ເມື່ອບໍ່ດົນມານີ້ ສິງຄະໂປ ແລະມາເລເຊຍ ໄດ້ປະເຊີນກັບມົນລະ
ພິດອາກາດທີ່ຮ້າຍແຮງທີ່ສຸດ ໃນຮອບ 16 ປີ ຊຶ່ງສາເຫດສ່ວນ
ໃຫຍ່ແມ່ນເປັນ ຍ້ອນ ການຕັດໄມ້ເຜົາປ່າເພື່ອເຮັດສວນໃນປະ
ເທດອິນໂດເນເຊຍ. ປະທາ ນາທິບໍດີອິນໂດເນເຊຍ ໄດ້ຂໍໂທດ
ແລະສັນຍາວ່າຈະສືບສວນສອບສວນ ສາເຫດຂອງໄຟໄໝ້ປ່າ
ຄັ້ງນີ້ໃຫ້ໄດ້. ແຕ່ຜູ້ສື່ຂ່າວວີໂອເອ Brian Padden ລາຍງານ
ວ່າ ການສະແດງຄວາມໝັ້ນໝາຍຢ່າງເປີດເຜີຍຂອງທ່ານ ເພື່ອ
ລຸດຜ່ອນມົນລະພິດ ແລະປົກປ້ອງສະພາບແວດລ້ອມ ຢ່າງ
ໜ້ອຍກໍໃນໄລຍະສັ້ນນັ້ນ ກໍບໍ່ໄດ້ຂ່ວຍເຮັດໃຫ້ອັດຕາການຕັດ
ໄມ້ທໍາລາຍປ່າລຸດຕໍ່າລົງໄປແຕ່ຢ່າງໃດ. ທອງປານມີເລຶ່ອງນີ້
ມາສະເໜີທ່ານ.
ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:
ມັນເປັນເຫດການທີ່ເກີດຂຶ້ນປະຈໍາປີໃນລະດູແລ້ງ. ນັ້ນກໍຄືໝອກຄວັນທີ່ເປັນອັນຕະລາຍ
ທີ່ປົກຄຸມໄປທົ່ວເຂດພາກໃຕ້ຂອງມາເລເຊຍແລະສິງຄະໂປ. ແຕ່ໃນປີນີ້ ຢູ່ໃນບາງເຂດທີ່ຖືກກະທົບນັ້ນ ໝອກຄວັນດັ່ງກ່າວນີ້ແມ່ນຮ້າຍແຮງກວ່າທີ່ຜ່ານມາຫຼາຍ ຈົນເຮັດໃຫ້ຈໍານວນຄົນທີ່ເປັນໂຣກຫືດເພີ່ມຂຶ້ນເຖິງ 100 ເປີເຊັນ. ໂຮງຮຽນຫຼາຍຮ້ອຍແຫ່ງ ຖືກປິດ
ລົງ ແລະລັດຖະບານມາເລເຊຍໄດ້ແຈກຢາຍໜ້າກາກງວມດັງ ປ້ອງກັນແກັສໃຫ້.
ແຫຼ່ງຂອງມົນລະພິດ ແມ່ນຢູ່ໃນອີກຟາກນຶ່ງຂອງຊ່ອງແຄບ Malacca ໃນປະເທດອິນໂດເນເຊຍ ບ່ອນທີ່ມີການຈູດເຜົາປ່າຢ່າງຜິດກົດໝາຍເພື່ອຖາກຖາງ ເປັນພື້ນທີ່ໃຊ້ປູກຕົ້ນປາມເອົານໍ້າມັນ ຍັງສືບຕໍ່ດໍາເນີນໄປຢ່າງບໍ່ຢຸດຍັ້ງນັ້ນ.
ທ່ານ Susilo Bambang ປະທານາທິບໍດີ ອິນໂດເນເຊຍ ໄດ້ກ່າວຂໍໂທດຕໍ່ມະຫາຊົນ ສໍາລັບເຫດຮ້າຍດັ່ງກ່າວນີ້.
ປະທານາທິບໍດີ ບໍາບັງ ເວົ້າວ່າ “ໃນຖານະປະທານາທິບໍດີ ຂ້າພະເຈົ້າຕ້ອງຂໍໂທດ ຫຼາຍ ສໍາລັບສິ່ງທີ່ໄດ້ເກີດຂຶ້ນນັ້ນ ແລະ ຮ້ອງຂໍຄວາມເຂົ້າໃຈ ຈາກບັນດາອ້າຍນ້ອງທັງຫຼາຍ ໃນສິງຄະໂປ ແລະມາເລເຊຍ.”
ປະທານາທິບໍດີອິນໂດເນເຊຍ ໄດ້ສັນຍາວ່າຈະນໍາເອົາຕົວບຸກຄົນໃດທີ່ພົວ ພັນກັບກິດຈະການຖາງແລະຈູດປ່າຢ່າງຜິດກົດໝາຍນັ້ນ ມາດໍາເນີນຄະດີໃຫ້ໄດ້. ມີລາຍງານວ່າ ແປດບໍລິສັດຈາກຂົງເຂດເອເຊຍຕາເວັນອອກສຽງ ໃຕ້ ກໍາລັງຢູ່ພາຍໃຕ້ການສືບສວນສອບສວນ.
