່ອປ້ອງກັນການປະທະກັນທາງທະຫານ ທີ່ເກີດຂຶ້ນໂດຍ
ບັງເອີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG