ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງອິນໂດເນເຊຍ ໄດ້ຮັບໄຊຊະນະ ໃນການແຂ່ງຂັນເລືອກຕັ້ງປະທະນາທິບໍດີ


ຜູ້ສະໝັກເປັນປະທານາທິບໍດີຂອງອິນໂດເນເຊຍ ທ່ານປຣາໂບໂວ ຊູບຽນໂຕ ພວມເຕັ້ນລຳ ຂະນະທີ່ທ່ານໄດ້ຮັບໄຊຊະນະ ຢູ່ທີ່ງານຕິດຕາມຊົມຜົນການເລືອກຕັ້ງທົ່ວໄປ ໃນນະຄອນຫຼວງ ຈາກາຕາ ເມື່ອວັນທີ 14 ກຸມພາ 2024. ການນັບຄະແນນທີ່ບໍ່ເປັນທາງການ ສະແດງໃຫ້ເຫັນວ່າ ທ່ານຊູບຽນໂຕ ໄດ້ຮັບຄະແນນສຽງ 60 ເປີເຊັນ.
ຜູ້ສະໝັກເປັນປະທານາທິບໍດີຂອງອິນໂດເນເຊຍ ທ່ານປຣາໂບໂວ ຊູບຽນໂຕ ພວມເຕັ້ນລຳ ຂະນະທີ່ທ່ານໄດ້ຮັບໄຊຊະນະ ຢູ່ທີ່ງານຕິດຕາມຊົມຜົນການເລືອກຕັ້ງທົ່ວໄປ ໃນນະຄອນຫຼວງ ຈາກາຕາ ເມື່ອວັນທີ 14 ກຸມພາ 2024. ການນັບຄະແນນທີ່ບໍ່ເປັນທາງການ ສະແດງໃຫ້ເຫັນວ່າ ທ່ານຊູບຽນໂຕ ໄດ້ຮັບຄະແນນສຽງ 60 ເປີເຊັນ.

ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຂອງອິນໂດເນເຊຍ ທີ່ນຳໜ້າໝູ່ ລັດຖະມົນຕີປ້ອງກັນປະເທດ ທ່ານປຣາໂບໂວ ຊູບຽນໂຕ ໄດ້ປະກາດໄຊຊະນະຫຼັງຈາກການນັບຄະແນນສຽງທີ່ບໍ່ເປັນທາງການ ໄດ້ສະແດງໃຫ້ເຫັນວ່າ ທ່ານນຳໜ້າຢ່າງຫຼວງຫຼາຍ ໃນການແຂ່ງຂັນພາຍໃນສາມຄົນ.

ປະຊາຊົນຫຼາຍພັນຄົນພາກັນຮ້ອງເຊຍຂະນະທີ່ ທ່ານປຣາໂບໂວ ໄດ້ອອກມາທັກທາຍ ພວກຜູ້ສະໜັບສະໜຸນຢູ່ທີ່ສະໜາມກິລາໃນຮົ່ມ ໃນວັນພຸດວານນີ້. ທ່ານໄດ້ເອີ້ນຜົນການເລືອກຕັ້ງທີ່ບໍ່ເປັນທາງການ “ໄຊຊະນະຂອງຊາວອິນໂດເນເຊຍທັງໝົດ” ແລະໄດ້ປະຕິຍານທີ່ຈະຈັດຕັ້ງລັດຖະບານທີ່ປະກອບດ້ວຍພວກລູກຊາຍແລະລູກສາວຂອງອິນໂດເນເຊຍ.

ຈຳນວນນັບທີ່ບໍ່ເປັນທາງການໂດຍຊຸດບັນດາເຈົ້າໜ້າທີ່ຂອງໜ່ວຍເລືອກຕັ້ງທີ່ເປັນອິດສະຫຼະນັ້ນ ໄດ້ຖືກເປີດເຜີຍບໍ່ດົນ ຫຼັງຈາກທີ່ໜ່ວຍເລືອກຕັ້ງທັງຫຼາຍໄດ້ປິດລົງເມື່ອຕອນ 1 ໂມງແລງ ຕາມເວລາໃນນະຄອນຫຼວງຈາກາຕາ ຊຶ່ງບົງບອກວ່າ ທ່ານປຣາໂບໂວ ໄດ້ຮັບຄະແນນສຽງປະມານ 60 ເປີເຊັນ. ສ່ວນອະດີດເຈົ້າແຂວງ ທ່ານການຈາຣ ປຣາໂນໂວ ອີກຄົນນຶ່ງ ແມ່ນຢູ່ອັນດັບສາມດ້ວຍຄະແນນທີ່ຫ່າງໄກ.

ຖ້າທ່ານປຣາໂບໂວ ໄດ້ຮັບຄະແນນສຽງຫຼາຍກວ່າ 50 ເປີເຊັນຂອງຄະແນນສຽງທີ່ໄດ້ປ່ອນທັງໝົດ - ພ້ອມດ້ວຍຄະແນນສຽງຈາກແຂວງອື່ນໆຂອງອິນໂດເນເຊຍ ຢ່າງໜ້ອຍ 20 ເປີເຊັນ - ແລ້ວເມື່ອໃດ ທີ່ຜົນການເລືອກຕັ້ງຢ່າງເປັນທາງການ ແມ່ນໄດ້ຖືກປະກາດອອກມາ ທ່ານກໍຈະຊະນະຕຳແໜ່ງປະທານາທິບໍດີ ໃນທັນທີ ແລະຫລີກເວັ້ນການປ່ອນບັດເລືອກຕັ້ງຮອບສອງໃນເດືອນມິຖຸນາ.

ຈະຕ້ອງຖ້າອີກສອງສາມອາທິດ ກ່ອນທີ່ການນັບຄະແນນສຽງຂັ້ນສຸດທ້າຍ ຈະສຳເລັດຢ່າງຄົບຖ້ວນ.

The front-runner for Indonesia’s presidency, Defense Minister Prabowo Subianto, declared victory Wednesday after unofficial vote counts showed him with a wide lead in the three-way race.

Thousands of people cheered as Prabowo greeted supporters at a local sports arena. He called the unofficial results a “victory of all Indonesians” and pledged to assemble a government made up of Indonesia’s best.

The unofficial tallies by a set of independent pollsters released shortly after the polls closed at 1 p.m. indicated Prabowo had about 60% of the vote. Former Jakarta Governor Anies Beswadan had just over 20%, and another former provincial governor, Ganjar Pranowo, was in distant third place.

If official returns show Subianto winning with more than 50% of all votes cast — along with at least 20% of the vote in half of Indonesia’s provinces — he will win the presidency outright and avoid a second-round vote in June.

It will be weeks before the final tally is completed.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG