ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ແລະຈີນ ຈະສ້າງ ລູກສອນໄຟ ຂີປະນາວຸດ ຮ່ວມກັນ


ທ່ານ Yang Jiechi ລັດຖະມົນຕີຕ່າງປະເທດຈີນ(ຊ້າຍ) ກັບຄູ່ຕໍາ ແໜ່ງ ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທ່ານ Marty Natalegawa
ທ່ານ Yang Jiechi ລັດຖະມົນຕີຕ່າງປະເທດຈີນ(ຊ້າຍ) ກັບຄູ່ຕໍາ ແໜ່ງ ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທ່ານ Marty Natalegawa

ອິນໂດເນເຊຍ ກໍາລັງເຈລະຈາກັບຈີນ ເພື່ອຈະຜະລິດລູກສອນໄຟ ຕໍ່ຕ້ານກໍ່າປັ່ນລຸ້ນ C-705 ຢູ່ທີ່ເກາະຊະວາ ຂອງອິນໂດເນເຊຍ.

ອິນໂດເນເຊຍກໍາລັງທໍາການເຈລະຈາກັບຈີນ ເພື່ອຜະລິດ
ລູກສອນໄຟຕໍ່ ຕ້ານກໍ່າປັ່ນ ລຸ້ນ C-705 ຢູ່ທີ່ເກາະຊະວາ
ຂອງອິນໂດເນເຊຍ ອັນເປັນພາກສ່ວນນຶ່ງຂອງຄວາມພະ
ຍາຍາມ ເພື່ອໃຫ້ກາຍເປັນປະເທດທີ່ມີອິດສະຫຼະຫຼາຍຂຶ້ນ ໃນການຜະລິດອາວຸດຍຸດໂທປະກອນຕ່າງໆ. ຄວາມສໍາ
ພັນ ດ້ານການປ້ອງກັນທີ່ແໜ້ນແຟ້ນຂື້ນນີ້ ແມ່ນມີຂື້ນໃນ
ທ່າມກາງ ຄວາມເຄ່ງຕຶງທີ່ເພີ່ມທະວີຂື້ນ ສືບເນື່ອງມາ ຈາກການຂັດແຍ້ງກັນກ່ຽວກັບເຂດນໍ້າແດນດິນ ຢູ່ໃນເຂດ
ທະເລຈີນໃຕ້ ລະຫວ່າງຈີນແລະສະມາຄົມອາຊ່ຽນນັ້ນ. ຜູ້
ສື່ຂ່າວວີໂອເອ Kate Lamb ສົ່ງລາຍງານກ່ຽວກັບເລື້ອງນີ້ ມາຈາກນະຄອນຫລວງຈາກາຕ້າ ດັ່ງທອງປານຈະນໍາ
ມາສະເໜີທ່ານໃນອັນດັບຕໍ່ໄປ

ແຜນການທີ່ຈະຜະລິດລູກສອນໄຟຂີປະນາວຸດຮ່ວມກັນ ລະວ່າງຈີນກັບອິນໂດເນເຊຍ ແມ່ນໄດ້ໂຜ່ຂຶ້ນມາເທື່ອທໍາອິດໃນເດືອນກໍລະກົດ ແລະການສົນທະນາຫາລືກັນໄດ້ດໍາເນີນ ສືບຕໍ່ມາ ເວລາທ່ານ Yang Jiechi ລັດຖະມົນຕີຕ່າງປະເທດຈີນ ໄປຢ້ຽມຢາມເມືອງ ຫຼວງຈາກາຕ້າຂອງອິນໂດເນເຊຍ ເມື່ອສອງອາທິດຜ່ານມານີ້.

ກະຊວງປ້ອງກັນປະເທດອິນໂດເນເຊຍຢືນຢັນວ່າ ສັນຍາກ່ຽວກັບການຜະລິດລູກສອນໄຟ ລະຫວ່າງອິນໂດເນເຊຍແລະຈີນ ຈະມີການເຊັນລົງນາມກັນ ໃນເດືອນມີນາ ປີ 2013.

ທ່ານ Michael Tene ໂຄສົກກະຊວງຕ່າງປະເທດອິນໂດເນເຊຍກ່າວວ່າ ການຮ່ວມມື ກັນກ່ຽວກັບເລຶ່ອງນີ້ ເປັນພາກສ່ວນນຶ່ງຂອງເປົ້າໝາຍທີ່ກວ້າງ ຂວາງກວ່ານີ້ ເພື່ອເສີມຂະ ຫຍາຍສະມັດຖະພາບດ້ານການທະຫານຂອງອິນໂດເນເຊຍ.

ໂຄສົກ Tene ກ່າວວ່າ: “ແນ່ນອນວ່າ ພວກເຮົາກໍາລັງພັດທະນາຄວາມສໍາພັນທີ່ ໃກ້ຊິດກັບບັນດາປະເທດທີ່ເປັນມິດທັງໝົດ ເພື່ອພັດທະນາສະມັດ ຖະພາບດ້ານ ການປ້ອງກັນປະເທດຂອງພວກເຮົາ ບໍ່ແມ່ນແຕ່ພຽງຜ່ານການຈັດຊື້ເທົ່ານັ້ນ ແຕ່ ຜ່ານການລົງທຶນຮ່ວມກັນ ການຜະລິດຮ່ວມກັນເພື່ອພັດ ທະນາຄວາມສາມາດ ຂອງພວກເຮົາເອັງ ໃນການພັດທະນາອຸດສາຫະກໍາປ້ອງກັນປະເທດ ແລະ ແນ່ ນອນກັບປະເທດຈີນກໍຄືກັນ ພວກເຮົາມີການຮ່ວມມືກັນຫຼາຍດ້ານ ເພື່ອພັດທະ ນາອຸດສາຫະກໍາຂອງພວກເຮົາໃນພາກ ສ່ວນນັ້ນ.”

ແຜນການຜະລິດລູກສອນໄຟຮ່ວມກັນນີ້ ມີຂຶ້ນທ່າມກາງຄວາມເຄ່ງຕຶງທີ່ຟົດເດືອດຂຶ້ນໃນ ຂົງເຂດທະເລຈີນໃຕ້ ທີ່ໄດ້ຍັງຜົນໃຫ້ຄະນະລັດຖະມົນຕີຂອງ ສະມາຄົມອາຊ່ຽນ ບໍ່ສາມາດ ຕົກລົງກັນໄດ້ໃນເດືອນຜ່ານມາ ກ່ຽວກັບກົດປະຕິບັດຫຼາຍຝ່າຍ ສໍາລັບແກ້ໄຂບັນຫາກາ ນ ອ້າງເອົາກໍາມະສິດໃນເຂດນໍ້າແດນດິນກວມກັນນັ້ນ.

ບັນດານັກວິເຄາະກ່າວວ່າ ການທີ່ອາຊ່ຽນບໍ່ສາມາດຮ່າງກົດປະຕິບັດແບບມີຫຼາຍຝ່າຍຂຶ້ນ ມາໄດ້ນັ້ນ ກໍຈະເຮັດໃຫ້ຈີນຢູ່ໃນຖານະທີ່ດີກວ່າເກົ່າ ເພື່ອ ຄອບງໍາການຂັດແຍ້ງສອງຝ່າຍ ກັບບັນດາປະເທດເພື່ອນບ້ານທີ່ນ້ອຍກ່ວາ ຂອງຕົນ.

ແຕ່ກະຊວງປ້ອງກັນປະເທດອິນໂດເນເຊຍປະຕິເສດວ່າ ແຜນການຂອງຕົນທີ່ຈະຜະລິດ ລູກສອນໄຟຂີປະນາວຸດຕໍ່ຕ້ານກໍ່າປັ່ນ ທີ່ບິນໄກໄລຍະ 120 ຫລັກກິໂລແມັດ ດ້ວຍການ ຊ່ວຍເຫຼືອຂອງຈີນນັ້ນ ບໍ່ໄດ້ມີເປົ້າໝາຍເພື່ອພັດ ທະນາຄວາມເປັນພັນທະມິດກັນໃຫ້ ເຂັ້ມແຂງຂຶ້ນກວ່າເກົ່າ ຍ້ອນຂໍ້ຂັດແຍ້ງ ທາງທະເລນັ້ນ.

