ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເສີມຂະຫຍາຍ ການເປັນພາຄີ ດ້ານປ້ອງກັນ ກັບອິນໂດເນເຊຍ


ແຜນທີ່ປະເທດອິນໂດເນເຊຍ
ແຜນທີ່ປະເທດອິນໂດເນເຊຍ
ສະຫະລັດກໍາລົງເສີມຂະຫຍາຍການເປັນພາຄີການດ້ານປ້ອງ
ກັນ ກັບອິນໂດເນເຊຍອອກໄປອີກ ໂດຍໃຫ້ຄໍາໝາຍໝັ້ນທີ່ຈະ
ຮັກສາເຂດນ່ານນໍ້າຕ່າງໆ ຢູ່ໃນຂົງເຂດເອເຊຍຕາເວັນອອກ
ສຽງໃຕ້ ໄວ້ຢ່າງແໜ້ນໜ້າຕ້ານໄພຂົ່ມຂູ່ຕ່າງໆນາໆຈາກການ
ກໍ່ການຮ້າຍ ການປຸ້ນຈີ້ກໍ່າປັ່ນ ແລະຈາກຄວາມເຄ່ງຕຶງກັນ
ດ້ານເຂດນໍ້າແດນດິນ ທີ່ອາດມີຂຶ້ນມາໃໝ່. ຝ່າຍຈີນນັ້ນກໍກໍາລັງເພິ່ມທະວີການມີໜ້າຂອງ ກອງທັບເຮືອຂອງຕົນຢູ່ໃນຂົງເຂດຂຶ້ນເຊ່ນກັນ. Sara Schonhardt ຜູ້ສື່ຂ່າວວີໂອເອ ລາຍງານຈາກນະຄອນຫຼວງຈາກາຕ້າຂອງອິນໂດເນເຊຍ ວ່າທັງສອງປະເທດ ແມ່ນກໍາ
ລັງກາງຕໍ່ນໍາມິດຕະພາບຂອງຕົນກັບອິນໂດເນເຊຍ. ທອງປານມີເລຶ່ອງນີ້ມາສະເໜີທ່ານ.

ເສັ້ນທາງເດີນເຮືອຂົນສົ່ງທີ່ສໍາຄັນທີ່ສຸດຈໍານວນນຶ່ງຂອງໂລກ ແມ່ນຂ້າມຜ່ານອິນໂດເນ
ເຊຍ ປະເທດທີ່ປະກອບດ້ວຍຫຼາຍກວ່າ 17,000 ເກາະ. ດ້ວຍການທີ່ມີການຄ້າມູນຄ່າ
ຫຼາຍພັນລ້ານໂດລ່າ ເຄື່ອນຜ່ານເຂດນ່ານນໍ້າດັ່ງກ່າວໃນແຕ່ລະປີນັ້ນ ທາງການສະຫະ ລັດເວົ້າວ່າ ອິນໂດເນເຊຍຈຶ່ງເປັນປະເທດທີ່ມີຄວາມສໍາຄັນ ຕໍ່ການຮັກສາສັນຕິພາບ
ແລະສະຖຽນລະພາບຂອງຂົງເຂດເອົາໄວ້.

ໃນອັນທີ່ເປັນພາກສ່ວນນຶ່ງ ຂອງການໝຸນໄປຍັງຂົງເຂດເອເຊຍແປຊິຟິກ ທີ່ທ່ານ ລີອອນ ພາແນັດຕ້າ ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ປະກາດອອກໄປເມື່ອເດືອນມິຖຸ ນາປີຜ່ານມານັ້ນ ສະຫະລັດຈຶ່ງກໍາລັງພະຍາຍາມຫາທາງຍົກລະດັບຄວາມເປັນພາຄີກັນ ກັບອິນໂດເນເຊຍຂຶ້ນ ໃນຫຼາຍໆດ້ານດ້ວຍກັນ ໂຮມທັງຄວາມໝັ້ນຄົງດ້ານການເດີນເຮືອ ຊຶ່ງເປົ້າໝາຍກໍແມ່ນເພື່ອປະຕິບັດງານກັບ ບັນດາປະເທດພັນທະມິດໃນຂົງເຂດ ເພື່ອ ປາບປາມໄພຂົ່ມຂູ່ຕ່າງໆທີ່ມີຮ່ວມກັນ ອິງຕາມຮ້ອຍເອກ Adrian Jansen ອຸບປະທູດ
ທະຫານເຮືອປະຈໍາສະຖານທູດສະຫະລັດ ທີ່ກ່າວຢູ່ໃນກອງປະຊຸມສາທາລະນະບັ້ນນຶ່ງ ທີ່ນະຄອນຫຼວງຈາກາຕ້າ ເມື່ອອາທິດຜ່ານມານີ້.

ຮ້ອຍເອກ ຈັນເຊັນ ເວົ້າວ່າ: “ອິນໂດເນເຊຍແລະສະຫະລັດແມ່ນປະເຊີນກັບ
ໄພຂົ່ມຂູ່
ອັນດຽວກັນຫຼາຍໆຢ່າງ ເຊ່ນວ່າໄພຂົ່ມຂູ່ຂອງການຂັດແຍ້ງກັນໃນ
ຂົງເຂດທະເລຈີນໃຕ້ ໄພຂົ່ມຂູ່
ຈາກການປຸ້ນຈີ້ເຮືອກາງທະເລ ໄພພິບັດທໍາ
ມະຊາດ ທີ່ທໍາລາຍປະເທດຊາດຂອງພວກເຮົາ ໄພຂົ່ມຂູ່
ຂອງການກໍ່ການ
ຮ້າຍ ແລະການແຜ່
ຜາຍຂອງອາວຸດທໍາລາຍລ້າງຜານຂະໜານໃຫຍ່ ທີ່ ຄຸກຄາມຕໍ່ຄວາມເປັນຢູ່ ຂອງພວກເຮົາ.”

ບັນດານັກວິເຄາະເຕືອນວ່າ ສະຫະລັດຕ້ອງໄດ້ໃຊ້ໄພຂົ່ມຂູ່ທີ່ມີຮ່ວມກັນເຫຼົ່ານັ້ນ ເພື່ອ ເຂົ້າພົວພັນກັບຈີນຫຼາຍຂຶ້ນ. ຖ້າບໍ່ດັ່ງນັ້ນ ການມີໜ້າເພີ່ມຂຶ້ນຂອງອະເມຣິກັນຢູ່ໃນຂົງ
ເຂດ ກໍອາດສາມາດກໍ່ໃຫ້ເກີດການຂັດແຍ້ງກັນກັບປັກກິ່ງໄດ້ ຊຶ່ງປັກກິ່ງເອງກໍກໍາລັງ
ແຜ່ອິດທິພົນຂອງຕົນຢູ່ໃນຂົງເຂດນັ້ນ ເຊັ່ນດຽວກັນ.

ທ່ານ Collin Koh ນັກຄົ້ນຄວ້າທີ່ໂຮງຮຽນການສຶກສາລະຫວ່າງຊາດ Rajaratnam
ທີ່ສິງຄະໂປ ເວົ້າວ່າ:

ທ່ານ ກໍ້ ເວົ້າວ່າ: “ຖ້າເຮົາຈະເບິ່ງພຶດຕິການຕ່າງໆທີ່ເຫັນກັນຢູ່ທຸກມື້ນີ້ ກໍເບິ່ງ
ຄືວ່າ
ມັນຊັດເຈນພໍສົມຄວນ ທີ່ວ່າເປົ້າໝາຍໃນເບື້ອງຕົ້ນຂອງການໝຸນໄປ
ຍັງເອເຊຍ
ຂອງສະຫະລັດນັ້ນ ກໍແມ່ນເພື່ອຄວບຄຸມການໂຜ່ໂຕຂຶ້ນມາຂອງ
ຈີນ ຊຶ່ງບັງເອີນ
ມີຂຶ້ນພ້ອມກັບການເຕີບໂຕທາງອໍານາດຂອງຈີນ ແລະ
ການ
ຢຶນຢັນໃນສິດທິຂອງຕົນ ທີ່ກໍາລັງເພີ່ມຂຶ້ນໄປນັບມື້ຂອງຈີນນັ້ນ.”

