ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫລາດຂາຍລົດ ຂອງ ອິນເດຍ ຕົກຕໍ່າທີ່ສຸດ ໃນຮອບດົນກວ່າ ນຶ່ງທົດສະວັດ


ລົດຝອດໃໝ່ Aspire ກຳລັງຖືກວາງສະແດງຢູ່ໃນນະຄອນຫລວງ
ນິວເດລີ ປະເທດ ອິນເດຍ ວັນທີ 1 ພະຈິກ ປີ 2018.
ລົດຝອດໃໝ່ Aspire ກຳລັງຖືກວາງສະແດງຢູ່ໃນນະຄອນຫລວງ ນິວເດລີ ປະເທດ ອິນເດຍ ວັນທີ 1 ພະຈິກ ປີ 2018.

ນັບເປັນເວລາພຽງແຕ່ນຶ່ງປີກ່ອນເທົ້ານັ້ນ ທີ່ໄດ້ມີການທຳນາຍກັນວ່າ ອິນເດຍຈະກາຍ
ເປັນຕະຫລາດລົດທີ່ໃຫຍ່ທີ່ສຸດອັນດັບທີສາມຂອງໂລກ ລໍ້າໜ້າຍີ່ປຸ່ນ ແຕ່ມາບັດນີ້ ອຸດ
ສາຫະກຳດັ່ງກ່າວ ກຳລັງລົ້ມລຸກຄຸກຄານ ກັບບັນຫາຕົກຕໍ່າຖອຍຫລັງທາງດ້ານເສດ
ກິດ ທີ່ມີມາດົນກວ່ານຶ່ງທົດສະວັດ. ດັ່ງທີ່ອັນຈະນາ ປັດສຣີຈາ ລາຍງານມາຈາກເຄີ
ກອນໃນຄຸ້ມທຸລະກິດໃຫຍ່ ຢູ່ໃກ້ໆກັບນູແດນລີນັ້ນກໍແມ່ນວ່າ ການຕົກຕໍ່າລົງຢ່າງໃຫຍ່ ຂອງອຸດສາຫະກຳລົດໂອໂຕ ມູນຄ່າ 100 ພັນລ້ານໂດລາ ສະທ້ອນໃຫ້ເຫັນເຖິງການ
ຕົກຕໍ່າຖອຍຫລັງຢ່າງໃຫຍ່ ທາງດ້ານເສດຖະກິດຂອງອິນເດຍ ຊຶ່ງເຕີບໃຫຍ່ຂະຫຍາຍ
ໂຕຢ່າງຊ້າທີ່ສຸດໃນຮອບເກືອບຫ້າປີ ໃນຮອບສາມເດືອນທຳອິດຂອງປີນີ້ ຊຶ່ງສາລີຈະນຳ
ລາຍລະອຽດມາສະເໜີທ່ານ.

ທີ່ຫ້ອງວາງສະແດງລົດຮັນເດ ທີ່ເຄິກອນ ນັກສຶກສາຄົນນີ້ ກຳລັງຊ່ອຍອ້າຍຂອງລາວ
ຕັດສິນໃຈວ່າ ຈະຊື້ລົດຄັນໃດ ແທນລົດເກົ່າຂອງພວກເຂົາເຈົ້າ ຊຶ່ງທ້າວໄຮແຕັສ ກໍຊິກ ນັກສຶກສາມະຫາວິທະຍາໄລ ເວົ້າເປັນພາສາຮິນດີວ່າ:

“ລົດເກົ່າຂອງພວກເຮົາ ມີອາຍຸໄດ້ 10 ຫລື 11 ປີແລ້ວ. ໃນເມື່ອເຈົ້າຈະບໍ່ສາມາດຂັບ
ລົດ ທີ່ເກົ່າກວ່າ 15 ປີໄດ້ ຢູ່ໃນແດລລີ ພວກເຮົາຈຶ່ງຕັດສີນໃຈປ່ຽນມັນແຕ່ດຽວນີ້ ເວ
ລາມັນໄດ້ລາຄາດີນີ້.”

