ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍາ​ນ​ອະ​ວະ​ກາດ​ ອິນ​ໄຊ​ຕ໌ ລົງ​ຈອດ ​ຢູ່​ໜ້າ​ ດາວ​ພະ​ອັງ​ຄານ


Insight Lander Touches Down on Mars
please wait

No media source currently available

0:00 0:01:08 0:00

ພວກນັກວິທະຍາສາດຂອງອົງການນາຊາ ໄດ້ພາກັນຕື່ນເຕັ້ນດີໃຈ ຢ່າງສຸດຂີດ ໃນວັນ
ຈັນຕົ້ນສັບປະດານີ້ ເວລາພວກເຂົາເຈົ້າ ໄດ້ຍິນສຽງຄຳເວົ້າ ມາຈາກຄວາມຫ່າງໄກເປັນ
ໄລຍະທາງ 54 ລ້ານກິໂລແມັດ ວ່າ ຍານ​ລຳໃໝ່ໄປ ຍັງດາວພະອັງຄານ ໄດ້ໄປເຖິງຢ່າງ
ປອດໄພແລ້ວ. ຍານ​ລຳ​ດັ່ງ​ກ່າວນີ້ ເອີ້ນວ່າ ອິນໄຊຕ໌ (InSight) ແປວ່າລົງເລິກແລະກໍ
ເປັນຄວາມຈິງຕາມຊືື່ນັ້ນ. ພວກເຈົ້າ ໜ້າທີ່ກ່າວວ່າ ມັນຈະໃຫ້ຄວາມຮູ້ໃໝ່ທີ່ເລິກລົງໄປ
ສຳລັບພວກນັກວິທະຍາສາດ ວ່າມີຫຍັງ ຢູ່ດາວແດງໜ່ວຍນີ້ ດັ່ງ ເຄວິນ ອີນັອກສ໌ ນັກ
ຂ່າວ ວີໂອເອ ມີລາຍ ງານ ຊຶ່ງ ສາລີ ຈະສະເໜີລາຍລະອຽດ ໃນອັນດັບຕໍ​່ໄປ.

ແລະພ້ອມໆກັນນັ້ນ ຍານອະວະກາດ InSight ກໍໄດ້ສົ່ງຂໍ້ຄວາມມາຍັງໂລກ ລຸນຫຼັງໄດ້
​ເດີນ​ທາງ ຫົກເດືອນ ແລະໄລຍະທາງ 482 ລ້ານກິໂລແມັດແລ້ວ ມັນກໍໄດ້ລົງຈອດຢ່າງ
ເປັນຜົນສຳເລັດຢູ່ເທິງດາວແດງນົບພະເຄາະໜ່ວຍນີ້.

ການສຳຫຼວດດັ່ງກ່າວ ມີພາລະກິດ ແບບບໍ່ມີອັນໃດສະເໝີເໝືອນ ເປັນເວລາ ສອງປີ ໃນການເບິ່ງເຂົ້າໄປ ໃນດາວນົບພະເຄາະທີ່ຢູ່ຄຽງຂ້າງຂອງພວກເຮົາ.

ພວກນັກວິທະຍາສາດພາກັນຫວັງວ່າ ຈະໄດ້ຍິນສຽງທີ່ເອີ້ນວ່າ​ Marsquakes ຫຼື
ສຽງດາວພະອັງຄານໄຫວຕົວ ທັງຈະລວບລວມໃສ່ກັນ ກັບທາງໃນຂອງດາວ ນົບ
ພະເຄາະໜ່ວຍດັ່ງກ່າວ.

ຍານ InSight ຈະກະທຳໃນສິ່ງທີ່ວ່ານັ້ນ ໂດຍການລວບລວມເອົາການສຳຫຼວດ ການເໜັງຕິງນ້ອຍໆຂອງພູໄຟ ເລິກລົງໄປໃນໜ້າດິນຂອງດາວອັງຄານ.

ທ່ານ Tom Hoffman ຜູ້ບໍລິຫານໂຄງການ InSight ເວົ້າວ່າ “ນອກນັ້ນ ພວກເຮົາ
ຍັງຈະໄດ້ຮັບອາຍອຸ່ນພັດເຂົ້າມາ ລວມທັງສິ່ງທີ່ສຳຫຼວດຫຼາຍຢ່າງ ທີ່ແຊກຊຶມເຂົ້າໄປ
ໃນໜ້າດິນຂອງດາວພະອັງຄານເລິກລົງໄປປະມານ 5 ແມັດ ຫຼື 16 ຟຸດ ເພື່ອວັດແທກ
ອຸນນະພູມຂອງດາວພະອັງຄານ.”

ເທື່ອນີ້ເປັນເທື່ອທຳອິດ ທີ່ການສຳຫຼວດຂອງນາຊາ ຈະທຳການທົດລອງໂດຍກົງ ຢູ່
ເທິງໜ້າດິນຂອງດວງດາວດັ່ງກ່າວ.

ມັນຈະມີໂລ້ເລັກນ້ອຍເພື່ອປ້ອງກັນໂຕບໍ່ໃຫ້ອາກາດທີ່ບໍ່ດີຂອງດາວພະອັງຄານມາເປັນ
ອັນຕະລາຍ.

ອົງການ ນາຊາ ຫວັງວ່າ ຈະໄດ້ຮຽນຮູ້ວ່າ ດາວພະອັງຄານກໍ່ຮ່າງສ້າງໂຕຂຶ້ນ ມາແບບໃດ ເມື່ອຫຼາຍໆພັນລ້ານປີກ່ອນ.

ຄວາມຮູ້ໃໝ່ເພີ້ມເຕີມ ໃສ່ສິ່ງທີ່ເຮົາຮູ້ຢູ່ແລ້ວ ກ່ຽວກັບແຜ່ນດິນ ຈະຊ່ອຍເຮັດໃຫ້ ນາຊາ ເຂົ້າໃຈດີຂຶ້ນ ກ່ຽວກັບດາວນົບພະເຄາະດວງອື່ນ ໃນລະບົບສຸລິຍະຈັກ ກະວານຂອງເຮົາ
ແລະໂລກຕ່າງໆ ທີ່ຢູ່ໄກກວ່າຂອບແຄແຈຮົ້ວອະວະກາດຂອງ ເຮົາ.


And with that, the InSight sent back word to Earth that after six months and 482 million kilometers, it had made a successful landing on the Red Planet.

The probe has a unique two year mission: to take a look inside our closest planetary neighbor.

Scientists are hoping to listen for so called Marsquakes and put together a detailed map of the planet's interior.

InSight will do this by putting little seismic probes onto the Martian surface.

"We're also going to have a heat flow and physical properties probe which will penetrate into the Mars surface about 5 meters or 16 feet to take the temperature of Mars."

This is the first time a NASA probe will be dropping experiments directly onto the surface.

It will put little shields on top of them to protect them from any bad Martian weather.

NASA hopes to learn how Mars formed billions of years ago.

Adding that to what we know about Earth's formation should help NASA better understand the other rocky planets in our solar system and also worlds beyond our corner of space.

XS
SM
MD
LG