ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ຊຸດຈະມາເຖິງນີ້ ອາດ​ມີ​ການຈັດຄູ່ ແຂ່ງຂັນເລືອກຕັ້ງ ຄູ່ເກົ່າ ທີ່ເຄີຍລົງສະໝັກໃນ ປີ 2014 ນັ້ນຄືນ ອີກ


ນາຍ​ພົນທະຫານ ປຣາ​ໂບ​ໂວ ຊູ​ບຽນ​ໂຕ (Prabowo Subianto) ຂອງ​ອິນ​ໂດ​ເນ​ເຊຍ (ຂວາ) ໂອ້ລົມກັບ ພວກທີ່ສະໜັບສະໜຸນທ່ານ ໃນນາມທີ່ເປັນ ປະທານພັກ ເຈີຣິນດຣາ (Gerindra)
ນາຍ​ພົນທະຫານ ປຣາ​ໂບ​ໂວ ຊູ​ບຽນ​ໂຕ (Prabowo Subianto) ຂອງ​ອິນ​ໂດ​ເນ​ເຊຍ (ຂວາ) ໂອ້ລົມກັບ ພວກທີ່ສະໜັບສະໜຸນທ່ານ ໃນນາມທີ່ເປັນ ປະທານພັກ ເຈີຣິນດຣາ (Gerindra)

ທ່ານນາຍ​ພົນທະຫານ ປຣາ​ໂບ​ໂວ ຊູ​ບຽນ​ໂຕ (Prabowo Subianto) ຂອງ​ອິນ​ໂດ​
ເນ​ເຊຍ ​ທີ່ອອກ​ກິນ​ເບ້ຍບໍານານແລ້ວ ອາດ​ຈະ​ໄດ້ມີ​ການປະ​ທະ​ກັນ​ກັບ​ປະທານາທິ
ບໍດີ ​ໂຈ​ໂກ ວີ​ໂດ​ໂດ (Joko Widodo) ຊຶ່ງ​ເປັນທີ່​ຮູ້​ກັນ​ດີ​ໃນ​ຊື່ ​ໂຈ​ໂກ​ວີ (Jokowi)
ສໍາລັບ​ການຈັດ​ຄູ່​ແຂ່ງຂັນ​ກັນ​ໃນ​ການ​ລົງ​ສະໝັກ​ເລືອກ​ຕັ້ງ​ຂອງ​ພວກ​ເພິ່ນ​ໃນ​ປີ 2014
ຜ່ານ​ມານັ້ນ ຄືນ​ອີກ.

ທ່ານປຣາ​ໂບ​ໂວ (Prabowo) ​ໄດ້​ສົ່ງ​ກະ​ແສຂ່າວ ​ໄປ​ທົ່ວ ​ໃຫ້​ຜູ້​ຊົມ​ຢູ່​ໃນ​ນະຄອນຫລວງ
​ຊາບ ເມື່ອ​ທ່ານ​ໄດ້​ຈັດ​ກອງປະຊຸມພັກ ຢູ່ໃນ​ຕຶກ​ອາຄານ​ຂອງ​ທ່ານ​ ໃນ​ເຂດຈາ​ວາ ຕາ​
ເວັນ​ຕົກ (West Java) ​ແລະ​ໄດ້​ບອກ​ສະມາຊິກພັກວ່າ "ຖ້າ​ຫາກ​ພັກເຈີຣິນດຣາ
(Gerindra) ສັ່ງ​ໃຫ້​ຂ້າພະ​ເຈົ້າກ້າວ​ຂຶ້ນ​ໄປ​ແຂ່ງຂັນ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍ
ດີ​ໃນ​ຊຸດ​ຈະ​ມາ​ເຖິງ​ນີ້ ຂ້າພະ​ເຈົ້າກໍ​ພ້ອມ​ແລ້ວ ​ທີ່​ຈະ​ຮັບ​ເອົາ​ພາລະໜ້າທີ່​ອັນ​ນັ້ນ."

ອັນ​ນີ້ ບໍ່​ໄດ້​ແມ່ນ​ການ​ປະກາດການ​ລົງ​ສະໝັກ​ເລືອກ​ຕັ້ງຂອງ​ທ່ານທ່ານປຣາ​ໂບ​ໂວ ​ຢ່າງ​ເປັນ​ທາງ​ການຫລາຍ​ປານ​ໃດ​ ເພາະ​ອົງການ​ສື່​ມວນ​ຊົນບາງ​ແຫ່ງ​ໄດ້​ຕີ​ຄວາມໝາຍຂອງ​ຖະ​ແຫລ​ງການ​ນັ້ນ — ວ່າ​ມັນ​ຕ້ອງ​ໄດ້​ມີ​ຄຸນ​ນະ​ສົມບັດ​ຫລາຍ​ອັນ​ກວ່ານັ້ນ.

ພັກເຈີຣິນດຣາ (Gerindra) ບໍ່ມີ​ຄະ​ແນນ​ສຽງພຽງພໍ ທີ່​ຈະ​ສາມາດ​ ມີຜູ້​ລົງ​ສະໝັກ​
ເລືອກ​ຕັ້ງຂອງຕົນ​ເອງ​ໄດ້ ​ແລະ​ຕ້ອງ​ໄດ້​ເຮັດ​ໃຫ້​ມີ​ການ​ເຕົ້າ​ໂຮມ​ສາມັກຄີກັນ​ ຢ່າງ
​ແໜ້ນ​ແກ່ນກ່ອນ. ດັ່ງ​ທີ່​ທ່ານ ລຽມ ກັມ​ມອນ (Liam Gammon) ນັກລັດຖະສາດ
ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຂອງອັອສຕຣາ​ເລຍ (link: http://www.newmandala.org/prabowo-didnt-just-announce-presidential-run/) ​ເວົ້າວ່າ "ທ່ານປຣາ​ໂບ​ໂວ (Prabowo) ມີ​ຄວາມ​ຮູ້ສຶກ​ເປັນ​ສອງ
​ຈິດ ສອງ​ໃຈ​ແທ້​ໆ ​ໃນ​ການທີ່​ຈະ​ລົງ​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອີກ,"

ຖ້າ​ຫາກ​ ທ່ານປຣາ​ໂບ​ໂວ ບໍ່ລົງ​ສະໝັກ​ເລືອກ​ຕັ້ງ​ແລ້ວ, ​ໂອກາດ​ທີ່​ທ່ານ​ຈະ​ເຂົ້າ​ໄປ
​ຮ່ວມເຮັດ​ວຽກນໍາທ່ານໂຈ​ໂກ​ວີ (Jokowi) ​ປະທານາທິບໍດີ​ຄົນ​ປັດຈຸບັນ​ໃນ​ນາມຮອງ
​ປະທານາທິບໍດີ​ແມ່ນໜ້ອຍຫລາຍ— ຊຶ່ງ​ໄດ້​ມີ​ການ​ພິຈາລະນາ​ເຮັດ​ເຊັ່ນ​ນັ້ນຄື​ກັນຢູ່
​ໃນ​ການ​ເລືອກ​ຕັ້ງ​ໃນ​ປີ 2014, ​ອີງ​ຕາມ​ພັກເຈີຣິນດຣາ (Gerindra) (link: http://www.thejakartapost.com/news/2018/04/14/jokowi-once-offered-prabowo-vp-seat-gerindra.html).

ມີ​ສິ່ງ​ດຽວທີ່​ປາກົດ​ວ່າ​ເປັນທີ່​ຈະ​ແຈ້ງ​ກໍ​ຄື ການ​ເລືອກ​ຄົນ​ລົງ​ແຂ່ງຂັນຈະ​ຖືກໝູນວຽນ
ປ່ຽນກັນ​ໄປ​ສໍາລັບການ​ເລືອກ​ຕັ້ງ​ໃນປີ 2019 ນີ້, ​ແລະ​ເປັນ​ໄປ​ໄດ້​ສູງ​ທີ່​ສຸດ​ວ່າ ຈະ​ມີ
​ການຈັດ​ຄູ່​ແຂ່ງຂັນ​ກັນຄືນ​ໂດຍ​ກົງ.

ອ່ານຂ່າວນີ້ເປັນພາສາອັງກິດເພີ້ມ

XS
SM
MD
LG