ໃນການເຄື່ອນໄຫວທີ່ເປັນພາກສ່ວນນຶ່ງຂອງການພົວພັນທາງກອງທັບເຮືອນັ້ນ ສະຫະລັດ
ໄດ້ທໍາການຊ້ອມລົບຮ່ວມກັບອິນໂດເນເຊຍ ທີ່ແນເປົ້າໝາຍໃສ່ ຕໍ່ຕ້ານການປຸ້ນຈີ້ເຮືອ ແລະເສີມສ້າງເທັກນິກດ້ານສົງຄາມ. ການຊ້ອມລົບເຫຼົ່ານັ້ນແມ່ນໄດ້ເພີ່ມທະວີຂຶ້ນຢ່າງ
ຫຼວງຫຼາຍ ນັບຕັ້ງແຕ່ສະຫະລັດໄດ້ຮື້ຟື້ນຄວາມສໍາພັນທາງທະຫານ ຄືນໃໝ່ກັບອິນໂດ
ເນເຊຍ ໃນປີ 2005.

ໃນລະຫວ່າງດຽວກັນນີ້ ຈີນກໍໄດ້ເສີມຂະຫຍາຍຄວາມສໍາພັນທາງການຄ້າ ແລະການ
ປ້ອງກັນຂອງຕົນ. ສື່ມວນຊົນຂອງອິນໂດເນເຊຍໄດ້ລາຍງານຂ່າວ ການຊື້ລູກສອນໄຟ
ລຸ້ນ C-705 ຈາກຈີນເມື່ອບໍ່ດົນມານີ້ ເພື່ອເອົາໄປຕິດຕັ້ງໃສ່ກໍາປັ່ນລົບ 10 ກວ່າລໍາຂອງ
ອິນໂດເນເຊຍ. ນອກນີ້ແລ້ວ ປະເທດທັງສອງຍັງກຽມຈະເຊັນສັນຍາການໂອນເທັກໂນ
ໂລຈີ່ສະບັບນຶ່ງ ທີ່ຈະເອື້ອອໍານວຍໃຫ້ອິນໂດເນເຊຍສາມາດຜະລິດລູກສອນໄຟດັ່ງກ່າວ ຢູ່ພາຍໃນປະເທດຕົນເອງໄດ້.

ການຮ່ວມມືທີ່ເພີ່ມຂຶ້ນນັ້ນ ແມ່ນມີຂຶ້ນ ໃນຂະນະທີ່ຂໍ້ຂັດແຍ້ງກັນ ທະວີໜັກໜ່ວງຂຶ້ນລະ ຫວ່າງຈີນ ແລະຫຼາຍປະເທດສະມາຊິກຂອງສະມາຄົມອາຊ່ຽນ.

ສີ່ໃນສິບປະເທດສະມາຊິກຂອງກຸ່ມຈັດຕັ້ງ ລະດັບຂົງເຂດດັ່ງກ່າວ ໄດ້ພາກັນອ້າງເອົາ
ອະທິປະໄຕໃນພື້ນທີ່ຕ່າງໆຂອງເຂດທະເລຈີນໃຕ້ ແຕ່ຈີນໄດ້ອ້າງເອົາເກືອບວ່າທັງໝົດ ຂົງເຂດ. ຜ່ານມາ ພວກເຮືອປະມົງຂອງຟິລິບປິນແລະ ຫວຽດນາມ ເຄີຍໄດ້ມີການປະ ເຊີນໜ້າກັນຢ່າງໃຫຍ່ກັບກໍ່າປັ່ນຂອງຈີນ ຢູ່ໃນເຂດນ່ານນໍ້າໄກຄວາມຈະເລີນນັ້ນ ຊຶ່ງ ໄດ້ສ້າງຄວາມເປັນຫ່ວງຂຶ້ນມາວ່າ ການຜິດຖຽງກັນນັ້ນ ອາດສາມາດນໍາໄປສູ່ການປະ
ທະກັນຢ່າງເປີດເຜີຍໄດ້.

ເມື່ອວັນອັງຄານອາທິດຜ່ານມາ Hao Yinbiao ເຈົ້າໜ້າທີ່ຈາກສະຖານທູດຈີນໃນກຸງ Jakarta ເວົ້າວ່າ ຈີນມຸ້ງໝັ້ນທີ່ຈະເຈລະຈາກັນທາງການທູດ ແລະກ່າວຄັດຄ້ານຕໍ່ຄວາມ ເປັນຫ່ວງ ທີ່ວ່າພຶດຕິກໍາຢືນຢັນສິດທິຂອງຈີນ ທີ່ເພີ່ມທະວີຂຶ້ນນັ້ນ ຈະນໍາໄປສູ່ການປະທະ
ກັນ.

ທ່ານ ຢິນບ້ຽວ ເວົ້າວ່າ: “ປະເທດທີ່ກໍາລັງຈະເລີນເຕີບໂຕ ມັກຈະຖືກຄົນອື່ນ
ເຊື່ອ ວ່າ
ມີຂໍ້ຂັດແຍ້ງກັບອໍານາດແລະອິດທິພົນທີ່ມີຢູ່ແລ້ວນັ້ນ. ແຕ່ພວກເຮົາ
ບໍ່ມີ
ຈຸດມຸ້ງໝາຍຢ່າງອື່ນອີກ ເຊັ່ນຄວາມຮູ້ສຶກຕໍ່ຕ້ານສະຫະລັດອະເມຣິກາ ນັ້ນແຕ່ຢ່າງໃດເລີຍ.”

ອິນໂດເນເຊຍບໍ່ໄດ້ອ້າງເອົາເປັນກໍາມະສິດ ໃນຂົງເຂດທີ່ເປັນຫົວຂໍ້ຂັດແຍ້ງກັນນັ້ນ ແລະ ຜ່ານມາ ອິນໂດເນເຊຍກໍເຄີຍໄດ້ເອົາບົດບາດສໍາຄັນເປັນຜູ້ໄກ່ເກ່ຍຂໍ້ຂັດແຍ້ງກັນ. ແຕ່ ຫຼັງຈາກບໍ່ສາມາດຕົກລົງຢ່າງເປັນຮູບປະທໍາກັນໄດ້ ກ່ຽວກັບເລຶ່ອງເຂດທະເລຈີນໃຕ້ ໃນລະຫວ່າງກອງປະຊຸມສຸດຍອດອາຊ່ຽນ ເມື່ອປີຜ່ານມາທີ່ກໍາປູເຈຍນັ້ນ ກໍມີນັກວິເຄາະ ບາງຄົນ ທີ່ເປັນຫ່ວງວ່າ ການຜິດຖຽງກັນໃນເລື້ອງນີ້ ອາດສາມາດກາຍເປັນການຕໍ່ສູ້ກັນ
ຍາດເອົາອິດທິພົນໃນຂົງເຂດ ທີ່ອາດສ້າງຄວາມເສຍຫາຍໃຫ້ແກ່ ຄວາມເປັນເອກກະ ພາບກັນຂອງອາຊ່ຽນໄດ້ ເຖິງແມ່ນອິນໂດເນເຊຍ ໄດ້ພະຍາຍາມທີ່ຈະໄກ່ເກ່ຍ ກໍຕາມ.
XS
SM
MD
LG