ທ່ານ Yahanes Sulaiman ນັກວິເຄາະດ້ານການປ້ອງກັນປະເທດປະຈໍາມະຫາວິທະ ຍາໄລອິນໂດເນເຊຍ ກ່າວວ່າ ອິນໂດເນເຊຍພຽງແຕ່ຫາທາງ ໃຫ້ຕົນໄດ້ຮັບສິ່ງທີ່ດີທີ່ສຸດ ທີ່ຕົນສາມາດໄດ້ຮັບໃນເລື້ອງນີ້ ແລະຍັງຄົງລະ ວັງໂຕ ໃນການທີ່ຈະເພິ່ງພາກາງຕໍ່ນໍາແຕ່ ສະຫະລັດ ໃນດ້ານອາວຸດຢຸດໂທປະກອນຂອງຕົນນັ້ນ.

ທ່ານ Sulaiman ກ່າວວ່າ: “ຖ້າຫາກສະຖານນະການເປັນໄປໃນທາງບໍ່ດີຢູ່ໃນ ປາປົວແລ້ວ ສະຫະລັດກໍຈະຫ້າມບໍ່ໃຫ້ມີການຊ່ວຍເຫຼືອທາງທະຫານອີກຫັ້ນ ແຫຼະ ແລະພວກເຮົາກໍຈະເປັນຝ່າຍເສຍປຽບ. ເພາະສະນັ້ນຫຼະ ກອງທັບອິນໂດ ເນ ເຊຍຈຶ່ງພະຍາຍາມຈະເສີມຂະຫຍາຍສາຍພົວພັນ ຂອງຕົນອອກໄປ ໂດຍ ສະເພາະກັບຈີນ ໃນຖານະເປັນຜູ້ປ້ອນອາວຸດຍຸດໂທປະການໃຫ້ແກ່ ພວກເຮົາ ນັ້ນ.”

ຜ່ານມາ ສະຫະລັດໄດ້ນໍາໃຊ້ການຫ້າມໃຫ້ການຊ່ວຍເຫຼືອທາງທະຫານເປັນເວລາຫົກປີ ຕໍ່ອິນໂດເນເຊຍ ຄືໃນປີ 1999 ນັ້ນ ລຸນຫຼັງເກີດບັນຫາເລື້ອງ ການລະເມີດສິດທິມະນຸດ ຂຶ້ນມາ ໃນ ຕີມໍ ແລສເຕ.

ນັກວິໄຈ Sulaiman ກ່າວວ່າ ພວກນາຍທະຫານລະດັບສັນຍາບັດແລະ ນາຍພົນກອງ ທັບອິນໂດເນເຊຍຫລາຍໆຄົນ ໄດ້ສະແດງຄວາມເປັນຫ່ວງວ່າການກ່າວຫາຕ່າງ ໆເລື້ອງ ການຝ່າຝືນສິດທິມະນຸດຢູ່ໃນແຂວງ West Papua ທີ່ອຸດົມສົມບູນດ້ວຍແຮ່ທາດນັ້ນ ອາດກໍ່ໃຫ້ເກີດມີການຫ້າມການຊ່ວຍເຫຼືອທາງທະຫານຂຶ້ນມາ ອີກໄດ້.

ທ່ານ Sulaiman ກ່າວອີກວ່າ ໃນຂະນະດຽວກັນ ອິນໂດເນເຊຍກໍຂາດຍຸດທະສາດ ທີ່ ສໍາຄັນ ໃນວິທີການທີ່ຈະຕອບໂຕ້ກັບການສະແດງອໍານາດໃນຂົງເຂດ ລະຫວ່າງສະຫະລັດ ແລະຈີນນັ້ນ.

ທ່ານນາງ Mely Caballero Anthony ອາຈາກສອນວິຊາຄວາມສໍາພັນລະຫວ່າງ ປະເທດທີ່ໂຮງຮຽນການສຶກສາລະຫວ່າງຊາດ S. Rajaratnam ຂອງສິງຄະໂປ ມີ ຄວາມເຫັນກ່ຽວກັບການເປັນພາຄີກັນລະວ່າງຈີນກັບອິນໂດເອເຊຍນັ້ນ.

ທ່ານນາງ Anthony ກ່າວວ່າ “ອິນໂດເນເຊຍ ໄດ້ປະຕິບັດຕົນເປັນຜູ້ນໍາທີ່ເປັນກາງ ຕະຫຼອດມາ ຢູ່ພາຍໃນສະມາຄົມອາຊ່ຽນນັ້ນ ເຊັ່ນ ຊ່ວຍແກ້ໄຂກໍລະນີພິພາດ ເຂດຊາຍ ແດນ ລະຫວ່າງສອງປະເທດອາຊ່ຽນ ກໍາປູເຈຍແລະ ໄທ ແລະວ່າ ອິນ ໂດເນເຊຍບໍ່ເຊື່ອວ່າ ການສ້າງຄວາມສໍາພັນກັບຈີນນັ້ນ ຈະເຮັດໃຫ້ຄວາມສໍາ ພັນຂອງຕົນ ກັບປະເທດພັນ ທະມິດ ອື່ນໆອ່ອນແອລົງແຕ່ປະການໃດ.”

ທ່ານນາງ Anthony ກ່າວວ່າ: “ອິນໂດເນເຊຍ ກໍດັ່ງດຽວກັບປະເທດສະມາຊິກອື່ນໆຂອງ ສະມາຄົມອາຊ່ຽນ ຄືບໍ່ຕ້ອງການໃຫ້ການແຂ່ງຂັນກັນລະວ່າງອໍານາດໃຫຍ່ໆຮຸນແຮງຂຶ້ນ ໃນຂົງເຂດ. ນະໂຍບາຍຕ່າງປະເທດຂອງຫຼາຍໆປະເທດໃນສະມາຄົມອາຊ່ຽນ ແມ່ນນິຍົມ ຢາກໃຫ້ມີນະໂຍບາຍຕ່າງປະເທດທີ່ຫ້າວຫັນ ແລະເສລີເປັນຂອງຕົນເອງ ທີ່ບໍ່ຈໍາເປັນ ຕ້ອງເລືອກເອົາລະຫວ່າງຈີນ ຫຼືສະຫະລັດ. ເພາະສະນັ້ນ ບົດບາດການເປັນນາຍໜ້າຈະ ຖືວ່າບໍ່ເໝາະສົມປານໃດ ໃນເລຶ່ອງນີ້.”

ຂະນະທີ່ອິນໂດເນເຊຍສ້າງຄວາມສໍາພັນກັບໝົດທຸກຝ່າຍໃນບັນຫາຂັດແຍ້ງ ກັນໃນເຂດ ທະເລຈີນໃຕ້ນັ້ນ ໃນອາທິດນີ້ ສະຫະລັດກໍໄດ້ເຕືອນຕໍ່ການດໍາເນີນຄວາມພະຍາຍາມ ທີ່ຈະແບ່ງແຍກແລະເຂົ້າຄອບຄອງ ຢູ່ໃນເຂດທະເລຈີນໃຕ້ ແລະໄດ້ເນັ້ນຍໍ້າການ ສະໜັບ ສະໜຸນຂອງຕົນທີ່ຢາກໃຫ້ມີກົດປະ ຕິບັດແບບຫຼາຍຝ່າຍ ຢູ່ໃນເສັ້ນທາງການຄ້າໂລກນັ້ນ.

ອິນໂດເນເຊຍໄດ້ອະນຸມັດງົບປະມານຈໍານວນ 15 ພັນ 800 ລ້ານ ສໍາລັບ ພັດທະນາ ລະບົບອາວຸດຂອງຕົນໃຫ້ທັນສະໄໝ ລະຫວ່າງປີ 2010 ແລະ 2014 ແລະປັດຈຸບັນນີ້ ກໍໄດ້ສັ່ງຊື້ອາວຸດຫລາຍຢ່າງຈາກເກົາຫຼີໃຕ້ ຣັດເຊຍ ເຢຍຣະມັນ ແລະອັງກິດ ແລະ ເຮືອ ບິນລົບ F-16 ຈາກສະຫະລັດ.
XS
SM
MD
LG