ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ນັກດຳນ້ຳ ກອງທັບເຮືອ ອິນໂດເນເຊຍ ກູ້ເອົາ ‘ຫີບດຳ’ ຈາກເຮືອບິນ ຂອງ Lion Air ຂຶ້ນມາໄດ້ແລ້ວ


ບັນດາສະມາຊິກທີມກູ້ໄພ ຕຽມພ້ອມ ທີ່ຈະນຳເອົາເຮືອເພື່ອ ມຸ້ງໜ້າ ໄປຈຸດທີ່ເຮືອບິນ ສາຍການບິນ Lion Air, ຖ້ຽວບິນ JT610 ຕົກຢູ່ນອກຝັ່ງ ຂອງ ກາຣາວັງ ແຂວງ ຈາວາ ຕາເວັນຕົກ, ປະເທດອິນໂດເນເຊຍ, ວັນທີ 29 ຕຸລາ 2018.
ບັນດາສະມາຊິກທີມກູ້ໄພ ຕຽມພ້ອມ ທີ່ຈະນຳເອົາເຮືອເພື່ອ ມຸ້ງໜ້າ ໄປຈຸດທີ່ເຮືອບິນ ສາຍການບິນ Lion Air, ຖ້ຽວບິນ JT610 ຕົກຢູ່ນອກຝັ່ງ ຂອງ ກາຣາວັງ ແຂວງ ຈາວາ ຕາເວັນຕົກ, ປະເທດອິນໂດເນເຊຍ, ວັນທີ 29 ຕຸລາ 2018.

ພວກນັກດຳນ້ຳຂອງກອງທັບເຮືອ ອິນໂດເນເຊຍ ກ່າວວ່າ ພວກເຂົາເຈົ້າ ສາມາດເກັບ
ກູ້ເອົານຶ່ງໃນ “ຫີບດຳ” ຂຶ້ນມາໄດ້ ຈາກຖ້ຽວບິນ JT-160 ຂອງສາຍການ ບິນ Lion Air
ຊຶ່ງໄດ້ຕົກລົງໃສ່ທະເລ ຈາວາ ບໍ່ເທົ່າໃດນາທີ ຫຼັງຈາກທີ່ໄດ້ບິນຂຶ້ນ ຈາກນະຄອນຫຼວງ
ຈາກາຕາ ເມື່ອຕອນເຊົ້າວັນຈັນຜ່ານມານີ້.

ພວກນັກດຳນ້ຳດັ່ງກ່າວ ໄດ້ບອກບັນດານັກຂ່າວໂທລະພາບຂອງທ້ອງຖິ່ນ ໃນວັນ
ພະຫັດມື້ນີ້ ວ່າ ພວກເຂົາເຈົ້າ ໄດ້ພົບເຫັນ ນຶ່ງໃນບັນດາເຄື່ອງບັນທຶກສຽງ ຂອງເຮືອບິນ
ແລະໄດ້ນຳເອົາມັນຂຶ້ນມາເທິງບົກ ຈາກພື້ນທະເລ.

ຄະນະຄົ້ນຫາ ໄດ້ທຳງານຕະຫຼອດເວລາ ເພື່ອຊອກຫາຊາກ ຂອງເຮືອບິນອາຍພົ່ນ
ໂດຍສານ ໂບອິງ 737 ລຸ້ນ MAX 8 ແລະ ສາມາດກອບກູ້ເອົາເຄື່ອງບັນທຶກສຽງ ແລະ
ຂໍ້ມູນ ຢູ່ໃນຫ້ອງນັກບິນ ຂຶ້ນມາໄດ້ ຊຶ່ງມັນບັນຈຸຂໍ້ມູນທີ່ສຳຄັນ ກ່ຽວກັບ ການບິນໄລຍະ
ສັ້ນໆຂອງເຮືອບິນນັ້ນ ລວມທັງ ການຕິດຕໍ່ສື່ສານ ຂອງນັກບິນ ກັບບັນດາຜູ້ຄວບຄຸມ
ການບິນ ຢູ່ພາກພື້ນດິນ ໃນເວລາທີ່ພວກນັກບິນ ໄດ້ຂໍບິນກັບຄືນໄປຍັງສະໜາມບິນ.

ຊາກຊິ້ນສ່ວນ, ທີ່ເຊື່ອກັນວ່າ ມາຈາກເຮືອບິນ ສາຍການບິນ Lion Air ຖ້ຽວບິນ JT610, ຊຶ່ງໄດ້ເກີດອຸບັດເຫດຕົກລົງທະເລ, ເຫັນໄດ້ໃນລະຫວ່າງການປະຕິບັດການ ຂອງພວກນັກດຳນ້ຳ ກອງທັບເຮືອ ອິນໂດເນເຊຍ ຢູ່ບໍ່ໄກ ບໍລິເວນຄົ້ນຫາ ຈາກເກາະ ຕານຈັງ ປາກິສ ຂອງອິນໂດເນເຊຍ, ວັນທີ 31 ຕຸລາ 2018 ໃນພາບຈາກສື່ສັງຄົມ.
ຊາກຊິ້ນສ່ວນ, ທີ່ເຊື່ອກັນວ່າ ມາຈາກເຮືອບິນ ສາຍການບິນ Lion Air ຖ້ຽວບິນ JT610, ຊຶ່ງໄດ້ເກີດອຸບັດເຫດຕົກລົງທະເລ, ເຫັນໄດ້ໃນລະຫວ່າງການປະຕິບັດການ ຂອງພວກນັກດຳນ້ຳ ກອງທັບເຮືອ ອິນໂດເນເຊຍ ຢູ່ບໍ່ໄກ ບໍລິເວນຄົ້ນຫາ ຈາກເກາະ ຕານຈັງ ປາກິສ ຂອງອິນໂດເນເຊຍ, ວັນທີ 31 ຕຸລາ 2018 ໃນພາບຈາກສື່ສັງຄົມ.

