ເມື່ອບໍ່ດົນມານີ້ ສິງຄະໂປ ແລະມາເລເຊຍ ໄດ້ປະເຊີນກັບ ມົນລະພິດອາກາດ ທີ່ຮ້າຍແຮງທີ່ສຸດ ໃນຮອບ 16 ປີ ຊຶ່ງ ສາເຫດສ່ວນໃຫຍ່ແມ່ນເປັນຍ້ອນການຕັດໄມ້ເຜົາປ່າ ເພື່ອ ເຮັດສວນໃນອິນໂດເນເຊຍ. ປະທານາທິບໍດີອິນໂດເນເຊຍ ໄດ້ຂໍໂທດແລະສັນຍາວ່າ ຈະສືບສວນສອບສວນ ສາເຫດ ຂອງໄຟໄໝ້ປ່າ ຄັ້ງນີ້ໃຫ້ໄດ້.