ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄົນງານ ອິນໂດເນເຊຍ ຫຼາຍຮ້ອຍພັນຄົນ ນັດຢຸດງານ ປະທ້ວງຄັ້ງໃຫຍ່ (ສະໄລດ໌)


ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ພວກຄົນງານປະທ້ວງ
ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ພວກຄົນງານປະທ້ວງ
ພວກ​ຄົນ​ງານ​ຂອງ​ໂຮງງານຫຼາຍຮ້ອຍ​ພັນ​ຄົນ ​ໃນ​ອິນ​ໂດ​ເນ​ເຊຍ ​ໄດ້​ພາກັນ​ນັດ​ຢຸດ​ງານ ​ທວງ​ໃຫ້ປັບປຸງ​ສະພາບ​ການ​ເຮັດ​ວຽກ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ ​ແລະສ້າງ​ຄວາມ​ໝັ້ນຄົງ​ຕໍ່ໜ້າ​ວຽກ​ເພີ່ມຂຶ້ນ.

ບັນດ​າ​ເຈົ້າໜ້າ​ທີ່​ສະຫະພັນ​ກຳມະບານ​ກ່າວ​ວ່າ ຄົນ​ງານຫຼາຍ ກວ່າ​ສອງລ້ານ​ຄົນ ຈາກ​ບໍລິສັດ 700 ​ແຫ່ງ ​ໄດ້​ປະກອບສ່ວນ ເຂົ້າຮ່ວມການນັດ​ຢຸດ​ງານທົ່ວປະ​ເທດ​ເປັນ​ເວລາ​ນຶ່ງ​ມື້ ​ໃນ​ວັນ​ພຸດ​ວານ​ນີ້.

ຕໍາຫຼວດກ່າວ​ວ່າ ຈໍານວນແທ້ໆ​ຂອງພວກ​ນັດ​ຢຸດ​ງານ​ປະ​ທ້ວງ​ ແມ່ນ​ຕໍ່າ​ກວ່ານັ້ນ ​ແຕ່​ຕໍາຫຼວດ​ແລະ​ທະຫານຫຼາຍສິບ​ພັນ​ຄົນ ກໍາລັງ​ຢູ່​ໃນ​ທ່າ​ຕຽມ ພ້ອມ. ​ເຈົ້າໜ້າ​ທີ່​ກ່າ​ວວ່າ ​ມີເຈົ້າໜ້າ​ທີ່​ຕໍາຫຼວດ 15,000 ຄົນ ​ໄດ້​ທໍາ​ການລາດຕະ​ເວນ​ຢູ່​ຕາມ​ຖະໜົນ ສາຍ​ຕ່າງໆສະ​ເພາະ​ແຕ່​ໃນ​ນະຄອນຫຼວງ Jakarta ​ເທົ່າ​ນັ້ນ.

ພວກ​ຄົນ​ງານ​ເຫຼົ່ານີ້ ຕ້ອງການ​ໃຫ້​ລັດຖະບານປ່​ຽນ​ແປງ​ກົດ​ລະບຽບ​ທີ່ອະ ນຸຍາດ​ໃຫ້​ບໍລິສັດ​ຕ່າງໆ​ຈ້າງ​ພວກ​ຄົນ​ງານ​ແບບ​ສັນຍາ​ຊົ່ວຄາວ​ໄດ້ ຊຶ່ງເປັນ ການຫຼີກລ່ຽງກົດໝາຍ​ແຮງ​ງານ​ທີ່​ເຄັ່ງ​ຄັດ​ຂອງ​ປະ​ເທດ​ນັ້ນ.

ລາຍ​ງານ​ສະບັບ​ນຶ່ງເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍ​ອົງການ​ເພື່ອ​ການ​ຮ່ວມ​ມື​ແລະ ການ​ພັດທະນາ​ເສດຖະກິດ ຫຼື OECD ​ເວົ້າ​ວ່າ ​ເສດຖະກິດ​ອິນ​ໂດ​ເນ​ເຊຍ ​ແມ່ນ​ກໍາລັງ​ເຕີບ​ໂຕ​ຢ່າງ​ສະໝໍ່າສະ​ເໝີ ​ໃນ​ອັດຕາ 6.6 ​ເປີ​ເຊັນ​ຕໍ່​ປີ ​ແຕ່ OECD ​ເວົ້າ​ວ່າ ​ເຈົ້າໜ້າ​ທີ່​ຈໍາ​ເປັນ​ຕ້ອງ​ລົງທຶນ​ໃສ່​ໃນດ້ານຄວາມປອດ​ໄພ ທາງສັງຄົມ​ທີ່​ມີ​ປະສິດທິ​ຜົນ ​ແລະ​ການ​ສຶກສາ ​ເພື່ອຈະ​ຊ່ວຍໃຫ້ຄ່າ​ຈ້າງສູງ ຂຶ້ນ.

ລາຍ​ງານເສດຖະກິດ​ທີ່​ອອກ​ໃນວັນ​ພຸດ​ວານ​ນີ້ ​ໂດຍທະນາຄານ​ພັດທະນາ​ເອ​ເຊຍ ຫຼື ​ເອດີ​ບີ ຍັງ​ໄດ້​ເຕືອນ​ວ່າ ຄວາມ​ຮຽກຮ້ອງ​ຕ້ອງການ ໃນ​ດ້ານ ການ​ສົ່ງ​ອອກທີ່​ສັ່ນ​ຄອນ ອາດ​ສາມາດ​ເຮັດ​ໃຫ້​ການ​ເຕີບ​ໂຕດ້ານເສດ​ຖະ ກິດ​ກິດ​ຂອງ​ອິນ​ໂດ​ເນ​ເຊຍ​ຊັກ​ຊ້າ​ລົງ​ໄດ້​ ໃນ​ຊ່ວງ​ສຸດ​ທ້າຍ​ຂອງ​ປີ​ນີ້ ​ແລະ​ປີໜ້າ.
XS
SM
MD
LG