ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອິນໂດເນເຊຍ ສັ່ງໃຫ້ສືບສວນ ການຂົ່ມຂູ່ ເອົາຊີວິດ ກຳມາທິການ ຕ້ານສໍ້ລາດບັງຫຼວງ


ໃນລະຫວ່າງການເດີນຂະບວນ ພວກປະທ້ວງຮຽກຮ້ອງໃຫ້ ປະທານາທິບໍດີ Joko Widodo ແຕ່ງຕັ້ງ ນາຍພົນ Budi Gunawan ຜູ້​ທີ່ໄດ້​ຖືກກຳມາທິການ KPK ລະ​ບຸ​ຊື່ວ່າ​ເປັນ​ຜູ້​ຕ້ອງ​ສົງ​ໄສ ໃນການສໍ້​ລາດບັງ​ຫລວງນັ້ນ ໃຫ້ເປັນຜູ້ບັນຊາການຕຳຫລວດ ໃນນະຄອນຫລວງ Jakarta, ວັນທີ 11 ກຸມພາ 2015.
ໃນລະຫວ່າງການເດີນຂະບວນ ພວກປະທ້ວງຮຽກຮ້ອງໃຫ້ ປະທານາທິບໍດີ Joko Widodo ແຕ່ງຕັ້ງ ນາຍພົນ Budi Gunawan ຜູ້​ທີ່ໄດ້​ຖືກກຳມາທິການ KPK ລະ​ບຸ​ຊື່ວ່າ​ເປັນ​ຜູ້​ຕ້ອງ​ສົງ​ໄສ ໃນການສໍ້​ລາດບັງ​ຫລວງນັ້ນ ໃຫ້ເປັນຜູ້ບັນຊາການຕຳຫລວດ ໃນນະຄອນຫລວງ Jakarta, ວັນທີ 11 ກຸມພາ 2015.

ປະທານາທິບໍດີອິນ​ໂດ​ເນ​ເຊຍ ທ່ານ Joko Widodo ​ໄດ້​ສັ່ງ​ໃຫ້
​ຕຳຫລວດ​ແຫ່ງ​ຊາດ ທຳ​ການ​ສືບສວນ​ສອບ​ສວນ ​ກ່ຽວກັບການ
ຂົ່ມຂູ່ຈະເອົາ​ຊີວິດ ບັນດາ​ສະມາ​ຊິກ ຂອງ​ຄະນະ​ກຳມາທິການ​
ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ ຊຶ່ງ​ມີຄວາມສຳພັນບໍ່ຄ່ອຍດີປານໃດ
ກັບເຈົ້າໜ້າທີ່ປະຕິບັດ​ກົດໝາຍຂອງປະເທດ.

ປະທານາທິບໍດີ ທີ່​ຮູ້ຈັກ​ຢ່າງ​ກວ້າງຂວາງໃນນາມທ່ານ Jokowi ນັ້ນ ກ່າວ​ວ່າ ທ່ານ​ໄດ້​
ປຶກສາ​ຫາ​ລືເລື້ອງ​ດັ່ງກ່າວ​ ໃນ​ອາ​ທິດ​ນີ້ ​ກັບຕຳຫລວດ ​ແລະ ບັນດາສະມາຊິກ ຂອງ​
ຄະນະ​ກຳມາທິການ ທີ່ເອີ້ນຫ​ຍໍ້​ວ່າ KPK ນັ້ນ.

ທ່ານ Widodo ​ເວົ້າວ່າ “ມັນ​ຈະ​ເປັນ​ການ​ຍາກ​ທີ່​ຈະ​ຊອກ​ຫາ​ຜູ້ຂົ່ມຂູ່ ​ແຕ່​ຖ້າ​ຫາກ​
ມັນ​ມີ​ຄວາມ​ກະຈ່າງ​ແຈ້ງ​ແລ້ວ ວ່າ​ຜູ້​ໃດ​ເປັນ​ຜູ້ຂົ່ມຂູ່ ​ໃຫ້​ໄປ​ຈັບ​ພວກ​ເຂົາໂລ​ດ.
ຂ້າພະ​ເຈົ້າ​ໄດ້​ເຊື້ອ​ເຊີນ ​ແລະ ບອກ​ໃຫ້​ຕຳຫລວດ ຖ້າ​ພົບ​ເຫັນ​ຜູ້​ຂົ່ມຂູ່​ແລ້ວ ​ໃຫ້​
ຈັບ​ໂຕ​ທັນທີ.”

