ພິທີເປີດລົດໄຟໃຕ້ດິນແຫ່ງທຳອິດຂອງ ອິນໂດເນເຊຍ ໄດ້ໄຂຂຶ້ນໃນວັນອາທິດມື້ນີ້ ໃນ
ນະຄອນຫຼວງ ຈາກາຕາ ຊຶ່ງເປັນນຶ່ງໃນການປັບປຸງໂຄງຮ່າງພື້ນຖານຫຼາຍຢ່າງຄັ້ງຫຼ້າ
ສຸດ ເພື່ອຊ່ວຍໃຫ້ທົ່ວປະເທດ ກຳຈັດບັນຫາການສັນຈອນຕິດຂັດ.
ປະທານາທິບໍດີ ວີໂດໂດ ໄດ້ເປີດພິທີຂັ້ນທຳອິດ ທີ່ລໍຖ້າມາເປັນເວລາດົນນານ ຂອງ
ເສັ້ນທາງລົດໄຟໃຕ້ດິນ, ເສັ້ນທາງລົດໄຟໃຕ້ດິນຍາວ 16 ກິໂລແມັດ ທີ່ແລ່ນຈາກຕົວ
ເມືອງຂອງນະຄອນຫຼວງ ຈາກາຕາ ຫາພາກໃຕ້.
ປະທານາທິບໍດີ ອິນໂດເນເຊຍ ທ່ານ ໂຈໂກ ວີໂດໂດ ກ່າວວ່າ “ມື້ນີ້ເຮົາຈະເລີ້ມຄວາມ
ສີວິໄລໃໝ່ ດ້ວຍການປະຕິບັດງານຂັ້ນທຳອິດຂອງລົດໄຟດ່ວນ ຫຼື MRT ໃນນະຄອນ
ຈາກາຕາ.”
ທ່ານ ວີໂດໂດ ຍັງໄດ້ຮ່ວມຢູ່ໃນພິທີເລີ້ມກໍ່ສ້າງເສັ້ນທາງ 8 ກິໂລແມັດ ທີ່ມຸ່ງໜ້າສູ່ພາກ
ເໜືອ ຊຶ່ງເປັນແຜນທີ່ຈະເສັດສິ້ນລົງໃນປີ 2024.
ໂຄງການທີ່ມີມູນຄ່າ 2 ພັນ 6 ຮ້ອຍລ້ານໂດລານັ້ນ ແມ່ນທຶນທີ່ມາຈາກເງິນກູ້ຢືມຈາກ
ອົງການການຮ່ວມມືສາກົນຍີ່ປຸ່ນ.
ການສັນຈອນຕິດຂັດ ໄດ້ຮຸນແຮງຂຶ້ນຢ່າງຊັກໃຊ້ໃນສິບປີທີ່ຜ່ານມາ ໃນຂະນະທີ່ຈຳ
ນວນຂອງລົດ ຢູ່ໃນເຄືອຂ່າຍຖະໜົນຫົນທາງທີ່ເກົ່າແກ່ຂອງນະຄອນຫຼວງ ຈາກາຕາ
ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
Indonesia's first subway opened Sunday in Jakarta, the latest of many infrastructure improvements made nationwide to stave off crippling traffic gridlock.
President Joko Widodo inaugurated the first phase of a long-awaited, 16-kilometer subway line running south from Jakarta's downtown.
"Today we will begin a new civilization by operating the first phase of the MRT, Mass Rapid Transit, in Jakarta."
Widodo also presiding over a groundbreaking ceremony for an 8-kilometer line heading northward, planned to be completed by 2024.
The $2.6 billion dollar project is funded through a loan from the Japan International Cooperation Agency.
Congestion has continuously worsened in the past decade as the number of cars on Jakarta's old road network increased significantly.