ບັນດາເຈົ້າໜ້າທີ່ຂອງອິນໂດເນເຊຍ ໄດ້ກ່າວໃນວັນພຸດວານນີ້ວ່າ ພວກເພິ່ນເຊື່ອວ່າ
ສາມາດກຳນົດຈຸດ ບ່ອນທີ່ເຮືອບິນອາຍພົ່ນໂດຍສານ ສາຍການບິນ Lion Air ຈົມຢູ່
ຊຶ່ງມັນໄດ້ຫາຍໄປຈາກຈໍເຣດາ ຫຼັງຈາກທີ່ໄດ້ບິນຂຶ້ນໃນການເດີນທາງ ໄປຍັງເກາະ
ບັງກາ-ບີລີຕັງ ທີ່ຢູ່ໃກ້ຄຽງນັ້ນ.

​ພວກຜູ້ໂດຍສານ ພ້ອມກັບຈຸບິນທັງໝົດ 189 ຄົນ ໄດ້ເສຍຊີວິດ ໃນອຸບັດຕິເຫດ
ເຮືອບິນຕົກ.

ອຸບັດຕິເຫດເຮືອບິນຕົກນີ້ ເປັນຄັ້ງທຳອິດ ທີ່ກ່ຽວພັນກັບເຮືອບິນ ໂບອິງ 737 ລຸ້ນ
MAX 8 ຊຶ່ງເປັນເຮືອບິນອາຍພົ່ນໂດຍສານລຸ້ນໃໝ່ ແບບປະຢັດນໍ້າມັນ ທີ່ມີຊື່ສຽງ.
ບັນດາຜູ້ຕາງໜ້າ ຂອງບໍລິສັດການບິນ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ໄດ້ບິນໄປຍັງ
ອິນໂດເນເຊຍ ໃນວັນພຸດວານນີ້ ເພື່ອພົບກັບບັນດາເຈົ້າໜ້າທີ່ ຂອງ Lion Air ທີ່ເປັນ
ສາຍການບິນລາຄາຖືກ ຊຶ່ງໄດ້ສັ່ງຊື້ ເຮືອບິນໂບອິງ 737 ລຸ້ນ MAX 8 ໃໝ່ 50 ລຳ ໃນ
ມູນຄ່າ 6 ພັນ 2 ຮ້ອຍລ້ານໂດລາ. ຫົວໜ້າສາຍການບິນ Lion Air ທ່ານ ແອດວາຣດ໌
ຊີເຣຕ ໄດ້ກ່າວບອກ ບັນດານັກຂ່າວ ໃນວັນຈັນຜ່ານມານີ້ວ່າ ເຮືອບິນລຳດັ່ງກ່າວ ໄດ້
ຖືກນຳໃຊ້ພຽງສອງ ເດືອນເທົ່ານັ້ນ ແລ້ວໄດ້ປະສົບກັບບັນຫາທາງດ້ານເຕັກນິກ ໃນ
ລະຫວ່າງ ການບິນ ຈາກເກາະຕາກອາກາດ ບາຫລີ ໄປຍັງນະຄອນຫຼວງ ຈາກາຕາ
ໃນຄືນມື້ກ່ອນ ແຕ່ບັນຫາດັ່ງກ່າວ ກໍໄດ້ຖືກແກ້ໄຂໄດ້ແລ້ວ ອີງຕາມລະບຽບການນັ້ນ.

ກະຊວງຄົມມະນາຄົມຂົນສົ່ງ ຂອງອິນໂດເນເຊຍ ໄດ້ສັງໃຫ້ກວດສອບ ເຮືອບິນອາຍພົ່ນ
737 ລຸ້ນ MAX 8 ໃໝ່ ທັງໝົດ. ກະຊວງດັ່ງ​ກ່າວນີ້ ຍັງໄດ້ປົດ ຜູ້ອຳນວຍການ ຝ່າຍ
ເຕັກນິກ ຂອງສາຍການບິນ Lion Air ແລະ ພວກນາຍຊ່າງ ຈຳນວນນຶ່ງ ຜູ້ທີ່ໄດ້ອະນຸ
ຍາດ ໃຫ້ເຮືອບິນລຳດັ່ງກ່າວ ອອກບິນໄດ້.

ການຕົກຂອງເຮືອບິນ ໃນວັນຈັນວານນີ້ ແມ່ນຮອຍດ່າງອີກອັນນຶ່ງ ໃນພາກທຸລະກິດ
ການບິນ ຂອງອິນໂດເນເຊຍ ທີ່ກຳລັງເຕີບໃຫຍ່ຂະຫຍາຍໂຕ ຊຶ່ງໄດ້ຮັບ ຊື່ສຽງອັນ
ຂີ້ຮ້າຍ ໃນການຄວບຄຸມດ້ານຄວາມປອດໄພ ນັ້ນ. ພວກສາຍການບິນ ຂອງອິນໂດ
ເນເຊຍເຄີຍຖືກຫ້າມບໍ່ໃຫ້ປະຕິບັດການບິນ ຢູ່ໃນສະຫະລັດແລະສະຫະພາບຢູໂຣບ ໃນເມື່ອກ່ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG