ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບເຮືອອິນໂດເນເຊຍ ຮູ້ບ່ອນຢູ່ ແລະພະຍາຍາມ ຈະກູ້ເອົາຫີບບັນທຶກຂໍ້ມູນ ຂອງສາຍການບິນ ທີ່ຕົກຢູ່ທະເລຈາວາແລ້ວ


ພວກມະນຸດກົບກອງທັບເຮືອອິນໂດເນເຊຍ ນຳເອົາຊາກຫັກພັງເຮືອບິນຂຶ້ນມາຈາກນໍ້າ ລະຫວ່າງການປະຕິບັດງານ ຊອກຫາຜູ້ໂດບາຍສານ ຂອງສາຍການບິນສຣີວີຈາວາ Sriwijaya Air ເມື່ອວັນທີ 10 ມັງກອນ 2021.
ພວກມະນຸດກົບກອງທັບເຮືອອິນໂດເນເຊຍ ນຳເອົາຊາກຫັກພັງເຮືອບິນຂຶ້ນມາຈາກນໍ້າ ລະຫວ່າງການປະຕິບັດງານ ຊອກຫາຜູ້ໂດບາຍສານ ຂອງສາຍການບິນສຣີວີຈາວາ Sriwijaya Air ເມື່ອວັນທີ 10 ມັງກອນ 2021.

ມະນຸດກົບທະຫານເຮືອອິນໂດເນເຊຍ ໃນວັນຈັນມື້ນີ້ໄດ້ເລີ້ມຊອກຫາຫີບບັນຫຶກສຽງ
ຖ້ຽວບິນຂອງເຮືອບິນໂດຍສານອິນໂດເນຍເຊຍ ທີ່ປະສົບອຸບັດຕິເຫດຕົກໃນ ວັນເສົາ
ຜ່ານມາ ຢູ່ໃນທະເລຈາວາ.

ຖ້ຽວບິນ SJ182 ຂອງສາຍການບິນສຣີວີຈາວາ (Sriwijava) ໄດ້ຫາຍສາບ ສູນໄປຈາກ
ຈໍເຣດາພຽງແຕ່ສີ່ນາທີລຸນຫຼັງທີ່ບິນຂຶ້ນຈາກນະຄອນຫຼວງຈາກາຕາ ໄປຫາເມືອງພອນຕີອານາກ (Pontianak) ຊຶ່ງເປັນເມືອງເອກຂອງແຂວງກາ ລີມັນຕັນຕາເວັນຕົກ (West Kalimantan) ໃນເກາະບໍນຽວ (Boneo) ຊຶ່ງບັນທຸກຜູ້ໂດຍສານ ແລະລູກເຮືອ 62 ຄົນ
ຮວມທັງເດັກນ້ອບ 10 ຄົນ.

ໜ່ວຍຊອກຫາ ແລະກູ້ໄພ ໃນວັນອາທິດວານນີ້ ໄດ້ຊີ້ໃຫ້ເຫັນ ບໍລິເວນທີ່ເຄືອງ ບັນທຶກ
ສຽງ ແລະບັນທຶກຂໍ້ມູນການບິນ ທີ່ຮູ້ກັນໃນຊື່ “ຫີບດໍາ” ອາດຈະຢູ່ ຫຼັງ ຈາກພົບເຫັນຊາກ
ຫັກພັງຂອງເຮືອບິນຕົກ.

ອົງການໄຟລຕຣາດາ24 (Flihgtradar24) ທີ່ໃຫ້ບໍລິການຕິດຕາມເບິ່ງຖ້ຽວບິນ ກ່າວວ່າ
ເຮືອບິນອາຍພົ່ນໂບອິງ 737-500 “ໄດ້ຕົກລົງມາກວ່າ 10,000 ຟິດ ພາຍໃນເວລາບໍ່
ຮອດນຶ່ງນາທີ.“

ພວກມະນຸດກົບໄດ້ຄົ້ນພົບຊາກສົບຂອງຫຼາຍຄົນທີ່ຢູ່ໃນເຮືອບິນ ພ້ອມດ້ວຍຊິ້ນ ສ່ວນ
ຊາກຫັກພັງຕ່າງໆ ຕະຫຼອດທັງເຄື່ອງຄວບຄຸມການລົງຈອດ ຕີນເຮືອບິນ ແລະໃບພັດ
ຂອງເຄື່ອງຈັກເຮືອບິນ.

ທ່ານບໍາບັງ ຊູຣິໂຍ ອາລີ (Bambang Suryo Ali) ເຈົ້າໜ້າທີ່ຂອງ ອົງການ ຊອກຄົ້ນ
ຫາ ແລະກູ້ໄພແຫ່ງຊາດອິນໂດເນເຊຍ ກ່າວຕໍ່ບັນດານັກຂ່າວໃນວັນ ເສົາທີ່ຜ່ານມາວ່າ
ຊາກຫັກພັງຈະຖືກສົ່ງໄປຫາຄະນະກຳມະການຄວາມປອດໄພ ການບິນແຫ່ງຊາດ.

ມີກຳປັ່ນຢ່າງໜ້ອຍ 53 ລໍາ ແລະພະນັກງານໜ່ວຍກູ້ໄພ 2,600 ຄົນເຂົ້າຮ່ວມ ໃນການ
ປະຕິບັດງານເກັບກູ້ໃນຄັ້ງນີ້.

Indonesian navy divers began searching Monday for the flight recorders from the passenger jet that crashed Saturday in the Java Sea.

Sriwijaya Air Flight SJ182 disappeared from radar just four minutes after taking off from Jakarta en route to Pontianak, the capital of the West Kalimantan province on the island of Borneo, carrying 62 passengers and crew, including 10 children.

Search and rescue crews on Sunday pinpointed the location of the cockpit voice and flight data recorders, known as “black boxes, after locating debris from the crashed plane.

Flightradar24, the flight tracking service, said the Boeing 737-500 jetliner “lost more than 10,000 feet of altitude in less than one minute.”

Divers have already recovered remains of several people on board the plane, along with various pieces of debris, including landing gear, wheels and one of the plane’s turbine engines.

Bambang Suryo Aji, an official with Indonesia’s National Search and Rescue Agency, told reporters Saturday the debris will be sent to the National Commission on Transportation Safety.

At least 53 naval vessels and 2,600 rescue personnel are taking part in the recovery operation.

XS
SM
MD
LG