​ໃນ​ວັນ​ພຸດ​ຜ່ານ​ມາຮອງປະທານກຳມາທິການ KPK ທ່ານ Bambang Widjojanto ກ່າວ ຕໍ່ກອງ​ປະຊຸມຖະ​ແຫລ​ງຂ່າວ ວ່າ ມີ​ການໂທລະສັບ ​ແລະ ສົ່ງ​ຂໍ້ຄວາມ​ທາງ​ໂທລະ​ສັບ​ໄປ​ຫາ ບັນດາ​ພະນັກງານ​ຂອງ KPK ​ແລະ ບັນດາ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ ທີ່ລວມ​ມີການຂົ່ມຂູ່​ຈະເອົາ​ຊີ ວິດ​ຂອງ​ພວກ​ເຂົາ​ເຈົ້ານຳດ້ວຍ.

ທ່ານ Jimly Asshiddiqie ຮອງ​ປະທານ​ຂອງ​ທິມນຶ່ງ​ ທີ່​ໄດ້​ຈັດຕັ້ງ​ຂຶ້ນເພື່ອຫລຸດຜ່ອນ​
ຄວາມ​ເຄັ່ງ​ຕຶງ​ ລະຫວ່າງຕຳຫລວດ ​ແລະ KPK ກ່າວ​ວ່າ ການ​ຂົ່ມຂູ່​ຕໍ່ KPK ອາດ​ເຮັດ​
ໃຫ້ຂະ​ບວນການ​ແກ້​ໄຂ​ຂໍ້​ຂັດແຍ້​ງ ລະຫວ່າງ​ທັງ​ສອງຝ່າຍ​ນັ້ນ ຊັກ​ຊ້າ​ລົງ:

ທ່ານ​ເວົ້າວ່າ “​ເພາະສະນັ້ນ ພວກ​ເຮົາ​ຮຽກຮ້ອງໃຫ້​ໝົດ​ທຸກ​ພັກ​ຝ່າຍ ອິງ​ຕາມ​ຄຳ​ສັ່ງ​
ຂອງ​ປະທາ​ນາ​ທິບໍດີ ​ໃຫ້​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ KPK ​ແລະ ຕຳຫລວດ.”

ການ​ຂົ່ມຂູ່​ ມີ​ຂຶ້ນຫຼັງຈາກໄດ້ເກີດ​ຄວາມ​ເຄັ່ງ​ຕຶງ​ ທີ່​ມີຈຸດໃຈກາງຢູ່​ອ້ອມ​ແອ້ມ ເລື້ອງ​ຂອງ
ນາຍ​ພົນ Budi Gunawan ຊຶ່ງປະທານາທິບໍດີ ໄດ້ແຕ່ງຕັ້ງໃຫ້ເປັນ​ຜູ້​ບັນຊາ​ການຕຳຫລວດ
ຜູ້​ທີ່ໄດ້​ຖືກກຳມາທິການ KPK ລະ​ບຸ​ຊື່ວ່າ​ເປັນ​ຜູ້​ຕ້ອງ​ສົງ​ໄສໃນການສໍ້​ລາດບັງ​ຫລວງນັ້ນ.

Indonesian President Joko Widodo has ordered national police to investigate death threats against members of the nation's anti-corruption commission, which has had strained relations with the law enforcement body.

The president, who is widely known as Jokowi, said he discussed the matter thisweek with police and members of the commission, known by the initials KPK.

Joko Widodo - in Indonesian

"It will be difficult to track down the perpetrator, but if it is clear who the perpetrators are, let's arrest them," he said. "I have invited and told the police if the perpetrator is found, make an arrest immediately."

On Wednesday, Deputy KPK Chairman Bambang Widjojanto told a press conference that phone and text messages to KPK employees and their families have included death threats.

Jimly Asshiddiqie, the deputy chairman of a team formed to reduce tensions between the police and the KPK, says threats against KPK could delay the process of resolving the conflict between the two sides:

Jimly Asshiddiqie - in Indonesian

"Therefore we urge allparties, in accordance with the president's instruction, to defuse the tension between the [KPK and the police]."

The threats follow tensions that center around General Budi Gunawan, the president's police chief nominee who has been named as a corruption suspect by the KPK.

XS
SM
MD
LG