ແຕ່ການຕັດໄມ້ທໍາລາຍປ່າ ທີ່ກໍາລັງດໍາເນີນໄປຢູ່ຢ່າງບໍ່ລົດລະໃນຂະນະນີ້ ປະກົດວ່າຂັດກັນກັບຄໍາໝັ້ນສັນຍາທີ່ໄດ້ໃຫ້ໄວ້ໃນອະດີດຜ່ານມາ. ຄືໃນປີ 2009 ປະທານາທິບໍດີ Yudhoyono ໄດ້ຮັບປາກວ່າຈະລຸດຜ່ອນອາຍ ແກ໊ສເຮືອນແກ້ວ ທີ່ມີສາເຫດມາຈາກການຕັດໄມ້ທໍາລາຍປ່ານັ້ນລົງໃຫ້ໄດ້ 26 ເປີເຊັນ. ແລະຕໍ່ມາໃນປີ 2011 ທ່ານ Yudhoyono ໄດ້ປະກາດໃຊ້ ຂໍ້ຫ້າມຊົ່ວຄາວ ເພື່ອພິທັກປົກປ້ອງເຂດປ່າໄມ້ຕ່າງໆທີ່ລັດຖະບານໄດ້ກໍາ ໜົດໄວ້ນັ້ນ. ເພື່ອເປັນການແລກປ່ຽນກັນນັ້ນ ປະເທດນໍເວ ທີ່ຝັກໄຝ່ໃນ ການປົກປ້ອງສະພາບແວດລ້ອມ ກໍໄດ້ມອບເງິນໃຫ້ອິນໂດເນເຊຍ 1 ພັນລ້ານໂດລ່າ ເພື່ອສະໜັບສະໜຸນຄວາມພະຍາຍາມ ດັ່ງກ່າວນີ້.
Ariana Alisjahbana ປະຈໍາສະຖາບັນຊັບພະຍາກອນໂລກ ເວົ້າວ່າ ພວກເຈົ້າໜ້າທີ່ທ້ອງຖິ່ນ ບໍ່ໄດ້ໃຫ້ການສະໜັບສະໜຸນແກ່ແຜນການລະດັບຊາດນີ້ແຕ່ຢ່າງໃດ.
ທ່ານນາງ Alisjahbana ເວົ້າວ່າ: “ແທ້ໆແລ້ວ ສາເຫດແມ່ນຂາດການປະສານງານກັນ ແລະຂາດການບັງຄັບກົດໝາຍ. ຖ້າເຮົາເບິ່ງກົດເກນຕ່າງໆທີ່ອິນໂດເນເຊຍໄດ້ຮ່າງຂຶ້ນມານັ້ນ ຖ້າຈະເວົ້າໃນແງ່ທິດສະດີແລ້ວ ແມ່ນເປັນກົດເກນທີ່ດີຫຼາຍ ພຽງແຕ່ບໍ່ມີການບັງຄັບໃຊ້ກັນເທົ່ານັ້ນ.”
ເຖິງແມ່ນວ່າ ສິ່ງຈູງໃຈທາງເສດຖະກິດ ໃນການເຮັດສວນຂຶ້ນມາແທນທີ່ປ່າໄມ້ນັ້ນ ຈະຂັດຂວາງຕໍ່ຄວາມພະຍາຍາມເພື່ອສະຫງວນຮັກສາປ່າໄມ້ໄວ້ກໍຕາມ ແຕ່ທ່ານນາງ Alisjahbana ເວົ້າວ່າ ກໍາລັງມີການທໍາຄວາມກ້າວໜ້າໃນໄລຍະຍາວ ຢູ່.
ທ່ານນາງ Alisjahbana ເວົ້າວ່າ: “ໃນຈໍານວນພວກໄຟໄໝ້ປ່າເຫຼົ່ານັ້ນ ຄືພວກໄຟ
ທີ່ມີການໃຫ້ສັນຍານບອກອັນຕະລາຍນັ້ນ ມີພຽງສີ່ເປີເຊັນເທົ່ານັ້ນ ທີ່ເກີດຂຶ້ນຢູ່ໃນເຂດປ່າສະຫງວນ. ສະນັ້ນ ຂ້າພະເຈົ້າຄິດວ່າ ນຶ່ງໃນຫຼາຍວິທີແກ້ໄຂທີ່ດີແທ້ໆນັ້ນ
ກໍຄືຕັ້ງເອົາເຂດປ່າໄມ້ຕ່າງໆ ໃຫ້ເປັນເຂດປ່າສະຫງວນ.”
ແຕ່ທ່ານນາງເວົ້າວ່າ ການມີຄວາມໝັ້ນໝາຍຫຼາຍຂຶ້ນກວ່າເກົ່າ ເພື່ອຍຸຕິການຕັດໄມ້ ທໍາລາຍປ່າ ດ້ວຍການຕັດແລະຈູດເຜົາຕົ້ນໄມ້ ໂດຍຜ່ານການໃຫ້ສິນນໍ້າໃຈ ແລະຈັດຕັ້ງປະຕິບັດການລົງໂທດທີ່ຮຸນແຮງສໍາລັບການຝ່າຝືນນັ້ນ ກໍແມ່ນຈໍາເປັນຄືກັນ.

ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