ພວກຄ້າຂາຍລົດພວມພະຍາຍາມດຶງດູດເອົາລູກຄ້າມາ ດ້ວຍລົດໃໝ່ ໂດຍໃຫ້ລາຄາ
ດີໆ ໂດຍການຍາດແຍ່ງລູກຄ້າກັນ ດ້ວຍການຫລຸດລາຄາຢ່າງໃຫຍ່ ໃນຫລາຍໆເດືອນ
ຫາກໍຜ່ານມານີ້ ຊຶ່ງທ່ານ ກາກັນ ອາໂຣຣາ ຫົວໜ້າພະແໜກທຸລະກິດ ຂອງບໍລິສັດຂາຍ
ລົດ ສັຟດາຈັງ ກ່າວວ່າ:

“ໄດ້ມີການຫລຸດລົງປະມານ 25 ຫາ 30 ເປີເຊັນເປັນຢ່າງໜ້ອຍ ເຊັ່ນວ່າ ພໍ່ຄ້າຜູ້ທີ່ເຄີຍ
ຂາຍລົດໄດ້ປະມານ 150 ຄັນ ດຽວນີ້ຂາຍໄດ້ແຕ່ພຽງ 110 ຫາ 115 ຄັນເທົ້ານັ້ນ. ພວກ
ເຮົາກໍເຊັ່ນກັນ.”

ການເຕີບໃຫຍ່ຂະຫຍາຍໂຕຂອງຕະຫລາດລົດອິນເດຍ ຊຶ່ງເປັນຕະຫລາດລົດຂອງ
ໂລກ ໄດ້ຂະຫຍາຍກິດຈະການອອກ ໃນຮອບສອງທົດສະວັດຜ່ານມານີ້. ການກ້າວ
ກະໂດດຂັ້ນຂອງການຂາຍ ໄດ້ເຮັດໃຫ້ອຸດສາຫະກຳດັ່ງກ່າວ ໄດ້ເຮັດໃຫ້ສັນຍານອັນ
ທີ່ເຫັນໄດ້ຢ່າງແຈ້ງຊັດທີ່ສຸດ ວ່າເປັນເສດຖກິດອັນບົ່ມຊ້ອນຂອງປະເທດ.

ຫາກແຕ່ວ່າ ຕົກມາເຖິງປີກາຍນີ້ ຄວາມກະຕືລືລົ້ນຂອງບຸກຄົນຊັ້ນກາງ ໄດ້ເຮັດໃຫ້
ການຊື້ທຸກສິ່ງທຸກຢ່າງຕົກຕໍ່າ ນັບຕັ້ງແຕ່ການຊື້ລົດ ໄປຫາສິນຄ້າອື່ນໆ ເວລາພະລັງ
ຂອງເສດຖະກິດຕົກຕໍ່າລົງ.

ສະພາບດັ່ງກ່າວ ໄດ້ຊຸກຍູ້ຢ່າງໄວວາ ໃຫ້ພວກຜະລິດລົດ ອັນມີລວມທັງບໍລິສັດ ມາ
ຣູຕີ ຊູຊູກີ ທີ່ເປັນບໍລິສັດທີ່ໃຫຍ່ທີ່ສຸດຂອງອິນເດຍ ຕັດຜົນຜະລິດຂອງຕົນລົງ. ແລະ
ໃນຂະນະທີ່ການຄ້າຂາຍລົດດັ່ງກ່າວພວມພະຍາຍາມທີ່ຈະຮັກສາໄວ້ແລະດຳເນີນ
ງານຕໍ່ໄປ ຊຶ່ງບໍລິສັດຂອງຕົນ ແຕ່ພວກອື່ນໆ ກໍແມ່ນໂຊກບໍ່ດີທໍ່ ຊຶ່ງທ່ານ ກາກັນ ອາ
ໂຣຣາ ກ່າວວ່າ:

“ໄດ້ມີການຂຶ້ນເງິນເດືອນກັນ ຄ່າໃຊ້ຈ່າຍໃນໂຄງລ່າງພື້ນຖານ ແມ່ນຍັງຄົງຢູ່ຄືເກົ່າ ພ້ອມທັງການຂາຍ ກໍຍັງຕໍ່າຢູ່ ມັນເປັນການຍາກຫລາຍ ບໍ່ສົມຄວນແມ່ນແຕ່ຈະເຮັດ
ຫ້ອງວາງສະແດງ. ເພາະສະນັ້ນຈຶ່ງວ່າ ທ່ານຈະເຫັນວ່າຫ້ອງວາງສະແດງຫລາຍໆ
ແຫ່ງຢູ່ທົ່ວໄປ ໄດ້ອັດລົງ.”

ພວກນັກເສດຖະສາດທັງຫລາຍກ່າວວ່າ ອຸດສາຫະກຳລົດໂອໂຕ ພາກັນເວົ້າເຖິງ
ການຕົກຕໍ່າຖອຍຫລັງຢ່າງກວ້າງຂວາງ ຊຶ່ງນັບມື້ນັບຄ່ອຍໆເປັນໄປເລື້ອຍໆ ຊຶ່ງ ທ່ານ
ຮິມມັນຊູ ຈາກສູນກາງການສຶກສາແລະວາງແຜນ ແຫ່ງມະຫາວິທະຍາໄລ ຈາວາຮາ
ລານ ເນຣູ ທີ່ ນູແດລລີກ່າວວ່າ:

“ພວກເຮົາບໍ່ໄດ້ເຮັດຫລາຍພໍ ເພື່ອເພີ້ມພູນຄວາມຮຽກຮ້ອງຕ້ອງການ ເພື່ອນຳເອົາເສດ
ຖະກິດກັບຄືນມາເຂົ້າຮູບເຂົ້າຮອຍ ຈື່ບໍ່ ວ່າເສດຖະກິດຂອງພວກເຮົາແມ່ນຖືກຊຸກຍູ້
ໂດຍຜູ້ຄົນໃນທ້ອງຖິ່ນ ພວກເຮົາບໍ່ໄດ້ກາງຕໍ່ເພິ່ງອີງໃສ່ການສົ່ງອອກ.

ພາກສ່ວນຊົນນະບົດຂອງອິນເດຍ ທີ່ບໍ່ມີຄວາມເຂັ້ມແຂງ ຊຶ່ງໄດ້ໂຜ່ໂຕຂຶ້ນມາເປັນຕະ
ຫລາດທີ່ໃຫຍ່ ເວລາພວກຊາວນາໄດ້ຫັນປ່ຽນຈາກລົດຈັກ ມາໃຊ້ລົດໂອໂຕແທນ ກໍ
ເປັນພາກສ່ວນນຶ່ງທີ່ສົ່ງຜົນກະທົບໃນທາງລົບໃຫ້ແກ່ພວກຜະລິດລົດ ຊຶ່ງທ່ານ ຮິມມັນ
ຊູ ກ່າວຕື່ມວ່າ:

“ຖ້າຫາກວ່າ ເສດຖະກິດຂອງເຈົ້າຫາກຕົກຕໍ່າລົງແທ້ໆ ສອງສ່ວນສາມ ແລ້ວ ອີກ ນຶ່ງ
ສ່ວນສາມກໍຈະທົນຢູ່ຕໍ່ໄປບໍ່ໄດ້ດົນແລ້ວສິ່ງທີ່ພວກເຮົາຈະໄດ້ເຫັນກໍຈະແມ່ນອັນທີ່ຈະ
ຕ່າວປີ້ນເສດຖະກິດຊົນນະບົດທີ່ບໍ່ໄດ້ຮັບການເອົາຫົວຊາ ທີ່ໄດ້ລອດພົ້ນມາເມື່ອສອງ
ສາມປີຫລັງນັ້ນ.”

ໃນການຕິດຄາຢູ່ກັບເສດຖະກິດທີ່ພວມເດີນໄປຊ້າໆນີ້ ອຸດສາຫະກຳລົດໂອໂຕຫວັງວ່າ
ເສດຖະກິດຈະນຳເອົາໂຊກທີ່ດີກັບຄືນມາໃນອີກບໍ່ດົນນີ້.”

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG